nafri20

ງານສະເຫຼີມສະຫຼອງວັນອາຫານໂລກ, ວັນສາກົນ ແລະ ສັບປະດາແຫ່ງຊາດ ເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022

         IMG_3276IMG_3287

          ໃນຕອນເຊົ້າ ຂອງ ວັນທີ 24 ຕຸລາ ປີ 2022 ທີ່ ນະຄອນຫຼວງວຽງຈັນ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການອາຫານ ແລະ ການກະເສດແຫ່ງສະຫະປະຊາຊາດ ປະຈຳ ສປປ ລາວ ໄດ້ໄຂງານສະເຫຼີມສະຫຼອງສອງວັນສຳຄັນຄື ວັນອາຫານໂລກ ແລະ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2022 ພາຍໃຕ້ຫົວຂໍ້ຄໍາຂວັນ “ພວກເຮົາພ້ອມກັນກ້າວໄປ ເພື່ອສົ່ງເສີມການຜະລິດ, ໂພຊະນາການ, ສິ່ງແວດລ້ອມ ແລະ ຊີວິດການເປັນຢູ່ທີ່ດີກວ່າເກົ່າ ສໍາລັບທຸກຄົນ” “Leave no one Behind, Better Production, Better Nutrition, a Better Environment, and a Better Life for all”

ພິທີດັ່ງກ່າວ ໄດ້ຈັດຂຶ້ນຢູ່ທີ່ ສະຖາບັນຄົ້ນຄວ້າ ກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ຕິດຕາມດ້ວຍ ງານວາງສະແດງ ຂອງ ບັນດາ ອົງການຈັດຕັ້ງ ທີ່ມີສ່ວນຮ່ວມໃນວຽກງານ ການຄໍ້າປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ ໃນ ຂະແໜງການກະສິກໍາ.
ພິທີໄຂງານ ແມ່ນໃຫ້ກຽດເປັນປະທານ ໂດຍ ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ທ່ານ ແລະ ທ່ານ ມູຮາມັດ ນາຊາ ຮາຢັດ ຜູ້ຕາງຫນ້າ ອົງການ ອາຫານ ແລະ ການກະເສດ (FAO) ປະຈຳ ສປປ ລາວ.

