National Agriculture and Forestry Research Institute

        ້ະ້

ໃນວັນທີ 14/12/2021 ທາງສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນບົດ ຮ່ວມກັບ ໂຄງການ KRC ປະເທດເກົາຫຼີ ແລະ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງໄດ້ມີການລົງກວດກາ ຄວາມຄືບໜ້າໃນການກໍ່ສ້າງອາຄານ ແລະ ລະບົບເຮືອນຮົ່ມ ຂອງໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ບ້ານ ສິມມະໂນໃຕ້, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານຫົວຫ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງຮັບເໜົາໃນການກໍ່ສ້າງໂດຍ ບໍລິສັດ ວູຢອງ ກໍ່ສ້າງ ຈໍາກັດ (WJ).

ໃນການລົງກວດກາການກໍ່ສ້າງ ຄັ້ງນີ້ແມ່ນນໍາໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ Dr. Young In Ho ຕົວແທນໂຄງການ KRC ປະຈໍາປະເທດລາວ ແລະ ຄະນະກໍາມະການຈາກພາກສ່ວນຕ່າງໆ ເຂົ້າຮ່ວມ ໃນການກວດກາການກໍ່ສ້າງ ໃນນີ້ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະສານງານໂຄງການ ໄດ້ລາຍງານໃຫ້ຮູ້ວ່າ: ໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ແມ່ນມີຄວາມສໍາຄັນໃນການພັດທະນາການນໍາໃຊ້ເຕັກໂນໂລຊີ ເຂົ້າໃນການຜະລິດພືດຜັກຂອງຊາວກະສິກອນ ແລະ ການເພີ່ມຄວາມຮູ້ ແລະ ຄວາມສາມາດໃຫ້ແກ່ຊາວກະສິກອນ ເພາະໃນປັດຈຸບັນການຜະລິດພືດຜັກໃນລະດູຝົນ ແມ່ນມີຄວາມສ່ຽງຕໍ່ກັບການປ່ຽນແປງສະພາບດິນຟ້າອາກາດ ເຮັດໃຫ້ຜົນຜະລີດຂອງຊາວກະສິກອນຕົກຕໍ່າ ສະນັ້ນການນໍາໃຊ້ເຕັກໂນໂລຊີແມ່ນມີຄວາມຈໍາເປັນໃນການຜະລິດຜັກຂອງຊາວກະສິກອນ ດັ່ງນັ້ນ, ໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ ຈຶ່ງເປັນໂຄງການທີ່ສໍາຄັນໃນການຕອບສະໜອງເຕັກໂນໂລຊີ ໃຫ້ແກ່ຊາວກະສິກອນ ໃນການຜະລິດພືດຜັກ. ນອກຈາກນັ້ນ, ທ່ານ ປອ ຈັນສະໝອນ ພົງອຸດົມ ຍັງໃຫ້ຄໍາເຫັນຕໍ່ກັບການຈັດຈັ້ງປະຕິໂຄງການ ໂດຍສະເພາະແມ່ນໂຄງການດັ່ງກ່າວແມ່ນມີຄວາມສໍາຄັນຕໍ່ກັບຊາວກະສິກອນ ໂດຍການນໍາເອົາເຕັກນິກ ແລະ ເຕັກໂນໂລຊີດັ່ງກ່າວນໍາໃຊ້ເຂົ້າໃນການຍົກສະມັດຕະພາບຂອງຜົນຜະລິດ ແລະ ຮັບປະກັນທາງດ້ານຄຸນນະພາບຂອງພືດຜັກ ແລະ ເພີ່ມຄວາມຮູ້ໃໝ່ໆ ໃຫ້ແກ່ໍາວກະສິກອນ.

ຜ່ານການຈັດຕັ້ງປະຕິບັດ ໃນການລົງກວດກາການກໍ່ສ້າງອາຄານ ແລະ ລະບົບເຮືອນຮົ່ມ ເຫັນວ່າ: ການກໍ່ສ້າງແມ່ນມີຄວາມຄືບໜ້າຫຼາຍສົມຄວນ ເຊິ່ງວ່າການກໍ່ສ້າງແມ່ນຢູ່ທີ່ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບ້ານ ສິມມະໂນໃຕ້, ບ້ານທ່າແຂກ, ບ້ານຊາຍຟອງເໜືອ ແລະ ບ້ານຫົວຫ້າ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ເຊິ່ງປະກອບມີ:

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ບ້ານຕົວແບບ 4 ບ້ານ

ລະບົບເຮືອນຮົ່ມແບບປິດ (ແບບເກົາຫຼີ) 1 ຫຼັງຕໍ່ບ້ານ

ະ່ພພ ະ້ະິ ິະາີທ ພະ້ WhatsApp Image 2021-12-27 at 14.25.02

ຂຽນ ແລະ ຮຽບຮຽງໂດຍ: ສັກສະຫຍາມ ພະນົມສຸກ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫໝາກ