Monthly Archives: June 2018

ກອງປະຊຸມແລກປ່ຽນກ່ຽວກັບນ້ຳເຜິ້ງທຳມະຊາດທົວປະເທດຄັ້ງທີ່ I ໃນວັນທີ 21-24 ພຶດສະພາ 2018

img_9510photo-on-web-3-930x546

ຊຸມຊົນໃນທົ່ວ ປະເທດລາວ ໄດ້ເກັບ ແລະ ຄຸ້ມຄອງນ້ຳເຜິ້ງປ່າ ຈາກຮັງເຜິ້ງທຳມະຊາດ ຫຼື ຈາກແກັດທີ່ປະໄວ້ຢູ່ໃນປ່າໄມ້ໂດຍຊາວບ້ານ. ນ້ຳເຜີ້ງ ໄດ້ສ້າງລາຍຮັບເພີ້ມໃຫ້ແກ່ຊາວກະສິກອນ ແລະ ໄດ້ມີການນໍາໃຊ້ເປັນຢາພື້ນເມືອງ ແລະ ອາຫານ.ໃນທົ່ວທະວີບເອເຊຍ ນ້ຳເຜີ້ງປ່າ ຖືວ່າເປັນຕົວເລືອກທີມີປະໂຫຍດຫລາຍສຳລັບສຸຂະພາບ ແລະ ທາງການແພດ ເມື່ອປຽບທຽບໃສ່ກັບ ນໍ້າເຜີ້ງທີ່ຜະລິດເພື່ອເປັນສິນຄ້າຈາກການລ້ຽງເຜິ້ງເອົາ.  ນ້ຳເຜີ້ງຍັງປະເພດເປັນຕົວຊີ້ວັດທີ່ສຳຄັນສໍາລັບ ຄວາມອຸດົມສົມບຸນຂອງຊິວະນາໆພັນກະສິກຳ. ໃນພື້ນທີ່ໃດທີ່ມີເຜີ້ງປ່າອາໃສຢູ່ນັ້ນ ມັກເປັນບ່ອນທີ່ມີຄວາມອຸດົມສົມບູນດີ ແລະ ມີຄວາມຫຼາກຫຼາຍທາງດ້ານກະສິກຳ ແລະ ຊີວະນາໆພັນປ່າໄມ້.

ລັດຖະບານລາວ ໄດ້ກໍາໜົດເອົາ ນ້ຳເຜີ້ງ ເປັນຜະລິດຕະພັນເຄື່ອງປ່າຂອງດົງຢ່າງໜຶ່ງ ຊຶ່ງສາມາດສະແດງໃຫ້ເຫັນຢ່າງຈະແຈ້ງເຖິງການຕິດພັນກັນ ລະຫ່ວາງ ຄວາມພະຍາຍາມໃນການອະນຸລັກປ່າໄມ້ ແລະ ສິ່ງແວດລ້ອມ ກັບ ການພັດທະນາຊິວິດການເປັນຢູ່ຂອງຊາວກະສິກອນ. ນ້ຳເຜີ້ງປ່າ ແມ່ນໄດ້ຮັບການສົ່ງເສີມຢູ່ໃນຫລາຍປະເທດເຊັ່ນ: ກຳປູເຈຍ, ຟິລິປິນ, ອິນໂດເນເຊຍ ແລະ ອິນເດຍ. ດັ່ງນັ້ນ, ຈຶ່ງເກີດເປັນຫົວຂໍ້ທີ່ໜ້າສົນໃຈໃນ ທຸລະກິດປ່າໄມ້ຊຸມຊົນ ຂອງ ກຸ່ມອາຊຽນ ຫຼື CFEs ໂດຍຜ່ານ ກຸ່ມດຳເນີນງານ ຂອງອາຊຽນ ດ້ານວຽກງານປ່າໄມ້ຊຸມຊົນ.