         IMG_2623

          ໃນພິທີ, ທ່ານ ເພັດ ພົມພິພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້, ໄດ້ແຈ້ງໃຫ້ຊາບວ່າ:  ສປປ ລາວ ໄດ້ຮັບຮອງ ເອົາ ເປົ້າໝາຍ ການພັດທະນາແບບຍືນຍົງ ເພື່ອລຶບລ້າງຄວາມທຸກຍາກ ແລະ ຄວາມອຶດຫິວ ໂດຍສະເພາະ ບັນດານະໂຍບາຍການສົ່ງເສີມ ການຄໍ້າາປະກັນຄວາມໝັ້ນຄົງດ້ານສະບຽງອາຫານ ແລະ ການພັດທະນາຊົນນະບົດ. ບັນດາຍຸດທະສາດແຫ່ງຊາດທີ່ມີຢູ່ ກໍ່ໄດ້ສະທ້ອນໃຫ້ເຫັນເຖີງບັນດາບູລິມະສິດ ແລະ ແຜນງານ ທີ່ກໍາລັງຖືກຈັດຕັ້ງປະຕິບັດ ເພື່ອນໍາມາສູ່ການແກ້ໄຂບັນຫາການລະບາດຂອງພະຍາດພືດ, ສັດ, ໄພພິບັດ ໂດຍສະເພາະແມ່ນການສ້າງແຜນຕອບໂຕ້ບັນຫາທີ່ເກີດມາຈາກການລະບາດຂອງພະຍາດ ໂຄວິດ 19 ທີ່ສົ່ງຜົນສະທ້ອນໃຫ້ແກ່ການພັດທະນາໃນຂະແໜງການກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ຊຶ່ງປະກົດການດັ່ງກ່າວໄດ້ປະກອບສ່ວນເພີ່ມຄວາມທຸກຍາກ ແລະ ຄວາມອຶດຫິວໃຫ້ແກ່ປະຊາຊົນລາວ. ພ້ອມນີ້ ທ່ານ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ສະເໜີ ກ່ຽວກັບ ຄວາມຄາດຫວັງໃນການສ້າງຄວາມເຂັ້ມແຂງໃຫ້ຂະແໜງກະສິກຳ ແລະ ປ່າໄມ້, ອົງການຈັດຕັ້ງຂັ້ນສູນກາງ ແລະ ອຳນາດການປົກຄອງທ້ອງຖິ່ນໃນທົ່ວປະເທດ ເພື່ອຊຸກຍູ້ການຜະລິດກະສິກຳ ເພື່ອຊົດເຊີຍ ແລະ ຟື້ນຟູຊີວິດການເປັນຢູ່ ຂອງ ປະຊາຊົນ ໃຫ້ມີສະພາບປົກກະຕິໂດຍໄວ, ການຈັດຕັ້ງປະຕິບັດແຜນດຳເນີນງານ ແລະ ມາດຕະການປັບປຸງການຜະລິດລະດູແລ້ງ ປີ 2022-2023 ໃຫ້ມີຄວາມກ້າວໜ້າໃນທົ່ວປະເທດ. ສໍາລັບປີ 2022 ຂະແໜງການພວກເຮົາ ໄດ້ວາງຄາດໝາຍສູ້ຊົນຜະລິດສະບຽງອາຫານຄື: ເນື້ອທີ່ປູກເຂົ້າ ໃຫ້ໄດ້ 950.250 ເຮັກຕາ ຜົນຜະລິດ 3,53 ລ້ານໂຕນ; ພືດສະບຽງຕ່າງໆ: ສາລີຫວານໃຫ້ໄດ້ 28.100 ເຮັກຕາ, ຜົນຜະລິດ 271.000 ໂຕນ, ເຜືອກມັນໃຫ້ໄດ 17.500 ຜົນຜະລິດ 251.500 ໂຕນ, ໝາກໄມ້ 64.300 ເຮັກຕາ ຜົນຜະລິດ 1,2 ລ້ານໂຕນ, ພືດຜັກຕ່າງໆ 181.400 ເຮັກຕາ ຜົນຜະລິດ 1,5 ລ້ານໂຕນ; ຜະລິດຊີ້ນ-ປາ ໃຫ້ໄດ້ 486.000 ໂຕນ. ວຽກພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ໄດ້ວາງຄາດໝາຍສູ້ຊົນຄື: ສ້າງຄອບຄົວພົ້ນທຸກໃຫ້ໄດ້ 20.436 ຄອບຄົວ, ສ້າງບ້ານພົ້ນທຸກ ໃຫ້ໄດ້ 310 ບ້ານ, ສ້າງຄອບຄົວພັດທະນາໃຫ້ໄດ້ 24.572 ຄອບຄົວ, ບ້ານພັດທະນາໃຫ້ໄດ້ 442 ບ້ານ.

IMG_2601

      ທ່ານ ມູຮາມັດ ນາຊາ ຮາຢັດ ຫົວໜ້າອົງການອາຫານ ແລະ ການກະເສດ ປະຈໍາ ສປປ ລາວ ໄດ້ແຈ້ງໃຫ້ຜູ້ເຂົ້າຮ່ວມກອງປະຊຸບຊາບ ກ່ຽວກັບ ການຄົບຮອບ 75 ປີ ຂອງ ການສ້າງຕັ້ງອົງການສະຫະປະຊາຊາດ, ອົງການອາຫານ ແລະ ການກະເສດ ທີ່ໄດ້ສ້າງຕັ້ງຂຶ້ນໃນວັນທີ 16 ຕຸລາ 1945, ອົງການດັ່ງກ່າວແມ່ນມີຈຸດປະສົງເພື່ອເຮັດວຽກເພີ່ມຜົນຜະລິດດ້ານກະສິກຳເພື່ອແກ້ໄຂຄວາມອຶດຫິວ, ປັບປຸງໂພຊະນາການ ແລະ ຍົກສູງຊີວິດການເປັນຢູ່. ທ່ານ ນາຊາ ຮາຢັດ ຍັງໄດ້ເນັ້ນໜັກເຖິງສີ່ງທີ່ທ້າທາຍ ກ່ຽວກັບ ການລຶບລ້າງຄວາມອຶດຫິວ, ການຮັບປະກັນດ້ານໂພຊະນາການ ແລະ ການສະໜັບສະໜູນ ຊີວິດການເປັນຢູ່ຂອງປະຊາຊົນທີ່ມີຄວາມສ່ຽງຫຼາຍທີ່ສຸດ. ສອງວັນສຳຄັນນີ້ ແມ່ນຮຽກຮ້ອງໃຫ້ມີການຮັບປະກັນທາງດ້ານສະບຽງອາຫານທີ່ມີສຸຂະພາບດີ ແລະ ມີຄວາມຍືນຍົງໃຫ້ທຸກຄົນສາມາດເຂົ້າເຖິງໄດ້ແມ່ນ ກຸນແຈທີ່ສຳຄັນຕໍ່ການພັດທະນາປະເທດ ແລະ ການລຶບລ້າງຄວາມທຸກຍາກ. ໃນປີນີ້, ການລະບາດຂອງພະຍາດແມ່ນມີຈຳນວນຄົນເພີ່ມຂື້ນ ລວມທັງການຂາດສານອາຫານໃນທົ່ວໂລກ ຊື່ງແນວໂນ້ມນີ້ຍັງສືບຕໍ່, ຈຳນວນຄົນທີ່ຂາດສານອາຫານຈະເກີນ 840 ລ້ານຄົນໃນປີ 2030. ສະນັ້ນ, ການທີ່ຈະບັນລຸການລົບລ້າງໄພອຶດຫິວນັ້ນຍັງເປັນສິງທີ່ທ້າທາຍຢ່າງໃຫຍ່ຫຼວງ.

