National Agriculture and Forestry Research Institute

13072021002 13072021001

ສູນຄົ້ນຄວ້າການປະມົງ ຂຽນເປັນຕົວອັກສອນຫຍໍ້ວ່າ “ສປມ” ແມ່ນກົງຈັກໜຶ່ງ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຖານະທຽບເທົ່າກັບພະແນກ ແລະ ສູນຄົ້ນຄວ້າຕ່າງໆ, ມີພາລະບົດບາດ ໃນການຄົ້ນຄວ້າ ແລະ ບໍລິການວິທະຍາສາດເຕັກນິກ ດ້ານການປະມົງ ກ່ຽວກັບ ແນວພັນ, ເຕັກນິກການລ້ຽງ, ອາຫານສັດນ້ຳ, ລະບົບນິເວດປະມົງ, ຊີວະວິທະຍາສັດນ້ຳ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນປະມົງໃຫ້ມີຄວາມຍືນຍົງ.

13072021004 13072021003

ເພື່ອລະນຶກເຖິງ ວັນຄ້າຍວັນເກີດ ຂອງທ່ານປະທານ ສຸພານຸວົງ ຄົບຮອບ 112 ປີ ແລະ ໃນວັນປ່ອຍປາ, ອະນຸລັກ ສັດນ້ຳ- ສັດປ່າ ແຫ່ງຊາດ 13 ກໍລະກົດ 2021 ນີ້. ສູນຄົ້ນຄວ້າການປະມົງ ໄດ້ປະກອບສ່ວນລູກແນວພັນປາ ແລະ ສັດນ້ຳ ເພື່ອປ່ອຍຄືນສູ່ທຳມະຊາດ ຈຳນວນ 150.000 ໂຕ. ໃນນັ້ນ, ປະກອບມີ ລູກແນວພັນປາ ສາຍພັນປາພື້ນເມືອງ 6 ຊະນິດ ຄື: ປາຊວາຍໝາກໄມ້ໜອງແຕ່ງ, ປາເຂັງໜອງແຕ່ງ, ປາເຄິງ, ປາປາກ, ປາແກງ ແລະ ລູກປາສ້ອຍ ແລະ ລູກແນວພັນປາ ສາຍພັນຕ່າງປະເທດ 2 ຊະນິດມີ ປານິນ ແລະ ປາໄນ. ລູກປາຈຳນວນດັ່ງກ່າວ ໄດ້ນຳໄປປ່ອຍຄືນສູ່ແຫຼ່ງນ້ຳທຳມະຊາດ ໃນແມ່ນ້ຳຂອງ ຢູ່ເມືອງ ສີໂຄດຕະບອງ (ເຂດວັດຖ້ຳພະ), ອ່າງນ້ຳຊວງ ເມືອງ ນາຊາຍທອງ ແລະ ໜອງທຳມະຊາດ ຢູ່ເມືອງ ຈັນທະບູລີ ທີບ້ານບໍ່ນາງົວ, ນະຄອນຫຼວງວຽງຈັນ.
ນອກຈາກນັ້ນ ສູນຄົ້ນຄວ້າການປະມົງ ຍັງໄດ້ ປະກອບສ່ວນລູກແນວພັນປາ ແລະ ສັດນ້ຳ ໃຫ້ແກ່ ທະຫານນະຄອນຫຼວງ ໃນວັນທີ 13 ກໍລະກົດ 2021 ຈຳນວນ 2.000 ໂຕ; ວິທະຍາໄລກະສິກຳ ແລະ ປ່າໄມ້ ບໍລິຄຳໄຊ ຈຳນວນ 8.000 ໂຕ; ໂຮງຮຽນ ເຕັກນິກ-ວິຊາຊີບ ບໍລິຄຳໄຊ ຈຳນວນ 2.000 ໂຕ ແລະ ຫ້ອງການກະສິກຳ ແລະ ປ່າໄມ້ ແຂວງບໍລິຄຳໄຊ ຈຳນວນ 10.000 ໂຕ.