National Agriculture and Forestry Research Institute

IMG_9441-2

          ໃນຕອນເຊົ້າຂອງວັນທີ 18 ກຸມພາ 2022 ທີ່ຜ່ານມາ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບແບບຟ່ອມເກັບກຳຂໍ້ມູນ ແລະ ວິທີຄິດໄລ່ ປະເມີນຜົນເສຍຫາຍທາງດ້ານໄພພິບັດທຳມະຊາດ ໃນຂະແໜງກະສິກຳ ຢູ່ ສ ປປ ລາວ, ໂດຍການເປັນປະທານຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຫົວໜ້າ, ຮອງຫົວໜ້າສູນ, ວິຊາການ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພ້ຽງ (ທາງອອນລາຍ ແລະ ໃນຫ້ອງປະຊຸມ).

ທ່ານນາງ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວເປີດກອງປະຊຸມວ່າ: ໃນກອບຂະແໜງກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດແມ່ນມີບົດບາດ ແລະ ໜ້າທີ່ໃນການປະຕິບັດແຜນປະຕິດບັດງານແຫ່ງຊາດດ້ານກະສິກຳ-ຊີວະນາໆພັນແຫ່ງຊາດໄດ້ກຳນົດ 6 ລະບົບນິເວດຄື: 1) ລະບົບນິເວດກະສິກຳພື້ນຖານເຂົ້ານາປີ, 2) ລະບົບກະສິກຳແບບປະສົມປະສານ, 3) ລະບົບນິເວດກະສິກຳເຂດເນີນສູງ, 4)ລະບົບນິເວດປ່າໄມ້, 5) ລະບົບກະສິກຳການຄ້າ, 6) ລະບົບນິເວດດິນທາມ. ໃນແຕ່ລະລະບົບມີລັກສະນະສະເພາະທາງດ້ານຊີວະນາໆພັນທາງດ້ານກະສິກຳເຊິ່ງຈະດຳເນີນເປັນເວລາ 10 ປີ (2015-2025) ໂດຍມີບັນດາກະຊວງ, ຄະນະ ແລະ ຄູ່ຮ່ວມມືພັດທະນາ. ກະຊວງກະສິກຳ ແລະ ປ່າໄມ້ (MAF) ເປັນອົງການຈັດຕັ້ງ ປະຕິບັດຕົ້ນຕໍ ແລະ ພ້ອມກັບບັນດາກົມກອງອື່ນໆ. ສູນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ 5 ແຫ່ງຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ມີບົດບາດສຳຄັນໃນການຈັດຕັງ ປະຕິບັດຕາມຄຳສັ່ງວິຊາການຂອງຂະແໜງກະສິກຳ-ຊີວະນາໆພັນ.

IMG_9449

ໃນກອງປະຊຸມ ທ່ານ ປອ ປະລີກອນ ທະລົງແສງຈັນ ນັກຄົ້ນຄວ້າອາວຸໂສ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລາຍງານຜົນການເກັບກຳຂໍ້ມູນຈາກກະຊວງຂັ້ນສູນກາງ ແລະ ໃນ 6 ແຂວງຄື: ແຂວງ ອຸດົມໄຊ, ຫຼວງພະບາງ, ແຂວງວຽງຈັນ, ແຂວງບໍລິຄຳໄຊ, ແຂວງສະຫວັນນະເຂດ ແລະ ແຂວງອັດຕະປື ພ້ອມທັງນຳສະເໜີການນຳໃຊ້ແບບຟອມເກັບກຳຂໍ້ມູນຫຼືການສັງລວມຂໍ້ມູນໄພພິບັດ ແລະ ຜົນເສຍຫາຍໃນຂະແໜງກະສິກຳ ແລະ ປ່າໄມ້ ເຂົ້າໃນແບບຟອມ ຂອງອົງການອາຫານ ແລະ ການກະເສດ( FAO) ຮ່ວມມືກັບສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນຳອີກ.

IMG_9237 IMG_9465 IMG_9445

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານ ກະສິກຳ ແລະ ປ່າໄມ້