Monthly Archives: December 2019

ກອງປະຊຸມຝຶກອົບຮົມກ່ຽວກັບການສ້າງບົດສະເໜີການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ປະຈຳປີ 2019

18122019 181220192

ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຈັດກອງປະຊຸມຝຶກອົບຮົມກ່ຽວກັບການສ້າງບົດສະເໜີການຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນໂຄງການລົງທຶນຂອງລັດ ປະຈຳປີ 2019 ໃນວັນທີ 17-18 ທັນວາ 2019. ທີ່ສູນຝຶກອົບຮົມບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍການເປັນປະທານຂອງທ່ານ. ປອ. ວັນທອງ ແພງວິຈິດ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງການຈັດກອງປະຊຸມຝຶກອົບຮົມໃນຄັ້ງນີ້ແມ່ນເພື່ອ:

1. ສ້າງຄວາມເຂັ້ມແຂງໃຫ້ກັບພະນັກງານວິຊາການແຜນການ – ການເງິນ ແລະ ປັບປຸງລະບົບການເຮັດວຽກງານແຜນການ ແລະ ເປັນພື້ນຖານທີ່ດີເພື່ອຮັບປະກັນດ້ານວຽກງານໃຫ້ມີແຜນການ.

2. ເພື່ອພັດທະນາລະບົບການຄຸ້ມຄອງ, ຕິກຕາມ ແລະ ການປະເມີນຜົນບັນດາໂຄງການລົງທຶນຂອງລັດໃຫ້ເປັນລະບົບດຽວກັນທົ່ວກະຊວງກະສິກຳ ແລະ ປ່າໄມ້.

ກອງປະຊຸມປະເມີນຜົນໂຄງການ ຮ່ວມມືກັບ ທາງ ສູນກະສິກໍາສາກົນ ແຫ່ງປະເທດເກົາຫຼີ ປະຈໍາ ສປປ ລາວ (KOPIA)

kopia002kopia001

ສູນ (KOPIA)Korea Program on International Agricultureປະຈຳ ສປປລາວແລະສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ/NAFRI) ໄດ້ຈັດກອງປະຊຸມປະເມີນຜົນປະຈໍາປີ ກ່ຽວກັບການຈັດຕັ້ງປະຕິບັດໃນ 4 ໂຄງການຮວ່ມມື, ທີ່ຫ້ອງປະຊຸມສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນຕອນບ່າຍຂອງ ວັນທີ 26 ພະຈິກ 2019 ໂດຍໄດ້ຮັບກຽດເປັນປະທານຂອງ ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ  ທ່ານShin Chang-Hoຜູ້ອຳນວຍການ KOPIA ປະຈຳສປປລາວ, ພ້ອມດ້ວຍຜູ້ກວດກາໂຄງການ, ນັກຄົ້ນຄວ້າຈາກ NAFRI, ພະນັກງານຈາກສູນ KOPIA ປະຈຳສປປລາວແລະຄະນະກຳມະການຊີ້ນຳໂຄງການຮ່ວມທັງໝົດ 30 ທ່ານ.

