ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)
: ໃນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):. […]
Development of the bush meat database in the rural area in center part of Lao PDR
The forest-rich Lao PDR is home for many kinds of wild animals. Even at present some wild animals are used as food. Bush meat is an important protein source for residents who live in rural areas. In the Lao PDR, “Wild Animal and Aquatic Law (WAL)” are put in place for wild animal conservation, and […]
ການສ້າງ ແລະ ພັດທະນາຖານຂໍ້ມູນການບໍລິໂພກຊີ້ນສັດປ່າ ໃນເຂດຊົນນະບົດ ຂອງ ສປປ ລາວ
ຈໍານວນປະຊາກອນ ຫຼາຍກວ່າ 80% ຂອງປະຊາຊົນລາວ ມັກອາໃສຢູ່ຕາມເຂດຊົນນະບົດ ແລະ ບ່ອນທີ່ມີຄວາມອຸດົມສົມບູນທາງຊັບພະຍາກອນທໍາມະຊາດ ເຊັ່ນ: ປ່າໄມ້, ແມ່ນໍ້າ ແລະ ເຂດທີ່ມີສັດປ່າອາໃສຢູ່ຢ່າງຊຸກຊຸມ ເຊີ່ງມັນໄດ້ເປັນແຫຼ່ງອາຫານ ສະໜອງທາດໂປຼຕີນ ອັນສໍາຄັນໃນການບໍລິໂພກຊີ້ນສັດປ່າ. ເຖີງຢ່າງໃດກໍ່ຕາມທາງລັດຖະບານລາວ ກໍ່ບໍ່ໄດ້ນີ້ງນອນໃຈໃນການປະຕິບັດລະບຽບຫຼັກການຕ່າງໆ ຕາມລະບົບສາກົນ ໃນການອະນຸລັກສັດນໍ້າ-ສັດປ່າ (WAL) 3 ປະເພດຂອງ ບັນຊີຫວງຫ້າມ ແລະ ບັນຊີຄຸ້ມຄອງ ນອກນີ້ ຍັງມີ ໃນບັນຊີແດງຂອງອົງການອານຸລັກທໍາມະຊາດໂລກ (IUCN) ແລະ ບັນຊີການຄ້າສາກົນ (CITES). ໃນນີ້ ປະຊາຊົນໃນເຂດຊົນນະບົດ ທີ່ຍັງບໍ່ທັນ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບ ບັນຊີ ແລະ ກົດລະບຽບຕ່າງໆ ທີ່ທາງອົງການອະນຸລັກສັດນໍ້າ-ສັດປ່າ (WAL) ໄດ້ຈັດພິມອອກ ເຊີ່ງມັນຍັງບໍ່ທົ່ວເຖີງ ແລະ ພຽງພໍໃນການເຮັດໃຫ້ປະຊາຊົນເຂົ້າໃຈເຖີງ ຊະນິດ ແລະ ລັກສະນະທາງຮູບພາບ ຫຼື ຮູບແຕ້ມ, ແລະ ຍັງບໍ່ທັນໄດ້ຕະນັກດີກ່ຽວກັບເຊື້ອພະຍາດຕ່າງໆ ທີ່ອາດຈະມີຢູ່ໃນຊີ້ນສັດປ່າເຫຼົ່ານັ້ນ […]
ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ
ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ. ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ […]