National Agriculture and Forestry Research Institute

     IMG_0771 IMG_0705 IMG_0898

           ໃນລະຫວ່າງວັນທີ 17-18 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ກົມຈັດຕັ້ງ ແລະ ພະນັກງານ ໄດ້ມອບແນວພັນເຂົ້າຫອມທ່າດອກຄຳ 15 (ພັນເຂົ້າໜຽວ) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງ ຂອງແຂວງຄໍາມ່ວນຄື:ເມືອງຍົມມະລາດ, ມະຫາໄຊ,ເຊບັ້ງໄຟ ແລະ ເມືອງຫນອງບົກ ຈໍານວນ 4 ໂຕນ, ພາຍໃຕ້ “ໂຄງການຊ່ວຍໃຫ້ຊາວນາໄດ້ເຂົ້າເຖິງແຫຼ່ງແນວພັນໃໝ່ “.

ໃນການມອບເຂົ້າໃນຄັ້ງນີ້ນຳໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານ, ທ່ານ ເພັດສະໝອນ ຖານະສັກ, ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ມີຕາງໜ້າຈາກພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຮອງເຈົ້າເມືອງທັງ 4 ເມືອງເປົ້າໝາຍຄື: ເມືອງ ຍົມມະລາດ, ເມືອງ ມະຫາໄຊ, ເມືອງ ໜອງບົກ ແລະ ເມືອງ ເຊບັ້ງໄຟ ພ້ອມດ້ວຍ ປະຊາຊົນຈາກບ້ານເປົ້າໝາຍເຂົ້າຮ່ວມ.

ເຊິ່ງແນວພັນເຂົ້າທີ່ມາມອບຄັ້ງນີ້ ແມ່ນແນວພັນທີ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນມາ ເພື່ອຮອງຮັບກັບການປ່ຽນແປງ ຂອງສະພາບແວດລ້ອມ ເອີ້ນຊື່ວ່າ (ເຂົ້າຫອມທ່າດອກຄຳ 15) ເຊິ່ງເປັນແນວພັນເຂົ້າໜຽວຫອມ, ທົນນ້ຳຖ້ວມ, ທົນພະຍາດໃບໄມ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ. ປັດຈຸບັນແນວພັນນີ້ໄດ້ຍື່ນຈົດທະບຽນເປັນແນວພັນໃໝ່ ຢູ່ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລ້ວ.

ຈຸດປະສົງໃນການມອບແນວພັນໃນຄັ້ງນີ້ກໍເພື່ອສ້າງໂອກາດໃຫ້ຊາວນາ ລວມທັງຜູ້ດ້ອຍໂອກາດ, ຊົນເຜົ່າສ່ວນໜ້ອຍທີ່ຢູ່ໃນບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ ໄດ້ເຂົ້າເຖິງແນວພັນໃໝ່ ເພື່ອນຳໃຊ້ໃນການບັນເທົາຜົນກະທົບຈາກໄພນ້ຳຖ້ວມ. ເຊິິ່ງເປົ້າໝາຍບ້ານທີ່ໄດ້ຮັບແນວພັນໃນຄັ້ງນີ້ ມີຈຳນວນ 4 ບ້ານ ໃນຈຳນວນ 4 ເມືອງຂອງແຂວງຄຳມ່ວນຄື: ບ້ານໂພນແກ້ວ, ເມືອງ ຍົມມະລາດ, ບ້ານສ້າງພອກ ເມືອງ ມະຫາໄຊ, ບ້ານ ໂປ້ງກິນ ເມືອງໜອງບົກ ແລະ ບ້ານ ນາພອກ ເມືອງ ເຊບັ້ງໄຟ. ແນວພັນເຂົ້າທີ່ມາມອບໃນຄັ້ງນີ້ມີຈຳນວນ 4 ໂຕ່ນ, ມອບໃຫ້ເມືອງລະ 1 ໂຕ່ນ ເຊິ່ງໃຫ້ຄອບຄົວລະ 10 ກິໂລ ເພື່ອໄປປູກໃນເນື້ອທີ່ 1,600 ຕາແມັດ, ຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ(3ຕ/ຮຕ). ສາມາດນຳໄປປູກໄດ້ໃນນາແຊງ ປີ 2022-2023 ປະມານ 800 ຮຕ ແລະ ຈະໄດ້ເຂົ້າກິນທັງໝົດ 2,400 ໂຕ່ນ (3ຕ/ຮຕ).

IMG_0880 IMG_0828 IMG_0739IMG_0858IMG_0849 IMG_0806 IMG_0771 IMG_0747 IMG_0733 IMG_0767

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້