ກອງປະຊຸມໄດ້ປຶກສາຫາຫລື ແລະ ປະເມີນ ດ້ານສິດທິພາບ, ປະສິດທິຜົນ, ຜົນກະທົບແລະຄວາມຍືນຍົງຂອງໂຄງການ, ໃນກອງປະຊຸມ ຄະນະຊີ້ນຳ ໂຄງການໄດ້ຕີລາຄາຜົນສຳເລັດ ຂອງບັນດາໂຄງການຮ່ວມມືໃນໜຶ່ງປີທີ່ຜ່ານມາ ພ້ອມທັງວາງແຜນກິດຈະກຳໂຄງການປູກພືດໃນຕໍ່ໜ້າ ເພື່ອສຸມໃສ່ການປູກພືດເພືຶ່ອສ້າງລາຍຮັບໃຫ້ຊາວກະສິກອນ ແລະ ການປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃນຊົນນະບົດ ຍົກສະມັດຕະພາບຜົນຜະລິດ ແລະ ສ້າງຄວາມເຂັ້ມແຂງດ້ານການປັບປຸງພັນພຶດຕະກຸນຖົ່ວ ເພື່ອການຄ້ຳປະກັນສະບຽງອາຫານ ແລະ ໂພຊະນາການໃນ ສປປລາວ ການເພີ່ມລາຍຮັບຂອງຊາວກະສິກອນດ້ວຍການລ້ຽງໝູ ແລະ ສັດປີກໂດຍການລຸດຜ່ອນຕົ້ນທືນ ການຊື້ອາຫານສັດ, ພັດທະນາເຕັກນິກເພື່ອເພີ່ມສະມັດຕະພາບຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງນ້ຳບາກຢູ່ແຂວງຫຼວງພະບາງ ແລະ ການເພີ່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍ ໂດຍການນໍາໃຊ້ ແນວພັນ ແລະ ການນໍາໃຊ້ເທັກນິກການປູກ ທີ່ເໝາະສົມ ໃນການປູກພືດຜັກລະດຸຝົນ ຂອງ ສປປລາວ.

ທ່ານ Shin Chang-Ho ຜູ້ອຳນວຍການ KOPIA ປະຈຳສປປລາວ ໄດ້ເນັ້ນຢູ່ກອງປະຊຸມວ່າ:ການແຈກຢາຍແນວພັນພືດພັນທີ່ມີຄຸນນະພາບສູງ ແລະ ການຖ່າຍທອດຕັກນິກໃຫ້ຊາວກະສິກອນເພື່ອທົດລອງ ແລະປັບປຸງໃຫ້ແທດເໝາະ ສິ່ງນີ້ແມ່ນຈຸດປະສົງຕົ້ນຕໍຂອງໂຄງການ ແລະ ຈະນຳໄປສູ່ການເພີ່ມຜົນຜະລິດ ແລະ ການເພີ່ມລາຍຮັບຂອງຊາວກະສິກອນ ແລະ ປະກອບສ່ວນເຂົ້າໃນການພັດທະນາກະສິກຳຂອງລາວໃນອານາຄົດ.

ຫລັງຈາກກອງປະຊຸມ, ທ່ານ ປອ. ຈັນສະໝອນ ພົງອຸດົມ, ຮອງຫົວຫົວໜ້າສກປພປະທານ ກອງປະຊຸມໄດ້ມີຄໍາເຫັນຕໍ່ກອງປະຊຸມວ່າ: ວຽກງານຄົ້ນຄວ້າກະສິກຳ ເພື່ອສ້າງລາຍຮັບໃຫ້ຊາວກະສິກອນຢູ່ຊົນນະບົດຈຳນວນ 3 ໂຄງການກ່ຽວກັບການປູກພືດຕະກຸນຖົ່ວ, ພືດຜັກ ແລະ ໝາກກ້ຽງນ້ຳບາກ ແມ່ນໄດ້ປະຕິບັດສຳເລັດເປັນຢ່າງດີຕາມຈຸດປະສົງຂອງໂຄງການ ແລະ ກິດຈະກຳທີ່ວາງແຜນໄວ້ ແລະໃນນີ້ຈະມີໂຄງການໃໝ່ທີ່ກ່ຽວຂ້ອງກັບການລ້ຽງສັດເຊັ່ນ: ໄກ່ຫຼື ແບ້ຈະໄດ້ຮັບການເປີດຕົວໃນປີ 2020.

