National Agriculture and Forestry Research Institute

ສູນຄົ້ນຄວ້າການປະມົງ ມີຫນ້າທີ່ຄົ້ນຄວ້າ ແລະ ບໍລິການວິທະຍາສາດເຕັກນິກ ດ້ານການປະມົງ ກ່ຽວກັບ ການຜະລິດ ແລະ ສະໜອງແນວພັນປາ-ສັດນໍ້າ, ການລ້ຽງ, ອາຫານສັດນ້ຳ, ລະບົບນິເວດປະມົງ, ຊີວະວິທະຍາສັດນ້ຳ, ວິທີຄູ້ມຄອງ, ປົກປັກຮັກສາ ແລະ ນຳໃຊ້ຊັບພະຍາກອນປະມົງໃຫ້ມີຄວາມຍືນຍົງ, ນອກຈາກນັ້ນ ຍັງໃຫ້ບໍລິການ ການຝຶກອົບຮົມ ວິທີການຜະລິດ ແລະ ຂະຫຍາຍແນວພັນປາ ແລະ ສັດນໍ້າ. ເພື່ອປະຕິບັດຕາມພາລະບົດບາດ ແລະ ໜ້າທີ່ຂອງຕົນ, ໃນຕອນເຊົ້າຂອງວັນທີ 26 ເດືອນ ມີຖຸນາ ປີ 2021 ທີ່ຜ່ານມາ ສູນຄົ້ນຄວ້າການປະມົງ, ທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດຝຶກອົບຮົມ ເຕັກນິກການຜະລິດແນວພັນ ປາດຸກບິກອຸຍ, ປາຊວາຍໝາກໄມ້ ໜອງແຕ່ງ, ປານິນ ແລະ ປາໄນ ໃຫ້ແກ່ຊາວກະສິກອນ ບ້ານ ບໍ່ນາງົວ ເມືອງ ຈັນທະບູລີ ແຂວງ ນະຄອນຫລວງວຽງຈັນ. ໂດຍການເປັນກຽດເຂົ້າຮ່ວມຂອງ ທ່ານ ບຸນສົງ ວົງວິຈິດ ຮອງຫົວໜ້າສູນຄົ້ນຄວ້າການປະມົງ, ມີທີມງານຄູຝຶກ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດຈຳນວນ 12 ຄົນ. ການຝຶກອົບຮົມຄັ້ງນີ້ແມ່ນຊາວກະສິກອນ (ນັກສຳມະນາກອນ) ໃຊ້ທຶນສ່ວນຕົວໃນຄອບຄົວ ຂອງພວກກ່ຽວເອງ.

ຈຸດປະສົງຂອງການມາຝຶກອົບຮົມຄັ້ງນີ້: 1). ເພື່ອຕ້ອງການຮຽນຮູ້ຂັ້ນຕອນເຕັກນິກຕ່າງໆໃນການຜະລິດແນວພັນປາເຊັ່ນ: ປາດຸກບິກອຸຍ, ປາຊວາຍໝາກໄມ້ໜອງແຕ່ງ, ປານິນ ແລະ ປາໃນເປັນຕົ້ນ. 2). ເພື່ອເປັນການສ້າງວຽກເຮັດງານທຳ ໃຫ້ແກ່ສະມາຊິກຄອບຄົວຜູ້ທີ່ຫວ່າງງານ ແລະ ສ້າງລາຍຮັບໃຫ້ແກ່ຄອບຄົວໃຫ້ພໍຢູ່ພໍ່ກິນ ແລະ ມີອາຊີບທີ່ແນ່ນອນ ສາມາດຜະລິີດ ເພື່ອບໍລິໂພກພາຍໃນຄອບຄົວ ແລະ ຂາຍເປັນສິນຄ້າໄດ້.
ການຝຶກອົບຮົມຄັ້ງນີ້ ໄດ້ແບ່ງອອກເປັນ ພາກທິດສະດີ 30% ແລະ ພາກປະຕິບັດຕົວຈິງ 70%. ການລົງນຳພາເຮັດຕົວຈິງ ແມ່ນກວມເອົາສ່ວນໃຫຍ່ ຂອງເວລາຝຶກອົບຮົມ ເພື່ອຮັບປະກັນໃຫ້ຊາວກະສິກອນ (ນັກສຳມະນາກອນ) ສາມາດນຳເອົາບົດຮຽນ ໃນການຝຶກອົບຮົມລົງໄປປະຕິບັດເອງໄດ້ໃນຂັ້ນຄອບຄົວໄດ້. ເນື້ອໃນຂອງການຝຶກອົບຮົມແມ່ນກວມລວມເອົາ ການຄັດເລືອກ, ການກະກຽມສະຖານທີ່ສຳລັບລ້ຽງ ແລະ ການຄັດເລືອກພໍ່ແມ່ພັນ, ຂັ້ນຕອນການປະສົມພັນ, ການອານຸບານລູກປາແຕ່ລະຊະນິດ ໄປເຖິງ ການໃຫ້ອາຫານ ແລະ ດູແລຮັກສາ ແລະ ການລ້ຽງເປັນກົບຊີ້ນ ແລະ ເປັນພໍ່ແມ່ພັນເປັນຕົ້ນ.

