Monthly Archives: September 2017

ກອງປະຊຸມ ແຜນງານການຄົ້ນຄວ້າ ທາງດ້ານ ພັນທຸກຳສັດ ແລະ ການສົ່ງເສີມ ນຳໃຊ້ແນວພັນພືດ ໃນພາກພື້ນອາຊີ

img_0893 img_08933
ກອງປະຊຸມ ແຜນງານການຄົ້ນຄວ້າ ທາງດ້ານ ພັນທຸກຳສັດ ແລະ ການສົ່ງເສີມ ນຳໃຊ້ແນວພັນພືດ ໃນພາກພື້ນອາຊີ ທີ່ນະຄອນຫລວງ ວຽງຈັນ, ສປປ ລາວ , ວັນທີ 5/09/2017. ໂດຍເປັນປະທານ ທ່ານ ປອ. ພວງປາຣິສັກ ປຣະວົງວຽງຄໍາ ຮອງລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ເຊິງມີຜູ້ຕ່າງໜ້າບັນດາປະເທດສະມາຊິກເຂົ້າຮ່ວມ 14 ປະເທດ.

ສປປ ລາວ ໄດ້ເຂົ້າຮວ່ມເປັນສະມະສິກ ຂອງ ໂຄງການລິເລີ້ມ ການຮວ່ມມື ທາງດ້ານອາຫານ ແລະ ກະສິກຳ Asian Food and Agriculture Cooperation Initiative (AFACI) ໃນ ເດືອນ ພະຈິກ 2009, ໂຄງການດັ່ງກ່າວ ມີ 14 ປະເທດເຂົ້າຮວ່ມ ປະກອບ ປະເທດ ບູຖານ, ກຳປູເຈຍ, ສ ປປ ລາວ, ມຽນມາ, ຟີລິນປິນ, ໄທ, ຫວຽດນາມ, ອິນໂດເນເຊຍ, ບັງກຣາເດສ, , ມົງໂກລີ, ກິກິສຖານ, ເນປານ, ສະລິລັງກາ ແລະ ສາທາລະນະລັດເກົາຫລີ, ໂຄງການດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ຈາກ ອົງການ ພັດທະນາ ຊົນນະບົດ, ສ ເກົາຫລີ, ສຳລັບ ສປປ ລາວ, ສະຖາບັນຄົ້ນຄວ້າ ກະສິກ,ປ່າໄມ້ແຫ່ງຊາດ ແລະ ພັດທະນາຊົນນະບົດ, ກະຊວງ ກະສິກຳ ແລະ ປ່າໄມ້ ເປັນຜູ້ຮວ່ມຈັດຕັ້ງປະຕິບັດໂຄງການ. ສະເພາະ ສປປ ລາວ ເຮົາ ໄດ້ເຂົ້າຮວ່ມ ຈັດຕັ້ງປະຕິບັດ ໂຄງການນີ້ ມີ 09 ໂຄງການຍອ່ຍ ຫລື ຫົວຂໍ້ .
ຈຸດປະສົງຂອງແຜນງານ ລິເລີ້ມດັ່ງກ່າວ ແມ່ນສົ່ງເສີມການຂະຫຍາຍວຽກງານກະສິກຳສີຂຽວແບບຍືນຍົງໃນພາກພື້ນອາຊີ ເພື່ອຫລຸດຜອ່ນ ຄວາມຍາກຈົນ ແລະ ທັງເປັນການປະກອບສວ່ນໃນການພັດທະນາເສດຖະກິດຢ່າງສະໝ່ຳສະເໜີ ໃນບັນ ດາປະເທດສະມະຊິກ ໂດຍການຮວ່ມມືໃນຂົງເຂດກະສິກຳ ແລະ ອາຫານ.