          ໃນໂອກາດນີ້, ສີ່ງທີ່ເໝາະສົມທີ່ສຸດ ສໍາລັບ ທຸກພາກສ່ວນ ທີ່ຈະເຮັດກ້າວໄປສູ່ໂລກທີ່ບໍ່ມີຄວາມອຶດຫິວໃນ ປີ 2030 ແລະ ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ (SDGs), ເຊິ່ງການຈັດຕັ້ງປະຕິບັດໃນທຸກມື້ນີ້ ຍັງບໍ່ແມ່ນທາງເລືອກ, ແຕ່ມັນ ຈຳເປັນທີ່ຈະກ້າວໄປສູ່ອະນາຄົດທີ່ຍືນຍົງຂອງທຸກໆຄົນ.

IMG_3311 IMG_3339 IMG_3342 IMG_3345 IMG_3358 IMG_3367 IMG_3373 IMG_3378 IMG_3385 IMG_3392 IMG_3395 IMG_3412 IMG_2597

ພາບ-ຂ່າວ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ, ຫົວໜ້າສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ພິທີເຊັນບົດບັນທຶກຄວາມຊົງຈໍາ ( MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ

 ິສວ

ໃນຕອນເຊົ້າຂອງວັນທີ 18 ຕຸລາ ປີ 2022 ຢູ່ທີ່ສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ ( ກວາງຊີ ) ໄດ້ຈັດພິທີເຊັນບົດບັນທຶກຄວາມຊົງຈໍາ ( MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ ທາງອອນລາຍຂື້ນ.

ຈຸດປະສົງ:

  1. ເຊັນບົດບັນທຶກຄວາມຊົງຈໍາ (MoU ) ແລະ ເປີດປ້າຍສາຂາມະຫາວິທະຍາໄລເຕັກນິກວິຊາຊີບກະສິກຳກວາງຊີ ສປ ຈີນ ກັບ ວິທະຍາໄລເຕັກນິກກະສິກຳ ດົງຄໍາຊ້າງ ສປປ ລາວ
  2. ເປີດປ້າຍສະຖານທີ່ຝຶກຫັດງານອາຊີວະສຶກສາ ສາຂາກະສິກໍາ ອາຊຽນ(ລາວ)-ຈີນ
  3. ເປີດປ້າຍສະຖານທີ່ຈັດຊຸດຝຶກອົບຮົມການຮ່ວມມືລະຫວ່າງວິສາຫະກິດຢູ່ຕ່າງປະເທດ ກັບ ມະຫາວິທະຍາໄລເຕັກນິກວິຊາຊີບກະສິກໍາ ກວາງຊີ ສປ ຈີນ

        ໃຫ້ກຽດເປັນປະທານພິທີຝ່າຍລາວ ໂດຍແມ່ນ ທ່ານ ປອ ນາງ ໄຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄ້ວາກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ຄະນະປະທານຮ່ວມ ມີ ທ່ານ ປອ ສາຍສະໝອນ ງາມສີ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ, ທ່ານ ຈິດຕະກອນ ສີຊານົນ ອໍານວຍການວິທະຍາໄລເຕັກນິກກະສິກຳດົງຄໍາຊ້າງ. ນອກນັ້ນຍັງມີພະນັກງານແຕ່ລະພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ຈໍານວນ 13 ທ່ານ ຄື: ມາຈາກພະແນກບໍລິຫານ ສກປພ 1 ທ່ານ, ມາຈາກກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ 1 ທ່ານດ ມາຈາກວິທະຍາໄລເຕັກນິກກະສິກໍາດົງຄໍາຊ້າງ 5 ທ່ານ, ມາຈາກບໍລິສັດແຊວນເຢ້ 1 ທ່ານ ແລະ ມີພະນັກງານສູນທົດລອງແນວພັນພືດທີ່ດີຮ່ວມມື ລາວ-ຈີນ 5 ທ່ານ.