ຮູບ. 2. ການສອນພາກທິດສະດີໃນຫ້ອງ
ຮູບ. 2. ການສອນພາກທິດສະດີໃນຫ້ອງ

ຮູບ. 2. ການສອນພາກທິດສະດີໃນຫ້ອງ
ຮູບ. 2. ການສອນພາກທິດສະດີໃນຫ້ອງ

ໃນຕອນທ້າຍຂອງພິທີກ່າວເປີດຝຶກອົບຮົມ ທ່ານຮອງຫົວໜ້າສູນ ໄດ້ເນັ້ນໃຫ້ ນັກສຳມະນາກອນທຸກໆຄົນ ໃຫ້ຕັ້ງໃຈໃນການຮຽນເອົາຄວາມຮູ້ໃນຄັ້ງນີ້ ຊຶ່ງທ່ານຍັງກ່າວອີກວ່າ ເຖິງວ່າການຝຶກອົບຮົມຄັ້ງນີ້ ຈະໃຊ້ເວລາສັ້ນ ແຕ່ນັກສຳມະນາກອນ ຈະໄດ້ຜົນປະໂຫຍດອັນໃຫຍ່ຫລວງ ເພື່ອນຳໄປຜະລິດສະບຽງອາຫານ ສຳຫລັບຄອບຄົວ ແລະ ສັງຄົມໄດ້ຫລາຍສົມຄວນ, ຊຶ່ງໃນປະຈຸບັນ ຄວາມຮຽກຮ້ອງຕ້ອງການ ຂອງຜູ້ບໍລິໂພກຊີ້ນປາ ແລະ ສັດນໍ້າ ແມ່ນນັບມື້ນັບມີທ່າອ່ຽງເພີ່ມຂື້ນ ແລະ ສັງຄົມກໍ່ມີຄວາມຕ້ອງການຫລາຍ ສະນັ້ນ, ຖ້າຫາກວ່າ ບັນດາຫົວໜ່ວຍຄອບຄົວ ໄດ້ມີການຜະລິດ ແລະ ລ້ຽງສັດນໍ້າໄດ້ຫລາຍ ສາມາດກຸ້ມກິນ ແລະ ຂາຍສູ່ຕະຫລາດໄດ້ ກໍ່ຈະເປັນການເພີ່ມລາຍຮັບ ໃຫ້ແກ່ຄອບຄົວ ແລະ ປັບປຸງ ຊີວິດການເປັນຢູ່ຂອງຄອບຄົວ ແລະ ສັງຄົມ ໃຫ້ດີຂື້ນ ເທື່ອລະກ້າວ.
ການຝຶກອົບຮົມໃນຄັ້ງນີ້ ນອກຈາກຈະເປັນການເຜີຽແຜ່ເຕັກເນິກ ການຜະລິດ ແລະ ລ້ຽງສັດນໍ້າ ໃຫ້ແກ່ຄອບຄົວຊາວກະສິກອນແລ້ວ, ຍັງເປັນການປະກອບສ່ວນເຂົ້າໃນແຜນງານຄໍ້າປະກັນສະບຽງອາຫານ ຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ແຜນງານຍົກສະໝັດຕະພາບການຜະລິດ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມທັງໂຄງການສ້າງຕົວແບບ ແລະ ເຄືອຂ່າຍແນວພັນ ຂອງສູນຄົ້ນຄວ້າການປະມົງ ຂອງພວກເຮົາ ອີກດ້ວຍ.

