National Agriculture and Forestry Research Institute

ິຄູ

ໃນລະຫວ່າງ ວັນທີ 15 ຫາ 21 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ),  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ (ຮສສ), ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊທານີ, ຫ້ອງການ ກຸ່ມດົງໂດກ ໄດ້ເປີດຝຶກອົບຮົມວິຊາຊີບໄລຍະສັ້ນແບບເຄື່ອນທີ່ ກ່ຽວກັບ ການປະສົມພັນສັດນ້ຳ ຂຶ້ນຢູ່ ບ້ານວຽງແກ້ວ ກຸ່ມດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ແກ່ປະຊາຊົນ 8 ບ້ານ. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດພິທີການຝືກອົບຮົມໂດຍ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງ ເມືອງໄຊທານນີ ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 40 ເທື່ອຄົນ ໃນນັ້ນ, ມີນັກສຳມະນາກອນເຂົ້າຝຶກອົບຮົມ ຈຳນວນ 23 ຄົນ, ຍິງ 9 ຄົນ ໃຊ້ເວລາໃນການຝຶກ 7 ວັນ ໂດຍແມ່ນ ຄູຝຶກ ຈາກສູນຄົ້ນຄວ້າການປະມົງ ຈຳນວນ 4 ທ່ານ.

ຈຸດປະສົງການຝຶກອົບຮົມແມ່ນ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງອາຊີບຄົງທີ ເພື່ອແກ້ໄຂການຫວ່າງງານ ແລະ ແກ້ໄຂຄວາມທຸກຢາກໃຫ້ແກ່ປະຊາຊົນ ກຸ່ມດົງໂດກ ເມືອງໄຊຖານີ ນະຄອນຫຼວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ລວມມີທາງພາກທິດສະດີ 12 ຊົ່ວໂມງ ແລະ ປະຕິບັດຕົວຈິງ 30 ຊົ່ວໂມງ. ເຊິ່ງປະກອບມີຫົວຂໍ້: ເຕັກນິກການປະສົມພັນປາດູກ, ເຕັກນິກການປະສົມພັນປາເຂັງ, ເຕັກນິກການປະສົມພັນກົບ, ການເຮັດອາຫານໝັກເພື່ອສ້າງນຳ້ຂຽວໃນໜອງດິນ ແລະ ການປະສົມອາຫານໃຫ້ລູກປານ້ອຍແຕກໃໝ່ກິນ. ການຈັດຝຶກອົບຮົມວິຊາຊີບແບບເຄື່ອນທີ່ ຄັ້ງນີ້ ມີຜົນສໍາເລັດ ແລະ ໄດ້ຮັບການຕອບຮັບຈາກຜູ້ເຂົ້າຮ່ວມຝຶກອົບຮົມ ປັນຢ່າງດີ ແລະ ສາມາດປະເມີນໄດ້ວ່າ: ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນລະດັບ 90%. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດການຝຶກອົບຮົມໂດຍ ທ່ານ ຄຳປະດິດ ເຂັມມະນິດ ເຈົ້າເມືອງ ເມືອງໄຊທານີ. ນັກສຳມະນາກອນແຕ່ລະຄົນແມ່ນໄດ້ຮັບໃບຢັ້ງຢືນ ຈາກຫົວໜ້າສະຖານັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັກທະນາຊົນນະບົດ ເປັນຜູ້ເຊັນຢັ້ງຢືນໃຫ້ ເພື່ອໄວ້ໃຊ້ເປັນຫຼັກຖານ.

ອອ ປປ ສສ

ຂ່າວໂດຍ: ສົມພັນ ພິລະວົງ ສູນຄົ້ນຄວ້າການປະມົງ