ຝຶກອົບຮົມເຕັກນິກການຜະລິດພືດຜັກໃຫ້ມີຄຸນນະພາບ ແລະ ການເຊື່ອມໂຍງເຂົ້າສູ່ການຕະຫຼາດ

 IMG_2101 IMG_2113

ໃນວັນທີ່ 3 ມິຖຸນາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ໃນຫົວຂໍ້ ເຕັກນິກການຜະລິດຜັກໃຫ້ມີຄຸນນະພາບ ແລະ ການເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 50 ທ່ານ, ຍິງ 18 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ກົມພັດທະນາຊົນນະບົດ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ຜະລິດຕະພັນກະສິກໍາ, ຂະແໜງປູກຝັງ, ຂະແໜງພັດທະນາຊົນນະບົດ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ໂຮງຮຽນເຕັກນິກດົງຄໍາຊ້າງ, ສູນຄົ້ນຄວ້າສາລີ ແລະ ພືດເສດຖະກິດ, ສູນຄົ້ນຄວ້າກະສິກຳຕໍ່ກັບ ການປ່ຽນແປງດິນຟ້າອາກາດ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້ ແລະ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສກປພ). ການຝຶກອົບຮົມໄດ້ດໍາເນີນເປັນເວລາເຄິ່ງວັນ ໂດຍການເປັນຄູຝຶກຂອງຊ່ຽວຊານຈາກປະເທດເກົາຫຼີ. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດພືດຜັກໃຫ້ແກ່ນັກວິຊາການ ເພື່ອນໍາຜັນຂະຫຍາຍ ແລະ ເຜີຍແຜ່ໃຫ້ແກ່ຊາວກະສິກອນ. ການຝຶກອົບຮົມໃນຄັ້ງນີ້ ນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບ ເຕັກນິກການຜະລິດຜັກເພື່ອເພິ່ມຜົນຜະລິດແບບຢັ້ງຢືນໂດຍສະເພາະເຕັກນິກການສຽບຍອດ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດທີ່ສໍາຄັນຂອງພືດຜັກ, ການນໍາໃຊ້ເຄື່ອງກົນຈັກເຂົ້າໃນການຜະລິດພືດຜັກຂອງປະເທດເກົາຫຼີ, ເຕັກນິກຫຼັງການເກັບກ່ຽວ ແລະ ການເຂົ້າເຖິງຕະຫຼາດຂອງພືດຜັກ. ນອກຈາກນັ້ນ, ໄດ້ລົງຢ້ຽມຢາມ ຫ້ອງທົດລອງ ແລະ ເຄືອງກົນຈັກກະສິກໍາ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໝາກ. ການຝຶກອົບຮົມໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິ່ງນັກສໍາມະນາກອນສ່ວນໃຫຍ່ໄດ້ຊີ້ໃຫ້ເຫັນເຖິງຄວາສໍາຄັນ ແລະ ຄວາມຈໍາເປັນໃນການຜະລິດພືດຜັກຂອງຊາວກະສິກອນຢູ່ແຕ່ລະທ້ອງຖິ່ນ ໂດຍສະເພາະສະພາບການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດຜັກ, ປັດໃຈການຜະລິດທີ່ສູງຂຶ້ນ ແລະ ຂໍ້ຈໍາກັດທາງດ້ານແຮງງານໃນການຜະລິດ ເຊິ່ງການຝຶກອົບຮົມໃນຄັ້ງນີ້ຈະເປັນບາດກ້າວໜຶ່ງໃນການນໍາເອົາບົດຮຽນເພື່ອໄປເຜີຍແຜ່, ປັບໃຊ້ເຂົ້າໃນການຜະລິດ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບທີ່ເພິ່ມຂຶ້ນ.

IMG_2086 IMG_2104 IMG_2109 IMG_2118 IMG_2122 IMG_2126 IMG_2137

ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Dec 8, 2023 - Fri
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com