ຮູບ. 3. ນັກສຳມະນາກອນຂຶ້ນກະດານຄຳນວນຮໍໂມນສັກປາ
ຮູບ. 3. ນັກສຳມະນາກອນຂຶ້ນກະດານຄຳນວນຮໍໂມນສັກປາ

ຮູບ. 4. ການຄົນປະສົມໄຂ່ກັບນໍ້າເຊື້ອປາດຸກບິກອຸຍ
ຮູບ. 4. ການຄົນປະສົມໄຂ່ກັບນໍ້າເຊື້ອປາດຸກບິກອຸຍ

ຮູບ. 5. ການຢາຍໄຂ່ປາດຸກບິກອຸຍໃສ່ແຕະຟັກໄຂ່
ຮູບ. 5. ການຢາຍໄຂ່ປາດຸກບິກອຸຍໃສ່ແຕະຟັກໄຂ່

ຮູບ. 6. ການສັກຮໍໂມນໃຫ້ແກ່ປາຊວາຍໝາກໄມ້ພໍ່ແມ່ພັນ
ຮູບ. 6. ການສັກຮໍໂມນໃຫ້ແກ່ປາຊວາຍໝາກໄມ້ພໍ່ແມ່ພັນ

ຮູບ. 7. ການຮີດໄຂ່ປາຊວາຍໝາກໄມ້
ຮູບ. 7. ການຮີດໄຂ່ປາຊວາຍໝາກໄມ້

ຮູບ. 8. ການຮີດນໍ້າເຊື້ອປະສົມໄຂ່ຂອງປາຊວາຍໝາກໄມ້
ຮູບ. 8. ການຮີດນໍ້າເຊື້ອປະສົມໄຂ່ຂອງປາຊວາຍໝາກໄມ້

ຮູບ. 9. ການສັກຮໍໂມນກະຕຸ້ນໃຫ້ແກ່ປາໄນພໍ່ແມ່ພັນ
ຮູບ. 9. ການສັກຮໍໂມນກະຕຸ້ນໃຫ້ແກ່ປາໄນພໍ່ແມ່ພັນ

ຮູບ. 10. ການຕຽມອ່າງປະສົມພັນສຳລັບປາໄນ
ຮູບ. 10. ການຕຽມອ່າງປະສົມພັນສຳລັບປາໄນ

ຜ່ານການຝຶກອົບຮົມໃນໄລຍະ 5 ວັນ, ຄາບສຸດທ້າຍຕອນບ່າຍຂອງວັນທີ 30 ມີຖຸນາ (6) ປີ 2021, ກ່ອນມອບໃບຢັ້ງຢືນການຝຶກອົບຮົມ, ທາງທີມງານຄູຝຶກໄດ້ໃຊ້ຟອມໃນການປະເມີນນັກສຳມະນາກອນທັງໝົດ 8 ຄົນ, ຊຶ່ງໄດ້ຜົນຮັບທັງ 8 ຄົນ, ສາມາດຕີລາຄາໄດ້ຄື: ຈຳນວນ 7 ຄົນ, ສາມາດມີຄວາມເຂົ້າໃຈໄດ້ດີຫລາຍ ແລະ ສາມາດເຮັດໄດ້ 90-95%, ສ່ວນອີກ 1 ຄົນມີຄວາມເຂົ້າໃຈ ແລະ ສາມາດປະຕິບັດໄດ້ 60-70% ຂອງບົດຮຽນທີ່ໄດ້ຮຽນມາ ແລະ ສຸດທ້າຍກໍ່ໄດ້ມີການມອບໃບຢັ້ງຢືນການຝຶກອົບຮົມຄັ້ງນີ້ໃຫ້ແກ່ນັກສຳມະນາກອນ (ຊາວກະສິກອນ) ໂດຍ ທ່ານ ບຸນສົງ ວົງວິຈິດ ຮອງຫົວໜ້າ ສູນຄົ້ນຄວ້າການປະມົງ ແລະ ກໍ່ກ່າວປິດພິທີການຝຶກອົບຮົມຄັ້ງນີ້ຢ່າງເປັນທາງການໃນເວລາ 16:00ໂມງ.

260620219011 260620219012

ໂດຍ: ບຸນສົງ ວົງວິຈິດ ສູນຄົ້ນຄວ້າການປະມົງ