National Agriculture and Forestry Research Institute

    WhatsApp Image 2022-05-09 at 10.04.49

ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ສູນຄົ້ນຄວ້າປ່າໄມ້ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຄວາມຮັບຜິດຊອບໂດຍກົງໃນການຂະຫຍາຍພັນໄມ້ ແລະ ເຄື່ອງປ່າຂອງດົງ. ສະນັ້ນ, ເພື່ອໃຫ້ສໍາເລັດໜ້າວຽກທີ່ດັ່ງກ່າວຢ່າງເປັນຮຸບປະທໍາ ແລະ ມີວິທະຍາດສາດ ຈຶ່ງມີຄວາມຈໍາເປັນຢ່າງຫຍິ່ງ ທີ່ຈະຕ້ອງມີຄວາມເຂົ້າໃຈແຈ້ງເຖິງສະພາບການຜະລິດ, ຄວາມຕ້ອງການ ແລະ ການສະໜອງ ແນວພັນໄມ້ຢຸ່ໃນ ສປປ ລາວ ເພື່ອເປັນຂໍ້ມູນພື້ນຖານໃນການກໍານົດມາດຕະຖານ ແລະ ກົນໄກໃນການຂະຫຍາຍແນວພັນໄມ້ ແລະ ເຄື່ອງປ່າຂອງດົງຢ່າງຖືກຕ້ອງ ກ້າວໄປສູ່ການຊຸກຍູ້ການຜະລິດກະສິກໍາ ແລະ ປ່າໄມ້ ກຸ້ມຕົນເອງ ແລະ ສາມາດສົ່ງອອກສິນຄ້າໄປຍັງຕະຫຼາດຕ່າງປະເທດຢ່າງໝັ້ນທ່ຽງ.

ໂຄງການ ອະນຸລັກ ພັນທຸກຳໄມ້ ສັກ (ITTO Teak Project In Mékong) ເປັນ ໂຄງການນຶ່ງທີ່ໃຫ້ຄວາມສຳຄັນ ກ່ຽວກັບ ການ ອະນຸລັກ ພັນທຸກຳໄມ້ ສັກ ແລະ ສົ່ງເສີມການຄ້າ ທີ່ຖືກກົດໝາຍ ໄດ້ໃຫ້ການສະໜັບສະໜູນ ໃນວຽກງານດັ່ງກາວ.ຈາກ ການລົງຊູກຍູ້ເພື່ອເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນໃນການ ຄຸ້ມຄອງ ແລະ ສະໜອງແກ່ນພັນໄມ້ ໃຫ້ແກ່ການປູກປ່າ    ທີ່ ເມືອງ ເລົ່າງາມ ແຂວງ ສາລະວັນ, ແມ່ນໄດ້ກຳນົດເອົາ 3 ແຜນວຽກທີ່ເຫັນວ່າມີຄວາມສຳຄັນຄື: ແຜນວຽກທີ 1: ກຳນົດຂອບເຂດຊາຍແດນຂອງແຫຼ່ງແກ່ນພັນໄມ້ສັກໃຫ້ມີຄວາມຊັດເຈນ, ແຜນວຽກທີ 2: ປັບປຸງ ແລະ ເຜີຍແຜ່ ລະບຽບໃນການຄຸ້ມຄອງແຫຼ່ງແກ່ນໃຫ້ແກ່ ປະຊາຊົນບ້ານອ້ອມຂ້າງພື້ນທີ່ແຫຼ່ງແກ່ນໄມ້ສັກ, ແຜນວຽກທີ 3: ປູກຟື້້ນຟູເຂດຊຸດໂຊມທີ່ນອນໃນແຫຼ່ງແກ່ນພັນ, ຊື່ງມີເນື້ອທີ່ທັງໝົດ 36.7 ເຮັກຕາ  ມີຕົ້ນພໍ່ແມ່ນພັນໄມ້ສັກ 405 ຕົ້ນ ແລະ ສາມາດສະໜອງແກ່ນພັນໄດ້ປະມານ 3.000 ກິໂລ/ປີ.

WhatsApp Image 2022-05-09 at 10.04.49 (2) WhatsApp Image 2022-05-09 at 10.04.49 (1)

 

ສູນຄົ້ນຄວ້າປ່າໄມ້

ບຸນທະວີ ຈະເລີນສຸກ