Monthly Archives: May 2022

ພິທີມອບແນວພັນເຂົ້າ ສາຍພັນໃໝ່ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນິບົດ ແລະ ກຸ່ມຊາວນາບ້ານ ໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ

IMG_1341

ໃນຕອນບ່າຍຂອງວັນທີ 27 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ໄດ້ມອບແນວພັນເຂົ້າສາຍພັນໃໝ່ ທີ່ມີຊື່ວ່າ: BIO2 ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍຄື: ບ້ານໂນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.

ໃຫ້ກຽດເປັນປະທານຮ່ວມຂອງ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຊິນຈາງໂຮ, ຜູ້ອຳນວຍການສູນໂກເປຍ (KOPIA), ສ. ເກົາຫຼີ ປະຈຳ ສປປ ລາວ ແລະ ທ່ານ ນາງ ສີພັນ ຈັນດາລາ ນາຍບ້ານ ບ້ານ ໂພນຕ້ອງ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ, ມີທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ,ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານຈາກສູນຄົ້ນຄວ້າເຂົ້າ ແລະ ຊາວນາກຸ່ມເປົ້າໝາຍ ເຂົ້າຮ່ວມ ຈຳນວນ 15 ຄົນ.

ໃນໂອກາດນີ້ ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັນທະນາຊົນນະບົດ ກໍໄດ້ກ່າວ ເປີດພະທີ ພ້ອມທັງກ່າວຈຸດປະສົງ ເຊິ່ງໃຫ້ຮູ້ວ່າ: ເຂົ້າທີ່ນໍາມາ ມອບໃນຄັ້ງນີ້ເປັນສາຍພັນທີ່ໄດ້ ຮັບການປັບປຸງພັດທະນາຂຶ້ນມາ ໃໝ່ ເພື່ອໃຫ້ຊາວນານໍາໃຊ້ທົດ ສອບກັບການປັບໂຕຕໍ່ສະພາບ ພື້ນທີ່ທີ່ເຮັດການຜະລິດຕົວຈິງ. ເຂົ້າທີ່ນຳມາມອບໃນຄັ້ງນີ້ມີຈຳນວນທັງໝົດ 300 ກິໂລກຣາມ, ມອບໃຫ້ 20 ຄອບຄົວ, ຄອບຄົວລະ 15 ກິໂລກຼາມ. ເຂົ້າສາຍພັນນີ້ມີ 5 ຄຸນລັກສະນະເດັ່ນຄື: ທົນນໍ້າຖ້ວມ, ມີກິ່ນຫອມ, ທົນຕໍ່ພະຍາດຄໍຮວງ ເນົ່າ, ທົນພະຍາດເຂົ້າໃບແຫ້ງ ແລະເຮັດໄດ້ທັງນາປີ ແລະ ນາແຊງ.
ຈາກນັ້ນ, ທ່ານ ນາງ ປອ ໃຈ ບຸນພະນຸໄຊ ກໍ່ໄດ້ມີຄໍາເຫັນ ເຊິ່ງ ທ່ານໄດ້ຍົກໃຫ້ເຫັນຜົນກະທົບທີ່ ເກີດຈາກໄພນໍ້າຖ້ວມໃນປີ 2019 ທີ່ຜ່ານມາ ເຊິ່ງທົ່ວປະເທດລາວ ເຮົາໄດ້ຮັບຜົນກະທົບຢ່າງໜັກ. ດັ່ງນັ້ນ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຈຶ່ງໄດ້ຂໍທຶນຈາກສູນ ໂກເປຍ ເພື່ອນໍາມາພັດທະນາແນວພັນເຂົ້ານີ້ ເພື່ອຄໍ້າປະກັນສະບຽງອາຫານໃຫ້ແກ່ຊາວນາ ເພື່ອ ເປັນການທົດລອງການທົດສອບຕໍ່ກັບ ສະພາບນໍ້າຖ້ວມຂອງແນວພັນເຂົ້າ ໃໝ່ນີ້ ແລ້ວຈຶ່ງນໍາໄປປັບປຸງແກ້ໄຂຕື່ມອີກ ເພື່ອກຽມປ່ອຍແນວພັນອອກສູ່ພື້ນຖານການຜະລິດໃນອະນາຄົດ.

IMG_1308 IMG_1303 IMG_1302

ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ການມອບອຸປະກອນການຜະລິດ ແລະ ການຝຶກອົບໃຫ້ແກ້ຊາວກະສິກອນກຸ່ມຜະລິດຜັກ ບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

WhatsApp Image 2022-05-25 at 10.14.23       WhatsApp Image 2022-05-25 at 10.03.02

           ໃນວັນທີ່ 24 ພຶດສະພາ 2022 ທີ່ຜ່ານມາ ຢູ່ຫ້ອງການບ້ານສິມມະໂນໃຕ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ມອບອຸປະກອນການຜະລິດໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກບ້ານສິມມະໂນໃຕ້ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມເປັນປະທານມອບໂດຍທ່ານ ປອ ນ. ໃຈ ບຸນພະນຸໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ປອ ລີ ອຶງໂຫ ຜູ້ຈັດການໂຄງການ (KRC) ນອກຈາກນັ້ນ, ກໍ່ມີຜູ້ຕ່າງໜ້າຈາກຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ຊາວກະສິກອນກຸ່ມຜະລິດຜັກບ້ານສິມມະໂນໃຕ້ ເຂົ້າຮ່ວມທັງໝົດ ຈໍານວນ 46 ທ່ານ, ຍິງ 11 ທ່ານ.

ອຸປະກອນທີ່ມອບໃນຄັ້ງນີ້ປະກອບມີ ເຊັນ: ອີເອັມ 86 ລິດ, ກາກນໍ້າຕານ 86 ລິດ, ຈຸລິນຊີສັງເຄາະແສງ 86 ລິດ, ເມັດພັນເຂົ້າຝ່າງທີ່ໃຊ້ເຂົ້າໃນການຜະລິດເຊື້ອຣາໄມໂຄລິສາ 5 ກິໂລກຼາມ ແລະ ອຸປະກອນຜະລິດກັບດັກແມງໄມ້ສັດຕູພືດຜັກ ລວມມູນຄ່າທັງໝົດ 9,538,000 ກີບ ໃຫ້ແກ່ຊາວກະສິກອນເພື່ອນໍາໄປຜັນຂະຫຍາຍ ແລະ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຕຈິງຂອງຕົນເອງ ເພື່ອຫຼຸດຜ່ອນການນໍາໃຊ້ຝຸ່ນເຄມີ ແລະທສານເຄມີປ້ອງກັນກໍາຈັດແມງໄມ້ສັດຕູພືດໃຫ້ໜ້ອຍລົງ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ.  ນອກຈາກນັ້ນ, ຍັງໄດ້ຝຶກອົບຮົມທາງດ້ານເຕັກນິກການຜະລິດຝຸ່ນບົ່ມຊີວະພາບ ແລະ ເຕັກນິກການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດຜັກ ໂດຍຄູຝຶກຈາກສູນພັດທະນາທີດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ, ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊຽວຊານຈາກປະເທດເກົາຫຼີໃຕ້. ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຜະລິດທີ່ສາມາດຫຼຸດຕົນທຶນການຜະລິດ ເນື່ອງຈາກວ່າການຜະລິດພືດຜັກຂອງຊາວກະສິກອນໃນປະຈຸບັນມີຕົ້ນທຶນທີຂ້ອນຂ້າງສູງ ໂດຍສະເພາະຕົ້ນທຶນທີ່ມາຈາກການຊື້ຝຸ່ນເຄມີ ແລະ ຢາປ້ອງກັນກໍາຈັດພະຍາດແມງໄມ້ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ, ການຝຶກອົບຮົມໃນຄັ້ງນີແມ່ນໄດ້ເນັ້ນໃສ່ການປະຕິບັດໂຕຈິງຫຼັກ ແລະ ສາມາດນໍາໄປຜັນຂະຫຍາຍໄດ້ຈິງ  ເຊັ່ນ: ການຜະລິດຝຸ່ນບົ່ມຊີວະພາບ, ການຜະລິດເຊື້ອລາໄມໂຄລິສາ ແລະ ການຜະລິດຈຸລິນຊີສັງເຄາະແສງເພື່ອໃຊ້ເຂົ້າໃນການປັບປຸງດິນ, ການຜະລິດນໍ້າສະກັດຊີວະພາບຈາກໄຂ່ແດງ ແລະ ການຜະລິດກັບດັກ ເພື່ອໃຊ້ເຂົ້າໃນການປ້ອງກັນ ແລະ ກໍາຈັດ ແມງໄມ້ສັດຕູພືດຜັກ ທີ່ສາມາດຊ່ວຍໃຫ້ຊາວກະສິກອນສາມາດຫຼຸດຜ່ອນຕົ້ນທຶນການຜະລິດຈາກການນໍາໃຊ້ສານເຄມີ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນໄດ້.

