National Agriculture and Forestry Research Institute

ຝຶກອົບຮົມການຜະລິດພືດຜັກທີ່ເຊື່ອມໂຍງເຂົ້າສູ່ຕະຫຼາດ ແລະ ການປຶກສາຫາລືການສ້າງຄູຝຶກທາງດ້ານການຜະລິດພືດຜັກ

          ໃນວັນທີ່ 25 ສິງຫາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານນໍາພາຂັ້ນສູນ, ແຂວງ, ເມືອງ  ໃນຫົວຂໍ້ ການຜະລິດພືດຜັກທີ່ເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 5 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ສູນຄົ້ນຄວ້າການປ່ຽນແປງດິນຟ້າອາກາດ ແລະ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ […]

ການລົງຈັດຕັ້ງປະຕິບັດການກໍ່ສ້າງລະບົບເຮືອນຮົ່ມ ໃຫ້ແກ່ກຸ່ມບ້ານຕົວແບບ ທີ່ບ້ານ ທ່າແຂກ, ບ້ານ ຊາຍຟອງເໜືອ, ບ້ານ ຫົວຫ້າ ແລະ ບ້ານສີມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ,ນະຄອນຫຼວງວຽງຈັນ (KRC)

ໃນວັນທີ 10 ສີງຫາ 2022 ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ໂຄງການການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ໄດ້ລົງຕິດຕາມ ແລະ ລົງມືຈັດຕັ້ງປະຕິບັດການກໍ່ສ້າງລະບົບເຮືອນຮົ່ມ ໂດຍອີງຕາມແຜນການຈັດຕັ້ງປະຕິບັດຂອງໂຄງການທີ່ຈະໄດ້ສະ  ໜັບສະໜູນລະບົບເຮືອນຮົ່ມເພື່ອນໍາໃຊ້ເຂົ້າໃນການຜະລິດຜັກເປັນສີນຄ້າ ຈໍານວນ 184 ຫຼັງໃຫ້ແກ່ຊາວກະສິກອນບ້ານຕົວແບບ ໃນນັ້ນປະກອບມີ ບ້ານ ທ່າແຂກ ຈໍານວນ 38 ຫຼັງ, ບ້ານ ຊາຍຟອງເໜືອ ຈໍານວນ 40 ຫຼັງ, ບ້ານ ຫົວຫ້າ ຈໍານວນ 58 ຫຼັງ ແລະ ບ້ານສີມມະໂນໃຕ້ ຈໍານວນ 48 ຫຼັງ ເຊິ່ງໃນປັດຈຸບັນແມ່ນໄດ້ລົງມືກໍ່ສ້າງລະບົບເຮືອນຮົ່ມທີ່ ບ້ານ ທ່າແຂກໃນຈໍໍານວນ 38 ຫຼັງ ໂດຍການກໍ່ສ້າງແມ່ນນໍາພາໂດຍຊ່ຽວຊານທີ່ມາຈາກປະເທດເກົາຫຼີ ຫຼັງຈາກກໍ່ສ້າງລະບົບເຮືອນຮົ່ມ ທີ່ບ້ານທ່າແຂກ ຈໍານວນ 38 ຫຼັງສໍາເລັດແລ້ວ  ແມ່ນຈະສືບຕໍ່ການກໍ່ສ້າງທີ່ບ້ານ […]

ການລົງຊຸກຍູ້, ຕິດຕາມການຈັດຕັ້ງປະຕິບັດວຽກງານຂະບວນການ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໃນວັນທີ 17 ສີງຫາ 2022 ທີ່ຜ່ານມາ ໜ່ວຍຊາວໜຸມ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມສະຫຼຸບຜົນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2022 ເຊິ່ງໃຫ້ກຽດເປັນປະທານຮ່ວມໂດຍ ສະຫາຍ ປອ ສີມອນ ວົງຄໍາຮໍ່ ຮອງເລຂາ ຊາວໝຸ່ມ ຮາກຖານສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ຈຸດປະສົງ ເພື່ອຫຼຸບຜົນການຈັດຕັ້ງປະຕິບັດ ຂໍ້ແຂງຂັນ 4 ບຸກ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ2022 ແລະ ຜ່ານຂໍ້ຕົກລົງວ່າດ້ວຍຊາວໜຸ່ມພົ້ນນກະສຽນ. ໃນກອງປະຊຸມມີຜູ້ເຂົ້າຮ່ວມທັງໝົດ […]