ໃຫ້ກຽດເປັນປະທານພິທີຝ່າຍຈີນໂດຍແມ່ນ ທ່ານ ນາງ Li Xiang hong ອະທິການບໍດີມະຫາວິທະຍາໄລເຕັກນິກວິຊາຊີບກະສິກວາງຊີ ສປ ຈີນ, ທ່ານ Li Chunpeng ຮອງຫົວໜ້າພະແນກກະສິກໍາຊົນນະບົດ ແຂວງກວາງຊີ, ນອກນັ້ນຍັງມີ ຫົວໜ້າຫ້ອງການຮ່ວມມື-ພະແນກສຶກສາ ແລະ ກິລາ ແຂວງກວາງຊີ, ຫົວໜ້າສູນຄົ້ນຄ້ວາອາຊີວະ-ສະຖາບັນສຶກສາແຂວງກວາງຊີ ພ້ອມດ້ວຍພະນັກງານຄູອາຈານ ແລະ ວິຊາການທີ່ກ່ຽວຂ້ອງ ເຂົ້າຮ່ວມ ລວມທັງໝົດ 30 ທ່ານ, ພິເສດ ຍັງມີທ່ານ ຮອງຫົວໜ້າກົງສຸນໃຫຍ່ລາວປະຈໍານະຄອນໜານໜິງ ສປ ຈີນ ກໍໄດ້ໃຫ້ກຽດເຂົ້າຮ່ວມທາງອອນລາຍ.

ຮຮຕ ພີພະດນຈ

ພາຍຫລັງສໍາເລັດທາງພິທີການແລ້ວ ທາງສູນກໍໄດ້ນໍາພາແຂກໄປຢ້ຽມຊົມ ແລະ ອະທິບາຍແຜນວາດການປູກພືດໃນແຕ່ລະໂຊນຂອງຂອງສູນ, ປະຫວັດຄວາມເປັນມາ ແລະ ການນໍາແຕ່ລະທ່ານທີ່ໃຫ້ກຽດມາຢ້ຽມຢາມ ແລະ ໃຫ້ທິດຊີ້ນໍາວຽກງານພາຍໃນສູນໃນແຕ່ລະຄັ້ງ. ນອກຈາກນັ້ນກໍໄດ້ນໍາພາແຂກລົງຢ້ຽມຢາມແປງທົດສອບຜົນຜະລິດ ແລະ ສຶກສາເຕັກນິກການປູກແນວພັນຖົ່ວເຫລືອງທີ່ນໍາເຂົ້າມາຈາກ ສປ ຈີນ ພາຍໃນສູນຕື່ມອີກ.

ດເ່ະ ພພະິ

ໂດຍ: ບຸນສະຫວັດ ພົງດາລາ ສູນທົດລອງແນວພັນພຶດທີ່ດີຮ່ວມມື ລາວ-ຈີນ ( ກວາງຊີ )

ກອງປະຊຸມລາຍງານຜົນການສຶກສາ “ແນວທາງສົ່ງເສີມ ການຜະລິດກະສິກຳແບບຄອບຄົວຢູ່ ສ ປປ ລາວ”

           ຟໂະໂຖ ີກຮດຄ

          ໃນຕອນເຊົ້າຂອງວັນທິ 25 ມັງກອນ 2022 ຜ່ານມາ ກອງປະຊຸມ ລາຍງານຜົນການສຶກສາ “ແນວທາງສົ່ງເສີມ ການຜະລິດກະສິກຳແບບຄອບຄົວຢູ່ ສ ປປ ລາວ” ໄດ້ຈັດຂຶ້ນທີ ຫ້ອງປະຊຸມນ້ອຍ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ (ໂດຍຜ່ານທາງ ອອນລາຍ  Zoom) ໃຫ້ກຽດເປັນປະທານຮ່ວມ ຂອງທ່ານ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ນາຊ້າ ຮາຢັດ, ຜູ້ຕາງໜ້າ ອົງການອາຫານ ແລະ ການກະເສດ, ປະຈຳ ສ ປປ ລາວ, ມີທ່ານ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ຊຽງຂວາງ, ຫົວພັນ ແລະ ສະຫວັນນະເຂດ, ມີຮອງຫົວໜ້າສູນ ແລະ ບັນດານັກຄົ້ນຄວ້າ ວິຊາການ  ແລະ ຂຽກຖືກເຊີນ ລວມທັງໝົດ 62 ທ່ານ ຜ່ານທາງ Zoom 55 ທ່ານ.

