ກອງປະຊຸມປະເມີນຜົນກາງສະໄໝຂອງໂຄງການຮ່ວມມືຄົ້ນຄວ້າດ້ານກະສິກຳ ລະຫວ່າງ ສປປ ລາວ ແລະ ສ.ເກົາຫຼີ

IMG_2300

ກອງປະຊຸມປະເມີນຜົນຂອງ 4 ໂຄງການຮ່ວມມືດ້ານກະສິກຳ ໂດຍການຮ່ວມມືຈັດຕັ້ງປະຕິບັດຂອງສູນຄົ້ນຄວ້າກະສິກຳແຫ່ງປະເທດ ສ.ເກົາຫລີ ປະຈຳ ສປປ ລາວ(ໂຄເປຍ ລາວ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດແຫ່ງຊາດ (ສກປພ). ກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ທີ່ສະໂມສອນ ສກປພ ໃນວັນທີ່ 7 ກໍລະກົດ 2022 ໂດຍການໃຫ້ກຽດເປັນປະທ່ານ ໂດຍ ທ່ານ ປອ ໃຈ ບຸນພານຸໄຊ ຫົວໜ້າ ສກປພ ແລະ ທ່ານ ຊີນ ຈາງໂຫ ຜູ້ອຳນວຍການ ສູນ ໂຄເປຍ ປະຈຳ ລາວ ເຊິ່ງມີນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ,ພະນັກງານ ສູນໂຄເປຍ ປະຈຳລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະປະເມີນຜົນແຕ່ລະໂຄງການ ໃນນີ້ມີຜູ້ເຂົ້າຮ່ວມທັງໝົດ 30 ທ່ານ.

ບັນດາຜູ້ຈັດຕັ້ງປະຕິບັດໂຄງການໄດ້ນຳສະເໜີຄວາມຄຶບໜ້າຂອງໂຄງການ ແລະ ໝາກຜົນສຳເລັດທີ່ໄດ້ຮັບໃນໄລຍະເຄິ່ງປີທີ່ຜ່ານມາ ແລະ ຍັງໄດ້ນຳສະເໜີແຜນການໃນອະນາຄົດ ແລະ ກິດຈະກຳຕ່າງໆຂອງແຕ່ລະໂຄງການ ເຊິ່ງມີບັນດາຄະນະຊີ້ນຳໂຄງການທັງ10ທ່ານເປັນຜູ້ປະເມີນຜົນສຳເລັດໃນດ້ານປະສິດທິພາບ, ປະສິດທິຜົນ, ຜົນກະທົບ ແລະ ຄວາມຍືນຍົງ.

ບັນດາໂຄງການຄົ້ນຄວ້າດັ່ງກ່າວ ມີ 1.   ການສາທິດການເພີ່ມສະມັດຕະພາບການຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ; 2. ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ 4. ຄົ້ນຄວ້າ ແລະ ນໍາໃຊ້ແນວພັນເຂົ້າທີ່ທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ແລະ 4. ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງຜະລິດຕະພັນຈາກຖົ່ວເຫລືອງໃນ ສປປ ລາວ

ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການສູນ ໂຄເປຍ ປະຈຳລາວ ໄດ້ກ່າວວ່າ: ການເພີ່ມຜົນຜະລິດ ແລະ ການສ້າງລາຍຮັບໃຫ້ແກ່ຊາວກະສິກອນໂດຍຜ່ານການພັດທະນາເຕັກໂນໂລຢີໃນການເຮັດສວນແມ່ນຈຸດປະສົງຫຼັກຂອງໂຄງການເພື່ອປະກອບສ່ວນໃນການ ພັດທະນາຂະແໜງການ ກະສິກຳຂອງ ສ ປປລາວ.

ທ່ານ ປອ ໃຈ ບຸນພານຸໄຊ ຫົວໜ້າ ສກປພ ໄດ້ໃຫ້ຄຳເຫັນວ່າ: ເຖິງວ່າຈະປະສົບກັບຄວາມຫຍຸ້ງຍາກບາງຢ່າງຈາກການຂະຫຍາຍຕົວຂອງພະຍາດໂຄວິດ-19 ໃນເຄິ່ງຕົ້ນປີທີ່ຜ່ານມາ  ທັງ 4 ໂຄງການຄົ້ນຄວ້າ ກໍ່ຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ.

ໂຄເປຍແມ່ນສາຂາຂອງໜ່ວຍງານບໍລິຫານການພັດທະນາຊົນນະບົດ (RDA) ຢູ່ຕ່າງປະເທດຂອງລັດຖະບານ ສ. ເກົາຫຼີ, ວິໄສທັດຂອງໂຄເປຍແມ່ນເພື່ອສືບຕໍ່ການພັດທະນາແບບຍືນຍົງ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ ລະຫວ່າງ ສ. ເກົາຫຼີ ແລະ ບັນດາປະເທດຄູ່ຮ່ວມມືໂດຍຜ່ານການຮ່ວມມືແບບໃໝ່ໃນດ້ານເຕັກໂນໂລຢີ.

ສູນໂຄເປຍລາວແມ່ນໄດ້ຮັບການສ້າງຕັ້ງຂື້ນໃນປີ 2016 ໂດຍອີງໃສ່ບົດບັນທຶກຄວາມເຂົ້າໃຈລະຫວ່າງໜ່ວຍງານບໍລິຫານການພັດທະນາຊົນນະບົດຂອງ ສ.ເກົາຫລີ ແລະ ສະຖາບັນຄົ້ນຄວ້າກະສິກຳແລະພັດທະນາຊົນນະບົດແຫ່ງຊາດ. ປະຈຸບັນ ສູນ ໂຄເປຍ ແມ່ນມີ 22 ແຫ່ງໃນທົ່ວໂລກເຊິ່ງໄດ້ລິເລີ່ມສ້າງຕັ້ງຂື້ນແຕ່ປີ 2009

IMG_2265 IMG_2276 IMG_2277 IMG_2278 IMG_2279 IMG_2306

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Dec 8, 2023 - Fri
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com