National Agriculture and Forestry Research Institute

           ຟໂະໂຖ ີກຮດຄ

          ໃນຕອນເຊົ້າຂອງວັນທິ 25 ມັງກອນ 2022 ຜ່ານມາ ກອງປະຊຸມ ລາຍງານຜົນການສຶກສາ “ແນວທາງສົ່ງເສີມ ການຜະລິດກະສິກຳແບບຄອບຄົວຢູ່ ສ ປປ ລາວ” ໄດ້ຈັດຂຶ້ນທີ ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ໂດຍຜ່ານທາງ ອອນລາຍ  Zoom) ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາຊ້າ ຮາຢັດ, ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ, ປະຈຳ ສ ປປ ລາວ, ມີທ່ານ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ຫົວພັນ ແລະ ສະຫວັນນະເຂດ, ມີຮອງຫົວໜ້າສູນ ແລະ ບັນດານັກຄົ້ນຄວ້າ ວິຊາການ  ແລະ ຂຽກຖືກເຊີນ ລວມທັງໝົດ 62 ທ່ານ ຜ່ານທາງ Zoom 55 ທ່ານ.

ໃນກອງປະຊຸມ ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວວ່າ: ການກະສິກຳແມ່ນເປັນພື້ນຖານໃຫ້ຫຼາຍກວ່າ 75% ຂອງປະຊາຊົນລາວ ໂດຍສະເພາະຜູ້ທີ່ຍັງອາໄສຢູ່ເຂດຊົນນະບົດ. ຂະແໜງການກະສິກຳໄດ້ກວມເອົາການຈ້າງງານ 70%, ແລະ ໄດ້ປະກອບສ່ວນ 16% ເຂົ້າໃນ GDP.

ລະບົບສະບຽງອາຫານໃນ ສປປ ລາວ ໄດ້ປະກອບໄປດ້ວຍປະຊາກອນຊົນນະບົດຂະໜາດໃຫຍ່ທີ່ມີໃຈກາງເມືອງນ້ອຍໆພຽງບໍ່ເທົ່າໃດແຫ່ງເທົ່ານັ້ນ, ແຕ່ລະຕົວເມືອງມີປະຊາກອນອາໄສຢູ່ໜ້ອຍກວ່າ 1 ລ້ານຄົນ. ຄອບຄົວທີ່ທຸກຍາກ ແລະ ເດັກນ້ອຍຂາດສານອາຫານແມ່ານຢູ່ໃນເຂດຊົນນະບົດສະນັ້ນ,ລະບົບສະບຽງອາຫານແບບຍືນຍົງ ຈຶ່ງຄວນແນໃສ່ໂດຍກົງໃນການເບິ່ງແຍງກະສິກຳແບບຄອບຄົວແລະສະໜອງລາຍຮັບແລະວຽກເຮັດງານທຳແກ່ພວກເຂົາຢ່າງເໝາະສົມ.ໃນປະຈຸບັນ,ຫຼາຍຄອບຄົວທີ່ຢູ່ຕາມຊົນນະບົດມີລາຍຮັບຈາກການຫັນປ່ຽນການເຮັດກະສິກຳແບບກຸ້ມກິນໄປສູ່ການເຮັດກະສິກໍາເພື່ອເປັນສິນຄ້າ ຫຼື ອີງຕາມຕະຫຼາດ.   ຍິ່ງໄປກວ່ານັ້ນ, ໃນວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້້າກໍ່ຖືເປັນອີກໜຶ່ງໂອກາດທີ່ມ່ພ້ອມກັບສິ່ງທ້າທາຍໃຫ້ຄອບຄົວຊາວກະສິກອນເຫຼົ່ານັ້ນເພີ່ມກໍາລັງການຜະລິດໂດບການນໍາໃຊ້ທ່າແຮງທີ່ພວກເຂົາມີເຂົ້າປະກອບສ່ວນໃນວຽກງານດັ່ງກ່າແຕ່ເຖິງຢ່າງໃດກໍ່ຕາມ,ສະເພາະຄອບຄົວຊາວກະສິກອນແລະເຄືອຂ່າຍຂອງພວກເຂົາທີ່ມີຢູ່ນັ້ນມັນຍັງອາດບໍ່ພຽງພໍທີ່ຈະເອື້ອອຳນວຍໃຫ້ພວກເຂົາເຈົ້າໄດ້ພັດທະນາການກະສິກຳ ແລະ ຮັບປະກັນໃຫ້ ລະບົບອາຫານພາຍໃນປະເທດເຮົາໃຫ້ມີຄວາມປອດໄພ ແລະ ຄວາມຍືນຍົງ.

ໃນກອງປະຊຸມຍັງມີການສົນທະນາແລກປ່ຽນປະສົບການ ແລະ ຄໍາຄິດເຫັນຈາກບັນດາບໍລິສັດ, ອົງກອນ ທີ່ເພີ່ນໄດ້ມີບົດຮຽນຫຼາຍອັນຜ່ານມາ ໃນການເຮັດວຽກສົ່ງເສີມໃກ້ຊິດກັບຄອບຄົວຊາວກະສິກອນໃນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່, ວຽກງານອາຫານ ແລະ ໂພຊະນາການນຳອີກ.

ພຳເຳ ່າຶາ ເຮ ່ຶຮ

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