ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ໂອເປ (OFE Co. Ltd) ຂອງປະເທດ ສ. ເກົາຫຼີ
ລັດຖະບານໄດ້ມີວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາດ້ານເສດຖະກິດ, ເຊິ່ງດ້ານວຽກງານກະສິກໍາ ແມ່ນເນັ້ນໃສການລຸດຜ່ອນການນໍາເຂົ້າສິນຄ້າ ແລະ ເພີ່ມການສົ່ງອອກສິນຄ້າກະສິກໍາ ເພື່ອນໍາເຂົ້າເງິນຕາຕ່າງປະເທດ. ສະນັ້ນ ໂຄງການ ສ້າງສູນຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີເພື່ອເກັບຮັກສາຜະລິດຕະພັນກະສິກໍາ (Project for Construction of Technology of R&D Center for Agricultural Storage) ຈຶ່ງຖືໄດ້ວ່າ ເປັນໂຄງການທີ່ມີຄວາມສໍາຄັນໂຄງການນຶງ ເຊິ່ງຈະຊອຍໃນການເກັບຮັກສາຜະລິດຕະພັນກະສິກໍາ ເພື່ອຕຽມສົ່ງອອກໄປຂາຍຢູ່ຕ່າງປະເທດ ແລະ ຈະຊອ່ຍໃນການນໍາເງິນຕາເຂົ້າມາສູ່ ສປປລາວ. ໂຄງການນີ້ ເປັນໂຄງການ ຊ່ວຍເຫຼືອລ້າ ທີ່ເນັ້ນໃສການປັບປຸງວິທະຍາການຫຼັງການເກັບກ່ຽວ ນັບແຕ່ ການຕອບສະໜອງເຄື່ອງປູກ, ເຄື່ອງກ່ຽວ, ໂຮງອົບ, ໂຮງຄັດເມັດພືດ, ພາຮານະຮັບໃຊ້ການຜະລິດ, ສາງເຢັນສໍາລັບເກັບເມັດພືດ ແລະ ຜະລິດຕະພັນພືດ, ການຝືກອົບຮົບສ້າງຄວາມເຂັ້ມແຂງ ເຊິ່ງໂຄງການມີມູນຄ່າທັງໝົດ 7 ລ້ານໂດລາ ສະຫະລັດ ແລະ ຈະໄຊ້ເວລາໃນການຈັດຕັ້ງປະຕິບັດຮ່ວມກັນ 5 ປີ (2023-2027) ເຊິ່ງແມ່ນ ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີ ມີໜ້າທີ່ຮັບຜິດຊອບ ແລະ ຈັດຕັ້ງປະຕິບັດຮ່ວມກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ໃນຕອນບ່າຍຂອງວັນທີ 16/6/2022 ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີຂຶ້ນ ທີ່ຫ້ອງພະຊຸມສຳນັກສະຖາບັນ, ຕາງໜ້າກະຊວງກະສິກຳ ແລະ ປ່າໄມ້ ລົງນາມໂດຍທ່ານ ອປ ນາງ ໃຈບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຕາງໜ້າບໍລີສັດ OFE Co, ລົງນາມໂດຍ ທ່ານ Youngcher-Ham, ປະທານ ບໍລິສັດ OFE Co. Ltd, ມີທ່ານ ສີປະໄພ ໄຊສົງຄາມ ຫົວໜ້າຫ້ອງການກະຊວງກະສິກຳ ແລະ ປ່າໄມ້, ພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມເປັນສັກຂີພະຍານ.
ໃນການເຊັນບົດບັນທຶກຄວາມເຂົ້າໃຈໃນຄັ້ງນີ້ ເພື່ອເປັນການແບ່ງໜ້າວຽກກັນ ໃນການກະກຽມ ໂຄງການເຊັ່ນ:
- ບໍລິສັດ OFE Co. Ltd ຂອງ ປະເທດ ສ. ເກົາຫຼີ ມີໜ້າທີ່ຮັບຜິດຊອບດັ່ງນີ້:
– ຮ່າງບົດສະເໜີໂຄງການຢ່າງລະອຽດ.
– ຊອກຫາ ແລະ ຈັດສັນ ງົບປະມານ ສໍາລັບໃຊ້ຈ່າຍຕ່າງໆ ໃນການກະກຽມ ແລະ ຈັດຕັ້ງປະຕິບັດ ໂຄງການ.
– ປະສານ ແລະ ຊຸກຍູ້ ພາກສ່ວນກ່ຽວຂ້ອງ ຂອງ ສ.ເກົາຫລີ ໃນການອະນຸມັດ ໂຄງການ.
– ເຮັດບົດລາຍງານ ຄວາມຄືບໜ້າ ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການ ໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສ.ເກົາຫລີ ແລະ ສປປລາວ ຊາບ ທຸກໆ 3 ເດືອນ, 6 ເດືອນ ແລະ 1 ປີ.
- ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຮັບຜິດຊອບ ດັ່ງນີ້:
– ຮ່ວມກັບ ບໍລິສັດ OFE Co. Ltd ສະໜອງຂໍ້ມູນທີ່ຈໍາເປັນ ແລະ ຊ່ວຍປັບປຸງບົດສະເໜີໂຄງການໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງ ສປປ ລາວ.
– ກໍານົດ ແລະ ສະໜອງ ພື້ນທີ່ກໍ່ສ້າງໂຄງການທີ່ເໝາະສົມ.
– ຄົ້ນຄວ້າ ແລະ ສະເໜີ ຂໍອະນຸມັດ ຮັບເອົາການຈັດຕັ້ງປະຕິບັດໂຄງການ ຈາກພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ.
– ແຕ່ງຕັ້ງ ພະນັກງານ ແລະ ຈັດສັນຫ້ອງການປະສານງານ ການກະກຽມ ແລະ ຈັດຕັ້ງປະຕິບັດ ໂຄງການ.
– ເຮັດບົດລາຍງານ ຄວາມຄືບໜ້າ ການກະກຽມ ແລະ ການຈັດຕັ້ງປະຕິບັດໂຄງການ ໃຫ້ພາກສ່ວນກ່ຽວຂ້ອງ ຂອງ ສປປ ລາວ ຊາບ ທຸກໆ 3 ເດືອນ, 6 ເດືອນ ແລະ 1 ປີ.
ພາບ-ຂ່າວ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້