Monthly Archives: October 2019

ການເຂົ້າຮ່ວມວາງສະແດງຜົນງານການຄົ້ນຄວ້າ ທີເປັນທ່າແຮງໃນການທົດແທນ ການນຳເຂົ້າຈາກຕ່າງປະເທດໃນງານ ວັນອາຫານໂລກ

img_809272410025_1143286482541797_5693568849857740800_n

ງານວາງສະແດງສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ໄດ້ຈັດຂື້ນ ລະຫວ່າງວັນທີ 15 – 19 ຕຸລາ 2019 ທີ່ສູນການຄ້າລາວ – ໄອເຕັກ. ພາຍໃຕ້ຄໍາຂັວນ “ການກະທຳຂອງພວກເຮົາ ຄືອານາຄົດຂອງພວກເຮົາ, ສົ່ງເສີມການກິນອາຫານທີ່ດີ ມີຄຸນຄ່າຕໍ່ສຸຂະພາບ ເພື່ອການລຶບລ້າງຄວາມອຶດຫີວໃນໂລກ” ໂດຍການເປັນເຈົ້າພາບລະຫວ່າງກະຊວງກະສິກຳ ແລະ ປ່າໄມ້, ອົງການອາຫານ ແລະ ການກະເສດ ແລະ ອົງການພັດທະນາ ແຫ່ງສະຫະປະຊາຊາດ. ໃຫ້ກຽດເປັນປະທານເປີດງານໂດຍ ທ່ານ ປອ. ລຽນ ທິແກ້ວ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້. ໂດຍມິບັນດາພະລັງມວນຊົນເຂົ້າຮ່ວມງານໃນຄັ້ງນີ້ປະກອບມີ: ເອກະຄັກຄະລັດຖະທູດ, ທູຕານຸທູດ, ຄູ່ຮ່ວມພັດທະນາ, ບັນດາກົມທີ່ຂື້ນກັບກະຊວງກະສິກຳ ແລະ ປ່າໄມ້, ບັນດາໂຄງການ, ອົງການຕ່າງໆ ແລະ ຜູ້ປະກອບການທາງດ້ານກະສິກຳ ແລະ ປ່າໄມ້. ງານວັນອາຫານໂລກປີນີ້ແມ່ນສຸມໃສ່ອາຫານທີ່ດີຕໍ່ສຸຂະພາບ, ການລຶບລ້າງໄພອຶດຫີວແມ່ນບູລິມະສິດອັນສຳຄັນຂອງອົງການອາຫານ ແລະ ການກະສເດ, ແຕ່ວ່າຕ້ອງໄດ້ແນໃສ່ແກ້ໄຂບັນຫາການຂາດສານອາຫານໃນທຸກຮູບແບບ. ຈາກຂໍ້ມູນຫຼ້າສຸດໄດ້ສະແດງໃຫ້ເຫັນວ່າການຂາດສານອາຫານແມ່ນກຳລັງເພີ່ມຂື້ນໃນທຸກພາກພື້ນ ແລະ ທຸກກຸ່ມຄົນ. ວັນອາຫານໂລກ 2019 ໄດ້ຮຽກຮ້ອງໃຫ້ເກີດມີຄວາມພະຍາຍາມເພື່ອຈະເຮັດໃຫ້ທຸກຄົນສາມາດເຂົ້າເຖີງອາຫານທີ່ດີຕໍ່ສຸຂະພາບໄດ້ຢ່າງຢືນຍົງ. ເພື່ອບັນລຸໄດ້ຄືແນວນັ້ນການຮ່ວມງານຂອງທມຸກພາກສ່ວນແມ່ນເປັນພື້ນຖານອັນສຳຄັນ, ລັດຖະບານ, ນັກຄົ້ນຄວ້າ, ຊາວກະສິກອນ, ພາກເອກະຊົນ ແລະ ຜູ້ບໍລິໂພກທຸກຄົນແມ່ນຕ້ອງມີສ່ວນຮ່ວມ.

