ພິທີມອບສາຍພັນເຂົ້າດີເດັ່ນທີ່ທົນນ້ຳຖ້ວມ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊາວນາ ບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ແລະ ຈຳປາສັກ
ໃນລະຫວ່າງວັນທີ 18-19 ພຶດສະພາ 2022 ນີ້ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ ເກົາຫຼີ ປະຈຳ ສປປ ລາວ, ໄດ້ມອບແນວພັນເຂົ້າທົນນ້ຳຖ້ວມ ສາຍພັນໃໝ່ ໃຫ້ຊາວນາ ບ້ານເປົ້າໝາຍ ທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃຫ້ ເມືອງ ຈຳພອນ, ແຂວງສະຫວັນນະເຂດ(ວັນທີ 18) ແລະ ເມືອງຊະນະສົມບຸນ, ແຂວງ ຈຳປາສັກ(ວັນທີ 19) ພາຍໃຕ້ໂຄງການ (ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ).
ໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ຫົວໜ້າ ສູນໂກເປຍ, ສ ເກົາຫຼີ ປະຈຳ ສປປ ລາວ, ມີທ່ານ ຮອງເຈົ້າເມືອງ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫົວໜ້າສູນ ພ້ອມດ້ວຍປະຊາຊົນບ້ານເປົ້າໝາຍເຂົ້າຮ່ວມ.
ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວວ່າ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຫຼັກໃນການຄົ້ນຄວ້າ, ພັດທະນາແນວພັນພືດ ເພື່ອໃຫ້ທົນທານຕໍ່ກັບການປ່ຽນແປງສະພາບແວດລ້ອມ ໂດຍສະເພາະແມ່ນການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເຊິ່ງເປັນສະບຽງອາຫານຫຼັກຂອງປະຊາຊົນລາວ, ແຕ່ການຈະນຳເອົາແນວພັນໃໝ່ ລົງສູ່ພື້ນທີ່ທຳການຜະລິດນັ້ນ ເຫັນວ່າ ສະຖາບັນຍັງມີຂໍ້ຈຳກັດຫຼາຍດ້ານ ໂດຍສະເພາະງົບປະມານໃນການຜະລິດ ແລະ ການແຈກຢາຍ. ສະນັ້ນ ສະຖາບັນຈຶ່ງໄດ້ຂໍທຶນຈາກສູນໂກເປຍຈາກ ສ. ເກົາຫຼີ ປະຈຳ ສປປ ລາວເພື່ອສ້າງໂຄງການທີ່ມີຊື່ວ່າ: ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ.
ຈຸດປະສົງກໍເພື່ອທົດສອບການປັບຕົວ ຂອງແນວພັນທົນນ້ຳຖ້ວມ ທີ່ພັດທະນາຂຶ້ນມາໃໝ່ ໃນພື້ນທີ່ທຳການຜະລິດທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ, ເຊິ່ງເຂົ້າທີ່ນຳມາມອບຄັ້ງນີ້ມີທັງໝົດ 2 ໂຕ່ນ, ມອບໃຫ້ເມືອງຈຳພອນ, ແຂວງສະຫວັນນະເຂດ 1 ໂຕ່ນ, ເຊິ່ງມອບໃຫ້ 2 ບ້ານ ເປົ້າໝາຍຄື: ບ້ານສະຄຶ້ນເໝືອ ແລະ ບ້ານ ວັນຕະນາ, ເມືອງ ຊະນະສົມບູນ, ແຂວງຈຳປາສັກຈຳນວນ 1 ໂຕ່ນ, ມອບໃຫ້ກຸ່ມບ້ານ ຄີລີ ແລະ ກຸ່ມບ້ານ ຄຳຢາດ, ບ້ານລະ 500 ກິໂລກຼາມ ຄອບຄົວລະ 20 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ. ເພື່ອປູກໃນເນື້ອທີ່ 1,600 ຕາແມັດ, ເຊິ່ງຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ( 3 ໂຕ່ນ/ຮຕ).
ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຊໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້