ການຝຶກອົມຮົ່ມໃນຫົວຂໍ: ການເພື່ມລາຍຮັບໃຫ້ຊາວກະສິກອນ ໂດຍການນໍາໃຊ້ແນວ ພັນ, ເຕັກນິກທີ່ເໝາະສົມ ແລະ ການແປຮູບຜະລິດຕະພັນ ພືດຜັກ ແລະ ກ້ວຍ
ໃນວັນທີ 27 ທັນວາ 2021 ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບໂຄງການ AFACI_APPT ໄດ້ຈັດຝຶກອົບຮົມໃນຫົວຂໍ້ການສ້າງລາຍຮັບໃຫ້ແກ່ຊາວກະສິກອນໂດຍການນໍາໃຊ້ແນວພັນ, ເຕັກນິກທີ່ເໝາະສົມ ແລະ ການແປຮູບຜະລິດຕະພັນ, ໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 31 ຄົນ, ຍິງ 16 ຄົນ. ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງການຝຶກໃນຄັ້ງນີ້ແມ່ນ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃຫ້ແກ່ຊາວກະສິກອນ ທາງດ້ານແນວພັນ, ເຕັກນິກ ແລະ ການແປຮູບຜະລິດຕະພັນຜັກ ແລະ ໄມ້ໃຫ້ໝາກໂດຍສະເພາະກ້ວຍ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ໃນການດໍາເນີນການຈັດຕັ້ງປະຕິບັດການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບພາລະບົດບາດຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຜົນສໍາເລັດຂອງການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນ ເຊັ່ນ ການອະນຸລັກພັນ, ການສຶກສາພັນ, ການຄັດເລືອກພັນ ແລະ ການຂະຫຍາຍພັນ, ເຕັກນິກການປູກ ເຊັນ ເຕັກນິກການປູກຜັກໃນເຮືອນຮົມ, ການຈັດການນໍ້າໃຫ້ແກ່ພືດຜັກທີເໝາະສົມ, ເຕັກນິກການລຸດຕົ້ນທຶນການຜະລິດຜັກ ແລະ ການເພິ່ມຜົນຜະລິດຜັກໃນຊ່ວງລະດູຝົນ, ເຕັກນິກຫຼັງການເກັບກ່ຽວ ເຊັນ ເຕັກນິກການແປຮູບກ້ວຍຕາກ, ການເຮັດໝາກເຜັດແຫ້ງ, ການເຮັດໂອດ, ການເຮັດໝາກເຂືອແຫ້ງ, ການເຮັດຖົ່ວເນົ່າ ແລະ ການເຮັດໜໍ່ໄມ້ແຫ້ງທີມີຄຸນນະພາບ, (2). ການລົງຢ້ຽມຍາມ ແລະ ແລກປ່ຽນຢູ່ພື້ນທີ່ໂຕຈິິງ ເຊັ່ນ ພື້ນທີ່ການສຶກສາ ແລະ ຈໍາແນກລັກສະນະປະຈໍາພັນໝາກກ້ວຍ, ໝາກເລັ່ນ ແລະ ຜັກກາດພັນພື້ນເມືອງລາວ, ການຄັດເລືອກແນວພັນໝາກເຜັດ, ການຄັດເລືອກແນວພັນໝາກເຂືອ ແລະ ການຄັດເລືອກແນວພັນຜັກສະຫຼັດ, ການປູກຜັກໃນເຮືອນຮົ່ມ ແລະ ການແປຮູບກ້ວຍຕາກ, ການເຮັດໝາກເຜັດແຫ້ງ, ການເຮັດໂອດ ແລະ ການເຮັດໝາກເຂືອແຫ້ງ ເປັນຕົ້ນ ແລະ ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ສົນທະນາແລກປ່ຽນປະສົບການທາງດ້ານຕ່າງ ທີ່ຜ່ານມາເຊິ່ງກັນ ແລະ ກັນ ຜົນຂອງການສົນທະນາພົບວ່າຊາວກະສິກອນຍັງປະສົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ ແລະ ການພັດທະນາ ທາງດ້ານ ວິທະຍາການຫຼັງການເກັບກ່ຽວຍັງຕໍ່າຫຼາຍ, ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້ຫຼາຍ ແລະ ຊາວກະສິກອນລາວສ່ວນໃຫຍ່ເປັນຊາວກະສິກອນຂະໜາດນ້ອຍ ເຊີ່ງໃນພື້ນທີ່ການຜະລິດຂອງເຂົາເຈົ້າມີການສູນເສຍຂ້ອນຂ້າງສູງ ເນື່ຶອງຈາກບໍ່ມີສ້າງເຢັນເກັບມ້ຽນ, ຫ້ອງຄັດຜົນຜະລິດ , ການຫຸ່ມຮໍ່ ເຊີ່ງເຮັດໃຫ້ການສູນເສຍມີສູງ ແລະ ມີທຶນຈໍາກັດໃນການລົງທຶນໃສ່ເຕັກນິກຫຼັງການເກັບກ່ຽວ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ຈະເປັນກ້າວໜຶ່ງທີ່ສໍາຄັນທີ່ເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ນໍາໄປຜັນຂະຫຍາຍເຂົ້າການຈັດຕັ້ງປະຕິບັດໂຕຈິງ ເພື່ອລຸດຄວາມສຽງ ແລະ ເພິ່ມລາຍຮັບຈາກການນໍາໃຊ້ແນວພັນ, ເຕັກນິກທີ່ເໝາະສົມ ແລະ ການແປຮູບຜະລິດຕະພັນໃຫ້ສູງຂຶ້ນ.
ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