WhatsApp Image 2022-05-25 at 10.03.02 (1) WhatsApp Image 2022-05-25 at 10.03.01 WhatsApp Image 2022-05-25 at 10.03.01 (1) WhatsApp Image 2022-05-25 at 10.03.00 WhatsApp Image 2022-05-25 at 10.03.00 (1) WhatsApp Image 2022-05-25 at 10.02.16 WhatsApp Image 2022-05-25 at 10.02.16 (1) WhatsApp Image 2022-05-25 at 10.02.15

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ແຂວງ ສາລະວັນ ໄດ້ຈັດຂະບວນການປູກໄມ້ທີ່ ບ້ານນາບອນ ແລະ ບ້ານດົງບັງ ໂດຍເນັ້ນໃສ່ ການປູກຟື້ນຟູປ່າປູກເຂດແຫຼ່ງແກ່ນພັນໄມ້ສັກ (ສະໜັບສະໜູນໂດຍໂຄງການ ITTO-Teak Project)

 

WhatsApp Image 2022-06-14 at 12.58.28

ໃນຕອນເຊົ້າວັນພະຫັດ ທີ 19 ພຶດສະພາ 2022 ໄດ້ມີຂະບວນການປູກຕົ້ນໄມ້ ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ທີ 1 ມີຖຸນາ 2022. ຊຶ່ງໄດ້ຈັດຂຶ້ນທີ່ ບ້ານດົງບັງ ເມືອງເລົ່າງາມ ໂດຍການເຂົ້າຮ່ວມເປັນປະທານ ຂອງ ທ່ານ ຄຳພຽນ ທອງມະນີ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດເມືອງ ແລະ ທ່ານ ນາງ ມາລາສີ ຈັນຄໍາມະວົງ ກຳມະການພັກເມືອງ, ຫົວໜ້າຫ້ອງການກະສິກຳ ແລະ ປ່າໄມ້ ເມືອງເລົ່າງາມ ພ້ອມດ້ວຍ ຄະນະຫ້ອງການ ກປ ເມືອງ, ຜູ້ຕ່າງໜ້າຂະແໜງປ່າໄມ້, ຫົວໜ້າ, ຮອງໝ່ວຍງານ, ພະນັກງານວິຊາການ, ອົງການຈັດຕັ້ງບ້ານ ຕະຫຼອດຮອດພໍ່ແມ່ປະຊາຊົນບ້ານອ້ອມຂ້າງເຂົ້າຮ່ວມ ທັງໝົດ 76 ຄົນ, ເພດຍິງ 14 ຄົນ; ໃນນັ້ນ, ເບ້ຍໄມ້ທີ່ນໍາມາປູກ ທັງໝົດ 2.000 ເບ້ຍ ມີ: ໄມ້ສັກ 1.050, ແຕ້ຂ່າ 400 ເບ້ຍ, ຂະຍຸງ 100 ເບ້ຍ, ໄມ້ດູ່ 300 ເບ້ຍ, ໄມ້ດູນໍ້າ 50 ເບ້ຍ ແລະ ຈໍາປະປາ 100 ເບ້ຍ ລວມເນື້ອທີ່ 2 ເຮັກຕາ.

