National Agriculture and Forestry Research Institute

 

WhatsApp Image 2022-03-10 at 09.34.25ເພື່ອຜັນຂະຫຍາຍວ່າລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ວາງໄວ້ ຂະແໜງການກະສິກໍາ ແລະ ປ່າໄມ້ ແມ່ນຂະແໜງງານໜຶ່ງທີ່ປະກອບສວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກໍ່ຄື ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດໃຫ້ເປັນສິນຄ້າເພື່ອສົງອອກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ເຮັດໜ້າທີໃນການຄົ້ນຄວ້າທາງດ້ານແນວພັນພືດ, ແນວພັນສັດ, ແນວພັນສັດນໍ້າ ແນວພັນໄມ້ອຸດສາຫະກໍາ. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີໜ້າທີ່ຄົ້ນຄວ້າ ແລະ ສະໜອງແນວພັນພືດຜັກ ແລະ ໄມ້ໃຫ້ໝາກໃຫ້ພຽງພໍຕໍ່ກັບການຜະລິດ ເຊິ່ງເປົາໝາຍໃນການຜະລິດແນວພັນພືດຜັກລຸ້ນ1 ແລະ ລຸ້ນ2 ປະມານ 6000 ກິໂລກຼາມໃນໄລຍະ 3 ປີ ໃນນັ້ນປະກອບມີ ແນວພັນຜັກສະຫຼັດ, ຜັກຊີ, ຫອມປ້ອມ, ຜັກກາດ, ຜັກຫົມ, ໝາກເຜັດ, ໝາກເຂືອ,  ແລະ ໝາກເລັ່ນ ປະຈຸບັນນີ້ສາຍພັນພືດຜັກທີ່ດີເດັ່ນທາງດ້ານຜົນຜະລິດ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສາມາດຄົ້ນຄວ້າໄດ້ມີ 12 ຊະນິດພຶດຜັກ ຄື: ຖົ່ວຝັກຍາວ 5 ສາຍພັນ, ໝາກເຜັດ 10 ສາຍພັນ, ໝາກເຂືອ 11 ສາຍພັນ,  ໝາກເລັ່ນ 11 ສາຍພັນ, ໝາກແຕງ 6 ສາຍພັນ, ສະຫຼັດ 22 ສາຍພັນ, ຫອມປ້ອມ 2 ສາຍພັນ, ຜັກ ຊີ 2 ສາຍພັນ, ຜັກກາດຂີວ 2 ສາຍ, ຜັກກາດຊອມ 2 ສາຍພັນ, ຜັກຫົມ 2 ສາຍພັນ ແລະ ຜັກບົ່ວແບ່ງ 2 ສາຍພັນ.