ໃນປີ 2017 ໄດ້ມີການສຶກສາດ້ານການຕະຫລາດນໍ້າເຜິ້ງໃນທົ່ວປະເທດ ເພື່ອສ້າງໃຫ້ມີຄວາມເຂົ້າໃຈ ກ່ຽວກັບ ຄວາມເປັນໄປ ແລະ ສິ່ງທ້າທາຍໃນການພັດທະນານ້ຳເຜີ້ງປ່າ ຂອງ ລາວ ເຂົ້າໃຫ້ເປັນຜະລິດຕະພັນທີ່ໄດ້ຮັບຮອງເອົາໃນຂົງເຂດພາກພື້ນ. ໄດ້ເຫັນວ່າ ມັນເປັນທ່າແຮງສູງ ສໍາລັບ ນ້ຳເຜີ້ງປ່າທຳມະຊາດ. ໂດຍລວມແລ້ວ, ນ້ຳເຜີ້ງປ່າ ຂອງ ລາວ ໄດ້ມີລາຄາສຸງກ່ວານ້ຳເຜີ້ງທີ່ຜະລິດເປັນສິນຄ້າຈາກປະເທດເພື່ອນບ້ານໃນພາກພື້ນ ແລະ ເກີດມີຄວາມສົນໃຈນໍ້າເຜິ້ງປ່າຂອງລາວເພີ່ມຂຶ້ນ ຈາກບັນດາບໍລິສັດຢູ່ພາຍໃນ ແລະ ຜູ້ຈັດຊື້ຈາກພາກພື້ນ. ເຊັ່ນດຽວກັນນີ້, ກໍ່ຍັງມີທ່າແຮງຂອງການຜະລິດທີ່ຍັງບໍ່ໄດ້ພຽງພໍເທື່ອ. ຕາມການຄາດຄະເນວ່າ ຈະສາມາດຜະລິດນໍ້າເຜິ້ງປ່າໄດ້ຢ່າງໜ້ອຍ 1.200 ໂຕນ ຢູ່ໃນພື້ນທີ່ປ່າປ້ອງກັນ ຂອງ ສ.ປ.ປ. ລາວ ເປັນມູນຄ່າ 5.19 ລ້ານໂດລາໃນລະດັບທ້ອງຖິ່ນ. ໃນປະຈຸບັນ ໄດ້ມີການຄາດຄະເນວ່າ ມີພຽງ 20 ຫາ 30 ໂຕນ ເທົ່ານັ້ນ ທີ່ຜະລິດໄດ້ໃນແຕ່ລະປີ.

ກອງປະຊຸມ ກ່ຽວກັບ ນ້ຳເຜິ້ງປ່າ ຂອງ ລາວ ຜະລິດຕະພັນເອກະລັກທ້ອງຖິ່ນ ທີ່ ສະໜັບສະໜູນເຂົ້າໃນການອະນຸລັກປ່າໄມ້ ແລະ ການພັດທະນາທ້ອງຖິ່ນຈັດຂຶ້ນທີ່ ຫ້ອງວ່າການປົກຄອງເມືອງແປກ, ແຂວງຊຽງຂວາງ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ຄຳປາວ ມົວ ຮອງເຈົ້າແຂວງຊຽງຂວາງ, ທ່ານ ຄຳສີ ຈັນທະວົງສີ ຫົວໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງ ຊຽງຂວາງ, ທ່ານ ປອ ຈັນສະໝອນ ພົງອຸດົມ ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ກົງທະນູ ອຸ່ນສະຫວັນຮອງເຈົ້າເມືອງ ເມືອງແປກ ມີຜູ້ເຂົ້າຮ່ວມມາຈາກ ທຸກໆແຂວງ ທີ່ໄດ້ມີການເກັບກູ້ນໍ້າເຜິ້ງຈາກປ່າ ຂອງ ລາວ, ຊາວກະສິກອນ, ພໍ່ຄ້າ, ທຸລະກິດກະສິກຳ, ອົງການຈັດຕັ້້ງລັດ, ເອກະຊົນ, ໂຄງການ ແລະ ຜູ້ຕາງໜ້າອົງການຈັດຕັ້ງສັງຄົມ. ບັນດາຜູ້ຊ່ຽວຊານສາກົນ ແລະ ສະມາຊິກເຄືອຄ່າຍນ້ຳເຜິ້ງປ່າ ຈາກປະເທດອື່ນໆ ກໍໄດ້ເຂົ້າຮ່ວມນໍາປະມານ 100 ກວ່າຄົນ. ໃນທີ່ກອງປະຊຸມໄດ້ຍົກເອົາບາງປະເດັນທີ່ສໍາຄັນມາໂອລົມສົນທະນາເຊັ່ນ:

  • ຄວາມສຳພັນລະຫ່ວາງນ້ຳເຜີ້ງປ່າກັບການອະນຸລັກພື້ນປ່າສີຂຽວ: ການເກັບກ່ຽວນໍ້າເຜີ້ງຢ່າງຍຶນຍົງໂດຍບໍ່ທຳລາຍຝູງເຜີ້ງ ແລະ ເຮັດໃຫ້ແນ່ໃຈວ່າການຢູ່ລອດຂອງເຜີ້ງເປັນໄປໄດ້ຢ່າງມີປະສິດທິພາບເປັນສິ່ງສຳຄັນຫລາຍ. ເຮົາຈະປະເມີນ ແລະ ສົ່ງເສີມຄຸນຄ່າຂອງການລ້ຽງເຜິ້ງໄດ້ແນວໃດໃນຮູບແບບຂອງການໃຫ້ບໍລິການລະບົບນິເວດທີ່ສະໝັບສະໝູນການຜະລິດພືດອື່ນໆ. ການເພີ່ມຂຶ້ນຂອງໃນການໃຊ້ຢາຂ້າສັດຕູພືດໃນລະດັບໃດທີ່ເປັນໄພຂົ່ມຂູ່ຕໍ່ປະຊາກກອນເຜິ້ງ ແລະ ການຜະລິດນ້ຳເຜີ້ງໃນປະເທດລາວ?
  • ການຜະລິດນ້ຳເຜິ້ງແມ່ນຍັງໃຊ້ຮູບແບບດັ່ງເດີມ. ນ້ຳເຜິ້ງປ່າຈະສາມາດຜະລິດໃຫ້ມີໝາກມີຜົນໄດ້ແນວທາງໃດ ໂດຍບໍ່ໃຫ້ເກີດມີຜົນກະທົບຕໍ່ສິ່ງແວດລ້ອມ?
  • ຍັງບໍ່ມີມາດຕະຖານທີ່ເປັນທາງການ ສຳລັບ ນ້ຳເຜີ້ງປ່າ ໃນ ລາວ. ດັ່ງນັ້ນ ຈະມີວິທີໃດທີ່ສາມາດພັດທະນາລະບົບການຮັບປະກັນແບບມີສ່ວນຮ່ວມທີ່ງ່າຍດາຍ ແລະ ບໍ່ໃຊ້ຕົ້ນທືນສູງ ເພື່ອຮັບປະກັນຄຸນນະພາບ ຂອງ ນໍ້າເຜິ້ງ ລາວ.
  • ປະຊາຊົນຜູ້ສູງອາຍຸທີ່ເກັບນ້ຳເຜີ້ງປ່າ ສ່ວນໃຫຍ່ແມ່ນຊາວກະສິກອນຜູ້ອາວຸໂສ, ມັນມີຄວາມຈຳເປັນທີ່ຈະຕ້ອງສົ່ງເສີມນ້ຳເຜີ້ງປ່າ ຂອງ ລາວ ໃຫ້ເປັນອົງກອນການກະເສດທີຖືກຕ້ອງຕາມກົດໝາຍ ແລະ ສົ່ງເສີມໃຫ້ເກີດມີຫຼັກສຸດໃນໂຮງຮຽນປະຖົມ, ມັດທະຍົມ ແລະ ວິທະຍາໄລ.
  • ນ້ຳເຜີ້ງ ໄດ້ມີຕະຫລາດ ແລະ ຂາຍໃນຮູບແບບທີ່ບໍ່ເປັນທາງການ ໂດຍບັນດາພໍ່ຄ້າໃນທ້ອງຖິ່ນ. ມັນມີທ່າແຮງໃນການເຊື່ອມໂຍງຊາວກະສິກອນເຂົ້າສູ່ການຕະຫລາດລະດັບປະເທດ ແລະ ລະດັບພາກພື້ນ. ນອກຈາກນີ້ຍັງມີທ່າແຮງໃນການປັບປຸງການສ້າງກາເຄື່ອງໝາຍ ຂອງ ນ້ຳເຜີ້ງລາວ.
  • ມີບາງຕົວຢ່າງ ຂອງ ຜະລິດຕະພັນທີ່ພັດທະນາມາຈາກ ນ້ຳເຜິ້ງ ແລະ ຮັງເຜິ້ງ. ມັນສາມາດຍົກລະດັບເປັນຢ່າງດີເພີ່ມເປັນຜົນຕອບແທນໃຫ້ຊາວກະສິກອນຈາກຜະລິດຕະພັນເຜີ້ງ ແລະ ສົມຄວນເອົາໃຈໃສ່. ເຊັ່ນດຽວກັນກັບ ຜະລິດຕະພັນນິເວດທີ່ເກີດຂຶ້ນຈຳນວນຫຼາຍ, ມີຄວາມຈຳເປັນໃນການຊອກຫາວິທີການປັບປຸງການຜະລິດ ແລະ ມາດຕະຖານທີ່ມີຄຸນນະພາບ ຊຶ່ງໃນຂະນະດຽວກັນ ກໍເພື່ອຮັບປະກັນວ່າ ລະບົບນິເວດປ່າໄມ້ ໄດ້ຖືກບົວລະບັດຮັັກສາໃຫ້ມີຄວາມຍືນຍົງ.