ສູນ KOPIA ແມ່ນສາຂາບໍລິຫານການພັດທະນາຊົນນະບົດ ຂອງ ສຳນັກ ພັດທະນາຂົງເຂດຊົນນະບົດ ແລະວຽກງານບໍລິຫານ ແຫ່ງປະເທດ ເກົາຫລີ (RDA) ຢູ່ຕ່າງປະເທດຂອງລັດຖະບານ ສ. ເກົາຫຼີ, ວິໄສທັດຂອງ KOPIA ແມ່ນເພື່ອສືບຕໍ່ການພັດທະນາແບບຍືນຍົງແລະຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງ ສ. ເກົາຫຼີແລະບັນດາປະເທດຄູ່ຮ່ວມມື ໂດຍຜ່ານການຮ່ວມມືແບບໃໝ່ໃນເຕັກໂນໂລຢີດ້ານກະສິກຳ. ສູນ KOPIA ໃນສປປລາວໄດ້ຮັບການສ້າງຕັ້ງຂື້ນໃນປີ 2016 ໂດຍອີງໃສ່MOA ລະຫວ່າງ RDA, ສ.ເກົາຫຼີແລະ NAFRI, ສປປລາວ. ປະຈຸບັນມີ 20 ສູນ KOPIA ໃນທົ່ວໂລກໄດ້ຮັບການສ້າງຕັ້ງ ແຕ່ປີ 2009. (ອາຊີ 8 ປະເທດ, ອາເມລິກາລາຕິນ 5 ປະເທດແລະອາຟຣິກາ 7 ປະເທດ).

ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານ ກະສິກຳ

ພິທີເຊັນບົດບັນທຶກ ມອບ-ຮັບ ລົດກ່ຽວເຂົ້າຂະໜາດກາງ ແລະ ລົດໄຖນາເດີນຕາມ ເພື່ອນຳໃຊ້ເຂົ້າໃນວຽກງານປັບປຸງແນວພັນເຂົ້າ

tagter002tagter001

ພິທີເຊັນບົດບັນທຶກມອບ-ຮັບເຄື່ອງກົນຈັກ (ລົດກ່ຽວເຂົ້າຂະໜາດກາງ ຍີ່ຫໍ້  KUBOTA  ລຸ້ນ  50 ແຮງມ້າແລະລົດໄຖນາເດີນຕາມ ຍີ່ຫໍ້  KUBOTA  ພ້ອມດ້ວຍອຸປະກອນຄາດໄຖ 2 ຊຸດ)ຂອງໂຄງການປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານສະໜັບສະໜູນການຜະລິດແນວພັນເຂົ້າທີ່ ສຳນັກສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດໃນວັນທີ 20 ພະຈິກ 2019.ໂດຍເປັນປະທານຂອງທ່ານ ນາງ ພູສອນ ຊາວົງສີ ຫົວໜ້າພະແນກບໍລິຫານ ແລະ ຈັດຕັ້ງ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ. ພ້ອມດ້ວຍບັນດາຕາງໜ້າພາກສ່ວນກ່ຽວຂ້ອງເຂົ້າຮ່ວມຈຳນວນ 12 ທ່ານ.

ການເຊັນບົດບັນທຶກ ມອບ-ຮັບ ເຄື່ອງກົນຈັກຄັ້ງນີ້ກໍເພື່ອການຄໍ້າປະກັນສະບຽງອາຫານໃນ 10 ແຂວງເປົ້າໝາຍປະຈໍາປີ 2019 ລະຫວ່າງບໍລິສັດອິນຊີທອງມໍເຕີ້ຂາອອກ-ຂາເຂົ້າຈຳກັດຜູ້ດຽວ(ຝ່າຍຂາຍ) ແລະສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ແລະພັດທະນາຊົນນະບົດ (ເຈົ້າຂອງໂຄງການ). ເຊິ່ງບໍລິສັດອິນຊີທອງມໍເຕີ້ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ໄດ້ຈັດຊື້ເຄື່ອງກົນຈັກ(ລົດໄຖແລະລົດກ່ຽວເຂົ້າ) ມູນຄ່າ: 249,480,000ກີບ. ຂອງໂຄງການປັບປຸງ ແລະ ພັດທະນາໂຄງລ່າງພື້ນຖານສະໜັບສະໜູນການຜະລິດແນວພັນເຂົ້າ ເພື່ອການຄໍ້າປະກັນສະບຽງອາຫານໃນ 10 ແຂວງເປົ້າໝາຍສະນັ້ນເຄື່ອງກົນຈັກນີ້ຈະມອບໃຫ້ສູນຄົ້ນຄ້ວາກະສິກຳແຂວງ ຫລວງນ້ຳທາເປັນຜູ້ຄຸ້ມຄອງ.

ໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານ ກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com