ການຈັດງານດັ່ງກ່າວນີ້ແມ່ນໄດ້ດຳເນີນຢູ່ໃນເງື່ອນໄຂທີ່ບັນດາປະເທດ ແລະ ປະເທດເຮົາກໍ່ໄດ້ຮັບຜົນກະທົບຈາກໄພທຳມະຊາດເປັນຕົ້ນແມ່ນ: ໄພນ້ຳຖ້ວມບັນດາແຂວງພາກກາງ ແລະ ພາກໃຕ້, ການລະບາດຂອງຝູງບົ້ງສາລີ ແລະ ໄພແລ້ງຢູ່ພາກເໜືອ,ການລະບາດຂອງພະຍາດອະຫິວາໝູອາຟຣິກາ ຢູ່ຫຼາຍແຂວງໃນຂອບເຂດທົ່ວປະທດ. ເພື່ອເປັນການທົດແທນຜົນເສຍຫາຍໃນລະດູຝົນປີນີ້ ແລະ ມີສ່ວນແຮໄວ້ເປັນສະບຽງພາຍໃນ ແລະ ຂາຍເປັນສິນຄ້າ, ຂະແໜງກະສິກຳ ແລະ ປ່າໄມ້ ບົນພື້ນຖານຄວາມເປັນເອກະພາບກັບທ້ອງຖິ່ນໃນທົ່ວປະເທດ ໄດ້ວາງຄາດໝາຍສູ້ຊົນສູງກວ່າທຸກປີ ຄື:
– ນາແຊງ ໃຫ້ໄດ້ 100.000 ເຮັກຕາ
– ຜະລິດເຂົ້ານາປີ 2020 ໃຫ້ໄດ້ 870.000 ເຮັກຕາ
– ຜົນຜະລິດເຂົ້າທັງໝົດ ໃຫ້ໄດ້ 4 ລ້ານໂຕນ
– ປູກພືດເປັນສິນຄ້າໃຫ້ໄດ້ 384.300 ເຮັກຕາ
– ສະໜອງຊີ້ນ, ໄຂ່ ແລະ ປາ ໃຫ້ໄດ້ສະເລ່ຍ ການບໍລິໂພກ 65 ກິໂລກຼາມ/ຄົນ/ປີ ໃນປີ 2020.

ຄາດໝາຍທີ່ທົ່ວປະເທດຕ້ອງສູ້ຊົນແມ່ນສຸມໃສ່ການຜະລິດກະສິກຳ ແລະ ປ່າໄມ້ ຟື້ນຟູຊີວິດການເປັນຢູ່ຂອງປະຊົາຊົນໃຫ້ກັບເຂົ້າສູ່ສະພາບປົກກະຕິໂດຍໄວເປັນຕົ້ນແມ່ນການຕອບສະໜອງສະບຽງອາຫານຢ່າງພຽງພໍໃຫ້ທົ່ວປະເທດ, ເຂດທີ່ຖືກຜົນກະທົບ, ເຂດນ້ຳຖ້ວມຂັງ ແລະ ເຂດຕົວເມືອງໃຫຍ່. ສົມທົບແໜ້ນການຍູ້ແຮງການຜະລິດສິນຄ້າໃຫ້ແກ່ການບໍລິໂພກພາຍໃນເປັນວັດຖຸດິບ ແລະ ສົ່ງອອກຢ່າງແຂງແຮງ. ວຽກຈຸດສຸມປີ 2020 ຈະສຸມໃສ່ການຜະລິດເຂົ້າໃນເຂດທີ່ມີເງື່ອນໄຂ, ຜະລິດພືດຜັກ, ທາດຊີ້ນ. ດ້ວຍການຊຸກຍູ້ຂະບວນການຂອງປະຊາຊົນ, ຊາວກະສິກອນ, ວິສະຫະກິດກະສິກຳ, ຜູ້ປະກອບການ, ຟາມຕ່າງໆ ເປັນຜູ້ເຮັດຢ່າງເປັນຂະບວນການ ໂດຍມີການຈັດຕັ້ງທີ່ດີຈາກອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ.
ເພື່ອເປັນການຜັນຂະຫຍາຍ ແລະ ໂຄສະນາຜົນງານຂອງວຽກງານການຄົ້ນຄວ້າກະສິກຳ ແລະ ປ່າໄມ້ ໃຫ້ສັງຄົມໄດ້ຮັບຮູ້. ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ນຳເອົາຜົນງານເຂົ້າຮ່ວມງານວາງສະແດງດັ່ງກ່າວເຊັ່ນ: ບັນດາສື່ສິ່ງພີມຕ່າງໆ ທີ່ກ່ຽວຂ້ອງກັບການຜະລິດກະສິກຳ ແລະ ປ່າໄມ້, ບັນດາແນວພັນສັດ: ງົວພັນປັບປຸງ, ໄກ່ລາຍໜອງແຕ່ງ, ຊະນິດພັນປາ…ແນວພັນພືດປະກອບມີ: ເຂົ້າເຊບັ້ງໄຟ, ເຂົ້າທ່າດອກຄຳ ແລະ ແນວພັນໄມ້ໃຫ້ໝາກຊະນິດອຶ່ນໆ.ຕະຫຼອດໄລຍະການຈັດງານເຫັນວ່າຜູ້ເຂົ້າຮ່ວມແມ່ນໃຫ້ຄວາມສົນໃຈກ່ຽວກັບບັນດາແນວພັນຕ່າງໆເຊັ່ນ: ແນວພັນປາ, ແນວພັນກົບ, ແນວພັນໄກ່, ແນວພັນຜັກ ແລະ ບັນດາສື່ສິ່ງພີມກ່ຽວກັບເຕັກນິກການຜະລິດກະສິກຳ ແລະ ປ່າໄມ້ ເພື່ອໄປນຳໃຊ້ເຂົ້າໃນວຽກງານການຜະລິດຂອງເຂົາເຈົ້າ.
ຊື່ງຜົນງານການຄົ້ນຄວ້າທີເຫັນໄດ້ວ່າເປັນແນວພັນທີສາມາດຕອບສະໜອງ ແລະ ນຳໃຊ້ເຂົ້າໃນວຽງານດັ່ງກ່າວບໍ່ວ່າຈະເປັນການນຳໃຊ້ແນວພັນກະສິກໍາເພື່ອທົດແທນການຜະລິດ ຫຼື ການນຳໃຊ້ແນວພັນເພື່ອການກອບກູ້ໄພພິບັດຈາກທຳມະຊາດ ແລະ ຊື່ງປະຈຸບັນກໍໄດ້ມີແນວພັນເຂົ້າທີສາມາດທົນຕໍ່ສະພາບນໍ້າຖ້ວມ ແລະ ແຫ້ງແລງເຫຼົ່ານີ້ເປັນຕົ້ນ

