Monthly Archives: April 2022

ກອງປະຊຸມສະຫຼຸບການຜະລິດແນວພັນເຂົ້າ ປະຈຳ 5 ປີ(2016-2020) ແລະ ແຜນການ ປີ (2021-2025)

IMG_0404 IMG_0416

          ໃນວັນທີ 7 ເມສາ 2022 ທີ່ຜ່ານມາ ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ສະຫຼຸບຕີລາຄາ ແລະ ປະເມີນຜົນ ການຜະລິດແນວພັນເຂົ້າ ໃນໄລຍະ 5 ປີ (2016-2020)  ແລະ ແຜນການທິດທາງ 5 ປີ (2021-2025), ໂດຍການເປັນປະທານຂອງ ທ່ານ ປອ ໃຈ ບຸນພະນູໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວໃນທີ່ປະຊຸມວ່າ: ການຜະລິດແນວພັນເຂົ້າແມ່ນ ໂຄງການບູລິມະສິດໜຶ່ງທີ່ສຳຄັນຍີ່ງຕໍ່ການພັດທະນາວຽກງານຂອງຂະແໜງກະສິກຳ ແລະ ປ່າໄມ້, ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດ ເພື່ອສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ; ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ກົມສົ່ງເສີມກະສິກຳ ແລະ ສະຫະກອນ, ເຊິ່ງຢູ່ໃນໂຄງການຜະລິດເປັນສິນຄ້າ ແລະ ໂຄງການຄ້ຳປະກັນສະບຽງອາຫານແຫ່ງຊາດ ຂອງລັດຖະບານ. ເພື່ອຜະລິດແນວພັນເຂົ້າທີ່ມີຄຸນນະພາບ ຮັບໃຊ້ 2 ເປົ້າໝາຍຫຼັກ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄື: 1) ຄ້ຳປະກັນຄວາມໝັ້ນຄົງດ້ານສະບຽງອາຫານ (ໃຫ້ມີເຂົ້າກຸ້ມກິນພາຍໃນປະເທດ), 2) ຜະລິດກະສິກຳເປັນສິນຄ້າ (ໂດຍສະເພາະເຂົ້າຄຸນນະພາບ), ລັດຖະບານ ວາງເປົ້າໝາຍ ແລະ ປະເມີນຄວາມຕ້ອງການ ເຂົ້າເພື່ອບໍລິໂພກ ແລະ ເປັນສິນຄ້າ ຂອງ ສປປ ລາວ ຮອດປີ 2025 ແມ່ນ 4,2 ລ້ານໂຕນ.

ຕາມຄາດໝາຍໃນການຜະລິດແນວພັນເຂົ້າ ລຸ້ນ 1 ຈຳນວນ 50 ໂຕນ/ປີ ແລະ ລຸ້ນ 2 ຈໍານວນ 240 ໂຕນ/ປີ ໂດຍ 5 ສູນຫຼັກຜະລິດແນວພັນເຂົ້າທີ່ຂຶ້ນກັບ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຄືື: ສູນຄົ້ນຄວ້າເຂົ້າ(ນາພອກ), ສູນຄົ້ນຄວ້າກະສິກຳທ່າສະໂນ, ສູນຄົ້ນຄວ້າກະສິກໍາພາກໃຕ້(ໂພນງາມ) , ສູນຄົ້ນຄວ້າກະສິກໍາເຂດເນີນສູງ(ຫ້ວຍໂຄດ) ແລະ ສູນຄົ້ນຄວ້າກະສິກໍາຫຼວງນ້ຳທາ). ສ່ວນ ລຸ້ນ 3 ຈຳນວນ 9.500 ໂຕນ/ປີ ກົມສົ່ງເສີມກະສິກຳ ແລະ ສະຫະກອນ ເປັນຜູ້ສົ່ງເສີມ 7 ສູນພັດທະນາກະສິກຳ, ກຸ່ມຜະລິດ ແລະ ຜູ້ປະກອບການ, ສ້າງເຄືອຂ່າຍການຜະລິດ ແລະ ຂະຫຍາຍແນວພັນເຂົ້າໃນຂອບເຂດທົ່ວປະເທດໃຫ້ເຂັ້ມແຂງ.

ໃນໄລຍະ 5 ປີ (2016-2020) ລຸ້ນ 1 ໄດ້ 623ໂຕນ ເທົ່າກັບ 249%; ລຸ້ນ 2 ໄດ້ 4.558ໂຕນ ເທົາກັບ 379% ແລະ ລຸ້ນ 3 ໄດ້ 34.472 ໂຕນ ເທົ່າກັບ 73%. ການຈໍາໜ່າຍເມັດພັນຍັງບໍ່ເປັນລະບົບດີ ບໍ່ມີການສັ່ງຈອງ ຮອດຍາມປູກຈຶ່ງຊອກຫາຊື້ນຳສູນ ສະຖານີ ເຮັດໃຫ້ເມັດພັນເຂົ້າເຫຼືອບໍ່ພໍ, ບໍ່ໄດ້ເມັດພັນຕາມຕ້ອງການຂອງຜູ້ບໍລິໂພກ, ຍັງມີການນໍາໃຊ້ເມັດພັນລຸ້ນ1 ແລະ ລຸ້ນ2 ປູກເພື່ອບໍລິໂພກ ແລະ ເປັນສິນຄ້າ ທົດແທນການຂາດເມັດພັນລຸ້ນ3.

ການຜະລິດເມັດພັນເຂົ້າຂອງໂຄງການຜະລິດແນວພັນເຂົ້າ ລຸ້ນ1 ແລະ ລຸ້ນ2 ບ້ວງແກ້ໄຂສຸກເສີນໄພພິບັດ ປີ 2019 ສາມາດຈັດຕັ້ງປະຕິບັດໄດ້ ທັງໝົດ 228,5 ໂຕນ, ໃນນັ້ນ ເມັດພັນເຂົ້າລຸ້ນ 1 ມີຈຳນວນ 15 ໂຕນ, ເມັດພັນເຂົ້າລຸ້ນ 2 ມີຈຳນວນ 213,5 ໂຕນ. ເມື່ອທຽບໃສ່ແຜນການຈັດຕັ້ງປະຕິບັດໂຄງການເຫັນວ່າ ໂຄງການສາມາດຈັດຕັ້ງປະຕິບັດໄດ້ 100% ຂອງແຜນການ, ແນວພັນດັ່ງກ່າວທາງໂຄງການຈະນຳໃຊ້ໃຫ້ເປັນທືນໝູນວຽນພາຍໃນສູນເປົ້າໝາຍ, ບໍລິການໃຫ້ແກ່ຊາວນາ, ຜູ້ປະກອບການທີ່ຜະລິດເຂົ້າເພື່ອຄ້ຳປະກັນສະບຽງອາຫານ ແລະ ມີສ່ວນແຮໄວ້ເພື່ອແກ້ໄຂໃນເວລາເກີດໄພທຳມະຊາດຕາມການຊີ້ນຳຂອງຂັ້ນເທິງ.

ແຜນໃນຕໍ່ໜ້າ ໂດຍອີງຕາມພາລະບົດບາດ ຂອງສະຖາບັນ, ກົມສົ່ງເສີມ ແລະ ກົມປູກຝັງ ກ່ຽວກັບວຽກຜະລິດແນວພັນເຂົ້າ.  5 ສູນຄົ້ນຄວ້າ ທີ່ຂຶ້ນກັບສະຖາບັນ ຜະລິດ ລຸ້ນ 1 ແລະ ລຸ້ນ 2 ແລະ ອີກ 7 ສູນພັດທະນາກະສິກໍາ ທີ່ກັບກົມສົ່ງເສີມກະສິກຳ ແລະ ສະຫະກອນ ແລະ ບັນດາສູນ-ສະຖານີ ປະຈຳແຕ່ລະແຂວງຮັບຜິດຊອບຜະລິດ ລຸ້ນ 3. ກົມປູກຝັງສົມທົບກັບຂະແໜງປູກຝັງຢູ່ແຂວງ ຕິດຕາມ ກວດກາ ລະບົບ ລະບຽບ ແລະ ຄຸນນະພາບເມັດພັນເຂົ້າ ໃຫ້ໄດ້ມາດຕະຖານ ແຕ່ລະປະເພດແນວພັນ.