ໃນກອງປະຊຸມ ທ່ານ ປອ ໃຈ ບຸນພະນູໄຊ ໄດ້ກ່າວວ່າ: ການກະສິກຳແມ່ນເປັນພື້ນຖານໃຫ້ຫຼາຍກວ່າ 75% ຂອງປະຊາຊົນລາວ ໂດຍສະເພາະຜູ້ທີ່ຍັງອາໄສຢູ່ເຂດຊົນນະບົດ. ຂະແໜງການກະສິກຳໄດ້ກວມເອົາການຈ້າງງານ 70%, ແລະ ໄດ້ປະກອບສ່ວນ 16% ເຂົ້າໃນ GDP.

ລະບົບສະບຽງອາຫານໃນ ສປປ ລາວ ໄດ້ປະກອບໄປດ້ວຍປະຊາກອນຊົນນະບົດຂະໜາດໃຫຍ່ທີ່ມີໃຈກາງເມືອງນ້ອຍໆພຽງບໍ່ເທົ່າໃດແຫ່ງເທົ່ານັ້ນ, ແຕ່ລະຕົວເມືອງມີປະຊາກອນອາໄສຢູ່ໜ້ອຍກວ່າ 1 ລ້ານຄົນ. ຄອບຄົວທີ່ທຸກຍາກ ແລະ ເດັກນ້ອຍຂາດສານອາຫານແມ່ານຢູ່ໃນເຂດຊົນນະບົດສະນັ້ນ,ລະບົບສະບຽງອາຫານແບບຍືນຍົງ ຈຶ່ງຄວນແນໃສ່ໂດຍກົງໃນການເບິ່ງແຍງກະສິກຳແບບຄອບຄົວແລະສະໜອງລາຍຮັບແລະວຽກເຮັດງານທຳແກ່ພວກເຂົາຢ່າງເໝາະສົມ.ໃນປະຈຸບັນ,ຫຼາຍຄອບຄົວທີ່ຢູ່ຕາມຊົນນະບົດມີລາຍຮັບຈາກການຫັນປ່ຽນການເຮັດກະສິກຳແບບກຸ້ມກິນໄປສູ່ການເຮັດກະສິກໍາເພື່ອເປັນສິນຄ້າ ຫຼື ອີງຕາມຕະຫຼາດ.   ຍິ່ງໄປກວ່ານັ້ນ, ໃນວາລະແຫ່ງຊາດຂອງລັດຖະບານ ໂດຍສະເພາະການສົ່ງເສີມການຜະລິດພາຍໃນເພື່ອທົດແທນການນໍາເຂົ້້າກໍ່ຖືເປັນອີກໜຶ່ງໂອກາດທີ່ມ່ພ້ອມກັບສິ່ງທ້າທາຍໃຫ້ຄອບຄົວຊາວກະສິກອນເຫຼົ່ານັ້ນເພີ່ມກໍາລັງການຜະລິດໂດບການນໍາໃຊ້ທ່າແຮງທີ່ພວກເຂົາມີເຂົ້າປະກອບສ່ວນໃນວຽກງານດັ່ງກ່າແຕ່ເຖິງຢ່າງໃດກໍ່ຕາມ,ສະເພາະຄອບຄົວຊາວກະສິກອນແລະເຄືອຂ່າຍຂອງພວກເຂົາທີ່ມີຢູ່ນັ້ນມັນຍັງອາດບໍ່ພຽງພໍທີ່ຈະເອື້ອອຳນວຍໃຫ້ພວກເຂົາເຈົ້າໄດ້ພັດທະນາການກະສິກຳ ແລະ ຮັບປະກັນໃຫ້ ລະບົບອາຫານພາຍໃນປະເທດເຮົາໃຫ້ມີຄວາມປອດໄພ ແລະ ຄວາມຍືນຍົງ.

ໃນກອງປະຊຸມຍັງມີການສົນທະນາແລກປ່ຽນປະສົບການ ແລະ ຄໍາຄິດເຫັນຈາກບັນດາບໍລິສັດ, ອົງກອນ ທີ່ເພີ່ນໄດ້ມີບົດຮຽນຫຼາຍອັນຜ່ານມາ ໃນການເຮັດວຽກສົ່ງເສີມໃກ້ຊິດກັບຄອບຄົວຊາວກະສິກອນໃນ ສປປ ລາວ ເພື່ອປັບປຸງຊີວິດການເປັນຢູ່, ວຽກງານອາຫານ ແລະ ໂພຊະນາການນຳອີກ.