WhatsApp Image 2022-06-14 at 12.58.43 WhatsApp Image 2022-06-14 at 12.58.37

 ຂ່າວ: ບຸນທະວີ ຈະເລີນສຸກ ສູນຄົ້ນຄວ້າວິທະຍາສາດປ່າໄມ້

ພິທີມອບສາຍພັນເຂົ້າດີເດັ່ນທີ່ທົນນ້ຳຖ້ວມ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຊາວນາ ບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃນແຂວງສະຫວັນນະເຂດ ແລະ ຈຳປາສັກ

IMG_1023   IMG_0949 IMG_1054

ໃນລະຫວ່າງວັນທີ 18-19 ພຶດສະພາ 2022 ນີ້ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສູນຄົ້ນຄວ້າເຂົ້າ) ແລະ ສູນໂກເປຍ (KOPIA), ສ ເກົາຫຼີ ປະຈຳ ສປປ ລາວ, ໄດ້ມອບແນວພັນເຂົ້າທົນນ້ຳຖ້ວມ ສາຍພັນໃໝ່ ໃຫ້ຊາວນາ ບ້ານເປົ້າໝາຍ ທີ່ມີຄວາມສ່ຽງກັບໄພນ້ຳຖ້ວມໃຫ້ ເມືອງ ຈຳພອນ, ແຂວງສະຫວັນນະເຂດ(ວັນທີ 18) ແລະ ເມືອງຊະນະສົມບຸນ, ແຂວງ ຈຳປາສັກ(ວັນທີ 19) ພາຍໃຕ້ໂຄງການ (ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ).

ໃຫ້ກຽດເປັນປະທານຮ່ວມຂອງທ່ານ ນາງ ປອ ໃຈ ບຸນພະນູໄຊ ຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຊິນຈາງໂຮ ຫົວໜ້າ ສູນໂກເປຍ, ສ ເກົາຫຼີ ປະຈຳ ສປປ ລາວ, ມີທ່ານ ຮອງເຈົ້າເມືອງ, ຕາງໜ້າຈາກພະແນກກະສິກຳ ແລະ ປ່າໄມ້ແຂວງ, ຫົວໜ້າສູນ ພ້ອມດ້ວຍປະຊາຊົນບ້ານເປົ້າໝາຍເຂົ້າຮ່ວມ.

ທ່ານ ປອ ເພັດມະນີແສງ ຊ້າງໄຊຍະສານ ຫົວໜ້າສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ກ່າວວ່າ: ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຫຼັກໃນການຄົ້ນຄວ້າ, ພັດທະນາແນວພັນພືດ ເພື່ອໃຫ້ທົນທານຕໍ່ກັບການປ່ຽນແປງສະພາບແວດລ້ອມ ໂດຍສະເພາະແມ່ນການຄົ້ນຄວ້າ ແລະ ພັດທະນາແນວພັນເຂົ້າ ເຊິ່ງເປັນສະບຽງອາຫານຫຼັກຂອງປະຊາຊົນລາວ, ແຕ່ການຈະນຳເອົາແນວພັນໃໝ່ ລົງສູ່ພື້ນທີ່ທຳການຜະລິດນັ້ນ ເຫັນວ່າ ສະຖາບັນຍັງມີຂໍ້ຈຳກັດຫຼາຍດ້ານ ໂດຍສະເພາະງົບປະມານໃນການຜະລິດ ແລະ ການແຈກຢາຍ. ສະນັ້ນ ສະຖາບັນຈຶ່ງໄດ້ຂໍທຶນຈາກສູນໂກເປຍຈາກ ສ. ເກົາຫຼີ ປະຈຳ ສປປ ລາວເພື່ອສ້າງໂຄງການທີ່ມີຊື່ວ່າ: ສ້າງໂອກາດໃຫ້ຊາວນາລາວໄດ້ເຂົ້າເຖິງແນວພັນເຂົ້າທີ່ທົນຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອບັນເທົາຜົນເສຍຫາຍທີ່ອາດເກີດຈາກໄພນ້ຳຖ້ວມ ແລະ ການລະບາດຂອງພະຍາດ.