IMG_0249 IMG_0250 IMG_0409 IMG_0428 IMG_0459 IMG_0431 IMG_0233

ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos)

           IMG_0517IMG_0305

            ສະຖາບັນຄົ້ນຄ້ວາກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ແລະ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ (WWF-Laos) ໄດ້ຈັດພິທີ ເຊັນບົດບັນທຶກຄວາມເຂົ້າໃຈ ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງ ໄລຍະທີ VI. ຢູ່ທີ່ສະໂມສອນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃນວັນທີ 26 ເມສາ 2022ນີ້, ໃຫ້ກຽດເຊັນໂດຍ ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ລໍຣິດ ປາເລນຕິນີ, (ຜູ້ອໍານວຍການ ອົງການ WWF-Laos) ມີບັນດາຫົວໜ້າ/ຮອງສູນ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມເພື່ອເປັນສັກຂີພິຍານໃນການເຊັນບົດບັນທຶກໃນຄັ້ງນີ້.

ທ່ານ ປ.ອ. ຈັນສະໝອນ ພົງອຸດົມ, ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໄດ້ກ່າວວ່າ: ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ V ໄດ້ປະສົບຜົນສຳເລັດຕາມທີ່ໄດ້ວາງແຜນງົບປະມານສຳລັບ 3 ປີ ແຕ່ ປີ 2018 ຫາ ປີ 2020 ຊຶ່ງໄດ້ຈັດຕັ້ງປະຕິບັດຢູ່ 28 ບ້ານ, ໃນ 6 ເມືອງ ແລະ 3 ແຂວງຄື: ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ ໂດຍການຮ່ວມມືຈາກຫລາຍພາກສ່ວນ ໂດຍສະເພາະພາກລັດຕັ້ງແຕ່ຂັ້ນສູນກາງ, ແຂວງ, ເມືອງ, ບ້ານ, ອົງການຈັດຕັ້ງທາງສັງຄົມ, ອົງການຈັດຕັ້ງທີ່ບໍ່ແມ່ນຂອງລັດ ແລະ ພາກສ່ວນ ອຶ່ນໆ.ໃນນັ້ນ, ໂຄງການ ໄດ້ເຮັດສຳເລັດ  ວຽກງານຄຸ້ມຄອງຈັດສັນປ່າຫວາຍ ແລະ ໄມ້ປ່ອງ ໃນທຳມະຊາດໃຫ້ມີຄວາມຍືນຍົງ ໄດ້ 30.573 ເຮັກຕາ.

ການສືບຕໍ່ຮ່ວມມື ໃນໄລຍະ 2 ປີ (2022-2023) ລະຫວ່າງ NAFRI ແລະ ອົງການ WWF-Laos ພາຍໃຕ້ໂຄງການໄລຍະທີ VI ດັ່ງກ່າວ ແມ່ນຈະຮ່ວມຈັດຕັ້ງປະຕິບັດ 4 ວຽກງານຫຼັກ ໃນພື້ນທີ່ໂຄງການ ທີ່ກວມເອົາ 3 ແຂວງຄື: (ແຂວງ ບໍລິຄໍາໄຊ, ສາລະວັນ ແລະ ເຊກອງ) ໃນ 7 ເມືອງ, ກວມເອົາ 30 ບ້ານ ທີ່ຈະໄດ້ຮັບຜົນປະໂຫຍດ ຕໍ່ກິດຈະກໍາ ຂອງໂຄງການ, ລວມມີ:

ການສ້າງຄວາມເຂັ້ມແຂງ ແລະ ຂະຫຍາຍການຄຸ້ມຄອງແບບຍືນຍົງ ເຂດເນື້ອທີ່ປ່າໄມ້ທໍາມະຊາດ; ສົ່ງເສີມຄວາມຖືກຕ້ອງຕາມລະບຽບກົດໝາຍ ຂອງຕ່ອງໂສ້ການສະໜອງຫວາຍ ແລະ ໄມ້ປ່ອງ ເພື່ອຄວາມຍືນຍົງ; ສະໜັບສະໜູນການປັບໂຕຂອງຊຸມຊົນ ໂດຍຜ່ານວິຖີຊີວິດການເປັນຢູ່ ໃຫ້ອີງໃສ່ການປ່ຽນແປງຂອງລະບົບນິເວດ ແລະ ສະພາບດິນຟ້າອາກາດ; ສະໜັບສະໜູນຕໍ່ການຄົ້ນຄວ້າ ແລະ ປະເມີນຕ່ອງໂສ້ມູນຄ່າເພີ່ມ ຂອງຫວາຍ ໃນ ລາວ, ແລະ ກິດຈະກໍາອື່ນໆ. ເຊິ່ງໃຫ້ທຶນສະໜັບສະໜູນໂດຍຜ່ານ ອົງການ WWF-Laos ຈາກ IKEA ແລະ SIDA ເພື່ອຈັດຕັ້ງປະຕິບັດກິດຈະກໍາໂຄງການຈົນຮອດທ້າຍເດືອນທັນວາ 2023 ດ້ວຍງົບປະມານ 321,800 ດອນລາ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ໄດ້ສະແດງໃຫ້ເຫັນເຖິງຄວາມມຸ້ງໝັ້ນ ແລະ ການຮ່ວມມືກັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດວຽກງານໂຄງການ ໃຫ້ປະສົບຜົນສໍາເລັດ ລະຫວ່າງຄູ່ຮ່ວມງານຫຼັກ ຂອງໂຄງການ ເປັນຕົ້ນແມ່ນ ພະແນກກະສິກໍາ ແລະ ປ່າໄມ້ ທັ້ງ 3 ແຂວງ ທີ່ນອນຢູ່ໃນໂຄງການ, ສະຖາບັນ NAFRI, ອົງການ WWF-Laos ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນໆ ທີ່ໄດ້ເຂົ້າຮ່ວມ ແລະ ຮັບຮອງເອົາກິດຈະກໍາໂຄງການ ເພື່ອໄປຈັດຕັ້ງປະຕິບັດ, ກອງປະຊຸມໄດ້ສິ້ນສຸດໃນເວລາ 12:00 ຂອງວັນດຽວກັນ.

IMG_0493 IMG_0504 IMG_0510 IMG_0514

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ນາງ ຂັນທະມາລາ ຈັນທະລັງສີ ຮອງຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ການເລິ່ມຕົ້ນໂຄງການພັດທະນາ ແລະ ປັບປຸງ ເຕັກໂນໂລຊີການຜະລິດພືດຜັກ ໃນເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

 

WhatsApp Image 2022-04-26 at 11.54.00 WhatsApp Image 2022-04-26 at 11.53.59

ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະການຜະລິດຜັກໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ພືດຜັກເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ ແລະ ມີຄຸນຄ່າທາງດ້ານໂພສະນາການສູງຕໍ່ຮາງກາຍຂອງມະນຸດ, ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ,  ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍ່ພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ແລະ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ຮ່ວມມືກັບໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໃນການຈັດຕັ້ງປະຕິບັດການເພື່ອຄົ້ນຄວ້າ, ພັດທະນາແນວພັນ, ເຕັກນິກການຜະລິດທີ່ເໝາະສົມ, ເຕັກນິກຫລັງການເກັບກ່ຽວທີ່ດີ ແລະ ສ້າງຄວາມເຂັ້ມແຂງທາງດ້ານໂຄງລາງພື້ນຖານ, ທາງດ້ານເຕັກນິກການປູກ, ການແປຮູບຜະລິດຕະພັນຜັກໃຫ້ແກ່ຊາວກະສິກອນເປັນຕົ້ນ. ສະນັ້ນ, ເພື່ອເປັນການເຜີຍແຜ່ຜົນຂອງຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນຕໍ່ໜ້າ.

