National Agriculture and Forestry Research Institute

ງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022

                    ໃນຕອນເຊົ້າ ຂອງ ວັນທີ 24 ຕຸລາ ປີ 2022 ທີ່ ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ໄຂງານສະເຫຼີມສະຫຼອງສອງວັນສຳຄັນຄື ວັນອາຫານໂລກ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້ຄໍາຂວັນ “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” “Leave no one Behind, Better Production, Better Nutrition, a Better […]

ການຝຶກອົບຮົມການຜະລິດພືດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດໃຫ້ແກ່ພະນັກງານ ແລະ ຊາວກະສິກອນ ຢູ່ເມືອງ ພູກູດ ແຂວງຊຽງຂວາງ

          ໃນລະຫວ່າງວັນທີ 18-21 ຕຸລາ 2022 ທີ່ຜ່ານມາສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ ADRA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ ຂຶ້ນຢູ່ທີ່ສະໂມສອນ ຫ້ອງວ່າການເມືອງພູກູດ ແຂວງຊຽງຂວາງ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 14 ທ່ານ, ຍິງ 7 ທ່ານ. ເຊິ່ງມາຈາກຫຼາຍພາກສວນເຊັນ: ຊາວກະສິກອນກຸມຜະລິດພືດຜັກ, ສະມາຄົມຄົນພິການແຂວງຊຽງຂວາງ, ສະມາຄົມ SEADA, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູກູດ ແລະ ພະແນກກະສິກໍາແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດ ປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ, ໂປສເຕີ […]

ພິທີເຊັນບົດບັນທຶກຄວາມຊົງຈໍາ ( MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ

  ໃນຕອນເຊົ້າຂອງວັນທີ 18 ຕຸລາ ປີ 2022 ຢູ່ທີ່ສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ ( ກວາງຊີ ) ໄດ້ຈັດພິທີເຊັນບົດບັນທຶກຄວາມຊົງຈໍາ ( MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ ທາງອອນລາຍຂື້ນ. ຈຸດປະສົງ: ເຊັນບົດບັນທຶກຄວາມຊົງຈໍາ (MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ ເປີດປ້າຍສະຖານທີ່ຝຶກຫັດງານອາຊີວະສຶກສາ ສາຂາກະສິກໍາ ອາຊຽນ(ລາວ)-ຈີນ ເປີດປ້າຍສະຖານທີ່ຈັດຊຸດຝຶກອົບຮົມການຮ່ວມມືລະຫວ່າງວິສາຫະກິດຢູ່ຕ່າງປະເທດ ກັບ ມະຫາວິທະຍາໄລເຕັກນິກວິຊາຊີບກະສິກໍາ ກວາງຊີ ສປ ຈີນ         ໃຫ້ກຽດເປັນປະທານພິທີຝ່າຍລາວ ໂດຍແມ່ນ ທ່ານ ປອ ນາງ ໄຈ ບຸນພະນຸໄຊ […]