ກອງປະຊຸມຝຶກອົບຮົມ ລະບົບບໍລິການຂໍ້ມູນທາງດ້ານພູມອາກາດໃຫ້ແກ່ການຜະລິດກະສິກຳ ໃນ ສປປ ລາວ (LaCSA)
ໃນລະຫວ່າງວັນທີ 8-9 ທັນວາ 2020, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາ ຊົນນະບົດ, ໄດ້ມີການຈັດກອງປະຊຸມຝຶກອົບຮົມ ລະບົບບໍລິການຂໍ້ມູນທາງດ້ານພູມອາກາດ ໃຫ້ແກ່ການຜະລິດກະສິກຳໃນ ສປປລາວ (LaCSA), ໂດຍການເປັນປະທານຮ່ວມ ຂອງ ທ່ານ ດຣ. ໄຊສົງຄາມ ພີມມະສອນ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ້າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນ. ດຣ. Monica Petri, ຜູ້ປະສານງານໂຄງການ SAMIS ແລະ ເປັນຕົວແທນຈາກອົງການອາຫານ ແລະ ການສະເສດແຫ່ງສະຫະປະຊາຊາດປະຈຳ ສປປ ລາວ. ພ້ອມນັກສຳມະນາກອນທີ່ຖຶກເຊີນຈາກບັນດາຂະແໜງການກະສິກຳ ແລະ ປ່າໄມ້ຂັ້ນແຂວງ ແລະ ຂັ້ນເມືອງ, ບັນດາຂະແໜງ ການຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ທີ່ມາຈາກແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ເຂົ້າຮ່ວມຢ່າງພ້ອມພຽງ.
ຈຸດປະສົງຂອງກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນ ເພື່ອຍົກສູງຄວາມຮູ້ຄວາມສາມາດໃຫ້ແກ່ນັກວິຊາການປູກຝັງ, ນັກສົ່ງເສີມ, ນັກວິຊາການອຸຕຸນິຍົມ ແລະ ອຸທົກກະສາດ ຂອງເມືອງ ແລະ ແຂວງຕ່າງໆໃນຂອບເຂດທົ່ວປະເທດ, ເພື່ອໃຫ້ເຂົາເຈົ້າສາມາດເຂົ້າເຖີງ ແລະ ນຳໃຊ້ຂໍ້ມູນບໍລິການພູມອາກາດ,ບົດແນະນຳ, ບົດແຈ້ງຂ່າວອຸຕຸກະເສດໃນລະບົບ LaCSA ເຂົ້າໃນການຜະລິດກະສິກຳຂອງແຕ່ລະແຂວງ ແລະ ເມືອງ ເພື່ອຫລຸດຜ່ອນຜົນກະທົບທີ່ອາດເກີດຂື້ນ ຈາກການປ່ຽນແປງ ຂອງສະພາບດິນຟ້າອາກາດໃນປະຈຸບັນ ແລະ ອານາຄົດ. ພ້ອມທັງຍົກສູງສະມັດຕະພາບຜົນຜະລິດ, ຄຳ້ປະກັນໄດ້ຄວາມໝັ້ນຄົງທາງດ້ານສະບຽງອາຫານ ແລະ ການຜະລິດເປັນສິນຄ້າໃນຕໍ່ໜ້າ.
ນອກຈາກນີ້ກອງປະຊຸມຍັງໄດ້ມີການປຶກສາຫາ, ປະກອບຄຳຄິດເຫັນ ແລະ ປະເມີນລະດັບຄວາມເຂົ້າໃຈຂອງນັກສຳມະນາກອນເພື່ອໃຫ້ແນ່ໃຈວ່າ ນັກສຳມານາກອນໄດ້ຖອດຖອນບົດຮຽນຈາກການຝຶກອົບຮົມໃນຄັ້ງນີ້ ແລະ ສາມາດນຳເອົາຄວາມຮູ້ເຫລົ່ານີ້ໄປເຜີຍແພ່ຕໍ່ໄດ້ ໂດຍສະເພາະໃຫ້ແກ່ຊາວກະສິກອນໃນການຈັດການເພາະປູກ (ການຮູ້ໄດ້ສະພາບພູມອາກາດ, ການຈັດການດິນ, ການຈັດການສັດຕູພືດ ແລະ ແມງໄມ້ ແລະ ເຕັກນິກອື່ນໆທີ່ກ່ຽວຂ້ອງ) ຊື່ງຈະຊ່ວຍໃຫ້ຊາວກະສິກອນສາມາດຈັດການ ແລະ ຫລຸດຜ່ອນຄວາມສ່ຽງທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດໃນແຕ່ລະລະດູການ ແລະ ໃນອານາຄົດ.
ກອງປະຊຸມຝຶກອົບຮົມດັ່ງກ່າວໄດ້ສີ້ນສຸດລົງໃນຕອນແລງຂອງວັນທີ 9 ທັນວາ 2020.
ຮຽບຮຽງຂ່າວໂດຍ: ພອນປະເສີດ ວົງສີປະສົມ, ສູນຂໍ້ມູນຂ່າວສາ ກະສິກຳ ແລະ ປ່າໄມ້