ຈຸດປະສົງກໍເພື່ອທົດສອບການປັບຕົວ ຂອງແນວພັນທົນນ້ຳຖ້ວມ ທີ່ພັດທະນາຂຶ້ນມາໃໝ່ ໃນພື້ນທີ່ທຳການຜະລິດທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ, ເຊິ່ງເຂົ້າທີ່ນຳມາມອບຄັ້ງນີ້ມີທັງໝົດ 2 ໂຕ່ນ, ມອບໃຫ້ເມືອງຈຳພອນ, ແຂວງສະຫວັນນະເຂດ 1 ໂຕ່ນ, ເຊິ່ງມອບໃຫ້ 2 ບ້ານ ເປົ້າໝາຍຄື: ບ້ານສະຄຶ້ນເໝືອ ແລະ ບ້ານ ວັນຕະນາ, ເມືອງ ຊະນະສົມບູນ, ແຂວງຈຳປາສັກຈຳນວນ 1 ໂຕ່ນ, ມອບໃຫ້ກຸ່ມບ້ານ ຄີລີ ແລະ ກຸ່ມບ້ານ ຄຳຢາດ, ບ້ານລະ 500 ກິໂລກຼາມ ຄອບຄົວລະ 20 ກິໂລກຼາມ, ຄອບຄົວລະ 20 ກິໂລກຼາມ. ເພື່ອປູກໃນເນື້ອທີ່ 1,600 ຕາແມັດ, ເຊິ່ງຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ( 3 ໂຕ່ນ/ຮຕ).

IMG_1073 IMG_1069 IMG_1051 IMG_1042 IMG_1020 IMG_0928

ພາບ-ຂ່າວ: ຈັນທະສອນ ມະນີວົງ ສູນຊໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີມອບແນວພັນເຂົ້າທົນນ້ຳຖ້ວມ ແນວພັນໃໝ່( ຫອມທ່າດອກຄຳ 15) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າຫມາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງຂອງແຂວງຄໍາມ່ວນ

     IMG_0771 IMG_0705 IMG_0898

           ໃນລະຫວ່າງວັນທີ 17-18 ພຶດສະພາ 2022 ນີ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(ສູນຄົ້ນຄວ້າເຂົ້າ) ແລະ ກົມຈັດຕັ້ງ ແລະ ພະນັກງານ ໄດ້ມອບແນວພັນເຂົ້າຫອມທ່າດອກຄຳ 15 (ພັນເຂົ້າໜຽວ) ທີ່ມີຄວາມທົນທານຕໍ່ນໍ້າຖ້ວມ ແລະ ພະຍາດ ໃຫ້ກັບບ້ານເປົ້າໝາຍທີ່ມີຄວາມສ່ຽງຈາກໄພນໍ້າຖ້ວມໃນ 4 ເມືອງ ຂອງແຂວງຄໍາມ່ວນຄື:ເມືອງຍົມມະລາດ, ມະຫາໄຊ,ເຊບັ້ງໄຟ ແລະ ເມືອງຫນອງບົກ ຈໍານວນ 4 ໂຕນ, ພາຍໃຕ້ “ໂຄງການຊ່ວຍໃຫ້ຊາວນາໄດ້ເຂົ້າເຖິງແຫຼ່ງແນວພັນໃໝ່ “.

ໃນການມອບເຂົ້າໃນຄັ້ງນີ້ນຳໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດ້ວຍທີມງານ, ທ່ານ ເພັດສະໝອນ ຖານະສັກ, ຮອງຫົວໜ້າ ກົມຈັດຕັ້ງ ແລະ ພະນັກງານ, ມີຕາງໜ້າຈາກພະແນກ ກະສິກຳ ແລະ ປ່າໄມ້ແຂວງ, ຮອງເຈົ້າເມືອງທັງ 4 ເມືອງເປົ້າໝາຍຄື: ເມືອງ ຍົມມະລາດ, ເມືອງ ມະຫາໄຊ, ເມືອງ ໜອງບົກ ແລະ ເມືອງ ເຊບັ້ງໄຟ ພ້ອມດ້ວຍ ປະຊາຊົນຈາກບ້ານເປົ້າໝາຍເຂົ້າຮ່ວມ.

