Monthly Archives: January 2022
ກອງປະຊຸມລາຍງານຜົນການສຶກສາ “ແນວທາງສົ່ງເສີມ ການຜະລິດກະສິກຳແບບຄອບຄົວຢູ່ ສ ປປ ລາວ”
ໃນຕອນເຊົ້າຂອງວັນທິ 25 ມັງກອນ 2022 ຜ່ານມາ ກອງປະຊຸມ ລາຍງານຜົນການສຶກສາ “ແນວທາງສົ່ງເສີມ ການຜະລິດກະສິກຳແບບຄອບຄົວຢູ່ ສ ປປ ລາວ” ໄດ້ຈັດຂຶ້ນທີ ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ໂດຍຜ່ານທາງ ອອນລາຍ Zoom) ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາຊ້າ ຮາຢັດ, ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ, ປະຈຳ ສ ປປ ລາວ, ມີທ່ານ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ຫົວພັນ ແລະ ສະຫວັນນະເຂດ, ມີຮອງຫົວໜ້າສູນ ແລະ ບັນດານັກຄົ້ນຄວ້າ ວິຊາການ ແລະ ຂຽກຖືກເຊີນ ລວມທັງໝົດ 62 ທ່ານ ຜ່ານທາງ Zoom 55 ທ່ານ.
ໃນກອງປະຊຸມ ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວວ່າ: ການກະສິກຳແມ່ນເປັນພື້ນຖານໃຫ້ຫຼາຍກວ່າ 75% ຂອງປະຊາຊົນລາວ ໂດຍສະເພາະຜູ້ທີ່ຍັງອາໄສຢູ່ເຂດຊົນນະບົດ. ຂະແໜງການກະສິກຳໄດ້ກວມເອົາການຈ້າງງານ 70%, ແລະ ໄດ້ປະກອບສ່ວນ 16% ເຂົ້າໃນ GDP.
ລະບົບສະບຽງອາຫານໃນ ສປປ ລາວ ໄດ້ປະກອບໄປດ້ວຍປະຊາກອນຊົນນະບົດຂະໜາດໃຫຍ່ທີ່ມີໃຈກາງເມືອງນ້ອຍໆພຽງບໍ່ເທົ່າໃດແຫ່ງເທົ່ານັ້ນ, ແຕ່ລະຕົວເມືອງມີປະຊາກອນອາໄສຢູ່ໜ້ອຍກວ່າ 1 ລ້ານຄົນ. ຄອບຄົວທີ່ທຸກຍາກ ແລະ ເດັກນ້ອຍຂາດສານອາຫານແມ່ານຢູ່ໃນເຂດຊົນນະບົດສະນັ້ນ,ລະບົບສະບຽງອາຫານແບບຍືນຍົງ ຈຶ່ງຄວນແນໃສ່ໂດຍກົງໃນການເບິ່ງແຍງກະສິກຳແບບຄອບຄົວແລະສະໜອງລາຍຮັບແລະວຽກເຮັດງານທຳແກ່ພວກເຂົາຢ່າງເໝາະສົມ.ໃນປະຈຸບັນ,ຫຼາຍຄອບຄົວທີ່ຢູ່ຕາມຊົນນະບົດມີລາຍຮັບຈາກການຫັນປ່ຽນການເຮັດກະສິກຳແບບກຸ້ມກິນໄປສູ່ການເຮັດກະສິກໍາເພື່ອເປັນສິນຄ້າ ຫຼື ອີງຕາມຕະຫຼາດ. ຍິ່ງໄປກວ່ານັ້ນ, ໃນວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້້າກໍ່ຖືເປັນອີກໜຶ່ງໂອກາດທີ່ມ່ພ້ອມກັບສິ່ງທ້າທາຍໃຫ້ຄອບຄົວຊາວກະສິກອນເຫຼົ່ານັ້ນເພີ່ມກໍາລັງການຜະລິດໂດບການນໍາໃຊ້ທ່າແຮງທີ່ພວກເຂົາມີເຂົ້າປະກອບສ່ວນໃນວຽກງານດັ່ງກ່າແຕ່ເຖິງຢ່າງໃດກໍ່ຕາມ,ສະເພາະຄອບຄົວຊາວກະສິກອນແລະເຄືອຂ່າຍຂອງພວກເຂົາທີ່ມີຢູ່ນັ້ນມັນຍັງອາດບໍ່ພຽງພໍທີ່ຈະເອື້ອອຳນວຍໃຫ້ພວກເຂົາເຈົ້າໄດ້ພັດທະນາການກະສິກຳ ແລະ ຮັບປະກັນໃຫ້ ລະບົບອາຫານພາຍໃນປະເທດເຮົາໃຫ້ມີຄວາມປອດໄພ ແລະ ຄວາມຍືນຍົງ.
