National Agriculture and Forestry Research Institute

           WhatsApp Image 2022-04-04 at 10.27.11 (1)

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະະເພາະແມ່ນນະໂຍ ບາຍທາງດ້ານການຜະລິດໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ໂດຍສະ ເພາະພືດຜັກ, ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕະມິນ ແລະ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນ, ການປູກພືດຜັກເປັນການໃຊ້ປະໂຫຍດພື້ນທີ່ດິນທີ່ໃຫ້ຜົນຕອບແທນສູງ ແລະ ຈາກຂໍ້ມູນທາງດ້ານສະຖິຕິການຜະລິດຜັກໄລຍະຜ່ານມາເຫັນວ່າມີແນວໂນ້ມສູງຂຶ້ນ ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ,  ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການຮ່ວມມື ແລະ ສະໜັບສະໜູນທຶນຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນນະ ບົດ ສ. ເກົາຫລີ (KRC) ໄລຍະເວລາ 2019-2022. ເປົ້າໝາຍ ເພື່ອຄົ້ນຄວ້າ, ພັດທະນາແນວພັນ, ເຕັກນິກການຜະລິດທີ່ເໝາະສົມ, ເຕັກ ນິກຫລັງການເກັບກ່ຽວທີ່ດີ ແລະ ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ,ນັກສຶກສາ ແລະ ພະນັກງານວິຊາການເປັນຕົ້ນ. ສະນັ້ນ, ເພື່ອເປັນການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ.

ຕອນບ່າຍ ວັນທີ 1 ເມສາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ນ. ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຫົວໜ້າສູນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກເຂົ້າຮ່ວມ ທັງໝົດ ຈໍານວນ 12 ທ່ານ, ຍິງ 3 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ຜ່ານມາ ແລະ ປຶກສາຫາລືທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຢູ່ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື ບ້ານ ຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ບ້ານ ສິມມະໂນໃຕ້. ໃນກອງປະຊຸມ ປອ ລີ ອຶງໂຫ ຜູ້ຈັດການໂຄງການ ຈາກປະເທດເກົາຫຼີໃຕ້ ໄດ້ນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາເຊິ່ງທ່ານໄດ້ຊີ້ໃຫ້ເຫັນວ່າໂຄງການໄດ້ດໍາເນີນສໍາເລັດຫຼາຍກິດຈະກໍາ ເຊັນ: ໄດ້ສໍາເລັດການກໍ່ສ້າງອາຄານຫ້ອງການຫ້ອງທົດລອງ, ເຮືອນແປຮູບຜະລິດຕະພັນຜັກ, ເຮືອນຮົ່ມ, ເຄືອງກົນຈັກກະສິກໍາ, ເຄືອງໃຊ້ຫ້ອງທົດລອງ ແລະ ເຄືອງໃຊ້ຫ້ອງການຕ່າງ, ໄດ້ທົດສອບ ແລະ ຄັດເລືອກສາຍພັນໝາກເລັ່ນ, ໝາກເຜັດ ແລະ ໝາກແຕງ, ໄດ້ສໍາເລັດການ ຈັດຕັ້ງກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ແລະ ໄດ້ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ພະນັກງານວິຊາການໂດຍຜ່ານການຝຶກອົບຮົມ ແລະ ການທັດສະນະສຶກສາໄດ້ຫຼາຍກວ່າ 150 ເທື່ອຄົນ. ນອກຈາກນັ້ນ, ທາງໂຄງການຍັງໄດ້ເຜີຍແຜ່ຜົນສໍາເລັດຂອງໂຄງ ການໃຫ້ອອກສູ່ສັງຄົມໃນຫຼາຍຊ່ອງທາງເປັນຕົ້ນແມ່ນທາງຊື່ສັງຄົມອອນລາຍ ເຊັນ ໂທລະພາບ, ໜັງສືພິມ, ເວບໄຊ, ຢູທູບ, ເຟດບຸກ ແລະ ຈົດໝາຍຂ່າວ ຂອງຫຼາຍສໍານັກ ເຊັນ ສໍານັກຂ່າວຂອງກະຊວງກະສິກໍາ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໜັງສືພິມວຽງຈັນທາມ ແລະ ວຽງຈັນໃໝ່ເປັນຕົ້ນ. ແລະ ທ່ານໄດ້ນໍາສະເໜີທິດທາງ ແລະ ແຜນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊັ່ນ: ສຶບຕໍ່ສະໜັບສະໜູນເຮືອນຮົ່ມ ຈໍານວນ 184 ຫຼັງ, ແນວພັນ, ການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການປູກ ແລະ ຫຼັງການເກັບກ່ຽວ ເປັນຕົ້ນ. ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຂອງຄະນະກໍາມະການຕໍ່ຜົນການຈັດຕັ້ງປະຕິບັດ ແລະ ແຜນຕໍ່ໜ້າ ເຊິ່ງປະກອບມີຈຸດທີ່ສໍາຄັນ ຄື ການຄຸມຄອງ ແລະ ນໍາໃຊ້ອຸປະກອນຕ່າງໆໂດຍສະເພາະເຄືອງມືນໍາໃຊ້ໃນຫ້ອງທົດລອງ, ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ຊາວກະສິກອນທາງດ້ານເຕັກນິກການປູກ, ການແປຮູບ ແລະ ການຕະຫຼາດຜັກໂດຍສະເພາະການຊອກຫາຜູ້ປະກອບການໃຫ້ເຂົ້າມາມີສ່ວນຮ່ວມ.

WhatsApp Image 2022-04-04 at 10.27.30 WhatsApp Image 2022-04-04 at 10.27.31 WhatsApp Image 2022-04-04 at 10.27.11 WhatsApp Image 2022-04-04 at 10.27.11 (2) WhatsApp Image 2022-04-04 at 10.27.10 WhatsApp Image 2022-04-04 at 10.27.10 (2) WhatsApp Image 2022-04-04 at 10.27.10 (1)