Monthly Archives: June 2020

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ XI

img_0902

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງກະຊວງກະສິກໍາ ແລະ ປ່າໄມ້ ຄັ້ງທີ XI ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 25 ມີຖຸນາ 2020, ທີ່ສະໂມສອນ ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໃຫ້ກຽດເປັນປະທານຂອງທ່ານ ທອງພັດ ວົງມະນີ ຮອງຄະນະພັກກະຊວງກະສິກຳ ແລະ ປ່າໄມ້, ທັງຮອງລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້, ມີສະຫາຍ ນາງ ບັນດິດ ປະທຸມວັນ ຮອງປະທານ ຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ທ່ານ ນາງບຸນທຽນ ວົງໄກສອນ ປະທານສະຫະພັນແມ່ຍິງ ກະຊວງກະສິກຳ ແລະ ປ່າໄມ້, ທ່ານ ທອງພຸດ ພັນດານຸວົງ ຮອງປະທານກຳມະບານ ກະຊວງກະສິກຳ ແລະ ປ່າໄມ້, ທ່ານສົມຫວັງ ພິມມະສອນ ເລຂາຄະນະບໍລິຫານງານຊາວໜຸ່ມ ກະຊວງກະສິກຳ ແລະ ປ່າໄມ້, ບັນດາແຂກທີ່ມາຈາກກະຊວງຕ່າງໆອ້ອມຂ້າງ, ບັນດາແຂກຄະນະພັກຮາກຖານແຕ່ລະກົມກອງ, ສະຖາບັນອ້ອມຂ້າງກະຊວງ ພ້ອມຜູ້ແທນສົມບູນກອງປະຊຸຸມໃຫຍ່ເຂົ້າຮວມຢ່າງພ້ອມພຽງ ຈຳນວນທັງໝົດ 169 ທ່ານ, ຊາຍ 15 ທ່ານ.
ກອງປະຊຸມດັ່ງກ່າວໄດ້ຕີລາຄາຄືນການຊີ້ນຳ ນໍາພາຕະຫຼອດໄລຍະ 5 ປີ (2015 – 2020) ທີ່ຜ່ານມາ ພ້ອມທັງວາງແຜນການ 5 ປີ ຕໍ່ໜ້າ (2020 – 2024), ເຊິ່ງຕະຫຼອດໄລຍະການຊີ້ນຳ ນໍາພາຂອງຄະນະບໍລິຫານງານສະຫະພັນແມ່ຍິງກະຊວງກະສິກຳ ແລະ ປ່າໄມ້ ສະໄໝທີ X ໄດ້ເຮັດໃຫ້ສະມາຊິກສະຫະພັນແມ່ຍິງເຄື່ອນໄຫວວຽກງານຂອງສະຫະພັນແມ່ຍິງ ຕາມພາລະບົດບາດ ສິດ ໜ້າທີ່ ທີ່ກຳນົດໃວ້ໃນກົດລະບຽບ, ກົດໝາຍວ່າດ້ວຍແມ່ຍິງລາວ ມີຜົນສຳເລັດດີສົມຄວນ, ເປັນຕົ້ນແມ່ນການປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 3 ດີ ຂອງສະຫະພັນແມ່ຍິງລາວ ຕິດພັນກັບການສ້າງພັກປອດໃສເຂັ້ມແຂງໜັກແໜ້ນ ແລະ ການປະຕິບັດຄຳຂວັນ ຮັກຊາດ ແລະ ພັດທະນາ ຂອງຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ມີຜົນສຳເລັດ ແລະ ຄັດເລືອກໄດ້ບຸກຄົນ 3 ດີ ປະເພດໜຶ່ງ ກວມເອົາ 97% ແລະ ຮາກຖານ 3 ດີ ໄດ້ 100%. ຈາກນັ້ນ ໄດ້ມີການ ປ່ອນບັດເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງ ຊຸດທີ XI ຕາມມາດຖານ ແລະ ເງື່ອນໄຂທີ່ກໍານົດໃວ້ ຈໍານວນ 13 ສະຫາຍ ໃນຈຳນວນຜູ້ລົງສະໜັກ 15 ສະຫາຍ.
ກອງປະຊຸມຍັງໄດ້ຮັບຟັງການໂອ້ລົມ ຈາກ ທ່ານ ທອງພັດ ວົງມະນີ ຮອງຄະນະພັກກະຊວງ ແລະ ທ່ານ ນາງບັນດິດ ປະທຸມວັນ ຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ເຊິ່ງມີຄວາມໝາຍຄວາມສຳຄັນ ເຊິ່ງໄດ້ເນັ້ນໃຫ້ເອົາເອກະສານຜົນສຳເລັດຂອງກອງປະຊຸມໃນຄັ້ງນີ້້ນຳໄປເຜີຍແຜ່ໃຫ້ສະມາຊິກແມ່ຍິງທຸກຄົນໄດ້ຮັບຮູ້ ແລະ ນຳໄປປະຕິບັດໃຫ້ປະກົດຜົນເປັນຈິງ. ຈາກນັ້ນກອງປະຊຸມ ຍັງຮຽກຮ້ອງມາຍັງສະມາຊິກສະຫະພັນແມ່ຍິງທຸກຄົນຈົ່ງພ້ອມກັນຍົກສູງຄວາມສາມັກຄີໃຫ້ເປັນປຶກແຜ່ນແໜ້ນໜາ, ຍົກສູງຄວາມຮູ້ຄວາມສາມາດຂອງແມ່ຍິງໃຫ້ສູງຂື້ນ ແລະ ເຂົ້າເຖິງຂໍ້ມູນຂ່າວສານເຕັກໂນໂລຊີ່ທີ່ທັນສະໄໝ, ເອົາໃຈໃສ່ປະຕິບັດກົດລະບຽບ, ກົດໝາຍຂອງສະຫະພັນແມ່ຍິງ, ຂໍ້ແຂ່ງຂັນ 3 ດີ ແລະ ປົກປັກຮັກສາອະນຸລັກວັດທະນະທຳ ຮີດຄອງປະເພນີອັນດີງາມຂອງຊາດ. ກອງປະຊຸມໄດ້ປິດລົງໃນເວລາ 12:00 ຂອງວັນດຽວກັນ ດ້ວຍຜົນສຳເລັດຕາມຄາດໝາຍ.

ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ຂະບວນການປູກຕົ້ນໄມ້ຕ້ອນຮັບວັນເດັກນ້ອຍສາກົນ ແລະ ການຢ້ຽມຊົມກິດຈະກຳຂອງໂຄງການ AFACI

img_0017

ເພື່ອຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນວັນທີ 1 ມິຖຸນາ 2020 ທີ່ຈະມາເຖິງນີ້ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ຈັັດຂະບວນການປູກຕົ້ນໄມ້ຂຶ້ນທີ່  ສູນຄົ້ນຄວ້າພືດຜັກແລະ ໄມ້ໃຫ້ໝາກໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2020
ໂດຍການເປັນປະທານຂອງທ່ານ ປອ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ໄປ່ໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ປອ ບຸນຖອງ ບົວຫອມ ທີ່ປຶກສາ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍ ຫົວໜ້າສູນ, ພະນັກງານ, ຊາວໜຸ່ມ,ເຍົາວະຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ເຊິງໃນການປູກຕົ້ນໄມ້ກໍມີນ້ອງນ້ອຍເຍົາວະຊົນມາຮ່ວມປູກນຳ ແລະ ທ່ານ ປອ ໃຈ ບຸນພະນຸໄຊ ໄດ້ມອບຂອງຂວັນໃຫ້ເດັກນ້ອຍເພື່ອຕ້ອນຮັບວັນເດັກນ້ອຍສາກົນທີ່ຈະມາເຖິງນີ້ພ້ອມ. ຫຼັງຈາກປູກຕົ້ນໄມ້ສຳເລັດແລ້ວ ກໍ່ໄດ້ມີການຢ້ຽມຢາມກິດຈະກຳຂອງໂຄງການ AFACI ເປັນຕົ້ນແມ່ນ ການຢ້ຽມຊົມເຮືອນອົບກ້ວຍ ແລະ ສວນໝາກເລັ່ນເປັນຕົ້ນ.

img_9909

 

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com