ພຳເຳ ່າຶາ ເຮ ່ຶຮ

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ມະໂນລັກ ບຸນສີຫາລາດ

ການຄັດເລືອກສາຍພັນໝາກເລັ່ນແບບມີສວນຮ່ວມຂອງຊາວກະສິກອນ ຢູ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ແຂວງຫຼວງພະບາງ

WhatsApp Image 2022-01-25 at 14.22.06

ຮຽບຮຽງໂດຍ: ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

          ດັ່ງທີທ່ານຮູ້ກັນດີດີແລ້ວວ່າລັດຖະບານລາວ ໄດ້ມີຍຸດທິສາດ ແລະ ນະໂຍບາຍໃນການພັດທະນາ ແລະ ສົ່ງເສີມທາງດ້ານການຜະລິດກະສິກໍາ ເພື່ອການຄໍ້າປະກັນທາງດ້ານສະະບຽງອາຫານ, ການຜະລິດໃຫ້ເປັນສິນຄ້າ. ໂດຍສະເພາະ, ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນ ວິຕະມິນ ແລະ ແຮ່ທາດຕ່າງໆ ທີ່ເປັນປະໂຫຍດຕໍ່ຮ່າງກາຍ. ຫຼາຍກວ່າ 48 ຊະນິດພືດຜັກຖືກບໍລິໂພກໃນລາວ , ນອກຈາກນັ້ນ ການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ແຕ່ວ່າການຜະລິດພືດຜັກແມ່ນມີຫຼາຍບັນຫາ ເຊັ່ນ ການຕອບສະໜອງທາງດ້ານຜົນຜະລິດໃນລະດູຝົນ ແມ່ນບໍ່ພຽງພໍ ເນື່ອງຈາກ ມີຄວາມຊຸ່ມຊື້ນສູງ, ການລະບາດຂອງພະຍາດ ແລະ ແມງໄມ້,  ການປ່ຽນແປງທາງດ້ານດິນຟ້າອາກາດເຮັດໃຫ້ເກີດໄພນໍ້າຖົມ ແລະ ແຫ້ງແລ້ງຖີ່ຂື້ນ, ຂາດແນວພັນທີເໝາະສົມໃນການປູກໃນຊ່ວງລະດູຝົນໂດຍສະເພາະແນວພັນສໍາຫຼັບປູກໃນເຮືອນຮົ່ມ.

ເພື່ອເປັນການແກ້ໄຂບັນຫາກ່າວ ໃນລະຫວ່າງ ວັນທີ 25 ມັງກອນ 2022 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສູນຄົ້ນຄວ້າກະສິກໍາເຂດເນີນສູງ, ສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ໃນສປປ ລາວ (AFACI_VEGT) ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ “ການຄັດເລືອກສາຍພັນ ໝາກເລັ່ນແບບມີສ່ວນຮ່ວມເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ” ຢູ່ທີ່ສູນຄົ້ນຄວ້າກະສິກໍາເຂດເນີນສູງ ໂດຍການເປັນປະທານຂອງ ທ່ານ ຄໍາຫຼ້າ ພັນທະບູນ ຮອງຫົວໜ້າສູນຄົ້ນຄວ້າກະສິກໍາເຂດເນີນສູງ, ມີຜູ້ເຂົ້າຮ່ວມ ທັງໝົດ ຈໍານວນ 21 ຄົນ, ຍິງ 11 ຄົນ  ເຊີ່ງມາຈາກ 5 ບ້ານ, ເຂດເມືອງຊຽງເງິນ.

