Monthly Archives: September 2023
ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023
ໃນວັນທີ 31 ສິງຫາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6 ແລະ ປິດໂຄງການ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ລະມາມ, ແຂວງ ເຊກອງ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ ແລະ ທ່ານ ລໍຣິສ ປາເລນຕີນີ ຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 47 ໃນນັ້ນ ມີຍິງ 4 ທ່ານ, ຊຶ່ງມາຈາກກະຊວງ ການຕ່າງປະເທດ, ກົມປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້,ອົງການກອງທຶນອະນຸລັກທຳມະຊາດໂລກ (WWF) , ຄະນະຊີ້ນຳໂຄງການຂັ້ນແຂວງ, ຂັ້ນເມືອງຈາກ 7 ເມືອງ ຢູ່ໃນ 3 ແຂວງ (ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ), ຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ແລະ ອົງການຈັດຕັ້ງທາງສັງຄົມ (ສະມາຄົມອະນຸລັກສິ່ງແວດລ້ອມ ແລະ ສ້າງຄວາມເຂັັ້ມແຂງໃຫ້ຊຸມຊົນ (ສອສຊ).
ຈຸດປະສົງເພື່ອສະຫຼຸບລາຍງານຜົນສຳເລັດ ແລະ ປິດໂຄງການຜະລິດ ແລະ ເກັບກູ້ຫວາຍ -ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023).
ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລະຍະ VI ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 30 ບ້ານ, ໃນ 7 ເມືອງ 3 ແຂວງຄື: ແຂວງ ບໍລິຄໍາໄຊ, ເຊກອງ ແລະ ສາລະວັນ, ໄດ້ຮັບທຶນສະໜັບສະໜູນຈາກອົງການກອງທຶນອະນຸຮັກທຳມະຊາດໂລກປະຈຳ ສປປ ລາວ (WWF-Laos), ບໍລິສັດ IKEA ແລະ ອົງການ SIDA ເພື່ອສືຕໍ່ຈັດຕັ້ງປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023) ຊຶ່ງມີມູນຄ່າໂຄງການທັງໝົດຈຳນວນ 321,800ໂດລາ ສະຫະລັດ, ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2006 ເປັນຕົ້ນມາຈົນຮອດປະຈຸບັນ (ເປັນໄລຍະເວລາທັງໝົດ 18 ປີ ລວມທັງໝົດ ມີ 6ໄລຍະ). ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄລຍະ VI ນີ້ ແມ່ນໄດ້ເລີ້ມແຕ່ ເດືອນ ເມສາ ປີ 2022 ຫາ ເດືອນ ສິງຫາ 2023 (1 ປີ 5 ເດືອນ) ຊຶ່ງເຫັນວ່າມີຫລາຍກິດຈະກໍາ ທີ່ ໄດ້ປະສົບຜົນສຳເລັດ ເປັນຢ່າງດີເຊັ່ນ:
- ວຽກງານທີ 1: ການຄຸ້ມຄອງຈັດສັນປ່າຫວາຍແບບຍືນຍົງ: ສຳເລັດການຈັດສັນຄຸ້ມຄອງຫວາຍ-ໄມ້ປ່ອງໃນເນື້ອທີ່ ໃນໄດ້ເພີ້ມ 1,000 ເຮັກຕາ ລວມທັງໝົດ 30.500 ກວ່າ ເຮັກຕາ ໃນ 30 ບ້ານເປົ້າໝາຍ.
- ໃນວຽກງານ ທີ 2: ການສົ່ງເສີມຄວາມຍືນຍົງ ແລະ ຄວາມຖືກຕ້ອງຕາມລະບຽບກົດໝາຍ ຂອງລະບົບຕ່ອງໂສ້ ການ ສະໜອງຫວາຍ ແລະ ໄມ້ປ່ອງ ແລະ ເຊື່ອມໂຍງກັບຕະຫຼາດ
ໃນວຽກງານນີ້ ແມ່ນແນ່ໃສ່ການສົ່ງເສີມ ການເກັບກູ້ຫວາຍຈາກແຫລ່ງທີ່ມີການຄຸ້ມຄອງຈັດສັນ, ມີແຜນການເກັບກູ້ ໃນແຕ່ລະປີ ໃຫ້ມີຄວາມຍຶນຍົງ ແລະ ບໍ່ໃຫ້ບົກແຫ້ງ ແລະ ການ ສະໜອງຫວາຍ-ໄມ້ປ່ອງຢ່າງຖືກຕ້ອງ ຕາມລະບຽບການ. ນອກນີ້ ຍັງມີການພັດທະນາ ຕ່ອງໂສ້ມູນຄ່າ ພ້ອມທັງການເຊື່ອມໂຍງທຸລະກິດ ລະຫວ່າງກຸ່ມຫັດຖະກຳຫວາຍ ແລະ ໄມ້ປ່ອງ ເພື່ອເຮັດໃຫ້ທຸລະກິດຫວາຍ ແລະ ໄມ້ປ່ອງມີຄວາມຍືນຍົງ ແລະ ມີການຂະຫຍາຍຕົວ ຊຶ່ງເຫັນໄດ້ວ່າ ມີຫລາຍກວ່າ 8 ຜະລິດຕະພັນ ໄດ້ມີການເຊື່ອມໂຍງທຸລະກິດລະຫວ່າງກຸ່ມຫັດຖະກຳຫວາຍ ໄມ້ປ່ອງ ແລະ ຜູ້ປະກອບການ.
- ວຽກງານທີ 3: ການສະໜັບສະໜູນການດຳລົງຊີວິດແບບຍືນຍົງ ແລະ ທົນຕໍ່ກັບສະພາບອາກາດໂດຍຜ່ານການປັບປຸງ ການຄຸ້ມຄອງຈັດສັນປ່າໄມ້ ແລະ ການເພີ້ມພູນ ທັກສະໃນການຜະລິດເຮັດຜະລິດຕະພັນຫວາຍ ແລະ ໄມ້ປ່ອງ, ເພື່ອເຮັດໃຫ້ຊາວບ້ານຢາກມີຄວາມຮັກສາປ່າຫວາຍ-ໄມ້ປ່ອງຂອງຂະເຈົ້າເອງ:
ຄຽງຄູ່ກັບ ການຄຸ້ມຄອງ ປົກປັກຮັກສາ ປ່າຫວາຍ ແລະ ໄມ້ປ່າໃນທຳມະຊາດແລ້ວ ທາງໂຄງການຍັງໄດ້ສະໜັບສະໜູນ ການປັບປຸງຊີວິດການຢູ່ຂອງຊາວບ້ານ ໂດຍແນ່ເສີມສ້າງຄວາມສາມາດໃຫ້ແກ່ຊາວບ້ານໃນ ການເກັບກູ້ຫວາຍ ແລະ ເຄື່ອງປ່າຂອງດົງແບບຍືນຍົງ, ການແປຮູບ ແລະ ການຈັກສານຫວາຍ, ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ທີ່ເປັນທ່າແຮງໃນການສ້າງລາຍຮັບໃຫ້ແກ່ຊາວບ້ານ. ຫລາຍກວ່າ 1.500 ຄອບຄົວ ຢູ່ບ້ານເປົ້າໝາຍຂອງໂຄງການສາມາດ ສ້າງລາຍຮັບ ຈາກບັນດາກິດຈະກຳຕ່າງໆ ຂອງໂຄງການ ຢູ່ 30 ບ້ານເປົ້າໝາຍ ໃນ 3 ແຂວງ ໃນປີ 2023, ໃນນັ້ນ ມີ 340 ຄອບຄົວ ສ້າງລາຍຮັບຈາກ ການຈັກສານ ທັງຜະລິດຕະພັນ ສຳເລັດຮູບ ແລະ ເຄີ່ງສຳເລັດຮູບ ສະໜອງ ໃຫ້ແກ່ຜູ້ປະກອບການ ແລະ ບັນດາຫ້າງຮ້ານຂາຍເຄື່ອງຫັດຖະກຳຕ່າງໆຢູ່ນະຄອນຫລວງວຽງຈັນ ແລະ ແຂວງອຶ່ນໆ. ນອກນັ້ນຍັງໄດ້ລາຍຮັບໃຫ້ຊາວບ້ານ ຈາກການປູກຫວາຍເອົາຍອດ ແລະ ການເກັບກູ້ ເຄື່ອງປ່າຂອງດົງ.
- ວຽກງານທີ 4: ການສຶກສາ ວິເຄາະ ບັນຫາ ຂໍ້ຫຍຸ້ງຍາກ ແລະ ກາລະໂອກາດ ໃນການພັດທະນາ ຕ່ອງໂສ້ມູນຄ່າເພີ່ມຫວາຍໃນລາວຢ່າງຮອບດ້ານ ເພື່ອເປັນການສະໜັບໜູນ ໃນການສ້າງແຜນງານ ແລະ ໂຄງການ ເພື່ອພັດທະນາ ປັບປຸງ ແກ້ໄຂ ຂໍ້ຫຍຸ້ງຍາກ ໃນຕໍ່ໜ້າ ແລະ ເພື່ອການເຕີບໃຫ່ຽຂະຫຍາຍ ຂອງຂະແໜງການຫວາຍ ແລະ ໄມ້ປ່ອງ ໃນ ສປປ ລາວ. ພ້ອມທັງປະກອບຄຳເຫັນຕໍ່ບົດສະຫຼຸບຜົນສຳເລັດຂອງໂຄງການ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງໃນເວລາ 12:00 ໂມງ ໃນວັນດຽວກັນ.
ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,
ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້