ໃນວັນທີ 25 ກຸມພາ 2022 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການລິເລິ່ມທາງດ້ານອາ ຫານ ແລະ ການກະເສດເຂດອາຊີ (AFACI) ພາຍໃຕ້ໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນ ສປປ ລາວ ໄດ້ເປີດຝຶກອົບຮົມໃນຫົວຂໍ້  “ການຄັດເລືອກສາຍພັນພືດຜັກແບບມີສ່ວນຮ່ວມເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ” ຂຶ້ນທີຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຜູ້ເຂົ້າຮ່ວມທັງ  ໝົດ 30 ທ່ານ, ຍິງ 12 ທ່ານ ເຊິ່ງເປັນຊາວກະສິກອນກຸ່ມຜະລິດພືດຜັກ ບ້ານຫົວຫ້າ ເມືອງຫາດຊາຍຟອງ ນະຄອນ ຫຼວງວຽງຈັນ, ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ແມ່ນເພືອນໍາສະເໜີທາງດ້ານແນວພັນ ແລະ ເຕັກນິກອັນໃໝ່ທີ່ເໝາະສົມໃນການຍົກສະມັດຕະພາບຂອງຜະລິດເພື່ອນໍາໃຊ້ໃນການຜະລິດເປັນສິນຄ້າ ແລະ ການຄັດເລືອກແນວພັນພືດຜັກແບບມີສ່ວນຮ່ວມຂອງຊາວກະສິກອນ ໂດຍສະເພາະແນວພັນໝາກເລັ່ນເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ. ໃນກອງປະຊຸມ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະ ນາຊົນນະບົດ ໄດ້ຍົກໃຫ້ເຫັນເຖິງບັນຫາ ແລະ ຄວາມສໍາຄັນຂອງການຜະລິດຜັກເປັນສິນຄ້າ ໂດຍສະເພາະໃນປະຈຸບັນການຜະລິດພືດຜັກແມ່ນປະສົບບັນຫາຫຼາຍດ້ານ ເຊັ່ນ ການປ່ຽນແປງຂອງດິນຟ້າອາກາດແມ່ນສົ່ງຜົນເສຍຫາຍໂດຍກົງຕໍ່ກັບການຜະລິດ ໂດຍສະເພາະຊ່ວງລະດູຝົນ ອັນເນືອງມາຈາກມີຄວາມຊຸ່ມຊື້ນສູງ, ມີການລະບາດຂອງພະຍາດ ແລະ ແມງໄມ້ຫຼາຍ ເຮັດໃຫ້ໃນແຕ່ລະປີຈໍາເປັນຕ້ອງໄດ້ນໍາເຂົ້າຜະລິດຕະພັນຜັກຈາກຕ່າງປະເທດເປັນຈໍານວນຫຼາຍ, ເຊິງເປັນມູນຄ່າອັນມະຫາສານສານ ສະນັ້ນ, ການນໍາໃຊ້ແນວພັນ ແລະ ເຕັກນິກອັນໃໝ່ເປັນທາງເລືອກໜຶ່ງໃນການຍົກປະສິດທິພາບ ແລະ ຄຸນນະພາບຂອງຜົນຜະລິດໃຫ້ແກ່ຊາວໃນການຜະລິດເປັນສິນຄ້າ. ການຝຶກອົບຮົມໃນຄັ້ງນີ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ກ່ຽວກັບການຄັດເລືອກສາຍພັນໝາກເລັ່ນ, ໝາກເຜັດ, ໝາກເຂືອ,  ໝາກແຕງ, ຜັກສະຫຼັດ ແລະ ຜັກກາດ ແລະ ຜູ້ເຂົ້າຮ່ວມຍັງໄດ້ຮຽນຮູ້ທາງດ້ານເຕັກນິກໃນການເພິ່ມຜົນຜະລິດພືດຜັກ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ ເຕັກນິກການປູກຜັກໃນເຮທືອນຮົ່ມ, ການຈັດການນໍ້າ, ເຕັກນິກການໃສ່ຝຸ່ນ ແລະ ເຕັກນິກການຄວບຄຸມວັດສະພືດ. ນອກຈາກນັ້ນ, ໄດ້ຍັງໄດ້ເປີດໂອກາດໃຫ້ຊາວກະສິກອນໄດ້ສົນທະນາກ່ຽວກັບປະສົບການ ແລະ ບັນຫາຂອງການຜະລິດພືດຜັກໃນຊ່ວງລະດູແລ້ງ ແລະ ລະດູຝົນ. ຜົນຈາກການສົນທະ ນາຈະເຫັນໄດ້ວ່ານັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດ ຢູ່ຫຼາຍດ້ານ ເຊັນ: ຕົ້ນທຶນການຜະລິດສູງ, ຄວາມບໍ່ແນ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ, ນອກຈາກນັ້ນ, ການເຜິຍແພຂໍ້ມູນຂ່າວສານທາງດ້ານວິຊາການໃຫ້ລົງຊູ່ກຸ່ມຜູ້ຜະລິດໂຕຈິງໃນທອງຖິ່ນຍັງມີຈໍາກັດ.

WhatsApp Image 2022-03-10 at 09.34.28 WhatsApp Image 2022-03-10 at 09.34.31 WhatsApp Image 2022-03-10 at 09.34.38 WhatsApp Image 2022-03-10 at 09.34.41 WhatsApp Image 2022-03-10 at 09.34.45 WhatsApp Image 2022-03-10 at 09.34.49ພ້ິ່

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