ກອງປະຊຸມສະຫຼຸບການຜະລິດແນວພັນເຂົ້າ ປະຈຳ 5 ປີ(2016-2020) ແລະ ແຜນການ ປີ (2021-2025)
ໃນວັນທີ 7 ເມສາ 2022 ທີ່ຜ່ານມາ ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ແລະ ປະເມີນຜົນ ການຜະລິດແນວພັນເຂົ້າ ໃນໄລຍະ 5 ປີ (2016-2020) ແລະ ແຜນການທິດທາງ 5 ປີ (2021-2025), ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວໃນທີ່ປະຊຸມວ່າ: ການຜະລິດແນວພັນເຂົ້າແມ່ນ ໂຄງການບູລິມະສິດໜຶ່ງທີ່ສຳຄັນຍີ່ງຕໍ່ການພັດທະນາວຽກງານຂອງຂະແໜງກະສິກຳ ແລະ ປ່າໄມ້, ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ; ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ເຊິ່ງຢູ່ໃນໂຄງການຜະລິດເປັນສິນຄ້າ ແລະ ໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ຂອງລັດຖະບານ. ເພື່ອຜະລິດແນວພັນເຂົ້າທີ່ມີຄຸນນະພາບ ຮັບໃຊ້ 2 ເປົ້າໝາຍຫຼັກ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄື: 1) ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ (ໃຫ້ມີເຂົ້າກຸ້ມກິນພາຍໃນປະເທດ), 2) ຜະລິດກະສິກຳເປັນສິນຄ້າ (ໂດຍສະເພາະເຂົ້າຄຸນນະພາບ), ລັດຖະບານ ວາງເປົ້າໝາຍ ແລະ ປະເມີນຄວາມຕ້ອງການ ເຂົ້າເພື່ອບໍລິໂພກ ແລະ ເປັນສິນຄ້າ ຂອງ ສປປ ລາວ ຮອດປີ 2025 ແມ່ນ 4,2 ລ້ານໂຕນ.
ຕາມຄາດໝາຍໃນການຜະລິດແນວພັນເຂົ້າ ລຸ້ນ 1 ຈຳນວນ 50 ໂຕນ/ປີ ແລະ ລຸ້ນ 2 ຈໍານວນ 240 ໂຕນ/ປີ ໂດຍ 5 ສູນຫຼັກຜະລິດແນວພັນເຂົ້າທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄືື: ສູນຄົ້ນຄວ້າເຂົ້າ(ນາພອກ), ສູນຄົ້ນຄວ້າກະສິກຳທ່າສະໂນ, ສູນຄົ້ນຄວ້າກະສິກໍາພາກໃຕ້(ໂພນງາມ) , ສູນຄົ້ນຄວ້າກະສິກໍາເຂດເນີນສູງ(ຫ້ວຍໂຄດ) ແລະ ສູນຄົ້ນຄວ້າກະສິກໍາຫຼວງນ້ຳທາ). ສ່ວນ ລຸ້ນ 3 ຈຳນວນ 9.500 ໂຕນ/ປີ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ເປັນຜູ້ສົ່ງເສີມ 7 ສູນພັດທະນາກະສິກຳ, ກຸ່ມຜະລິດ ແລະ ຜູ້ປະກອບການ, ສ້າງເຄືອຂ່າຍການຜະລິດ ແລະ ຂະຫຍາຍແນວພັນເຂົ້າໃນຂອບເຂດທົ່ວປະເທດໃຫ້ເຂັ້ມແຂງ.
ໃນໄລຍະ 5 ປີ (2016-2020) ລຸ້ນ 1 ໄດ້ 623ໂຕນ ເທົ່າກັບ 249%; ລຸ້ນ 2 ໄດ້ 4.558ໂຕນ ເທົາກັບ 379% ແລະ ລຸ້ນ 3 ໄດ້ 34.472 ໂຕນ ເທົ່າກັບ 73%. ການຈໍາໜ່າຍເມັດພັນຍັງບໍ່ເປັນລະບົບດີ ບໍ່ມີການສັ່ງຈອງ ຮອດຍາມປູກຈຶ່ງຊອກຫາຊື້ນຳສູນ ສະຖານີ ເຮັດໃຫ້ເມັດພັນເຂົ້າເຫຼືອບໍ່ພໍ, ບໍ່ໄດ້ເມັດພັນຕາມຕ້ອງການຂອງຜູ້ບໍລິໂພກ, ຍັງມີການນໍາໃຊ້ເມັດພັນລຸ້ນ1 ແລະ ລຸ້ນ2 ປູກເພື່ອບໍລິໂພກ ແລະ ເປັນສິນຄ້າ ທົດແທນການຂາດເມັດພັນລຸ້ນ3.
ການຜະລິດເມັດພັນເຂົ້າຂອງໂຄງການຜະລິດແນວພັນເຂົ້າ ລຸ້ນ1 ແລະ ລຸ້ນ2 ບ້ວງແກ້ໄຂສຸກເສີນໄພພິບັດ ປີ 2019 ສາມາດຈັດຕັ້ງປະຕິບັດໄດ້ ທັງໝົດ 228,5 ໂຕນ, ໃນນັ້ນ ເມັດພັນເຂົ້າລຸ້ນ 1 ມີຈຳນວນ 15 ໂຕນ, ເມັດພັນເຂົ້າລຸ້ນ 2 ມີຈຳນວນ 213,5 ໂຕນ. ເມື່ອທຽບໃສ່ແຜນການຈັດຕັ້ງປະຕິບັດໂຄງການເຫັນວ່າ ໂຄງການສາມາດຈັດຕັ້ງປະຕິບັດໄດ້ 100% ຂອງແຜນການ, ແນວພັນດັ່ງກ່າວທາງໂຄງການຈະນຳໃຊ້ໃຫ້ເປັນທືນໝູນວຽນພາຍໃນສູນເປົ້າໝາຍ, ບໍລິການໃຫ້ແກ່ຊາວນາ, ຜູ້ປະກອບການທີ່ຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານ ແລະ ມີສ່ວນແຮໄວ້ເພື່ອແກ້ໄຂໃນເວລາເກີດໄພທຳມະຊາດຕາມການຊີ້ນຳຂອງຂັ້ນເທິງ.
ແຜນໃນຕໍ່ໜ້າ ໂດຍອີງຕາມພາລະບົດບາດ ຂອງສະຖາບັນ, ກົມສົ່ງເສີມ ແລະ ກົມປູກຝັງ ກ່ຽວກັບວຽກຜະລິດແນວພັນເຂົ້າ. 5 ສູນຄົ້ນຄວ້າ ທີ່ຂຶ້ນກັບສະຖາບັນ ຜະລິດ ລຸ້ນ 1 ແລະ ລຸ້ນ 2 ແລະ ອີກ 7 ສູນພັດທະນາກະສິກໍາ ທີ່ກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ບັນດາສູນ-ສະຖານີ ປະຈຳແຕ່ລະແຂວງຮັບຜິດຊອບຜະລິດ ລຸ້ນ 3. ກົມປູກຝັງສົມທົບກັບຂະແໜງປູກຝັງຢູ່ແຂວງ ຕິດຕາມ ກວດກາ ລະບົບ ລະບຽບ ແລະ ຄຸນນະພາບເມັດພັນເຂົ້າ ໃຫ້ໄດ້ມາດຕະຖານ ແຕ່ລະປະເພດແນວພັນ.
ຂ່າວໂດຍ: ຈັນທະສອນ ມະນີວົງ
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້