National Agriculture and Forestry Research Institute

huyu

ໃນວັນທີ 20 ມີນາ 2022 ທາງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ຊາວກະສິກອນບ້ານຕົວແບບ 4 ບ້ານຄື: ບ້ານຫົວຫ້າ, ບ້ານສີມມະໂນ, ບ້ານທ່າແຂກ ແລະ ບ້ານ ຊາຍຟອງເໜືອ ໄດ້ມີການເຊັນສັນຍາການຊື້-ຂາຍຜັກສົດ ຮ່ວມກັບ ບໍລິສັດ ເມືອງລາວຟູດ ການເຊັນສັນຍາຊື້-ຂາຍຜັກ ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ຂອງລັດຖະບານ ກໍ່ຄືຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນການແກ້ໄຂຄວາມທຸກຍາກ ໂດຍຕິດພັນກັບການຜະລິດກະສິກໍາເພື່ອເປັນສິນຄ້າ ເຊິ່ງການເຊັນສັນຍາດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ ຕະຫຼາດລາວ ບ້ານສະພັງມຶກ ນະຕອນຫຼວງວຽງຈັນ.

ການເຊັນສັນຍາຊື້-ຂາຍຜັກ ຂອງຊາວກະສິກອນບ້ານຕົວແບບ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ເຊິ່ງເຂົ້າຮ່ວມ ໃນການເຊັນສັນຍາໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ບໍລິສັດ ເມືອງລາວຟູດ ແລະ ເປັນຜູ້ ອໍານວຍການ ຕະຫຼາດລາວ, ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ Dr. Lee Eungho ຜູ້ຈັດການໂຕງການ ປະຈໍາລາວ ແລະ ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ເຊິ່ງໃນການເຊັນສັນຍາ ດັ່ງກ່າວ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ລາຍງາານກ່ຽວກັບຄວາມຕ້ອງການຜັກໃນການຈໍາໜ່າຍໃນແຕ່ລະວັນ ເຊິ່ງປະກອບມີ ຜັກບົ່ວແບ່ງ 120 ກິໂລກຼາມ/ມື້, ຜັກຫອມປ້ອມ 60 ກິໂລກຼາມ/ມື້, ຜັກເຊີນາລີ 60 ກິໂລກຼາມ/ມື້, ຜັກສະຫຼັດ 60 ກິໂລກຼາມ/ມື້, ຜັດຫົມ 120 ກິໂລກຼາມ/ມື້, ແລະ ຜັກປະເພດໝາກ 120 ກິໂລກຼາມ/ມື້. ອີງຕາມຄວາມຕ້ອງການຜັກໃນແຕ່ລະວັນ ທາງຊາວກະສິກອນບ້ານຕົວແບບ 4 ບ້ານແມ່ນເຫັນດີ ແລະ ໄດ້ເຊັນສັນຍາ ໃນການຜະລິດໃຫ້ໄດ້ຕາມຈໍານວນທີ່ຕະຫຼາດລາວຕ້ອງການໃນແຕ່ລະວັນ ແລະ ທາງຕະຫຼາດລາວກໍ່ໄດ້ມີການຄໍ້າປະກັນທາງດ້ານລາຄາການຊື້-ຂາຍຜັກສົດ ຮ່ວມກັບຊາວກະສິກອນ ເພື່ອເຮັດໃຫ້ຊາວກະສິກອນບ້ານດັ່ງກ່າວສາມາດມີລາຍຮັບເພີ່ມຂຶ້ນ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

wvtv34st t y54ney 43wh6 3wv5t4vy

ຂຽນ ແລະ ຮຽບຮຽງ ໂດຍ: ສັກສະຫຍາມ ພະນົມສຸກ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