ເຊິ່ງແນວພັນເຂົ້າທີ່ມາມອບຄັ້ງນີ້ ແມ່ນແນວພັນທີ່ໄດ້ຮັບການປັບປຸງ ແລະ ພັດທະນາຂຶ້ນມາ ເພື່ອຮອງຮັບກັບການປ່ຽນແປງ ຂອງສະພາບແວດລ້ອມ ເອີ້ນຊື່ວ່າ (ເຂົ້າຫອມທ່າດອກຄຳ 15) ເຊິ່ງເປັນແນວພັນເຂົ້າໜຽວຫອມ, ທົນນ້ຳຖ້ວມ, ທົນພະຍາດໃບໄມ້, ພະຍາດຄໍຮວງເນົ່າ ແລະ ພະຍາດຂອບໃບແຫ້ງ. ປັດຈຸບັນແນວພັນນີ້ໄດ້ຍື່ນຈົດທະບຽນເປັນແນວພັນໃໝ່ ຢູ່ກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ແລ້ວ.

ຈຸດປະສົງໃນການມອບແນວພັນໃນຄັ້ງນີ້ກໍເພື່ອສ້າງໂອກາດໃຫ້ຊາວນາ ລວມທັງຜູ້ດ້ອຍໂອກາດ, ຊົນເຜົ່າສ່ວນໜ້ອຍທີ່ຢູ່ໃນບ້ານເປົ້າໝາຍທີ່ມີຄວາມສ່ຽງກັບໄພນ້ຳຖ້ວມ ໄດ້ເຂົ້າເຖິງແນວພັນໃໝ່ ເພື່ອນຳໃຊ້ໃນການບັນເທົາຜົນກະທົບຈາກໄພນ້ຳຖ້ວມ. ເຊິິ່ງເປົ້າໝາຍບ້ານທີ່ໄດ້ຮັບແນວພັນໃນຄັ້ງນີ້ ມີຈຳນວນ 4 ບ້ານ ໃນຈຳນວນ 4 ເມືອງຂອງແຂວງຄຳມ່ວນຄື: ບ້ານໂພນແກ້ວ, ເມືອງ ຍົມມະລາດ, ບ້ານສ້າງພອກ ເມືອງ ມະຫາໄຊ, ບ້ານ ໂປ້ງກິນ ເມືອງໜອງບົກ ແລະ ບ້ານ ນາພອກ ເມືອງ ເຊບັ້ງໄຟ. ແນວພັນເຂົ້າທີ່ມາມອບໃນຄັ້ງນີ້ມີຈຳນວນ 4 ໂຕ່ນ, ມອບໃຫ້ເມືອງລະ 1 ໂຕ່ນ ເຊິ່ງໃຫ້ຄອບຄົວລະ 10 ກິໂລ ເພື່ອໄປປູກໃນເນື້ອທີ່ 1,600 ຕາແມັດ, ຄາດຄະເນຈະປູກໄດ້ 16 ຮຕ, ຄາດຈະໄດ້ຮັບຜົນຜະລິດທັງໝົດປະມານ 48 ໂຕ່ນ(3ຕ/ຮຕ). ສາມາດນຳໄປປູກໄດ້ໃນນາແຊງ ປີ 2022-2023 ປະມານ 800 ຮຕ ແລະ ຈະໄດ້ເຂົ້າກິນທັງໝົດ 2,400 ໂຕ່ນ (3ຕ/ຮຕ).

IMG_0880 IMG_0828 IMG_0739IMG_0858IMG_0849 IMG_0806 IMG_0771 IMG_0747 IMG_0733 IMG_0767

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນໃນການ ຄຸ້ມຄອງ ແລະ ສະໜອງແກ່ນພັນໄມ້ ໃຫ້ແກ່ການປູກປ່າ ທີ່ ເມືອງ ເລົ່າງາມ ແຂວງ ສາລະວັນ ໃນລະຫວ່າງວັນທີ 01 -04/02/2022.

