National Agriculture and Forestry Research Institute

         IMG_2263 IMG_2401 IMG_2426 IMG_2434

          ການປ່ຽນແປງຂອງສະພາບແວດລ້ອມໃນປະຈຸບັນ ໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການຜະລິດເຂົ້າ ຢູ່ ສປປລາວ ກໍ່ຄືຢູ່ບັນດາປະເທດອາຊີ ທີ່ຜະລິດເຂົ້າເພື່ອຄໍ້າປະກັນທາງດ້ານສະບຽງ ແລະ ຜະລິດເປັນສິນຄ້າ. ໂດຍສະເພາະໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງ ໄດ້ກາຍເປັນຂໍ້ຈໍາກັດໃນການຜະລິດເຂົ້າ ແລະ ທໍາລາຍຜົນຜະລິດເຂົ້າ ຢູ່ ສປປ 10-20%. ນອກຈາກນີ້, ການລະບາດຂອງພະຍາດເຂົ້າ ໂດຍສະເພາະພະ ຍາດຂອບໃບແຫ້ງ, ພະຍາດໃບ ໄໝ້ ແລະ ພະຍາດຄໍຮວງເນົ່າ ແລະ ການລະບາດຂອງແມງໄມ້ສັດຕູພືດ ເຊັ່ນ: ເພ້ຍຈັກຈັ່ນສີນ້ຳຕານ, ເພ້ຍຈັກຈັກຈັ່ນສີຂຽວ, ເພ້ຍໄຟ ກໍ່ມີທ່າອ່ຽງເພີ້ມຂຶ້ນໃນແຕ່ລະປີ, ບັນຫາໂລກຮ້ອນ (ເຊິ່ງໃນ 10 ປີໃດ ອຸນນະພູມໂລກຈະສູງຂຶ້ນ 1 ອົງສາ ແລະ ມີການຄາດຄະເນວ່າ ໃນອີກ 80 ປີຂ້າງໜ້າ ຄື: ປີ 3000 ອຸນນະພູມໂລກຈະສູງຂຶ້ນ 8 ອົງສາ ເຊິ່ງຈະເຮັດໃຫ້ຜົນຜະລິດເຂົ້າຢູອາຊີ ກໍ່ຄື ສປປ ລາວ ຫຼຸດລົງ 50% ໃນຂະນະທີ່ປະຊາກອນຈະເພີ່ມຂຶ້ນ.

ການຜະລິດເຂົ້າໃນອານາຄົດ ແມ່ນການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າຊະນິດໃໝ່ ເພື່ອໃຫ້ທົນທານຕໍ່ກັບໄພນໍ້າຖ້ວມ, ໄພແຫ້ງແລ້ງ, ທົນຕໍ່ກັບການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ເຫັນວ່າມີຄວາມສໍາຄັນຫຼາຍ ເພື່ອໃຫ້ຊາວນາໄດ້ນໍາໃຊ້ເຂົ້າໃນການຜະລິດ, ເຮັດໃຫ້ການຜະລິດເຂົ້າຢູ່ພາຍໃນປະເທດມີສະຖຽນລະພາບ ແລະ ຮັບປະກັນໄດ້ຄວມໝັ້ນຄົງທາງດ້ານສະບຽງອາຫານທີ່ມີຄວາມປອດໄພ, ພ້ອມທັງເປັນການຫຼຸດດຜ່ອນການນໍາໃຊ້ສານເຄມີ ໃນການປ້ອງກັນ ແລະ ກໍາຈັດແມງໄມ້ສັດຕູພືດ, ຫຼຸດຜ່ອນການຕົກຄ້າງຂອງສານພິດ ແລະ ປົກປັກຮັກສາສະພາບແວດລ້ອມ, ຮັກສາໄດ້ສຸຂະພາບຂອງຊາວນາ ແລະ ຜູ້ບໍລິໂພກເຂົ້າ.

ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮ່ວມມືກັບ ສະຖາບັນວິທະຍາສາດ ເທັກໂນໂລຢີ ແຫ່ງຊາດ ປະເທດໄທ ພັດທະນາໂຄງການຄົ້ນຄວ້າແນວພັນເຂົ້າ ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ນັບແຕ່ປີ 2009-2022 (ໄລຍະເວລາການຮ່ວມມື 13 ປີ) ແລະ ໄດ້ຄົ້ນຄວ້າພັດທະນາແນວພັນໃໝ່ ແລະ ໄດ້ຈົດທະບຽນ ຢູ່ກົມປູກຝັງ ໃນປີ 2018 ຈໍານວນ 2 ແນວພັນ ຄື: ເຊບັ້ງໄຟ 2 ແລະ ເຊບັ້ງໄຟ3. ເຊິ່ງທັງໝົດ ເປັນແນວພັນເຂົ້າຈ້າວຫອມທົນນໍ້າຖ້ວມ ແລະ ໃນປີ 2022 ໄດ້ສະເໜີຈົດທະບຽນຕື່ມ 3 ແນວພັນ ດັ່ງລຸ່ມນີ້:

  1. ຫອມເຊບັ້ງໄຟ 4: ເປັນແນວພັນທີ່ພັດທະນາຂຶ້ນມາໃໝ່ ໂດຍໄດ້ປັບປຸງໃຫ້ມີຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ຄວາມແຫ້ງແລ້ງ, ເໝາະສໍາລັບການເຮັດນາຢອດແຫ້ງ ແລະ ນາຫວ່ານແຫ້ງ, ທົນທານຕໍ່ກັບພະຍາດໃບໄໝ້, ພະຍາດຄໍຮວງເນົ່າ ແຕ່ບໍ່ທົນຕໍ່ກັບພະຍາດຂອບໃບແຫ້ງ, ແນະນໍາໃຫ້ປູກສະເພາະນາປີ.
  2. ຫອມທ່າດອກຄໍາ 8: ເປັນແນວພັນທີ່ພັດທະນາມາຈາກ ແນວພັນເຂົ້າໜຽວທ່າດອກຄໍາ 8 ເຊິ່ງເປັນແນວພັນສິນຄ້າ ທີ່ສົ່ງໄປຂາຍຢູ່ ສປ ຈີນ ຢ່າງເປັນທາງການ ໂດຍໄດ້ປັບປຸງໃຫ້ແນວພັນດັ່ງກ່າວ ມີຄວາມຫອມ, ທົນທານຕໍ່ກັບພະຍາດໃບໄໝ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ ແຕ່ຍັງຮັກສາລັກສະນະພັນເດີມ ຄື:ລັກສະນະສີເມັດ, ຊົງພຸ່ມ, ຜົນຜະລິດດີກອ່ນພັນເດີມ, ອາຍຸຍາວກອ່ນ 5 ມື້ (135 ມື້), ສາມາດປູກໄດ້ 2 ລະດູ ທັງນາປີ ແລະ ນາແຊງ.
  3. ຫອມທ່າດອກຄໍາ 15: ເປັນແນວພັນທີ່ພັດທະນາຂື້ນມາໃໝ່ ໂດຍໄດ້ປັບປຸງໃຫ້ມີຄວາມຫອມ, ທົນທານຕໍ່ກັບນໍ້າຖ້ວມ, ທົນທານຕໍ່ກັບພະຍາດໃບໄໝ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ, ອາຍຸ 130 ມື້, ສາມາດປູກໄດ້ 2 ລະດູ ທັງນາປີ ແລະ ນາແຊງ.

ໃນວັນທີ 22 ກໍລະກົດ 2022, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດພິທີ ມອບ-ຮັບ ໃບທະບຽນແນວພັນເຂົ້າຊະນິດໃໝ່ “ຫອມດອກຄຳ 8, ຫອມທ່າດອກຄຳ 15 ແລະ ຫອມເຊບັ້ງໄຟ 4” ລະຫວ່າງ ກົມປູກຝັງ ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຂຶ້ນ, ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ໃຫ້ກຽດມອບໃບຢັ້ງຢືນ ໂດຍ ທ່ານ  ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ; ໃຫ້ກຽດຮັບໃບຢັ້ງຢືນ ໂດຍທ່ານ ປອ ນາງ  ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ເຊິ່ງມີ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າຄົ້ນຄວ້າເຂົ້າ, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.

ສຳລັບແຜນພັດທະນາແນວພັນເຂົ້າໃນອານາຄົດ 2022 – 2030 ຄື:

ພາບ-ຂ່າວ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້