National Agriculture and Forestry Research Institute

IMG_0363

          ໃນວັນທີ 01 ເມສາ 2022 ທີ່ ສະໂມສອນ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບດ້ານແນວພັນເພື່ອປຶກສາຫາລື ແບ່ງຄວາມຮັບຜິດຊອບດ້ານ ແລະ ແຜນດຳເນີນງານຄະນແຮັບຜິດຊອບດ້ານແນວພັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າ/ຮອງສູນ ແລະ ຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ລວມຜູ້ເຂົ້າທັງໝົດ 45 ທ່ານ (ເຂົ້າຢູ່ສະໂມສອນ 20 ທ່ານ ແລະ ທາງໄກ 25 ທ່ານ).

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນການຜ່ານຂໍ້ຕົກລົງສະບັບເລກທີ່ 0631/ກປ ລົງວັນທີ 16 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບດ້ານແນວພັນຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ການປຶກສາຫາລື ແບ່ງຄວາມຮັບຜິດຊອບ ປຶກສາຫາລືຮ່າງແຜນດຳເນີນງານ ຂອງຄະນະຮັບຜິດຊອບ ດ້ານແນວພັນ. ແນວພັນທີ່ດີແມ່ນປັດໃຈຫຼັກທີ່ສຳຄັນຫຼາຍຕໍ່ກັບການຜະລິດກະສິກຳ ເພື່ອໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສາມາດສົ່ງອອກເປັນສິນຄ້າໄດ້.

ໃນຕອນທ້າຍຂອງກອງປະຊຸມທ່ານປະທານໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມຕື່ມວ່າ: ໃຫ້ກອງເລຂາປັບປຸງເນື້ອໃນແຜນດຳເນີນງານ ແລະ ການແບ່ງຄວາມຮັບຜິດຊອບຂອງຄະນະໃຫ້ສຳເລັບໂດຍໄວ ແລະ ມອບໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຜັນຂະຫຍາຍໂດຍການປະສານສົມທົບສັງລວມສ້າງເປັນແຜນໂຄງການລະອຽດ ເພື່ອມາຜ່ານເປັນເອກະພາບໃນກອງປະຊຸມຄັງຕໍ່ໄປ. ກອງປະຊຸມດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນເວລາ 12:00 ໂມງ ຂອງວັນດຽວກັນ.

IMG_0187 IMG_0148 IMG_0142 IMG_0399IMG_0387 IMG_0389

ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້