ໃນຕອນເຊົ້າຂອງວັນທີ 26 ເມສາ 2022 ທີ່ຜ່ານມາ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ ໄດ້ເປີດກອງປະຊຸມການເລິ່ມຕົ້ນໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂຶ້ນທີ່ຫ້ອງປະຊຸມ ຂອງພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໂດຍການເປັນປະທ່ານຮ່ວມຂອງ ທ່ານ ປອ ຫຼ້າສາຍ ນວນທາສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ທ່ານ ນ. ປອ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຫົວໜ້າສູນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ແລະ ກຸ່ມຜະລິດພືດຜັກ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງພະແນກກະສິກໍາ ແລະ ປ່າໄມ້ເຂົ້າຮ່ວມ ທັງໝົດ ຈໍານວນ 47 ທ່ານ, ຍິງ 10 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອລາຍງານຜົນການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ ແລະ ວາງທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຢູ່ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື ບ້ານ ຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ບ້ານ ສິມມະໂນໃຕ້. ໃນກອງປະຊຸມ ທ່ານ ໜຽວຄໍາ ຄໍາມີນາທີ ຫົວໜ້າຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ໄດ້ລາຍງານສະພາບການຜະລິດພືດຜັກຢູ່ນະຄອນຫຼວງວຽງຈັນ ແລະ ຜົນການຈັດຕັ້ງປະຕິບັດກິດຈະກໍາໂຄງການໃນໄລຍະຜ່ານມາ, ທ່ານ ປອ ລີ ອຶງໂຫ ຜູ້ຈັດການໂຄງການ ຈາກປະເທດເກົາຫຼີໃຕ້ ໄດ້ນໍາສະເໜີສະພາບລວມຂອງໂຄງການໃນໄລຍະຜ່ານມາເຊິ່ງທ່ານໄດ້ຊີ້ໃຫ້ເຫັນການໄດ້ດໍາເນີນໂຄງການ ເຊັນ: ໄດ້ສໍາເລັດການກໍ່ສ້າງອາຄານຫ້ອງການຫ້ອງທົດລອງ, ເຮືອນແປຮູບຜະລິດຕະພັນຜັກ, ເຮືອນຮົ່ມ, ເຄືອງກົນຈັກກະສິກໍາ, ເຄືອງໃຊ້ຫ້ອງທົດລອງ ແລະ ເຄືອງໃຊ້ຫ້ອງການຕ່າງ, ໄດ້ທົດສອບ ແລະ ຄັດເລືອກສາຍພັນໝາກເລັ່ນ, ໝາກເຜັດ ແລະ ໝາກແຕງ, ໄດ້ສໍາເລັດການ ຈັດຕັ້ງກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ແລະ ໄດ້ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ພະນັກງານວິຊາການໂດຍຜ່ານການຝຶກອົບຮົມ ແລະ ການທັດສະນະສຶກສາໄດ້ຫຼາຍກວ່າ 190 ເທື່ອຄົນ. ນອກຈາກນັ້ນ, ທາງໂຄງການຍັງໄດ້ເຜີຍແຜ່ຜົນສໍາເລັດຂອງໂຄງ ການໃຫ້ອອກສູ່ສັງຄົມໃນຫຼາຍຊ່ອງທາງເປັນຕົ້ນແມ່ນທາງຊື່ສັງຄົມອອນລາຍ ເຊັນ ໂທລະພາບ, ໜັງສືພິມ, ເວບໄຊ, ຢູທູບ, ເຟດບຸກ ແລະ ຈົດໝາຍຂ່າວ ຜ່ານຫຼາຍສໍານັກ ເຊັນ ສໍານັກຂ່າວຂອງກະຊວງກະສິກໍາ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໜັງສືພິມວຽງຈັນທາມ ແລະ ວຽງຈັນໃໝ່ ເປັນຕົ້ນ ແລະ ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະສານງານໂຄງການຝ່າຍລາວໄດ້ນໍາສະເໜີແຜນລະອຽດໃນການຈັດຕັ້ງປະຕິບັດຂອງໂຄງການໃນຕໍ່ໜ້າ ເຊິ່ງໂຄງການຈະໄດ້ສຶບຕໍ່ສະໜັບສະໜູນເຮືອນຮົ່ມ ຈໍານວນ 184 ຫຼັງ, ແນວພັນ, ການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການປູກ ແລະ ຫຼັງການເກັບກ່ຽວ ໃຫ້ແກ່ຊາວກະສິກອນກຸ່ມເປົ້າໝາຍຂອງໂຄງການ ແລະ ໂຄງການຈະໄດ້ສືບຕໍ່ໃນການຄົ້ນຄວ້າ ແລະ ພັດທະນາທາງດ້ານເຕັກນິກການປູກຜັກໃນເຮືອນຮົມ, ການຈັດການລະບົບນໍ້າ, ເຕັກນິກການໃສ່ຝຸ່ນ, ການປ້ອງກັນກໍາຈັດພະຍາດ ແລະ ແມງໄມ້ສັດຕູພືດ, ການນໍາໃຊ້ເຄືອຈັກເຂົ້າໃນການຜະລິດ ແລະ ເຕັກນິກການແປຮູບຜະລິດຕະພັນຜັກ. ນອກຈາກນີ້, ໄດ້ເປີດໂອກາດໃຫ້ແຕ່ລະພາກສ່ວນທີ່ເຂົ້າຮ່ວມມີຂໍ້ຄິດເຫັນ ແລະ ແລກປ່ຽນເຊິ່ງກັນຫຼາຍປະເດັນ ເຊິ່ງສາມາດສັງລວມໄດ້ ຄື: ຄວາມຍຶນຍົງຂອງໂຄງການ, ການຮ່ວມມືລະຫວ່າງພາກສ່ວນຕ່າງທີ່ກ່ຽວຂ້ອງ, ແຜນລະອຽດຂອງການຈັດຕັ້ງປະຕິບັດໂຄງການ, ການວາງແຜນການຜະລິດໃຫ້ເຊືອມໂຍງກັບຕະຫຼາດ ແລະ ການຂຶ້ນທະບຽນທາງແນວພັນໃໝ່ ເປັນຕົ້ນ.

