ການຝຶກອົມຮົ່ມໃນຫົວຂໍ້: ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ
ໃນວັນທີ 7 ກໍລະກົດ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການAFACI_Breeding ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນ ແລະ ພະນັກງານວິຊາການ ຢູ່ເມືອງຊະນາຄາມ ແຂວງວຽງຈັນ ໃນຫົວຂໍ້ ການເພິ່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກ ນິກທີ່ເໝາະສົມເຂົ້າໃນການຜະລິດພືດຜັກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 25 ທ່ານ, ຍິງ 8 ທ່ານ. ໂດຍການເປັນປະທານຂອງ ທ່ານ ວັນນາລີ ໄຊສົງຄາມ ຮອງຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຊະນາຄາມ.
ຈຸດປະສົງ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ແລະ ພະນັກງານວິຊາການເມືອງ ທາງດ້ານແນວພັນ ແລະ ເຕັກນິກການຜະລິດ ໂດຍສະເພາະເຕັກການຜະລິດພືດຜັກໃນຊ່ວງລະດູຝົນ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ການຝຶກອົບຮົມໃນຄັ້ງນີ້ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບພາລະບົດບາດຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຜົນສໍາເລັດຂອງການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນ ເຊັ່ນ ການອະນຸລັກພັນ, ການສຶກສາພັນ, ການຄັດເລືອກພັນ ແລະ ການຂະຫຍາຍພັນ, ເຕັກນິກການປູກ ເຊັນ: ເຕັກ ນິກການປູກຜັກໃນເຮືອນຮົມ, ການຈັດການນໍ້າໃຫ້ແກ່ພືດຜັກທີ່ເໝາະສົມໃນຊ່ວງລະດູແລ້ງ ແລະ ລະດູຝົນ, ແລະ ເຕັກນິກການຫຼຸດຕົ້ນທຶນການຜະລິດຜັກ, (2). ພາກປະຕິບັດໂຕຈິງ ນັກສໍາມະນາກອນໄດ້ປະຕິບັດໂຕຈິງກ່ຽວກັບການຜະລິດຈຸລິນຊີສັງເຄາະແສງເພື່ອໃຊ້ໃນການປັບປຸງດິນ ແລະ ເຕັກນິກການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງເພື່ອໃຊ້ໃນການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ເຊັນ: ພະຍາດຣາແປງ, ພະຍາດຣານໍ້າຄ້າງ, ໄຮ ແລະ ເພ້ຍ ເປັນຕົ້ນ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນປະສົບການເຊິ່ງກັນ ແລະ ກັນ. ຜົນຂອງການສົນທະນາພົບວ່າຊາວກະສິກອນຍັງປະສົບຫຼາຍບັນຫາໃນການຜະລິດພືດຜັກ ເຊັ່ນ: ຕົ້ນທຶນການຜະລິດສູງເນື່ອງຈາກປັດໃຈການຜະລິດ ເຊັ່ນ: ຝຸ່ນ ແລະ ຢາປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດທີ່ມີລາຄາສູງຂຶ້ນຫຼາຍກວ່າ 2 ເທົ່າ, ສະພາບການປ່ຽນແປງຂອງດິນຟ້າອາກາດ, ມີຂໍ້ຈໍາກັດທາງດ້ານຄວາມຮູ້ທາງດ້ານເຕັກນິກການປູກ ໂດຍສະເພາະເຕັກນິກການປູກຜັກໃນຊ່ວງລະດູຝົນ, ແນວພັນສໍາຫຼັບປູກໃນລະດູຝົນຍັງມີຈໍາກັດ ແລະ ຂໍ້ຈໍາກັດໃນການເຂົ້າເຖິງຕະຫຼາດ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ຈະເປັນກ້າວໜຶ່ງທີ່ສໍາຄັນທີ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ນໍາເອົາບົດຮຽນໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຕຈິງຂອງຕົນ ເພື່ອຫຼຸດຜ່ອນຄວາມສ່ຽງ ແລະ ສາມາດເພິ່ມລາຍຮັບໃຫ້ສູງຂຶ້ນ. ນອກຈາກນັ້ນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການ AFACI_Breeding ຍັງໄມ້ມອບອະປະກອນທີ່ໃຊ້ເຂົ້າໃນການຜະລິດ ເຊັ່ນ ເມັດພັນໝາກເລັນ ແລະ ຝຸ່ນນໍ້າຊີວະພາບຈໍານວນໜຶ່ງໃຫ້ແກ່ຊາວກະສິກອນເພື່ອນໍາໄປໃຊ້ເຂົ້າໃນການຈັດຕັ້ງປະຕິບັດ.
ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