    WhatsApp Image 2022-05-09 at 10.04.49

ເພື່ອຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ສູນຄົ້ນຄວ້າປ່າໄມ້ ແມ່ນອົງການຈັດຕັ້ງໜຶ່ງທີ່ຂຶ້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີໜ້າທີ່ຄວາມຮັບຜິດຊອບໂດຍກົງໃນການຂະຫຍາຍພັນໄມ້ ແລະ ເຄື່ອງປ່າຂອງດົງ. ສະນັ້ນ, ເພື່ອໃຫ້ສໍາເລັດໜ້າວຽກທີ່ດັ່ງກ່າວຢ່າງເປັນຮຸບປະທໍາ ແລະ ມີວິທະຍາດສາດ ຈຶ່ງມີຄວາມຈໍາເປັນຢ່າງຫຍິ່ງ ທີ່ຈະຕ້ອງມີຄວາມເຂົ້າໃຈແຈ້ງເຖິງສະພາບການຜະລິດ, ຄວາມຕ້ອງການ ແລະ ການສະໜອງ ແນວພັນໄມ້ຢຸ່ໃນ ສປປ ລາວ ເພື່ອເປັນຂໍ້ມູນພື້ນຖານໃນການກໍານົດມາດຕະຖານ ແລະ ກົນໄກໃນການຂະຫຍາຍແນວພັນໄມ້ ແລະ ເຄື່ອງປ່າຂອງດົງຢ່າງຖືກຕ້ອງ ກ້າວໄປສູ່ການຊຸກຍູ້ການຜະລິດກະສິກໍາ ແລະ ປ່າໄມ້ ກຸ້ມຕົນເອງ ແລະ ສາມາດສົ່ງອອກສິນຄ້າໄປຍັງຕະຫຼາດຕ່າງປະເທດຢ່າງໝັ້ນທ່ຽງ.

ໂຄງການ ອະນຸລັກ ພັນທຸກຳໄມ້ ສັກ (ITTO Teak Project In Mékong) ເປັນ ໂຄງການນຶ່ງທີ່ໃຫ້ຄວາມສຳຄັນ ກ່ຽວກັບ ການ ອະນຸລັກ ພັນທຸກຳໄມ້ ສັກ ແລະ ສົ່ງເສີມການຄ້າ ທີ່ຖືກກົດໝາຍ ໄດ້ໃຫ້ການສະໜັບສະໜູນ ໃນວຽກງານດັ່ງກາວ.ຈາກ ການລົງຊູກຍູ້ເພື່ອເພີ່ມທະວີການສ້າງຄວາມເຂັ້ມແຂງໃຫ້ແກ່ທ້ອງຖິ່ນໃນການ ຄຸ້ມຄອງ ແລະ ສະໜອງແກ່ນພັນໄມ້ ໃຫ້ແກ່ການປູກປ່າ    ທີ່ ເມືອງ ເລົ່າງາມ ແຂວງ ສາລະວັນ, ແມ່ນໄດ້ກຳນົດເອົາ 3 ແຜນວຽກທີ່ເຫັນວ່າມີຄວາມສຳຄັນຄື: ແຜນວຽກທີ 1: ກຳນົດຂອບເຂດຊາຍແດນຂອງແຫຼ່ງແກ່ນພັນໄມ້ສັກໃຫ້ມີຄວາມຊັດເຈນ, ແຜນວຽກທີ 2: ປັບປຸງ ແລະ ເຜີຍແຜ່ ລະບຽບໃນການຄຸ້ມຄອງແຫຼ່ງແກ່ນໃຫ້ແກ່ ປະຊາຊົນບ້ານອ້ອມຂ້າງພື້ນທີ່ແຫຼ່ງແກ່ນໄມ້ສັກ, ແຜນວຽກທີ 3: ປູກຟື້້ນຟູເຂດຊຸດໂຊມທີ່ນອນໃນແຫຼ່ງແກ່ນພັນ, ຊື່ງມີເນື້ອທີ່ທັງໝົດ 36.7 ເຮັກຕາ  ມີຕົ້ນພໍ່ແມ່ນພັນໄມ້ສັກ 405 ຕົ້ນ ແລະ ສາມາດສະໜອງແກ່ນພັນໄດ້ປະມານ 3.000 ກິໂລ/ປີ.

WhatsApp Image 2022-05-09 at 10.04.49 (2) WhatsApp Image 2022-05-09 at 10.04.49 (1)

 

ສູນຄົ້ນຄວ້າປ່າໄມ້

ບຸນທະວີ ຈະເລີນສຸກ

ຝຶກອົບຮົມເຕັກນິກການຫຼຸດຕົ້ນທຶນການຜະລິດພືດຜັກ ແລະ ການສະໜັບສະໜູນອຸປະກອນການຜະລິດໃຫ້ແກ້ຊາວກະສິກອນກຸ່ມຜະລິດຜັກ ບ້ານຊາຍຟອງເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

WhatsApp Image 2022-05-07 at 23.15.48 WhatsApp Image 2022-05-07 at 23.15.51

          ໃນວັນທີ່ 5 ພຶດສະພາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານຊາຍຟອງເໜືອ ຂຶ້ນທີ່ຫ້ອງການບ້ານຊາຍຟອງເໜືອ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 35 ທ່ານ, ຍິງ 16 ທ່ານ.

ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄຸ່ຝຶກຈາກສູນພັດທະນາທີດິນ ແລະ ຄຸ້ມຄອງການນໍາໃຊ້ຝຸ່ນ ແລະຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຫຼຸດຕົນທຶນການຜະລິດພືດຜັກ ເນື່ອງຈາກວ່າການຜະລິດພືດຜັກໃນປະຈຸບັນມີຕົ້ນທຶນທີຂ້ອນຂ້າງສູງ ໂດຍສະ ເພາະຕົ້ນທຶນທີ່ມາຈາກຝຸ່ນເຄມີ ແລະ ຢາປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ ທີ່ມີລາຄາສູງຂຶ້ນເປັນສອງເທົ່າ. ການຝຶກອົບຮົມໃນຄັ້ງນີແມ່ນໄດ້ເນັ້ນໃສ່ການປະຕິບັດໂຕຈິງຫຼັກ ເຊັ່ນ: ການຜະລິດຝຸ່ນບົ່ມຊີວະພາບ, ການຜະ ລິດເຊື້ອລາໄມໂຄລິສາ, ການຜະລິດຈຸລິນຊີສັງເຄາະແສງ, ການຂະຫຍາຍອີເອມ ແລະ ການຜະລິດກັບດັກແມງໄມ້ສັດຕູພືດຜັກ. ນອກຈານັ້ນ, ທາງໂຄງການ (KRC) ຍັງໄດ້ສະນັບສະໜູນອຸປະກອນທີ່ໃຊ້ເຂົ້າໃນການຜະລິດພືດຜັກ ໂດຍສະເພາະຝຸ່ນຊີວະພາບ ເຊັ່ນ ອີເອັມ 62 ລິດ, ກາກນໍ້າຕານ 62 ລິດ, ຈຸລິນຊີສັງເຄາະແສງ 100 ລິດ, ເມັດພັນເຂົ້າຝ່າງທີ່ໃຊ້ເຂົ້າໃນການຜະລິດເຊື້ອຣາໄມໂຄລິສາ 4 ກິໂລກຼາມ ແລະ ອຸປະກອນຜະລິດກັບດັກແມງໄມ້ສັດຕູພືດຜັກ  ຈໍານວນໜຶ່ງ ໃຫ້ແກ່ຊາວກະສິກອນໄດ້ນໍາໄປຜັນຂະຫຍາຍ ແລະ ໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຕຈິງຂອງຕົນເອງ ເພື່ອຫຼຸດ ຜ່ອນການນໍາໃຊ້ຝຸ່ນເຄມີ ແລະທສານເຄມີປ້ອງກັນກໍາຈັດແມງໄມ້ສັດຕູພືດໃຫ້ໜ້ອຍລົງ ແລະ ເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ.

WhatsApp Image 2022-05-07 at 23.15.51 (2) WhatsApp Image 2022-05-07 at 23.15.51 (1) WhatsApp Image 2022-05-07 at 23.15.50 WhatsApp Image 2022-05-07 at 23.15.49 WhatsApp Image 2022-05-07 at 23.15.49 (2) WhatsApp Image 2022-05-07 at 23.15.49 (1)

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com