WhatsApp Image 2022-04-26 at 11.54.02 WhatsApp Image 2022-04-26 at 11.54.01

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ການເຊັນສັນຍາການຊື້-ຂາຍຜັກ ຂອງຊາວກະສິກອນ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ທີ່ ຕະຫຼາດລາວ ນະຄອນຫຼວງວຽງຈັນ

huyu

ໃນວັນທີ 20 ມີນາ 2022 ທາງ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຮ່ວມກັບ ພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ແລະ ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ແລະ ຊາວກະສິກອນບ້ານຕົວແບບ 4 ບ້ານຄື: ບ້ານຫົວຫ້າ, ບ້ານສີມມະໂນ, ບ້ານທ່າແຂກ ແລະ ບ້ານ ຊາຍຟອງເໜືອ ໄດ້ມີການເຊັນສັນຍາການຊື້-ຂາຍຜັກສົດ ຮ່ວມກັບ ບໍລິສັດ ເມືອງລາວຟູດ ການເຊັນສັນຍາຊື້-ຂາຍຜັກ ໃນຄັ້ງນີ້ ເພື່ອຈັດຕັ້ງປະຕິບັດຕາມວາລະແຫ່ງຊາດ ຂອງລັດຖະບານ ກໍ່ຄືຂອງກະຊວງກະສິກໍາ ແລະ ປ່າໄມ້ ໃນການແກ້ໄຂຄວາມທຸກຍາກ ໂດຍຕິດພັນກັບການຜະລິດກະສິກໍາເພື່ອເປັນສິນຄ້າ ເຊິ່ງການເຊັນສັນຍາດັ່ງກ່າວແມ່ນໄດ້ຈັດຂຶ້ນທີ່ ຕະຫຼາດລາວ ບ້ານສະພັງມຶກ ນະຕອນຫຼວງວຽງຈັນ.

ການເຊັນສັນຍາຊື້-ຂາຍຜັກ ຂອງຊາວກະສິກອນບ້ານຕົວແບບ ຂອງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ໃນເຂດເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ (KRC) ເຊິ່ງເຂົ້າຮ່ວມ ໃນການເຊັນສັນຍາໂດຍ ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ບໍລິສັດ ເມືອງລາວຟູດ ແລະ ເປັນຜູ້ ອໍານວຍການ ຕະຫຼາດລາວ, ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທ່ານ Dr. Lee Eungho ຜູ້ຈັດການໂຕງການ ປະຈໍາລາວ ແລະ ຕາງໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຫາດຊາຍຟອງ ເຊິ່ງໃນການເຊັນສັນຍາ ດັ່ງກ່າວ ທ່ານ ບຸນທ່ຽງ ລັດຕະນະວົງ ໄດ້ລາຍງາານກ່ຽວກັບຄວາມຕ້ອງການຜັກໃນການຈໍາໜ່າຍໃນແຕ່ລະວັນ ເຊິ່ງປະກອບມີ ຜັກບົ່ວແບ່ງ 120 ກິໂລກຼາມ/ມື້, ຜັກຫອມປ້ອມ 60 ກິໂລກຼາມ/ມື້, ຜັກເຊີນາລີ 60 ກິໂລກຼາມ/ມື້, ຜັກສະຫຼັດ 60 ກິໂລກຼາມ/ມື້, ຜັດຫົມ 120 ກິໂລກຼາມ/ມື້, ແລະ ຜັກປະເພດໝາກ 120 ກິໂລກຼາມ/ມື້. ອີງຕາມຄວາມຕ້ອງການຜັກໃນແຕ່ລະວັນ ທາງຊາວກະສິກອນບ້ານຕົວແບບ 4 ບ້ານແມ່ນເຫັນດີ ແລະ ໄດ້ເຊັນສັນຍາ ໃນການຜະລິດໃຫ້ໄດ້ຕາມຈໍານວນທີ່ຕະຫຼາດລາວຕ້ອງການໃນແຕ່ລະວັນ ແລະ ທາງຕະຫຼາດລາວກໍ່ໄດ້ມີການຄໍ້າປະກັນທາງດ້ານລາຄາການຊື້-ຂາຍຜັກສົດ ຮ່ວມກັບຊາວກະສິກອນ ເພື່ອເຮັດໃຫ້ຊາວກະສິກອນບ້ານດັ່ງກ່າວສາມາດມີລາຍຮັບເພີ່ມຂຶ້ນ ແລະ ພັດທະນາຊີວິດການເປັນຢູ່ໃຫ້ດີຂຶ້ນເທື່ອລະກ້າວ.

wvtv34st t y54ney 43wh6 3wv5t4vy

ຂຽນ ແລະ ຮຽບຮຽງ ໂດຍ: ສັກສະຫຍາມ ພະນົມສຸກ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ກອງປະຊຸມຄະນະຮັບຜິດຊອບດ້ານແນວພັນ ຂອງກະຊວງກະສິກຳ ແລະ ປ່າໄມ້ ຄັ້ງທີ I

IMG_0363

          ໃນວັນທີ 01 ເມສາ 2022 ທີ່ ສະໂມສອນ ຂອງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມ ຄະນະຮັບຜິດຊອບດ້ານແນວພັນເພື່ອປຶກສາຫາລື ແບ່ງຄວາມຮັບຜິດຊອບດ້ານ ແລະ ແຜນດຳເນີນງານຄະນແຮັບຜິດຊອບດ້ານແນວພັນ ໂດຍການເປັນປະທານຂອງ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້, ມີບັນດາຫົວໜ້າ/ຮອງກົມ, ຫົວໜ້າ/ຮອງສູນ ແລະ ຄະນະຮັບຜິດຊອບກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ, ລວມຜູ້ເຂົ້າທັງໝົດ 45 ທ່ານ (ເຂົ້າຢູ່ສະໂມສອນ 20 ທ່ານ ແລະ ທາງໄກ 25 ທ່ານ).

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ ແມ່ນການຜ່ານຂໍ້ຕົກລົງສະບັບເລກທີ່ 0631/ກປ ລົງວັນທີ 16 ມີນາ 2022 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບດ້ານແນວພັນຂອງກະຊວງກະສິກຳ ແລະ ປ່າໄມ້ ແລະ ການປຶກສາຫາລື ແບ່ງຄວາມຮັບຜິດຊອບ ປຶກສາຫາລືຮ່າງແຜນດຳເນີນງານ ຂອງຄະນະຮັບຜິດຊອບ ດ້ານແນວພັນ. ແນວພັນທີ່ດີແມ່ນປັດໃຈຫຼັກທີ່ສຳຄັນຫຼາຍຕໍ່ກັບການຜະລິດກະສິກຳ ເພື່ອໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບສາມາດສົ່ງອອກເປັນສິນຄ້າໄດ້.

ໃນຕອນທ້າຍຂອງກອງປະຊຸມທ່ານປະທານໄດ້ໃຫ້ທິດຊີ້ນຳຕໍ່ກອງປະຊຸມຕື່ມວ່າ: ໃຫ້ກອງເລຂາປັບປຸງເນື້ອໃນແຜນດຳເນີນງານ ແລະ ການແບ່ງຄວາມຮັບຜິດຊອບຂອງຄະນະໃຫ້ສຳເລັບໂດຍໄວ ແລະ ມອບໃຫ້ທຸກພາກສ່ວນທີ່ຮັບຜິດຊອບ ຜັນຂະຫຍາຍໂດຍການປະສານສົມທົບສັງລວມສ້າງເປັນແຜນໂຄງການລະອຽດ ເພື່ອມາຜ່ານເປັນເອກະພາບໃນກອງປະຊຸມຄັງຕໍ່ໄປ. ກອງປະຊຸມດັ່ງກ່າວ ໄດ້ປິດລົງຢ່າງເປັນທາງການ ໃນເວລາ 12:00 ໂມງ ຂອງວັນດຽວກັນ.