ໃນກອງປະຊຸມຍັງມີການສົນທະນາແລກປ່ຽນປະສົບການ ແລະ ຄໍາຄິດເຫັນຈາກບັນດາບໍລິສັດ, ອົງກອນ ທີ່ເພີ່ນໄດ້ມີບົດຮຽນຫຼາຍອັນຜ່ານມາ ໃນການເຮັດວຽກສົ່ງເສີມໃກ້ຊິດກັບຄອບຄົວຊາວກະສິກອນໃນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່, ວຽກງານອາຫານ ແລະ ໂພຊະນາການນຳອີກ.
ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້
ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ
ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ
ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ
ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ
ດັ່ງທີທ່ານຮູ້ກັນດີດີແລ້ວວ່າລັດຖະບານລາວ ໄດ້ມີຍຸດທິສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະ, ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນ ວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ຫຼາຍກວ່າ 48 ຊະນິດພືດຜັກຖືກບໍລິໂພກໃນລາວ , ນອກຈາກນັ້ນ ການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ແຕ່ວ່າການຜະລິດພືດຜັກແມ່ນມີຫຼາຍບັນຫາ ເຊັ່ນ ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້, ການປ່ຽນແປງທາງດ້ານດິນຟ້າອາກາດເຮັດໃຫ້ເກີດໄພນໍ້າຖົມ ແລະ ແຫ້ງແລ້ງຖີ່ຂື້ນ, ຂາດແນວພັນທີເໝາະສົມໃນການປູກໃນຊ່ວງລະດູຝົນໂດຍສະເພາະແນວພັນສໍາຫຼັບປູກໃນເຮືອນຮົ່ມ.
ເພື່ອເປັນການແກ້ໄຂບັນຫາກ່າວ ໃນລະຫວ່າງ ວັນທີ 25 ມັງກອນ 2022 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສູນຄົ້ນຄວ້າກະສິກໍາເຂດເນີນສູງ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນສປປ ລາວ (AFACI_VEGT) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ “ການຄັດເລືອກສາຍພັນ ໝາກເລັ່ນແບບມີສ່ວນຮ່ວມເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ” ຢູ່ທີ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ພັນທະບູນ ຮອງຫົວໜ້າສູນຄົ້ນຄວ້າກະສິກໍາເຂດເນີນສູງ, ມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 21 ຄົນ, ຍິງ 11 ຄົນ ເຊີ່ງມາຈາກ 5 ບ້ານ, ເຂດເມືອງຊຽງເງິນ.
ຈຸດປະສົງ ເພື່ອໃຫ້ຊາວກະສິກອນໄດ້ມີສ່ວນໃນການຄັດເລືອກສາຍພັນພືດຜັກເວົ້າລວມເວົ້້າສະເພາະກໍ່ຄືແນວພັນໝາກເລັ່ນເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ ແລະ ເພື່ອເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ ເພື່ອເຮັດໃຫ້ຊາວກະສິກອນສາມາດຍົກສູງທາງດ້ານປະມານລິມານແລະຄຸນນະພາບຂອງຜົນຜະລິດພືດຜັກ ແລະ ມີລາຍຮັບຈາກການຜະລິດຜັກເພິ່ມຂືຶ້ນ. ການຝຶກອົບຮົມໃນຄັ້ງນີ້ປະກອບມີສອງພາກຄືພາກທິດສະດີ ແລະ ພາກປະຕິບັດໂຕຈິງ ເຊິ່ງພາກທິດສະດີຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນພືດຜັກ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ມີໂອກາດໃນການຄັດເລືອກສາຍພັນໝາກເລັ່ນທີໃຫ້ຜົນຜະລິດສູງ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຊາວກະສິກອນທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນເຊິ່ງກັນແລະກັນກ່ຽວກັບປະສົບການ ແລະ ບັນຫາຂອງການຜະລິດພືດຜັກໃນຊ່ວງລະດູແລ້ງ ແລະ ລະດູຝົນ. ຜົນຈາກການສົນທະນາພົບວ່າຜູ້ເຂົ້າຮ່ວມສ່ວນໃຫຍ່ຈະໃຫ້ຄໍາເຫັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດ ຢູ່ຫຼາຍດ້ານ ເຊັນ: ການລະບາດຂອງພະຍາດໂດຍສະເພາະພະຍາດໃບກູດ, ຕົ້ນທຶນການຜະລິດສູງ, ຄວາມບໍ່ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.