Monthly Archives: April 2021
ກອງປະຊຸມປືກສາຫາລືດ້ານວິຊາການກຽວກັບການຂັດບູລິມະສິດລາຍຊື່ຊະນິດໄມ້ທີ່ເປັນການຄ້າ ແລະ ການກະກຽມຂຽນບົດພັນລະນາຊະນິດພັນໄມ້
ກອງປະຊຸມປືກສາຫາລືດ້ານວິຊາການກຽວກັບການຂັດບູລິມະສິດລາຍຊື່ຊະນິດໄມ້ທີ່ເປັນການຄ້າ ແລະ ການກະກຽມຂຽນບົດພັນລະນາຊະນິດພັນໄມ້ ໄດ້ຈັດຂື້ນໃນ ວັນທີ 02-03 ເມສາ 2021ທີ່ ໂຮມແຮມທະວີສຸກ ເມືອງວັງວຽງ, ແຂວງວຽງຈັນ. ໂດຍເປັນປະທານຂອງທ່ານ ປອ ຈັນສະໝອນ ພົງດຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີແຂກທີ່ຖືກເຊີນຈາກພາກສ່ວນຕ່າງໆເຂົ້າຮ່ວມທັງໝົດ 29
ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ “Establishment of a Tree Species Master List for Lao PDR” ແມ່ນໂຄງການໜື່ງ ທີ່ສູນຄົ້ນຄວ້າປ່າໄມ້ ຂຽນບົດສະເໜີໂຄງການຮ່ວມກັບຊ່ຽວຊານຜູ້ອໍານວຍຄວາມສະດວກໃນການ ເຂົ້າຫາແຫຼ່ງທືນ ແລະ ໄດ້ຮັບການສະໜັບສະໜູນຈາກແຜນງານປະຕິບັດກົດໝາຍປ່າໄມ້ FAO-EU FLEGT ໂດຍ ຜ່ານແຫຼ່ງທືນ Direct Assistance; ໂຄງການນີ້ ມີຈຸດປະສົງເພື່ອສ້າງລາຍຊື່ແມ່ບົດຊະນິດພັນໄມ້ ໃນ ສປປ ລາວ ໂດຍ ສະເພາະແມ່ນມີເປົ້າໝາຍ ເພື່ອສ້າງແມ່ບົດລາຍຊື່ຊະນິດພັນໄມ້ທີ່ຖືກຕ້ອງຊັດເຈນ ສະໜັບສະໜູນໃຫ້ແກ່ວຽກງານປະຕິ ບັດກົດໝາຍປ່າໄມ້ ຮັບປະກັນໃຫ້ແກ່ວຽກງານຕິດຕາມກວດກາປ່າໄມ້ໃຫ້ສາມາດປະຕິບັດໄດ້ຢ່າງມີປະສິດທິພາບ ເຊີ່ງ ສູນຄົ້ນຄວ້າປ່າໄມ້ ເປັນທີມງານຫຼັກໃນການດໍາເນີນກິດຈະກໍາຂອງໂຄງການດັ່ງກ່າວ ແລະ ຍັງມີອົງການຈັດຕັ້ງອື່ນໆຈະ ໄດ້ປະຕິບັດຮ່ວມກັນຄື: ຄະນະວິທະຍາສາດປ່າໄມ້, ຄະນະວິທະຍາສາດທໍາມະຊາດ, ສະຖາບັນນິເວດວິທະຍາ ແລະ ຊີວະເຕັກໂນໂລ່ຊີ. ໂຄງການດັ່ງກ່າວ ມີໄລຍະເວລາໃນການຈັດຕັ້ງປະຕິບັດທັງໝົດ 15 ເດືອນ ຄືນັບແຕ່ວັນທີ 27 ເດືອນ ກໍລະກົດ 2020 ຫາ ຕຸລາ 2021 ແລະ ການໂອນງົບປະມານ ແມ່ນໄດ້ແບ່ງອອກເປັນ 5 ເທື່ອງວດໃນໄລຍະອາຍຸ ໂຄງການ, ສໍາລັບກິດຈະກໍາທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດແມ່ນ ມີທັງໝົດ 11 ກິດຈະກໍາ ແລະ 5 ໝາກຜົນທີ່ຕ້ອງໄດ້ບັນລຸ; ໃນໄລຍະທີ່ຜ່ານມາ ຄືໃນຄັ້ງວັນທີ 17 ມີນາ 2021 ເຊີ່ງແມ່ນກິດຈະກໍາທີ 3.1 ທີ່ລະບຸໃນບົດສັນຍາຂອງ ໂຄງການດັ່ງກ່າວ; ໂດຍເປັນການຜັນຂະຫຍາຍ ຜົນໄດ້ຮັບຂອງກອງປະຊຸມທີ່ຜ່ານມານັ້ນ ຈື່ງຈະໄດ້ຈັດກອງປະຊຸມປຶກສາຫາລືດ້ານວິຊາການ ກ່ຽວກັບຈັດບູລິມະສິດລາຍຊື່ຊະນິດໄມ້ທີ່ເປັນການຄ້າ ແລະ ການກະກຽມຂຽນບົດພັນລະນາຊະນິດໄມ້ ຫຼື Technical workshop on the shortlisted of commercial tree species list and preparation of the draft of Tree species Identification Guideline ແລະ ກອງປະຊຸມຄັ້ງນີ້ ແມ່ນກິດຈະກໍາ 3.2 ໂດຍ ມີຈຸດປະສົງເພື່ອ: : 1.) ເພື່ອລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດໂຄງການ, 2.) ເພື່ອປຶກສາຫາລື ແລະ ເປັນເອກພາບຕໍ່ກັບລາຍຊື່ຊະນິດໄມ້ທີ່ເປັນການຄ້າ, 3.) ເພື່ອປຶກສາຫາລື ແລະ ເປັນ ເອກພາບຕໍ່ກັບຮ່າງບົດແນະນໍາ ໃນການຈໍາແນກຊະນິດໄມ້ທີ່ເປັນການຄ້າ 4.) ເພື່ອກໍານົດຊະນິດໄມ້ທີ່ເປັນ ການຄ້າ ທີ່ເຫັນວ່າມີຄວາມຈໍາເປັນທີ່ຈະລົງສໍາຫຼວດເກັບກໍາຂໍ້ມູນທີ່ພາກສະໜາມຕົວຈີງ.
ກອງປະຊຸມປຶກສາຫາລື ເພື່ອແຕ່ງຕັ້ງຄະນະທີ່ປຶກສາພາເຂົ້າລາວ
ຈຸດປະສົງຂອງກອງງປະຊຸມຄັ້ງນີ້ ກໍເພື່ອແຕ່ງຕັ້ງຄະນະທີ່ປຶກສາໃນການສະໜັບສະໜຸນແນວຄວາມຄິດ ແລະ ແບ່ງປັນປະສົບການ ເພື່ອພັດທະນາພາເຂົ້າລາວໃຫ້ກາຍເປັນເວທີແລກປ່ຽນຂໍ້ມູນຂ່າວສານທາງດ້ານຊີວະນາໆພັນກະສິກຳລາວ
ໃນວັນທີ 31/3/2021 ໂຄງການພາເຂົ້າລາວ ໄດ້ຈັດຕັ້ງກອງປະຊຸມປຶກສາຫາລື ເພື່ອແຕ່ງຕັ້ງຄະນະທີ່ປຶກສາພາເຂົ້າລາວຂຶ້ນ ທີ່ຫ້ອງປະຊຸມສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, NAFRI ເຊິ່ງໃຫ້ກຽດເຂົ້າຮ່ວມ ແລະ ເປີດກອງປະຊຸມໂດຍ ທ່ານ ນາງ ຈັນທະມາລີ ຈັນທະລັງສີ ຮອງຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ ພ້ອມດວ້ຍ ທ່ານ Dr. Albrecht Enrespenger ຊ່ຽວຊານ ແລະ ທີ່ປຶກສາຫຼັກຂອງພາເຂົ້າລາວ ຈາກສູນຄົ້ນຄວ້າເພື່ອການພັດທະນາ ແລະ ສິ່ງແວດລ້ອມ (CDE) ແລະ ຜູ້ເຂົ້າຮ່ວມອື່ນໆຈາກຫຼາຍຂະແໜງການ ແລະ ພາກສ່ວນທີ່ກ້ຽວຂ້ອງ ລວມທັງໝົດ 19 ທ່ານ.
ເຊິ່ງຈຸດປະສົງຂອງກອງງປະຊຸມຄັ້ງນີ້ ກໍເພື່ອແຕ່ງຕັ້ງຄະນະທີ່ປຶກສາໃນການສະໜັບສະໜຸນແນວຄວາມຄິດ ແລະ ແບ່ງປັນປະສົບການ ເພື່ອພັດທະນາພາເຂົ້າລາວໃຫ້ກາຍເປັນເວທີແລກປ່ຽນຂໍ້ມູນຂ່າວສານທາງດ້ານຊີວະນາໆພັນກະສິກຳລາວ