IMG_0187 IMG_0148 IMG_0142 IMG_0399IMG_0387 IMG_0389

ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຝຶກອົບຮົມທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າ ໃຫ້ແກ່ຊາວກະສິກອນກຸ່ມຜະລິດພືດຜັກ ບ້ານສິມມະໂນໃຕ້, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

WhatsApp Image 2022-04-07 at 08.35.37 (1)

ຂ່າວໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ໃນວັນທີ່ 6 ເມສາ 2022, ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາປ່າໄມ້ ແລະ ພັດທະນາຊົນນະບົດຮ່ວມກັບໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ (KRC) ໄດ້ຈັດຝຶກອົບຮົມໃຫ້ແກ່ຊາວກະສິກອນກຸ່ມຜະລິດເຕັກນິກການຜະລິດພືດຜັກເປັນສິນຄ້າ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ບຸນຖົມສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນ ເຊັນ ສູນຄົ້ນຄວ້າພືດຜັດ ແລະ ໄມ້ໃຫ້ໝາກ, ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ນະຄອນຫຼວງວຽງຈັນ, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງຫາດ ແລະ ຊາວກະສິກອນກຸມຜະລິດພືດຜັກ ບ້ານສິມມະໂນໃຕ້ ມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ 28 ທ່ານ, ຍິງ 12 ທ່ານ. ການຝຶກອົບຮົມໄດ້ດໍາເນີນເປັນເວລາ 1 ວັນ ໂດຍຄຸ່ຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊຽວຊານຈາກປະເທດເກົາຫຼີ.

ຈຸດປະສົງຂອງການຝຶກອົບຮົມໃນຄັ້ງນີ້ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານຄວາມຮູ້ຄວາມສາມາດທາງດ້ານເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, 2). ປຶກສາຫາລື ແລະ ວາງແຜນການຜະລິດເພື່ອເຊື້ອມໂຍງກັບຕະຫຼາດ ແລະ ການມີສ່ວນຮ່ວມຂອງຜູ້ປະກອບການ. 3). ການລົງຢ້ຽມ ແລະ ແລກປ່ຽນຄວາມຮູ້ຢູ່ໃນພື້ນທີ່ການຄົ້ນຄວ້າໂຕຈິງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ປະກອບມີ 3 ພາກ ຄື: (1). ພາກທິດສະດີ ນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບົດບາດ ແລະ ໜ້າທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ການອະນຸລັກແຫຼ່ງເຊື້ອພັນພືດ, ເຕັກນິກການປັບປຸງພັນພືດຜັກ, ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດໂດຍສະເພາະໃນຊ່ວງລະດູຝົນ, ເຕັກນິກການຈັດການລະບົບການໃຫ້ນໍ້າແກ່ພືດຜັກທີ່ເໝາະສົມ, ເຕັກນິກການປູກຜັກປະເພດກິນໃບ, ເຕັກການປູກຜັກປະເພດກິນໝາກ ແລະ ເຕັກນິກການປູກຜັກກິນຫົວ, (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບການຄິດໄລ່ຕົ້ນທຶນການຜະລິດ, ການຈໍາແນກຊະນິດພືດຜັກ ແລະ ການຄັດເລືອກພືດຜັກສໍາລັບການປູກໃນເຮືອນຮົ່ມ ແລະ ເຕັກນິກການຂະຫຍາຍແນວພັນຜັກບົວແບ່ງ ແລະ  (3). ການລົງໄປຢ້ຽມຢາມ ແລະ ແລກປ່ຽນຄວາມຮູ້ ແລະ ປະສົບການຢູ່ໃນພື້ນທີ່ການຄົ້ນຄວ້າທົດລອງຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໝາກ ເຊັນ ພື້ນທີ່ການຄັດເລືອກແນວພັນໝາກເລັ່ນ, ການຄັດແນວພັນໝາກເຜັດ ແລະ ການຄັດເລືອກແນວພັນໝາກແຕງ. ນອກຈາກນັ້ນໄດ້ມີການປຶກສາຫາລື, ວາງແຜນການຜະລິດຜັກ ແລະ ການເຊື່ອມໂຍງກັບຕະຫຼາດໂດຍການມີສວນຮ່ວມຂອງຜູ້ປະ ກອບການ. ການຝຶກອົບຮົມໃນຄັ້ງນີ້ໄດ້ດໍາເນີນໄປດ້ວຍຄວາມຟົດຟື້ນ, ໄດ້ທັງບັນຍາກາດ ແລະ ຄວາມຮູ້ ເຊິ່ງເຫັນໄດ້ຈາກການແລກປ່ຽນທາງດ້ານປະສົບການໃນການຈັດຕັ້ງປະຕິບັດໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນຈຸດດີ, ຈຸດອອນ, ໂອກາດ ແລະ ອຸປະສັກ ຂອງການຜະລິດພືດຜັກຢູ່ພາຍໃນພື້ນຂອງຕົນເອງ, ເຊິ່ງນັກສໍາມະນາກອນສ່ວນໃຫຍ່ຈະໃຫ້ຂໍ້ຄິດເຫັນເປັນສຽງດຽວກັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດຢູ່ຫຼາຍດ້ານ ເຊັນ: ຕົ້ນທຶນການຜະລິດສູງ, ຄວາມບໍ່  ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2022-04-07 at 08.35.38 (1) WhatsApp Image 2022-04-07 at 08.35.38 WhatsApp Image 2022-04-07 at 08.35.37 WhatsApp Image 2022-04-07 at 08.35.37 (2) WhatsApp Image 2022-04-04 at 10.27.10 (1) 67o7o hrtj

ຝຶກອົບຮົມຊິຊາຊີບໄລຍະສັ້ນ ການປະສົມພັນສັດນ້ຳ ແບບເຄື່ອນທີ

ິຄູ

ໃນລະຫວ່າງ ວັນທີ 15 ຫາ 21 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ),  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ), ກະຊວງກະສິກຳ ແລະ ປ່າໄມ້ (ກປ) ຮ່ວມກັບ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງ (ຮສສ), ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ເມືອງໄຊທານີ, ຫ້ອງການ ກຸ່ມດົງໂດກ ໄດ້ເປີດຝຶກອົບຮົມວິຊາຊີບໄລຍະສັ້ນແບບເຄື່ອນທີ່ ກ່ຽວກັບ ການປະສົມພັນສັດນ້ຳ ຂຶ້ນຢູ່ ບ້ານວຽງແກ້ວ ກຸ່ມດົງໂດກ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ແກ່ປະຊາຊົນ 8 ບ້ານ. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວເປີດພິທີການຝືກອົບຮົມໂດຍ ທ່ານ ຄຳພັນ ສຸລິຍະນັນ ຮອງເຈົ້າເມືອງ ເມືອງໄຊທານນີ ມີຜູ້ເຂົ້າຮ່ວມ ທັງໝົດ ຈຳນວນ 40 ເທື່ອຄົນ ໃນນັ້ນ, ມີນັກສຳມະນາກອນເຂົ້າຝຶກອົບຮົມ ຈຳນວນ 23 ຄົນ, ຍິງ 9 ຄົນ ໃຊ້ເວລາໃນການຝຶກ 7 ວັນ ໂດຍແມ່ນ ຄູຝຶກ ຈາກສູນຄົ້ນຄວ້າການປະມົງ ຈຳນວນ 4 ທ່ານ.

