National Agriculture and Forestry Research Institute

     IMG_3360

ພິທີສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ພາຍໃຕ້ຫົວຂໍ້ຄໍາຂວັນ “ອານາຄົດຂອງພວກເຮົາ ຂຶ້ນກັບການກະທຳຂອງພວກເຮົາ: ຈົ່ງພ້ອມກັນເພີ່ມພູນຜະລິດຜົນ, ຮັບປະກັນໂພຊະນາການ, ໃຫ້ມີຄວາມຍືນຍົງ ແລະ ທົ່ວເຖິງ”. ໃນວັນທີ 30 ຕຸລາ 2020, ທີ່ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕາມດ້ວຍ ງານວາງສະແດງ ຂອງ ບັນດາ ອົງການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ໃນ ຂະແໜງການກະສິກໍາ.

IMG_3275
ໃຫ້ກຽດເປັນປະທານ ໂດຍ ທ່ານ ຄຳບຸນນັດ ໄຊຍະນົນ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ທ່ານ ນາງ ຊາຣາ ເສກເກນເນສ ຜູ້ປະສານງານ ອົງການສະຫະປະຊາຊາດ ປະຈຳ ສປປ ລາວ ແລະ ທ່ານ ນາຊາ ຮາຢັດ ຜູ້ຕາງໜ້າ ອົງການ ອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ ແລະ ທ່ານ ນາງ ຣິຄາດາ ເຣຍເຈິ ອົງການ ສະຫະປະຊາຊາດເພື່ອການພັດທະນາ.

IMG_3339 IMG_3480

     ໃນພິທີ, ທ່ານ ຮສ. ປອ. ລິນຄຳ ດວງສະຫວັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຈ້ງໃຫ້ຊາບວ່າ ສປປ ລາວ ໄດ້ຮັບຮອງເອົາເປົ້າໝາຍ ການພັດທະນາແບບຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ, ແລະ ໂດຍສະເພາະ ບັນດານະໂຍບາຍການສົ່ງເສີມ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ. ສໍາລັບປີ 2021 ຂະແໜງການພວກເຮົາ ໄດ້ວາງຄາດໝາຍສູ້ຊົນຜະລິດສະບຽງອາຫານຄື: ເນື້ອທີ່ປູກເຂົ້າ ໃຫ້ໄດ້ 950.250 ເຮັກຕາ ຜົນຜະລິດ 3,53 ລ້ານໂຕນ; ພືດສະບຽງຕ່າງໆ: ສາລີຫວານໃຫ້ໄດ້ 28.100 ເຮັກຕາ, ຜົນຜະລິດ 271.000 ໂຕນ, ເຜືອກມັນໃຫ້ໄດ້ 17.500 ເຮັກຕາ, ຜົນຜະລິດ 251.500 ໂຕນ, ໝາກໄມ້ 64.300 ເຮັກຕາ ຜົນຜະລິດ 1,2 ລ້ານໂຕນ, ພືດຜັກຕ່າງໆ 181.400 ເຮັກຕາ ຜົນຜະລິດ 1,5 ລ້ານໂຕນ; ຜະລິດຊີ້ນ-ປາ ໃຫ້ໄດ້ 486.000 ໂຕນ. ວຽກພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ໄດ້ວາງຄາດໝາຍສູ້ຊົນຄື: ສ້າງຄອບຄົວພົ້ນທຸກໃຫ້ໄດ້ 20.436 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ 310 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 24.572 ຄອບຄົວ, ບ້ານພັດທະນາໃຫ້ໄດ້ 442 ບ້ານ.
ໃນໂອກາດນີ້, ສີ່ງທີ່ເໝາະສົມທີ່ສຸດ ສໍາລັບ ທຸກພາກສ່ວນ ທີ່ຈະເຮັດກ້າວໄປສູ່ໂລກທີ່ບໍ່ມີຄວາມອຶດຫິວໃນ ປີ 2030 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເຊິ່ງການຈັດຕັ້ງປະຕິບັດໃນທຸກມື້ນີ້ ຍັງບໍ່ແມ່ນທາງເລືອກ, ມັນຈຳເປັນທີ່ຈະກ້າວໄປສູ່ອະນາຄົດທີ່ຍືນຍົງຂອງທຸກໆຄົນ.

ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ, ຫົວໜ້າ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້