National Agriculture and Forestry Research Institute

ຈໍານວນປະຊາກອນ ຫຼາຍກວ່າ 80% ຂອງປະຊາຊົນລາວ ມັກອາໃສຢູ່ຕາມເຂດຊົນນະບົດ ແລະ ບ່ອນທີ່ມີຄວາມອຸດົມສົມບູນທາງຊັບພະຍາກອນທໍາມະຊາດ ເຊັ່ນ: ປ່າໄມ້, ແມ່ນໍ້າ ແລະ ເຂດທີ່ມີສັດປ່າອາໃສຢູ່ຢ່າງຊຸກຊຸມ ເຊີ່ງມັນໄດ້ເປັນແຫຼ່ງອາຫານ ສະໜອງທາດໂປຼຕີນ ອັນສໍາຄັນໃນການບໍລິໂພກຊີ້ນສັດປ່າ. ເຖີງຢ່າງໃດກໍ່ຕາມທາງລັດຖະບານລາວ ກໍ່ບໍ່ໄດ້ນີ້ງນອນໃຈໃນການປະຕິບັດລະບຽບຫຼັກການຕ່າງໆ ຕາມລະບົບສາກົນ ໃນການອະນຸລັກສັດນໍ້າ-ສັດປ່າ (WAL) 3 ປະເພດຂອງ ບັນຊີຫວງຫ້າມ ແລະ ບັນຊີຄຸ້ມຄອງ ນອກນີ້ ຍັງມີ ໃນບັນຊີແດງຂອງອົງການອານຸລັກທໍາມະຊາດໂລກ (IUCN) ແລະ ບັນຊີການຄ້າສາກົນ (CITES).

ໃນນີ້ ປະຊາຊົນໃນເຂດຊົນນະບົດ ທີ່ຍັງບໍ່ທັນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ບັນຊີ ແລະ ກົດລະບຽບຕ່າງໆ ທີ່ທາງອົງການອະນຸລັກສັດນໍ້າ-ສັດປ່າ (WAL) ໄດ້ຈັດພິມອອກ ເຊີ່ງມັນຍັງບໍ່ທົ່ວເຖີງ ແລະ ພຽງພໍໃນການເຮັດໃຫ້ປະຊາຊົນເຂົ້າໃຈເຖີງ ຊະນິດ ແລະ ລັກສະນະທາງຮູບພາບ ຫຼື ຮູບແຕ້ມ, ແລະ ຍັງບໍ່ທັນໄດ້ຕະນັກດີກ່ຽວກັບເຊື້ອພະຍາດຕ່າງໆ ທີ່ອາດຈະມີຢູ່ໃນຊີ້ນສັດປ່າເຫຼົ່ານັ້ນ ລວມເຖີ່ງ ເຊື້ອພະຍາດປອດອັກເສບ (COVID19 ຫຼື SARS) ແລະ ການໂພສະນາການຂອງ ພະແນກສາທາລະນະສຸກ ໃນ ສຸກສາລາຂັ້ນເມືອງ ແລະ ກຸ່ມບ້ານຕ່າງໆ ຍັງບໍ່ທົ່ວເຖີງ.

ການພັດທະນາ ແລະ ເກັບຂໍ້ມູນ ການບໍລິໂພກຊີ້ນສັດປ່າ ຂອງທີມງານວິຊາການນັກຄົ້ນຄວ້າຈາກ ສູນຄົ້ນຄວ້າປ່າໄມ້ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ອົງການຄົ້ນຄວ້າວິທະຍາສາດກະສິກໍາ ແຫ່ງຊາດ ປະເທດຍີ່ປຸນ (JIRCAS)  ໃນເຂດພາກກາງ ຂອງ ສປປ ລາວ ເພື່ອສ້າງເປັນຖານຂໍ້ມູນ ໃນໂປຼເກມເມີ ທາງແອບພີເກເຊີນຂອງອິເລັກໂທນິກທີທັນສະໄໝ ເຊີ່ງສາມາດເຂົ້າເຖີງໄດ້ງ່າຍກວ່າ ພຽງແຕ່ມີໂທລະສັບທີ່ສາມາດໃຊ້ອິນເຕີເນັດໄດ້ ເພື່ອອໍານວຍຄວາມສະດວກໃນການເຂົ້າເຖີງຂໍ້ມູນ ແລະ ເຂົ້າໃຈເຖີງໄພອັນຕະລາຍ ແລະ ການອານຸລັກທີ່ຖືກຕ້ອງ ຂອງປະຊາຊົນເຂດຊົນນະບົດ, ອົງການທີ່ກ່ຽວຂ້ອງ ແລະ ພະແນກສາທາລະນະສຸກ ໃນສຸກສາລາຂັ້ນເມືອງ ແລະ ກຸ່ມບ້ານຕ່າງໆ. ສາມາດເຂົ້າເຖີງຂໍ້ມູນໄດ້ທີ່ ເວບໄຊ:

https://eyn2d.glideapp.io

Lao Bushmeat QRLao Bushmeat001Lao Bushmeat001

ຕົວຢ່າງການນຳໃຊ້ App ຂອງ “Lao Bushmeat”.

ສະແກນລະຫັດ QR ແລະ ລົງທະບຽນແອັບໃນໂທລະສັບສະຫຼາດຂອງທ່ານ. ທ່ານສາມາດເບິ່ງຊື່ ແລະ ຮູບຂອງສັດປ່າ ແລະ ລະດັບການອະນຸລັກຂອງມັນຢູ່ໃນກົດຫມາຍວ່າດ້ວຍສັດປ່າແລະສິນໃນນ້ໍຂອງລາວ, ບັນຊີແດງ IUCN ແລະ CITES (ນະຄອນວໍຊິງຕັນ).

ການຄົ້ນຄວ້ານີ້ແມ່ນຜົນຂອງການຄົ້ນຄວ້າຮ່ວມກັນລະຫວ່າງ JIRCAS ແລະ FRC.