72490137_1085478214992902_2577210278609420288_n72474087_1087393068134750_542128849618468864_n

ຂາວໂດຍ: ສຸລິວົງ ກອງມະນີວົງ

ກວດແກ້: ມະໂນລັກ ບຸນສີຫາລາດ

ກອງປະຊຸມປຶກສາຫາລື ແລະ ແນະນຳກ່ຽວກັບການຮ່ວມໃຊ້ລະບົບຖານຂໍ້ມູນ

whatsapp-image-2019-10-03-at-11-47-24 whatsapp-image-2019-10-03-at-11-52-24

ກອງປະຊຸມດັ່ງກ່າວແມ່ນໄດ້ຈັດຂຶ້ນໃນວັນທີ 1 – 2 ຕຸລາ 2019 ທີ່ສູນຝຶກອົບຮົມບ້ານເກີນ, ເມືອງທຸລະຄົມ, ແຂວງວຽງຈັນ. ໂດຍການຮ່ວມມືລະຫວ່າງສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI), ໂຄງການພັດທະນາລະບົບນິເວດຊີວະນາໆພັນກະສິກຳຢູ່ເຂດພູດອຍ (TABI), ສູນພັດທະນາ ແລະ ສິ່ງແວດລ້ອມ (CDE).ໃຫ້ກຽດເປັນປະທານໂດຍທ່ານ ປອ. ຈັນສະໝອນ ພົງອຸດົມ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ. ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອສະເໜີ ແລະ ແນະນຳການນຳໃຊ້ລະບົບຖານຂໍ້ມູນ ແລະ ການຄຸ້ມຄອງຖານຂໍ້ມູນໃຫ້ແກ່ບັນດາເຄືອຂ່າຍການຄົ້ນຄວ້າ ແລະ ພັດທະນາກະສິກຳ ແລະ ປ່າໄມ້ ທີ່ຕິດພັນກັບຊີວະນາໆພັນ.

ຂາວໂດຍ: ສຸລິວົງ ກອງມະນີວົງ
ກວດແກ້: ມະໂນລັກ ບຸນສີຫາລາດ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ ການຝຶກອົບຮົມ ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Jun 7, 2023 - Wed
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com