ຈຸດປະສົງ ເພື່ອໃຫ້ຊາວກະສິກອນໄດ້ມີສ່ວນໃນການຄັດເລືອກສາຍພັນພືດຜັກເວົ້າລວມເວົ້້າສະເພາະກໍ່ຄືແນວພັນໝາກເລັ່ນເພື່ອນໍາໃຊ້ເຂົ້າໃນການຜະລິດເປັນສິນຄ້າ ແລະ ເພື່ອເຜີຍແຜ່ຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມ ເພື່ອເຮັດໃຫ້ຊາວກະສິກອນສາມາດຍົກສູງທາງດ້ານປະມານລິມານແລະຄຸນນະພາບຂອງຜົນຜະລິດພືດຜັກ ແລະ ມີລາຍຮັບຈາກການຜະລິດຜັກເພິ່ມຂືຶ້ນ. ການຝຶກອົບຮົມໃນຄັ້ງນີ້ປະກອບມີສອງພາກຄືພາກທິດສະດີ ແລະ ພາກປະຕິບັດໂຕຈິງ ເຊິ່ງພາກທິດສະດີຜູ້ເຂົ້າຮ່ວມໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບເຕັກນິກການຜະລິດພືດຜັກໃຫ້ເປັນສິນຄ້າ, ການຄົ້ນຄວ້າ ແລະ ການພັດທະນາທາງດ້ານແນວພັນພືດຜັກ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ມີໂອກາດໃນການຄັດເລືອກສາຍພັນໝາກເລັ່ນທີໃຫ້ຜົນຜະລິດສູງ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຊາວກະສິກອນທີ່ເຂົ້າຮ່ວມໄດ້ສົນທະນາ ແລະ ແລກປ່ຽນເຊິ່ງກັນແລະກັນກ່ຽວກັບປະສົບການ ແລະ ບັນຫາຂອງການຜະລິດພືດຜັກໃນຊ່ວງລະດູແລ້ງ ແລະ ລະດູຝົນ. ຜົນຈາກການສົນທະນາພົບວ່າຜູ້ເຂົ້າຮ່ວມສ່ວນໃຫຍ່ຈະໃຫ້ຄໍາເຫັນວ່າການຜະລິດພືດຜັກຍັງມີບັນຫາ ແລະ ຂໍ້ຈໍາກັດ ຢູ່ຫຼາຍດ້ານ ເຊັນ: ການລະບາດຂອງພະຍາດໂດຍສະເພາະພະຍາດໃບກູດ, ຕົ້ນທຶນການຜະລິດສູງ, ຄວາມບໍ່ແໜ່ນອນຂອງຕະຫຼາດ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ, ຂໍ້ຈໍາກັດທາງດ້ານແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ.

WhatsApp Image 2022-01-25 at 14.22.05 WhatsApp Image 2022-01-25 at 14.22.04 WhatsApp Image 2022-01-25 at 14.21.27 WhatsApp Image 2022-01-25 at 14.21.27 (1) WhatsApp Image 2022-01-25 at 14.21.25WhatsApp Image 2022-01-25 at 14.21.28

ກອງປະຊຸມປະເມີນຜົນການຄົ້ນຄວ້າປະຈຳປີ 2021 ພາຍໃຕ້ການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (KOPIA) ແລະ ສະຖາບັນຄົ້ນຄວ້າ ກະສິກຳປ່າໄມ້, ແລະ ພັດທະນາຊົນນະບົດ (NAFRI)

0fe9781e-0605-43ca-b37c-ae518e8f0ce6 99ea8c98-55fa-43dd-9244-9fab99a094ac:

ນຕອນບ່າຍຂອງວັນທີ 25 ພະຈິກ 2021, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ໄດ້ຈັດກອງປະຊຸມປະເມີນຜົນການຄົ້ນຄວ້າ ພາຍໃຕ້ການຮ່ມມື ລະຫວ່າງ ສູນຄົ້ນຄວ້າ ກະສິກຳສາກົນ ແຫ່ງປະເທດ ສ.ເກົາຫຼີ (ໂຄເປຍ) ແລະ ສະຖາບັນຄົ້ນຄວ້າ ກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ປະຈຳປີ 2021.ໃຫ້ກຽດເປັນປະທານໂດຍ ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວໜ້າ ສກປພ ແລະ ທ່ານ ຊິນ ຈາງໂຫ (Shin Chang Ho), ຜູ້ອຳນວຍການສູນ ໂຄເປຍ ປະຈຳ ສປປລາວ. ມີ ນັກຄົ້ນຄວ້າຈາກ ສກປພ, ຜູ້ຈັດຕັ້ງປະຕິບັດໂຄງການ, ພະນັກງານສູນ ໂຄເປຍ ປະະຈໍາລາວ, ແລະ ຄະນະຊີ້ນຳໂຄງການ ເຊິ່ງເປັນຄະນະກຳມະກອນປະເມີນເຂົ້າຮ່ວມທັງໝົດ 27 ທ່ານ (ຍິງ7ທ່ານ):.