ຈຸດປະສົງການຝຶກອົບຮົມແມ່ນ ເພື່ອສ້າງວຽກເຮັດງານທຳ ແລະ ສ້າງອາຊີບຄົງທີ ເພື່ອແກ້ໄຂການຫວ່າງງານ ແລະ ແກ້ໄຂຄວາມທຸກຢາກໃຫ້ແກ່ປະຊາຊົນ ກຸ່ມດົງໂດກ ເມືອງໄຊຖານີ ນະຄອນຫຼວງວຽງຈັນ. ການຝຶກອົບຮົມຄັ້ງນີ້ ລວມມີທາງພາກທິດສະດີ 12 ຊົ່ວໂມງ ແລະ ປະຕິບັດຕົວຈິງ 30 ຊົ່ວໂມງ. ເຊິ່ງປະກອບມີຫົວຂໍ້: ເຕັກນິກການປະສົມພັນປາດູກ, ເຕັກນິກການປະສົມພັນປາເຂັງ, ເຕັກນິກການປະສົມພັນກົບ, ການເຮັດອາຫານໝັກເພື່ອສ້າງນຳ້ຂຽວໃນໜອງດິນ ແລະ ການປະສົມອາຫານໃຫ້ລູກປານ້ອຍແຕກໃໝ່ກິນ. ການຈັດຝຶກອົບຮົມວິຊາຊີບແບບເຄື່ອນທີ່ ຄັ້ງນີ້ ມີຜົນສໍາເລັດ ແລະ ໄດ້ຮັບການຕອບຮັບຈາກຜູ້ເຂົ້າຮ່ວມຝຶກອົບຮົມ ປັນຢ່າງດີ ແລະ ສາມາດປະເມີນໄດ້ວ່າ: ນັກສໍາມະນາກອນ ມີຄວາມຮັບຮູ້ ແລະ ເຂົ້າໃຈ ໃນລະດັບ 90%. ພາຍຫຼັງສຳເລັດການຝຶກອົບຮົມ ໃຫ້ກຽດມອບໃບຢັ້ງຢືນ ແລະ ກ່າວປິດການຝຶກອົບຮົມໂດຍ ທ່ານ ຄຳປະດິດ ເຂັມມະນິດ ເຈົ້າເມືອງ ເມືອງໄຊທານີ. ນັກສຳມະນາກອນແຕ່ລະຄົນແມ່ນໄດ້ຮັບໃບຢັ້ງຢືນ ຈາກຫົວໜ້າສະຖານັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັກທະນາຊົນນະບົດ ເປັນຜູ້ເຊັນຢັ້ງຢືນໃຫ້ ເພື່ອໄວ້ໃຊ້ເປັນຫຼັກຖານ.

ອອ ປປ ສສ

ຂ່າວໂດຍ: ສົມພັນ ພິລະວົງ ສູນຄົ້ນຄວ້າການປະມົງ

ເຝິກອົບຮົມການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດ

           ພິຸ

              ໃນລະຫວ່າງ ວັນທີ 14-23 ມີນາ 2022 ຜ່ານມາ ສູນຄົ້ນຄວ້າການປະມົງ (ສປມ) ຮ່ວມກັບ ພະແນກປະມົງ, ກົມລ້ຽງລັດ ແລະ ການປະມົງ (ກລປ) ໄດ້ເປີດຝຶກອົບຮົມ ການຜະລິດສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດພັນສັດນ້ຳ ໃຫ້ແກ່ພະນັກງານ ສູນຂະຫຍາຍພັນປາ ຕະມໍຢອດ ເມືອງສະໜາມໄຊ ແຂວງ ອັດຕະປື. ຢູ່ທີ່ ສູນຄົ້ນຄວ້າການປະມົງ ບ້ານ ຈັນສະຫວ່າງ, ເມືອງ ສີໂຄດຕະບອງ ນະຄອນຫຼວງວຽງຈັນ. ໂດຍການສະໜັບສະໜູນດ້ານງົບມານ ຈາກອົງການພັດທະນາສາກົນ  (IDA) ກິດຈະກຳຂອງ ອົງປະກອບ 3.2. ການຝຶກອົບຮົມ ຄັ້ງນີ້ໃຫ້ກຽດເປັນປະທານ ຂອງທ່ານ ປອ ກາວີພອນ ພຸດທະວົງ ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ.

ຈຸດປະສົງເພື່ອສ້າງຄວາມເຂັ້ມແຂງໃຫ້ວິຊາການດ້ານຂະຫຍາຍພັນສັດນ້ຳ ແລະ ການຄຸ້ມຄອງບໍລິຫານສູນຜະລິດສັດນ້ຳ ໃຫ້ແກ່ພະນັກງານວິຊາການວິຊາການ. ໃນຄັ້ງນີ້ ມີນັກສຳມະນາກອນເຂົ້າຮ່ວມ ຈຳນວນ 4 ທ່ານ, ຄູຝຶກ ຈຳນວນ 6 ທ່ານ, ໃຊ້ໄລຍະເວລາການຝຶກ 10 ວັນ ໃນນັ້ນ, ພາກທິດສະດີໃຊ້ເວລາ 3 ວັນ ລວມມີ 18 ຊົ່ວໂມງ, ພາກປະຕິບັດຕົວຈິງ 5 ວັນ ລວມມີ 30 ຊົ່ວໂມງ, ທັດສະນະສຶກສາ 1 ວັນ ໃຊ້ເວລາ 8 ຊົ່ງໂມງ, ສົນທະນາຖອດຖອນບົດຮຽນ ແລະ ຮັບໃບຢັ້ງຢືນ 1 ວັນ 6 ຊົ່ວໂມງ. ການຝຶກອົບຮົມຄັ້ງນີ້ ນັກສຳມະນາກອນແມ່ນໄດ້ຮຽນຮູ້ທິດສະດີ ການຄຸມຄອງບໍລິຫານສູນຜະລິດສັດນ້ຳ, ເຕັກນິກການປະສົມພັນປາດຸກ, ປາໄນ, ປາເຂັງ ແລະ ການຜະລິດລູກປານິນ ຄຽງຄູ່ກັບທິດສະດີ ແມ່ນໄດ້ເຮັດພາກປະຕິບັດຕົວຈິງ ໄປພ້ອມ ຄື: ການປະສົມພັນທຽບປາດຸກ, ການປະສົມພັນເແບບເຄິງທຽມເຄິງທຳມະຊາດ ປາໄນ ແລະ ປາເຂັງ ແລະ ການເກັບໄຂ່ປານິນມາຝັກ. ຜົນການຝຶກອົບຮົມຄັ້ງນີ້ແມ່ນສາມາດຜະລິດລູກແນວພັນປາ ອາຍຸ 5 ວັນ ທີ່ເອົາລົງອະນຸບານໃນໜອງດິນ ຈຳນວນ 5 ແສນກວ່າໂຕ ຄາດວ່າຈະໄດ້ລູກປາອາຍຸ 45 ວັນ ປະມານ 1 ແສນໂຕ. ນອກນັ້ນ ນັກສຳມະນາກອນ ຍັງໄດ້ໄປທັດສະນະສຶກສາ ເພື່ອແລກປ່ຽນບົດຮຽນ ຢູ່ຟາມຊາວກະສິກອນ ຂອງ ນາງ ວຽງໄຊ ຢູ່ບ້ານນ້ຳຊ່ວງ ແລະ ຟາມຜູ້ປະກອບການ ບໍລິສັດ ວີຕາຝອດ (ຮັງກາລີ) ນ້ຳຫຸມ ເມືອງ ນາຊາຍທອງ ນະຄອນຫຼວງ ເພື່ອນຳເອົາບົດຽນໄປໜູນໃຊ້ເຂົ້າໃນການປະຕິບັດວຽກງານຕົວຈິງ ແລະ ການຝຶກຄັ້ງນີ້ ນັກສຳມະນາກອນແມ່ນໄດ້ຮັບໃບຢັ້ງຢືນທີ່ຜ່ານການຝຶກອົບຮົມໄວ້ເປັນຫຼັກຖານ.

