National Agriculture and Forestry Research Institute

jgyj

ໃນລະຫວ່າງວັນທີ 24 ພະຈິກ 2020 ທີ່ຜ່ານມານີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມວິຊາການປະຈໍາປີ 2016-2020, ໂດຍການເປັນປະທານ ຂອງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 23 ທ່ານ, ມາຈາກຫຼາຍພາກສ່ວນ ເຊັ່ນ: ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສູນຄົ້ນຄວ້າພືດເສດຖະກິດ, ສູນຄົ້ນຄວ້າກະສິກໍາຕໍ່ກັບການປ່ຽນແປງດິນຟ້າອາກາດ ແລະ ພະແນກແຜນການ ແລະ ການຮ່ວມມືສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ.
ຈຸດປະສົງ ຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນເພື່ອ: 1). ເພື່ອເປີດໂອກາດໃຫ້ບັນດານັກວິຊາການຂອງຂະແໜງຕ່າງໆ ພາຍໃນສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ມີໂອກາດໃນການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າໃນໄລຍະຜ່ານມາ, 2). ເພື່ອເປັນການປັບປຸງ ແລະ ຍົກລະດັບຂີດຄວາມຮູ້ຄວາມສາມາດທາງດ້ານວິຊາການໃຫ້ມີຄວາມເຂັ້ມແຂງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ, 3). ເພື່ອເປັນການເຜີຍແຜ່ ແລະ ຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ.
ການຈັດກອງປະຊຸມແລກປ່ຽນບົດຮຽນທາງດ້ານວິຊາການໃນຄັ້ງນີ້ແມ່ນມີຄວາມຈໍາເປັນຢ່າງຍິ່ງໃນການປັບປຸງ ແລະ ພັດທະນາຂີດຄວາມຮູ້ຄວາມສາມາດຂອງນັກວິຊາການ ແລະ ເປັນການຖ່າຍທອດຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ວົງກວ້າງ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍໄດ້ມີການນໍາສະເໜີຜົນສໍາເລັດຂອງການຄົ້ນຄວ້າ ຈໍານວນ 11 ຫົວຂໍ້ ເຊັນ: 1). ການອະນຸລັກ ແລະ ການສຶກສາລັກສະນະປະຈໍາພັນໝາກເຂືອພັນພື້ນເມືອງລາວ, 2). ການພັດທະນາລະບົບເຮືອນຮົ່ມເພື່ອການນໍາໃຊ້ຂອງຊາວກະສິກອນໃນການສະໜັບສະໜູນການຜະລິດຜັກເປັນສິນຄ້າໃນຊ່ວງລະດູຝົນ, 3). ການສຶກສາຄວາມຕ້ານທານຂອງພະຍາດກຸ້ງແຫ້ງຂອງໝາກເຜັດ 6 ສາຍພັນ, 4). ການສຶກສາປະສິດທິພາບຂອງຝຸ່ນເຄມີຕໍ່ການຈະເລີນເຕິບໂຕຂອງໝາກມ່ວງຕັດແຕ່ງໃຫຍ່, 5).ການສຶກສາການຊາວໄໝມ້ອນ, 6). ສຶກສາການປຸງແຕ່ງຊາຂີ້ມອນ, 7). ການຄັດເລືອກສາຍພັນໝາກເລັ່ນ ຈໍານວນ 24 ສາຍພັນ ທີ່ເໝາະສົມໃນການປູກຢູ່ເຮືອນຮົ່ມ, 8). ການຄັດເລືອກສາຍພັນຜັກສະຫຼັດທີ່ທີ່ເໝາະສົມໃນການປູກຊ່ວງລະດູຝົນ, 9). ການຄັດເລືອກສາຍພັນໝາກເຜັດທີ່ໃຫ້ຜົນຜະລິດສູງ ແລະ ເໝາະສົມຕໍ່ສະພາບແວດລ້ອມຂອງລາວ, 10). ສຶກສາການແປຮູບກ້ວຍຕາກແດດ ແລະ 11). ການພັດທະນາ ແລະ ປັບປຸງແນວພັນໝາກເຂືອຍາວທີໃຫ້ຜົນຜະລິດສູງ ແລະ ຕ້ານທານຕໍ່ພະຍາດຫ່ຽວຂຽວ ແລະ ໄດ້ມີການສົນທະນາແລກປ່ຽນຄວາມຮູ້ທາງດ້ານວິຊາການເຊິ່ງກັນ ແລະ ກັນຢ່າງເປັນບະບວນຟົດຟື້ນ ແລະ ມີເນື້ອໃນ. ໃນຕອນທ້າຍຂອງກອງປະຊຸມທາງທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຍັງໄດ້ໃຫ້ທິດຊີ້ນໍາໃນການຈັດຕັ້ງປະຕິບັດແຜນໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານຄົ້ນຄວ້າໄດ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ, ໂດຍທ່ານໄດ້ເນັ້ນໜັກ ແລະ ໃຫ້ຄວາມສໍາຄັນເປັນພິເສດທາງດ້ານການຕອບສະໜອງທາງດ້ານແນວພັນພືດຜັກ ແລະ ໄມ້ໃຫ້ໝາກ, ການອະນຸລັກພັນແຫຼ່ງເຊື້ອພັນພືດຜັກ ແລະ ໄມ້ໃຫ້ໝາກ ແລະ ການເຜີຍແຜ່ຂໍ້ມູນຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ວົງກວ້າງໃຫ້ຫຼາຍຂຶ້ນ ແລະ ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 16:00 ໂມງ.

gjg gjgh gj

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