National Agriculture and Forestry Research Institute

ກອງປະຊຸມຝືກອົບຮົມແລກປ່ຽນບົດຮຽນ ລະຫວ່າງ ສູນຄົ້ນຄວ້າວິທະຍາສາດປ່າໄມ້ ແລະ ຄະນະຄູອາຈານ ຈາກຄະນະວິຊາປ່າໄມ້, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ.

                    ໃນລະຫວ່າງວັນທີ 20-24 ມິຖຸນາ 2022 ທີ່ຜ່ານມາ ສູນຄົ້ນຄວ້າວິທະຍາສາດປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກະຊວງກະສິກຳ ແລະ ປ່າໄມ້, ຮ່ວມກັບ ຄະນະຄູອາຈານ ຈາກຄະນະວິຊາປ່າໄມ້, ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ ໄດ້ຈັດກອງປະຊຸມເຝືກອົບຮົມ ແລກປ່ຽນ, ຖອດຖອນບົດຮຽນດ້ານເຕັກນິກໃນການສ້າງ ແລະ ການຈັດການສວນປູກໄມ້, ໂດຍການເປັນປະທານຂອງ ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າສູນຄົ້ນຄວ້າວິທະຍາສາດປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຮອງຫົວໜ້າສູນ, ພະນັກງານ, ວິຊາການ ສູນຄົ້ນຄວ້າວິທະຍາສາດປ່າໄມ້, ບັນດາອາຈານທີ່ມາຈາກ ວິທະຍາໄລກະສິກຳ ແລະ ປ່າໄມ້ ພາກເໜືອ […]

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ແລະ ບໍລິສັດ ໂອເປ (OFE Co. Ltd) ຂອງປະເທດ ສ. ເກົາຫຼີ

           ລັດຖະບານໄດ້ມີວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາດ້ານເສດຖະກິດ, ເຊິ່ງດ້ານວຽກງານກະສິກໍາ ແມ່ນເນັ້ນໃສການລຸດຜ່ອນການນໍາເຂົ້າສິນຄ້າ ແລະ ເພີ່ມການສົ່ງອອກສິນຄ້າກະສິກໍາ ເພື່ອນໍາເຂົ້າເງິນຕາຕ່າງປະເທດ. ສະນັ້ນ ໂຄງການ ສ້າງສູນຄົ້ນຄ້ວາ ແລະ ພັດທະນາເຕັກໂນໂລຊີເພື່ອເກັບຮັກສາຜະລິດຕະພັນກະສິກໍາ (Project for Construction of Technology of R&D Center for Agricultural Storage) ຈຶ່ງຖືໄດ້ວ່າ ເປັນໂຄງການທີ່ມີຄວາມສໍາຄັນໂຄງການນຶງ ເຊິ່ງຈະຊອຍໃນການເກັບຮັກສາຜະລິດຕະພັນກະສິກໍາ ເພື່ອຕຽມສົ່ງອອກໄປຂາຍຢູ່ຕ່າງປະເທດ ແລະ ຈະຊອ່ຍໃນການນໍາເງິນຕາເຂົ້າມາສູ່ ສປປລາວ. ໂຄງການນີ້ ເປັນໂຄງການ ຊ່ວຍເຫຼືອລ້າ ທີ່ເນັ້ນໃສການປັບປຸງວິທະຍາການຫຼັງການເກັບກ່ຽວ ນັບແຕ່ ການຕອບສະໜອງເຄື່ອງປູກ, ເຄື່ອງກ່ຽວ, ໂຮງອົບ, ໂຮງຄັດເມັດພືດ, ພາຮານະຮັບໃຊ້ການຜະລິດ, ສາງເຢັນສໍາລັບເກັບເມັດພືດ ແລະ ຜະລິດຕະພັນພືດ, ການຝືກອົບຮົບສ້າງຄວາມເຂັ້ມແຂງ ເຊິ່ງໂຄງການມີມູນຄ່າທັງໝົດ 7 ລ້ານໂດລາ ສະຫະລັດ ແລະ ຈະໄຊ້ເວລາໃນການຈັດຕັ້ງປະຕິບັດຮ່ວມກັນ […]

ຝຶກອົບຮົມເຕັກນິກການຜະລິດພືດຜັກໃຫ້ມີຄຸນນະພາບ ແລະ ການເຊື່ອມໂຍງເຂົ້າສູ່ການຕະຫຼາດ

  ໃນວັນທີ່ 3 ມິຖຸນາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ (ສຜໝ), ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ພະນັກງານວິຊາການ ໃນຫົວຂໍ້ ເຕັກນິກການຜະລິດຜັກໃຫ້ມີຄຸນນະພາບ ແລະ ການເຊື່ຶອມໂຍງເຂົ້າສູ້ຕະຫຼາດ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທານຂອງ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 50 ທ່ານ, ຍິງ 18 ທ່ານ, ຈາກຫຼາຍພາກສ່ວນ ເຊັນ: ກົມພັດທະນາຊົນນະບົດ, ກົມສົ່ງເສີມເຕັກນິກ ແລະ ປຸງແຕ່ຜະລິດຕະພັນກະສິກໍາ, ຂະແໜງປູກຝັງ, ຂະແໜງພັດທະນາຊົນນະບົດ ພະແນກກະສິກໍາ ແລະ […]

ງານຕະຫຼາດນັດນະວັດຕະກຳກະສິກຳ ແລະ ການສົນທະນາ ວັນທີ 30 ພຶດສະພາ – 2 ມິຖຸນາ 2022, ວິທະຍາເຂດສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ

            ໃນວັນທີ 30 ພຶດສະພາ 2022 ທີ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດນະຄອນຫຼວງວຽງຈັນ,  ອົງການອາຫານ ແລະ ການກະເສດ ແຫ່ງ ສະຫະປະຊາຊາດ (FAO) ຮ່ວມມືກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ໄດ້ເປີດງານຕະຫຼາດນັດນະວັດຕະກຳກະສິກຳ ໃນ ສປປ ລາວ ຊຶ້ນ ໂດຍການເຂົ້າຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ນາຊ່າ ຮາຢັດ ຜູ້ຕາງໜ້າອົງການອາຫາ ແລະ ການກະເສດ ແຫ່ງສະຫະປະຊາຊາດ ປະຈຳລາວ, ມີພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ ພາຍໃນງານຈະມີການໂອ້ລົມສົນທະນາ ແລະ ການນໍາສະເຫນີ […]