ຮຕິາ ່ິ່ ິຕນຕິ

ຂ່າວໂດຍ: ສົມພັນ ພິລະວົງ ສູນຄົ້ນຄວ້າການປະມົງ

ຝືກອົບຮົມ ການຜ່າຕັດປາ ເພື່ອຝັງເຄື່ອງຮັບສັນຍານຕິດຕາມການເຄື່ອນຍາຍປາ ໃນຂອບເຂດສີພັນດອນ ລະຫວ່າງວັນ ທີ່ 11 ຫາ 19 ກຸມພາ 2022, ຢູ່ ສູນຄົ້ນຄ້ວາການປະມົງ (LARReC) ແລະ ສູນຄົ້ນຄ້ວາຂະຫຍາຍພັນປາ ບ້ານນາ, ເມືອງ ໂຂງ, ແຂວງຈຳປາສັກ

WhatsApp Image 2022-03-18 at 14.17.18

ເພື່ອທົດສອບປະສິດທິຜົນ ແລະ ປະສິດທິພາບ ຂອງທາງຜ່ານປາ ໂດຍນຳໃຊ້ເຕັກໂນໂລຊີ Acoustic Tag ໂດຍຝັງ ເຂົ້າໃນໂຕປາ ຂອງໂຄງການ JEM (Joint Environment Monitoring) ຢູ່ ແຂວງໄຊຍະບູລີ ແລະ ແຂວງຈໍາປາສັກ (ເຂດສີພັນດອນ) ດ້ວຍການສະໜັບສະໜູນ ຂອງອົງການ GIZ/MRC ໂດຍມີຈຸດປະສົງ ເພື່ອຕິດຕາມການເຄື່ອນຍ້າຍປາ ໃນການຝຶກອົບຮົມຄັ້ງນີ້ ຄູຝຶກຈາກມະຫາວິທະຍາໄລ Charles Sturt University (CSU) ໃຫ້ວິຊາການສູນກາງ (LARReC) ແລະ ທ້ອງຖີ່ນຂອງ ແຂວງ ຈໍາປາສັກ ແລະ ເມືອງ ໂຂງ (PAFO ແລະ DAFO) ໂດຍແບ່ງເປັນ 2 ພາກຄື: 1) ການຝຶກອົບຮົມ ພາກປະຕິບັດກ່ຽວກັບລະບົບ Acoustic tag ແລະ ອົງປະກອບ (ວິທີການນໍາໃຊ້ຕ່າງໆ), ສາທິດ ແລະ ການປະຕິບັດການຜ່າຕັດປາ ຢູ່ ສູນຄົ້ນຄ້ວາການປະມົງ. 2) ການປະສົມປະສານຂອງການ ຜ່າຕັດປາແມ່ນໍ້າຂອງ, ການຕິດແທັກ, ການຕິດຕາມການຟື້ນຕົວ, ການເກັບຂໍ້ມູນຫຼັງຈາກຕິດແທັກແລະ ລົງພື້ນທີ່ ຫຼື ກໍານົດພື້ນທີ່ສໍາລັບ ການຕິດຕັ້ງເຄື່ອງຮັບສັນຍາ ໃນເຂດນໍ້າຕົກຄອນພະເພັງ ໄດ້ເລີ່ມຂື້ນ ລະຫ່ວາງວັນທີ  ທີ 11 ຫາ 19 ກຸມພາ 2022, ຢູ່ ສູນຄົ້ນຄວ້າການປະມົງ (LARReC) ແລະ  ສູນຄົ້ນຄວ້າຂະຫຍາຍພັນ ປາ ບ້ານນາ, ເມືອງ ໂຂງ, ແຂວງຈຳປາສັກ ໂດຍຜູ້ເຂົ້າຮ່ວມຈາກ 7 ພາກສ່ວນ ( LARReC, NUOL, GIZ/MRC, LSMC, CSU, PAFO, DAFO) ໂດຍໄດ້ຝືກ (1) ການຝືກຜ່າຕັດປາເພື່ອຝັງແທ໋ກ, ເກັບຂໍ້ມູນ ແລະ ຄຸ້ມຄອງຂໍ້ມູນ, ດູແລ ຫຼື ປ່ຽນປົວປາຫຼັງການຜ່າຕັດ ແລະ ຕິດຕາມຄຸນະພາບນໍ້າ, (2) ທີມຕິດຕັ້ງເຄື່ອງຮັບສັນຍານ: ໄດ້ລົງສຳຫລວດພື້ນທີ່ ສຳລັບ ຕິດຕັ້ງລະບົບ ລົງສຳຫລວດເຂດພື້ນທີ່ (ບ້ານ ທ່າມ່ວງ, ຫາງສະດຳ, ຫາງຄອນ, ດອນຊົມ ແລະ ດອນສະໂຮງ. ເຊີ່ງຜົນໄດ້ຮັບຈາກການຝືກອົບຮົມ: ນັກສຳມະນາກອນໄດ້ເຂົ້າໃຈລະບົບເຄື່ອງຮັບສັນຍານ ເພື່ອຕິດຕາມການເຄື່ອນຍ້າຍປາໃນເຂດ ເມືອງໂຂງ, ແຂວງ ຈຳປາສັກ ໂດຍສະເພາະເຂດສີພັນດອນ, ຮູ້ເຕັກນິກ, ວິທີການຂັ້ນຕອນການຜ່າຕັດປາແມ່ນໍ້າຂອງ, ການຕິດແທັກ, ການຕິດຕາມການຟື້ນຕົວຂອງປາ, ການເກັບຂໍ້ມູນຫຼັງຈາກຕິດແທັກ ແລະ ສາມາດຜ່າຕັດ ແລະ ຝັງແທ໋ກຮັບສັນຍາໃນໂຕປາ ຈຳນວນ 60 ໂຕ ເຊິ່ງມີລາຍລະອຽດດັ່ງນີ້: ປາໂຈກ ຈຳນວນ 16 ໂຕ, ປາປາກ ຈຳນວນ 18 ໂຕ, ປາປ່ຽນ9 ຈຳນວນ 16 ໂຕ, ປາປ່ຽນ 13 ຈໍານວນ 10 ໂຕ ແລະ ສາມາດກໍານົດສະຖານທີ່ ທີ່ເປັນໄປໄດ້ສໍາລັບ ການຕິດຕັ້ງເຄື່ອງຮັບ/ກະກຽມ ແລະ ນຳໃຊ້ເຄື່ອງຮັບສັນຍານສຽງ, ແລະ ການດຶງຂໍ້ມູນການເຄື່ອນໄຫວຂອງປາ ແລະ ມີຄວາມເຂົ້າໃຈໃນການຄຸ້ມຄອງຂໍ້ມູນ.

WhatsApp Image 2022-03-18 at 14.17.19 WhatsApp Image 2022-03-18 at 14.17.19 (1) WhatsApp Image 2022-03-18 at 14.17.18 (1)

ຂ່າວໂດຍ: ນາງ ວັນນິດາ ບົວລະພັນ ສູນຄົ້ນຄ້ວາການປະມົງ

ກອງປະຊຸມຄະນະກໍາມະການຊີ້ນໍາໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ

           WhatsApp Image 2022-04-04 at 10.27.11 (1)

ໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ເພື່ອຜັນຂະຫຍາຍຍຸດທະສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະະເພາະແມ່ນນະໂຍ ບາຍທາງດ້ານການຜະລິດໃຫ້ເປັນສິນຄ້າ ເພື່ອຕອບສະໝອງຕະຫຼາດພ່າຍໃນ ແລະ ຕ່າງປະເທດ. ໂດຍສະ ເພາະພືດຜັກ, ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕະມິນ ແລະ ແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນ, ການປູກພືດຜັກເປັນການໃຊ້ປະໂຫຍດພື້ນທີ່ດິນທີ່ໃຫ້ຜົນຕອບແທນສູງ ແລະ ຈາກຂໍ້ມູນທາງດ້ານສະຖິຕິການຜະລິດຜັກໄລຍະຜ່ານມາເຫັນວ່າມີແນວໂນ້ມສູງຂຶ້ນ ແຕ່ວ່າການຜະລິດພືດຜັກນັ້ນແມ່ນພົບຫຼາຍບັນຫາ ເປັນຕົ້ນ ຄວາມຮູ້ທາງດ້ານວິຊາການຂອງຊາວກະສິກອນຍັງຈໍາກັດ, ການປ່ຽນແປງດິນຟ້າອາກາດ, ການລະບາດຂອງພະ ຍາດແມງໄມ້, ຄຸນນະພາບຂອງດິນຕໍ່າ,  ສົ່ງຜົນເຮັດໃຫ້ຕົ້ນທຶນການຜະລິດສູງ, ການຕອງສະໜອງທາງດ້ານຜົນຜະລິດຜັກບໍພຽງພໍໂດຍສະເພາະໃນຊ່ວງລະດູຝົນ. ເພື່ອເປັນການແກ້ໄຂບັນຫາ ແລະ ສ້າງລາຍຮັບໃຫ້ຄອບຄົວຂອງຊາວສວນໃນອະນາຄົດ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ ໄດ້ມີການຮ່ວມມື ແລະ ສະໜັບສະໜູນທຶນຈາກ ກະຊວງກະສິກໍາ, ອາຫານ ແລະ ພັດທະນາຊົນນະບົດ ຂອງ ສ. ເກົາຫຼີ ໂດຍຜ່ານລັດວິສະຫະກິດຊຸມຊົນນະ ບົດ ສ. ເກົາຫລີ (KRC) ໄລຍະເວລາ 2019-2022. ເປົ້າໝາຍ ເພື່ອຄົ້ນຄວ້າ, ພັດທະນາແນວພັນ, ເຕັກນິກການຜະລິດທີ່ເໝາະສົມ, ເຕັກ ນິກຫລັງການເກັບກ່ຽວທີ່ດີ ແລະ ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ,ນັກສຶກສາ ແລະ ພະນັກງານວິຊາການເປັນຕົ້ນ. ສະນັ້ນ, ເພື່ອເປັນການຕິດຕາມ ແລະ ປະເມີນຜົນຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາ.

ຕອນບ່າຍ ວັນທີ 1 ເມສາ 2022 ທີ່ຜ່ານມາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຄະນະກໍາມະການຊີ້ນໍາໂຄງການປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຂຶ້ນທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍການເປັນປະທ່ານ ນ. ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າ ໄມ້ ແລະ ພັດທະນາຊົນນະບົດ, ມີບັນດາຫົວໜ້າກົມ, ຮອງກົມ, ຫົວໜ້າພະແນກ, ຫົວໜ້າສູນ, ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານຫຼັກແຫຼ່ງ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກເຂົ້າຮ່ວມ ທັງໝົດ ຈໍານວນ 12 ທ່ານ, ຍິງ 3 ທ່ານ.

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ເພື່ອລາຍງານຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະ 1 ຜ່ານມາ ແລະ ປຶກສາຫາລືທິດທາງແຜນການໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ຢູ່ 4 ກຸ່ມບ້ານເປົ້າໝາຍຂອງໂຄງການ ຄື ບ້ານ ຫົວຫ້າ, ທ່າແຂກ, ຊາຍຟອງເໜືອ ແລະ ບ້ານ ສິມມະໂນໃຕ້. ໃນກອງປະຊຸມ ປອ ລີ ອຶງໂຫ ຜູ້ຈັດການໂຄງການ ຈາກປະເທດເກົາຫຼີໃຕ້ ໄດ້ນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດໂຄງການໃນໄລຍະຜ່ານມາເຊິ່ງທ່ານໄດ້ຊີ້ໃຫ້ເຫັນວ່າໂຄງການໄດ້ດໍາເນີນສໍາເລັດຫຼາຍກິດຈະກໍາ ເຊັນ: ໄດ້ສໍາເລັດການກໍ່ສ້າງອາຄານຫ້ອງການຫ້ອງທົດລອງ, ເຮືອນແປຮູບຜະລິດຕະພັນຜັກ, ເຮືອນຮົ່ມ, ເຄືອງກົນຈັກກະສິກໍາ, ເຄືອງໃຊ້ຫ້ອງທົດລອງ ແລະ ເຄືອງໃຊ້ຫ້ອງການຕ່າງ, ໄດ້ທົດສອບ ແລະ ຄັດເລືອກສາຍພັນໝາກເລັ່ນ, ໝາກເຜັດ ແລະ ໝາກແຕງ, ໄດ້ສໍາເລັດການ ຈັດຕັ້ງກຸ່ມຜະລິດຜັກ 4 ບ້ານເປົ້າໝາຍ ແລະ ໄດ້ສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ແກ່ຊາວກະສິກອນ, ຜູ້ປະກອບການ, ນັກຮຽນ, ນັກສຶກສາ ແລະ ພະນັກງານວິຊາການໂດຍຜ່ານການຝຶກອົບຮົມ ແລະ ການທັດສະນະສຶກສາໄດ້ຫຼາຍກວ່າ 150 ເທື່ອຄົນ. ນອກຈາກນັ້ນ, ທາງໂຄງການຍັງໄດ້ເຜີຍແຜ່ຜົນສໍາເລັດຂອງໂຄງ ການໃຫ້ອອກສູ່ສັງຄົມໃນຫຼາຍຊ່ອງທາງເປັນຕົ້ນແມ່ນທາງຊື່ສັງຄົມອອນລາຍ ເຊັນ ໂທລະພາບ, ໜັງສືພິມ, ເວບໄຊ, ຢູທູບ, ເຟດບຸກ ແລະ ຈົດໝາຍຂ່າວ ຂອງຫຼາຍສໍານັກ ເຊັນ ສໍານັກຂ່າວຂອງກະຊວງກະສິກໍາ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໜັງສືພິມວຽງຈັນທາມ ແລະ ວຽງຈັນໃໝ່ເປັນຕົ້ນ. ແລະ ທ່ານໄດ້ນໍາສະເໜີທິດທາງ ແລະ ແຜນໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ເຊັ່ນ: ສຶບຕໍ່ສະໜັບສະໜູນເຮືອນຮົ່ມ ຈໍານວນ 184 ຫຼັງ, ແນວພັນ, ການຕະຫຼາດ ແລະ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການປູກ ແລະ ຫຼັງການເກັບກ່ຽວ ເປັນຕົ້ນ. ໄດ້ປຶກສາຫາລື ແລະ ໃຫ້ທິດຊີ້ນໍາຂອງຄະນະກໍາມະການຕໍ່ຜົນການຈັດຕັ້ງປະຕິບັດ ແລະ ແຜນຕໍ່ໜ້າ ເຊິ່ງປະກອບມີຈຸດທີ່ສໍາຄັນ ຄື ການຄຸມຄອງ ແລະ ນໍາໃຊ້ອຸປະກອນຕ່າງໆໂດຍສະເພາະເຄືອງມືນໍາໃຊ້ໃນຫ້ອງທົດລອງ, ການສ້າງຄວາມເຂັ້ມແຂງໃຫ້ແກ່ວິຊາການ ແລະ ຊາວກະສິກອນທາງດ້ານເຕັກນິກການປູກ, ການແປຮູບ ແລະ ການຕະຫຼາດຜັກໂດຍສະເພາະການຊອກຫາຜູ້ປະກອບການໃຫ້ເຂົ້າມາມີສ່ວນຮ່ວມ.

WhatsApp Image 2022-04-04 at 10.27.30 WhatsApp Image 2022-04-04 at 10.27.31 WhatsApp Image 2022-04-04 at 10.27.11 WhatsApp Image 2022-04-04 at 10.27.11 (2) WhatsApp Image 2022-04-04 at 10.27.10 WhatsApp Image 2022-04-04 at 10.27.10 (2) WhatsApp Image 2022-04-04 at 10.27.10 (1)

 

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com