National Agriculture and Forestry Research Institute

ການຖ່າຍທອດຄວາມຮູ້ທາງດ້ານເຕັກນິກການຜະລິດພືດຜັກເພື່ອເປັນສີນຄ້າໃຫ້ກຸ່ມຊາວກະສິກອນ ບ້ານທ່າແຂກ ແລະ ບ້ານຊາຍຟອງເໜືອ, ເມືອງຫາດຊາຍຟອງ, ນະຄອນຫຼວງວຽງຈັນ

          ໃນວັນທີ່ 18 ມີນາ 2022, ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັດຝຶກອົບຮົມເພື່ອຖ່າຍທອດໃນການນໍາໃຊ້ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ, ການວາງແຜນກິດຈະກໍາຮ່ວມກັບກຸ່ມຜະລິດຜັກ ບ້ານ ທ່າແຂກ ແລະ ບ້ານ ຊາຍຟອງເໜືອ ເຊິງນອນໃນບ້ານເປົ້າໝາຍຂອງໂຄງການ ເພື່ອເຊື່ອມໂຍງການຜະລິດ ແລະ ການຕະຫຼາດໂດຍການນໍາໃຊ້ ເຕັກນິກ, ເຕັກໂນໂລຊີເຂົ້າໃນການຜະລິດພືດຜັກເປັນສິນຄ້າ ໂດຍການເປັນປະທາຂອງ ທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ການເປັນປະທານຮ່ວມຂອງ ທ່ານ ບຸນຖົມ ສົມພັນປັນຍາ ຮັກສາການຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ມີຜູ້ເຂົ້າຮ່ວມຈາກພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ, ຫອງການກະສິກໍາ ແລະ ປ່າໄມ້ເມືອງຫາດຊາຍຟອງ, ຊາວກະສິກອນໃນ 2 ບ້ານເປົ້າໝາຍຂອງໂຄງການ ແລະ ນັກວິຊາການຂອງສູນເຂົ້າຮ່ວມທັງໝົດ […]

ການຝຶກອົບຮົມການຄັດເລືອກແນວພັນພືດຜັກແບບມີສວນຮ່ວມ ເພື່ອນໍາໃຊ້ໃນການຜະລິດເປັນສິນຄ້າ

  ເພື່ອຜັນຂະຫຍາຍວ່າລະແຫ່ງຊາດໃຫ້ບັນລຸຕາມແຜນທີ່ວາງໄວ້ ຂະແໜງການກະສິກໍາ ແລະ ປ່າໄມ້ ແມ່ນຂະແໜງງານໜຶ່ງທີ່ປະກອບສວນໃນການຈັດຕັ້ງປະຕິບັດວາລະແຫ່ງຊາດກໍ່ຄື ການສົ່ງເສີມການຜະລິດເພື່ອທົດແທນການນໍາເຂົ້າ ແລະ ຜະລິດໃຫ້ເປັນສິນຄ້າເພື່ອສົງອອກ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະ ບົດ ເຮັດໜ້າທີໃນການຄົ້ນຄວ້າທາງດ້ານແນວພັນພືດ, ແນວພັນສັດ, ແນວພັນສັດນໍ້າ ແນວພັນໄມ້ອຸດສາຫະກໍາ. ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ມີໜ້າທີ່ຄົ້ນຄວ້າ ແລະ ສະໜອງແນວພັນພືດຜັກ ແລະ ໄມ້ໃຫ້ໝາກໃຫ້ພຽງພໍຕໍ່ກັບການຜະລິດ ເຊິ່ງເປົາໝາຍໃນການຜະລິດແນວພັນພືດຜັກລຸ້ນ1 ແລະ ລຸ້ນ2 ປະມານ 6000 ກິໂລກຼາມໃນໄລຍະ 3 ປີ ໃນນັ້ນປະກອບມີ ແນວພັນຜັກສະຫຼັດ, ຜັກຊີ, ຫອມປ້ອມ, ຜັກກາດ, ຜັກຫົມ, ໝາກເຜັດ, ໝາກເຂືອ,  ແລະ ໝາກເລັ່ນ ປະຈຸບັນນີ້ສາຍພັນພືດຜັກທີ່ດີເດັ່ນທາງດ້ານຜົນຜະລິດ ທີ່ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສາມາດຄົ້ນຄວ້າໄດ້ມີ 12 ຊະນິດພຶດຜັກ ຄື: ຖົ່ວຝັກຍາວ 5 ສາຍພັນ, […]

ກອງປະຊຸມປຶກສາຫາລື ດ້ານວິຊາການ ລະດັບຊາດ ແຜນງານໂຄງການກຸ່ມທີ່ປຶກສາ ກ່ຽວກັບການຄົ້ນຄວ້າ ກະສິກຳ ສາກົນ ຮວມເປັນໜຶ່ງດຽວ ຢູ່ບັນດາປະເທດອາຊຽນ

                        ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນບົດ ໄດ້ຈັດກອງປະຊຸມປຶກສາຫາລື ດ້ານວິຊາການ ລະດັບຊາດ ແຜນງານໂຄງການກຸ່ມທີ່ປຶກສາ ກ່ຽວກັບການຄົ້ນຄວ້າ ກະສິກຳ ສາກົນ ຮວມເປັນໜຶ່ງດຽວ ຢູ່ບັນດາປະເທດອາຊຽນ ASEAN-One CGIAR ທີ່ສະໂມສອນໃຫຍ່ຂອງຕົນ ໃນວັນທີ 1 ມີນາ 2022. ໂດຍເປັນກຽດເຂົ້າຮ່ວມໂດຍ ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ດຣ ຊອງ ບາລີ ຜູ້ອຳນວຍການ ອົງການ One CGIAR, ທ່ານ ນາຟີ ເມອາ ຫົວໜ້າແຜນງານ One CGIAR ຜູ້ຕາງໜ້າສະຖາບັນຄົ້ນຄວ້າເຂົ້າສາກົນ( […]