National Agriculture and Forestry Research Institute

           IMG_0517IMG_0305

            ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ ໄລຍະທີ VI. ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 26 ເມສາ 2022ນີ້, ໃຫ້ກຽດເຊັນໂດຍ ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ລໍຣິດ ປາເລນຕິນີ, (ຜູ້ອໍານວຍການ ອົງການ WWF-Laos) ມີບັນດາຫົວໜ້າ/ຮອງສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອເປັນສັກຂີພິຍານໃນການເຊັນບົດບັນທຶກໃນຄັ້ງນີ້.

ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວວ່າ: ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ V ໄດ້ປະສົບຜົນສຳເລັດຕາມທີ່ໄດ້ວາງແຜນງົບປະມານສຳລັບ 3 ປີ ແຕ່ ປີ 2018 ຫາ ປີ 2020 ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 28 ບ້ານ, ໃນ 6 ເມືອງ ແລະ 3 ແຂວງຄື: ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ ໂດຍການຮ່ວມມືຈາກຫລາຍພາກສ່ວນ ໂດຍສະເພາະພາກລັດຕັ້ງແຕ່ຂັ້ນສູນກາງ, ແຂວງ, ເມືອງ, ບ້ານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ແມ່ນຂອງລັດ ແລະ ພາກສ່ວນ ອຶ່ນໆ.ໃນນັ້ນ, ໂຄງການ ໄດ້ເຮັດສຳເລັດ  ວຽກງານຄຸ້ມຄອງຈັດສັນປ່າຫວາຍ ແລະ ໄມ້ປ່ອງ ໃນທຳມະຊາດໃຫ້ມີຄວາມຍືນຍົງ ໄດ້ 30.573 ເຮັກຕາ.

ການສືບຕໍ່ຮ່ວມມື ໃນໄລຍະ 2 ປີ (2022-2023) ລະຫວ່າງ NAFRI ແລະ ອົງການ WWF-Laos ພາຍໃຕ້ໂຄງການໄລຍະທີ VI ດັ່ງກ່າວ ແມ່ນຈະຮ່ວມຈັດຕັ້ງປະຕິບັດ 4 ວຽກງານຫຼັກ ໃນພື້ນທີ່ໂຄງການ ທີ່ກວມເອົາ 3 ແຂວງຄື: (ແຂວງ ບໍລິຄໍາໄຊ, ສາລະວັນ ແລະ ເຊກອງ) ໃນ 7 ເມືອງ, ກວມເອົາ 30 ບ້ານ ທີ່ຈະໄດ້ຮັບຜົນປະໂຫຍດ ຕໍ່ກິດຈະກໍາ ຂອງໂຄງການ, ລວມມີ:

ການສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍການຄຸ້ມຄອງແບບຍືນຍົງ ເຂດເນື້ອທີ່ປ່າໄມ້ທໍາມະຊາດ; ສົ່ງເສີມຄວາມຖືກຕ້ອງຕາມລະບຽບກົດໝາຍ ຂອງຕ່ອງໂສ້ການສະໜອງຫວາຍ ແລະ ໄມ້ປ່ອງ ເພື່ອຄວາມຍືນຍົງ; ສະໜັບສະໜູນການປັບໂຕຂອງຊຸມຊົນ ໂດຍຜ່ານວິຖີຊີວິດການເປັນຢູ່ ໃຫ້ອີງໃສ່ການປ່ຽນແປງຂອງລະບົບນິເວດ ແລະ ສະພາບດິນຟ້າອາກາດ; ສະໜັບສະໜູນຕໍ່ການຄົ້ນຄວ້າ ແລະ ປະເມີນຕ່ອງໂສ້ມູນຄ່າເພີ່ມ ຂອງຫວາຍ ໃນ ລາວ, ແລະ ກິດຈະກໍາອື່ນໆ. ເຊິ່ງໃຫ້ທຶນສະໜັບສະໜູນໂດຍຜ່ານ ອົງການ WWF-Laos ຈາກ IKEA ແລະ SIDA ເພື່ອຈັດຕັ້ງປະຕິບັດກິດຈະກໍາໂຄງການຈົນຮອດທ້າຍເດືອນທັນວາ 2023 ດ້ວຍງົບປະມານ 321,800 ດອນລາ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມມືກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການ ໃຫ້ປະສົບຜົນສໍາເລັດ ລະຫວ່າງຄູ່ຮ່ວມງານຫຼັກ ຂອງໂຄງການ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ ທັ້ງ 3 ແຂວງ ທີ່ນອນຢູ່ໃນໂຄງການ, ສະຖາບັນ NAFRI, ອົງການ WWF-Laos ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ທີ່ໄດ້ເຂົ້າຮ່ວມ ແລະ ຮັບຮອງເອົາກິດຈະກໍາໂຄງການ ເພື່ອໄປຈັດຕັ້ງປະຕິບັດ, ກອງປະຊຸມໄດ້ສິ້ນສຸດໃນເວລາ 12:00 ຂອງວັນດຽວກັນ.

IMG_0493 IMG_0504 IMG_0510 IMG_0514

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ນາງ ຂັນທະມາລາ ຈັນທະລັງສີ ຮອງຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້