ໃນປີ 2017 ນີ້, ສປປ ລາວ ໄດ້ຮັບກຽດໃຫ້ເປັນເຈົ້າພາບຈັດກອງປະຊຸມ ໃນຫົວຂໍ້ ການຄົ້ນຄວ້າ ທາງດ້ານ ພັນທຸກຳສັດ ແລະ ການສົ່ງເສີມ ນຳໃຊ້ແນວພັນພືດ ໃນບັດາປະເທດ ສະມະຊິກດວ້ຍກັນ. ກອງປະຊຸມຈະໄດ້ຮັບຟັງລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດ ໂຄງການ ຍອ່ຍ 3 ຫົວຂໍ້ ຄື ໂຄງການ ຄົ້ນຄວ້າ ພັນທຸກຳສັດ (ງົວ ແລະ ແບ້) ທີ່ເປັນທາງແຮງທາງດ້ານເສດຖະກິດຂອງປະເທດ ສະມະຊິກໃນພາກພື້ນເພື່ອແລກປ່ຽນຂໍ້ມູນຂ່າວສານນຳກັນ ຊຶ່ງຈະໄດ້ລົງເລີກໃສ່ ຄຸນລັກສະນະ ພາຍນອກ ເຊັ່ນ ຮູບຮ່າງ, ຜີວສີ, ຂະໜາດ, ນ້ຳໜັກ, ຄນູລັກສະນະທາງດ້ານເສດຖະກິດ, ການນຳໃຊ້, ໂຄງການ ທີ່ສອງ ແມ່ນ ໂຄງການສ້າງເຄື່ອຄ່າຍເທັກໂນໂລຊີຂໍ້ມູນຂ່າວສານ ໃນອາຊີ (ATIN), ໂຄງການດັ່ງກ່າວ ແມ່ນ ຈະເນັ້ນໃສ່ ການສ້າງເວັບໃຊ້ ເພື່ອສັງລວມ ເອົາບັນດາ ຂໍ້ມູນຂ່າວສານ ທາງດ້ານ ກະສິກຳ ຂອງປະເທດ ສະມະຊິກ ເພື່ອແລກປ່ຽນຂໍ້ມູນຂ່າວສານ ທາງດ້ານ ເຕັກໂນໂລຊີ ກະສິກຳ. ພອ້ມດຽວກັນນັ້ນ, ກໍ່ຈັດ
ພີມບັນດາ ຄູ່ມືເອກະສານຕ່າງທາງດ້ານວິຊາການ ເພື່ອບໍລິການແຈກຢາຍໃຫ້ ວິຊາການ, ນັກສືກສາ ແລະ ຊາວກະສິກອນ ເພື່ອນຳເອົາເຕັກໂນໂລຊີດັ່ງກ່າວໄປນຳໃຊ້ໃນວຽກງານຕົວຈິງ ແລະ ໂຄງການທີ່ ສາມ ແມ່ນ ໂຄງການສົ່ງເສີມການນຳໃຊ້ເຕັກນິກໃນການຂະຫາຍແນວພັນພືດ(ເຂົ້າ) (Seed Extension) ໂດຍການສາທິດ ການນຳໃຊ້ແນວພັນທີ່ດີ ເຊັ່ນ ແນວພັນເຂົ້າ ແລະ ແນວພັນພືດຕ່າງໆ ທີ່ເປັນຈຸດເດັ່ນຂອງປະເທດຂອງຕົນ ເພື່ອສົ່ງເສີມ ຊຸກຍູ້ໃຫ້ຊາວ ກະສິກອນສາມາດ ເຂົ້າຮຽນຮູ້ ແລະ ເອົານຳໃຊ້ໃນພື້ນທີ່ຂອງຕົນ.

ກອງປະຊຸມ ຈະໄດ້ດຳເນີນ ໄປ ສາມວັນ , ຊຶ່ງໃນໂອກາດນີ້ ຄະນະຜູ້ແທນ ຈາກ 14 ປະເທດ ກໍ່ໄດ້ລົງຢ້ຽມຢາມພື້ນຖານ ການຜະລິດຂອງກຸ່ມຊາວກະສິກອນລ້ຽງສັດ, ການນຳໃຊ້ແນວພັນພືດ , ສູນຄົ້ນຄວ້າ ການລ້ຽງສັດ ແລະ ສູນຄົ້ນຄວ້າ ກະສິກຳ ຂອງ ສະຖາບັນ ຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ.

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Sep 26, 2023 - Tue
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com