ເປົ້າໝາຍ ແລະ ຈຸດປະສົງຂອງກອງປະຊຸມເທື່ອນີ້ແມ່ນ

  • ເພື່ອເປັນການແລກປ່ຽນປະສົບການ ໃນການພັດທະນາ ແລະ ສົ່ງເສີມນ້ຳເຜີ້ງປ່າ ຂອງ ລາວ: ການເກັບລວມ, ການເກັບກູ້, ການລ້ຽງເຜີ້ງ, ການແປຮູບ, ການຕະຫລາດ ແລະ ການສ້າງເຄື່ອງໝາຍການຄ້າ,
  • ຈໍາແນກໂອກາດ ແລະ ສິ່ງທ້າທາຍທີ່ສຳຄັນ ໃນການສືບຕໍ່ພັດທະນານ້ຳເຜີ້ງ ຂອງ ລາວ ແລະ ຄຳແນະນຳຕ່າງໆ ເພື່ອເຮັດການສະໜັບສະໜູນໃນຂັ້ນຕໍ່ໄປ,
  • ສ້າງຄວາມຮູ້ ແລະ ຄວາມໝັ້ນໃຈ ກ່ຽວກັບ ຜົນປະໂຫຍດ ແລະ ຊັບສິນເອກະລັກ ຂອງ ນ້ຳເຜິ້ງລາວ
  • ສຶກສາຫາວິທີທີ່ດີທີ່ສຸດ ເພື່ອສະໝັບສະໝູນການປັບປຸງເຄື່ອຂ່າຍ, ການສື່ສານ ແລະ ການປະສານງານ ໃນຂະແໜງການຂອງ ບັນດາຜູ້ດໍາເນີນການຕ່າງໆ (ຊາວກະສິກອນ, ອົງກອນສັງຄົມ, ພາກລັດ ແລະ ຂະແໜງເອກະຊົນ

ການເຄື່ອນໄຫວ ກິດຈະກຳ ຂອງໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ)

 

00014 00015

ໃນລະຫວ່າງວັນທີ່ 26 ເດືອນ ເມສາ ຮອດ ວັນທີ່ 5 ເດືອນ ພືດສະພາ ຜ່ານມາ ທ່ານ ປອ ຖາວອນ   ອິນທະວົງ ຫົວໜ້າ ສູນຄົ້ນຄ້ວາກະສິກໍາຕໍ່ການປ່ຽນແປງດິນຟ້າອາກາດ ແລະ ຜູ້ຈັດຕັ້ງປະຕິບັດໂຄງການໃຫ້ຄຳແນະນຳທາງດ້ານພະຍາກອນອາກາດ (ອຸຕຸ-ກະສິກຳ) ພ້ອມດ້ວຍພະນັກງານວິຊາການ ໄດລົງມອບແນວພັນເຂົ້າ ແລະ ຝຸ່ນ ໃຫ້ຄອບຄົວຕົວແບບໂຮງຮຽນຊາວນາເພື່ອຈັດຕັ້ງປະຕິບັດກິດຈະກຳການປູກເຂົ້ານານ້ຳຝົນ ສຳຫຼັບລະດູການຜະລິດ ປີ 2018, ທີ່ ບ້ານ ໂພນທອງ ເມືອງ ຈຳພອນ ແຂວງ ສະຫັວນນະເຂດ, ບ້ານ ໜອງປິງ ເມືອງ ຍົມມະລາດ ແຂວງ ຄຳມ່ວນ ແລະ ບ້ານ ຫົວນາ ເມືອງ ບໍລິຄັນ ແຂວງ ບໍລິຄຳໄຊ ເພື່ອດໍາເນີນງານໃຫ້ສໍາເລັດເປົ້າໝາຍໂດຍທາງໂຄງການໄດ້ນໍາເອົາເຕັກນິກວິຊາການຕ່າງໆ ເຂົ້າຊ່ວຍເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຊາວກະສິກອນສາມາດວາງແຜນການເພາະປູກ ເພື່ອໃຫ້ແທດເໝາະກັບການປ່ຽນແປງຂອງສະພາບດິນຟ້າອາກາດໃນແຕ່ລະໆດູການ ໂດຍນຳໃຊ້ເຄື່ອງຫຍອດເມັດແຫ້ງ, ເຕັກນິກການເຮັດຝຸ່ນໝັກ, ຝຸ່ນບົ່ມ ແລະ ຝຸ່ນຊິວະພາບອື່ນໆ ລວມທັງການເຮັດນ້ຳໝັກຊິວະພາບເພື່ອປາບສັດຕູພືດແມງໄມ້ຕ່າງໆ ເພື່ອຫຼຸດຜ່ອນຜົນເສຍຫາຍທີ່ເກີດຈາກການປ່ຽນແປງຂອງສະພາບດິນຟ້າອາກາດ, ນອກຈາກນີ້ຍັງໄດ້ໃຫ້ຄວາມຮູ້ ແລະ ຍັງໄດ້ຝືກວິທີການເກັບນ້ຳຝົນ ແລະ ວັດແທກປະລິມານນ້ຳຝົນ, ການນຳໃຊ້ເຄື່ອງມືທົດລອງຄຸນນະພາບດິນ, ທົດລອງຄວາມຕ້ອງການທາດອາຫານໃນດິນນຳອີກ.

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com