ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 2 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_1388

            ໃນວັນທີ 30 ພຶດສະພາ 2022 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫຼວງວຽງຈັນ,  ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ເປີດງານຕະຫຼາດນັດນະວັດຕະກຳກະສິກຳ ໃນ ສປປ ລາວ ຊຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາຊ່າ ຮາຢັດ ຜູ້ຕາງໜ້າອົງການອາຫາ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ ພາຍໃນງານຈະມີການໂອ້ລົມສົນທະນາ ແລະ ການນໍາສະເຫນີ ຫຼາຍຫົວຂໍ້ເຊັ່ນ:  ນະວັດຕະກໍາກະສິກຳມີທ່າແຮງອັນໃຫຍ່ຫຼວງໃນ ສປປ ລາວ ເພື່ອເພີ່ມລາຍຮັບຂອງຊາວກະສິກອນ, ປັບປຸງຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການ ແລະ ຊ່ວຍໃຫ້ການຄຸ້ມຄອງຊັບພະຍາກອນທຳມະຊາດແບບຍືນຍົງ. ຈຸດປະສົງຂອງງານແມ່ນ ເພື່ອເປັນເວທີ ເພື່ອຍົກໃຫ້ເຫັນ ແລະ ແລກປ່ຽນຄໍາຄິດເຫັນ ແລະ ອໍານວຍຄວາມສະດວກໃຫ້ແກ່ການພົວພັນຄູ່ຮ່ວມມື ລະຫວ່າງ ບັນດາພາກສ່ວນທີ່ກ່ຽວຂ້ອງ ນັບແຕ່ຊາວກະສິກອນເຖິງນັກລົງທຶນ ແລະ ຜູ້ວາງນະໂຍບາຍ ເພື່ອສົ່ງເສີມການປະດິດສ້າງ/ນະວັດຕະກຳ ກະສິກໍາ.

IMG_1421 IMG_1434 IMG_1438

ງານຕະຫຼາດນັດຈະດຳເນີນເປັນເວລາ 4 ວັນເຕັມແຕ່ວັນທີ 30 ພຶດສະພາ ຫາ ວັນທີ 2 ມິຖຸນາ, ໂດຍມີພາກສ່ວນກ່ຽວຂ້ອງເຖິງນະວັດຕະກໍາກະສິກຳ ກວ່າ 50 ພາກສ່ວນ, ເປັນຕົ້ນແມ່ນຜູ້ຜະລິດກະສິກຳ, ຜູ້ສະໜອງປັດໃຈກະສິກຳ ແລະ ບັນດານັກທຸລະກິດກະສິກຳ ຈາກທົ່ວປະເທດ ເຂົ້າຮ່ວມວາງສະແດງ ແລະ ຂາຍສິນຄ້າ. ນີ້ແມ່ນໂອກາດອັນລ້ຳຄ່າ ເພື່ອນຳບັນດາກຸ່ມຊາວກະສິກອນ ແລະ ສະມາຄົມ, ຊາວກະສິກອນຂະໜາດນ້ອຍ ແລະ ບັນດາວິສາຫະກິດກະສິກຳເຂົ້າໃກ້ຜູ້ບໍລິໂພກ. ງານວາງສະແດງຈະມີຮ້ານວາງສະແດງນະວັດຕະກຳກະສິກຳທຸກປະເພດ, ລວມທັງຜະລິດຕະພັນ ແລະ ການບໍລິການ ແລະ ມີການປຶກສາຫາລື ກ່ຽວກັບ ການຮ່ວມມືທີ່ມີທ່າແຮງ ລະຫວ່າງ ບັນດາພາກສ່ວນກ່ຽວຂ້ອງ. ງານຕະຫຼາດນັດເປີດກວ້າງໃຫ້ບຸກຄົນທົ່ວໄປເຂົ້າຮ່ວມ.

ໃນຂະນະດຽວກັນກັບງານຕະຫຼາດນັດ, NAFRI ຍັງຈະເປັນເຈົ້າພາບຈັດລາຍການນຳສະເໜີ ແລະ ໂອ້ລົມສົນທະນາ ໂດຍເນັ້ນໃສ່ການຄົ້ນຄວ້າ ແລະ ພັດທະນານະວັດຕະກຳກະສິກຳ ແລະ ການພັດທະນາຂີດຄວາມສາມາດ. ການສົນທະນາຄັ້ງທຳອິດ ລວມມີບັນດາຄະນະນຳຈາກຫຼາຍພາກສ່ວນກົມທີ່ກ່ຽວຂ້ອງຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງຊາວກະສິກອນ ເພື່ອແລກປ່ຽນທັດສະນະ ແລະ ປຶກສາຫາລື ກ່ຽວກັບ ວິທີການປັບປຸງນະວັດຕະກຳກະສິກຳຢູ່ ສປປ ລາວ. ການນຳສະເໜີ ແລະ ການສົນທະນາຄັ້ງທີ 2 ແມ່ນແນໃສ່ໃຫ້ຊາວກະສິກອນໜຸ່ມ, ນັກຄົ້ນຄວ້າ, ນັກສຶກສາ ແລະ ຜູ້ປະກອບການ ມີໂອກາດໄດ້ສະເໜີບົດເລື່ອງ ແລະ ສິ່ງທ້າທາຍໃນນະວັດຕະກຳກະສິກຳໃຫ້ແກ່ຜູ້ວາງນະໂຍບາຍ. ການໂຕ້ວາທີ ຂອງ ນັກສຶກສາ ແລະ ການແຂ່ງຂັນ ກ່ຽວກັບ “ວິໄສທັດຂອງພວກເຮົາສໍາລັບການປະດິດສ້າງກະສິກໍາ” ຍັງເປັນຈຸດເດັ່ນຂອງກິດຈະກໍານີ້.

IMG_1836 IMG_1840 IMG_1867-2

ໃນມື້ສຸດທ້າຍຂອງງານ (2 ມິຖຸນາ), NAFRI ຈະເປັນປະທານກອງປະຊຸມສໍາມະນານໍາສະເຫນີຜົນການຄົ້ນຄວ້າໃນຂົງເຂດກະສິກໍາ, ປ່າໄມ້ ແລະ ການພັດທະນາຊົນນະບົດ. ການນໍາສະເຫນີ ແລະ ການປຶກສາຫາລື ແລະ ການສໍາມະນາທັງຫມົດໃນຊ່ວງງານຕະລາດນັດ ແມ່ນເປີດກວ້າງໃຫ້ບຸກຄົນທົ່ວໄປມີສ່ວນຮ່ວມ.

IMG_1968 IMG_2007 IMG_2048 IMG_1984 IMG_2008 IMG_2021 IMG_2059 IMG_2079 IMG_2083

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

 

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com