          ກອງປະຊຸມໄດ້ທຳການປະເມີນ ກິດຈະກຳ ແລະ ຜົນສຳເລັດ ຂອງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາ ພ້ອມທັງແຜນ ຕໍ່ໜ້າ ເຊິ່ງເນັ້ນໃສ່ ການສ້າງລາຍຮັບໃຊ້ຊາວກະສິກອນ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃນເຂດຊົນນະບົດ. ບັນດາໂຄງການຄົ້ນຄວ້າດັ່ງກ່າວ ມີ 1)   ການເພີ່່່່່ມລາຍຮັບໃຫ້ຊາວກະສິກອນຂະໜາດນ້ອຍໂດຍການນຳໃຊ້ແນວພັນ ແລະ ການນໍາໃຊ້ເຕັກນິກການປູກທີ່ເໝາະສົມໃນການປູກພືດຜັກລະດູຝົນ ຂອງປະເທດລາວ ; 2) ຄົ້ນຄວ້າການລ້ຽງໄກ່ພື້ນເມືອງເພື່ອເປັນສີນຄ້າ ໂດຍການປັບປຸງທາງດ້ານກຳມະພັນ; 3)   ການພັດທະນາເຕັກໂນໂລຊີ ເພື່ອເພີ່ມຜົນຜະລິດ ແລະ ຄຸນນະພາບຂອງໝາກກ້ຽງ ຢູ່ເມືອງນ້ຳບາກ ແຂວງຫຼວງພະບາງ; 4) ຄົ້ນຄວ້າ ແລະ ນໍາໃຊ້ແນວພັນທົນທານຕໍ່ກັບການປ່ຽນແປງຂອງສະພາບແວດລ້ອມ ເພື່ອຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຜະລິດເປັນສິນຄ້າ; ແລະ 5) ຄົ້ນຄວ້າເຕັກນິກເພື່ອຍົກສະມັດຕະພາບຜົນຜະລິດຖົ່ວເຫຼືອງ ແລະ ການປຸງແຕ່ງໃນ ສປປ ລາວ

          ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການສູນ ໂຄເປຍ ປະຈຳລາວ ໄດ້ກ່າວວ່າ: ການສະໜອງ ແນວພັນພືດຜັກຕ່າງໆທີ່ດີ ແລະ ການໂອນຖ່າຍເຕັກນິກການຜະລິດໃຫ້ຊາວກະສິກອນ ແມ່ນຈຸດປະສົງຫຼັກຂອງໂຄງການເຊີ່ງມັນບໍ່ພຽງແຕ່ການເພີ່ມສະມັດຕະພາບການຜະລິດ ແລະ ສ້າງລາຍຮັບໃຫ້ຊາວກະສິກອນ, ແຕ່ມັນຍັງປະກອບສ່ວນໃນການ ພັດທະນາຂະແໜງການ ກະສິກຳຂອງ ສ ປປລາວ.

          ທ່ານ ປອ ຈັນສະໝອນ ພົງອຸດົມ, ຮອງຫົວ ສກປພ ໄດ້ໃຫ້ຄຳເຫັນວ່າ: ເຖິງຈະມີການແຜ່ລະບາດຂອງພະຍາດໂຄວິດ 19 ຢ່າງຕໍ່ເນື່ອງ ແລະ ສ້າງຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດກິດຈະກຳຂອງໂຄງການ, ທັງ 5 ໂຄງການຄົ້ນຄວ້າ ໃນໄລຍະ 1 ປີຜ່ານມາກໍ່ຍັງສາມາດບັນລຸຕາມຈຸດປະສົງ ແລະ ແຜນກິດຈະກຳທີ່ວາງໄວ້ດີສົມຄວນ. ນອກຈາກນັ້ນ, ທ່ານ ປອ ຈັນສະໝອນ ພົງອຸດົມ ຍັງໄດ້ ແຈ້ງວ່າ,  ຈະມີໂຄງການ “ສວນສາທິດການເພີ່ມສະມັດຕະພາບການຜະລິດໝາກກ້ຽງນໍ້າບາກ ເລີ່ມແຕ່ປີ 2022ເປັນຕົ້ນໄປ.

          ສູນຄົ້ນຄວ້າກະສິກຳສາກົນເກົາຫຼີ (ໂຄເປຍ) ແມ່ນ ອົງກອນພາຍໃຕ້ໜ່ວຍງານບໍລິຫານການພັດທະນາຊົນນະບົດ ຂອງລັດຖະບານ ສ. ເກົາຫຼີ. ວິໄສທັດ ຂອງ ໂຄເປຍ ແມ່ນເພື່ອການພັດທະນາແບບຍືນຍົງ ພ້ອມທັງການຮ່ວມມືທີ່ດີຂອງລະຫວ່າງ ສ. ເກົາຫຼີ ແລະ ປະເທດຮ່ວມມື ທາງດ້ານ ເຕັກໂນໂລຊີ ກະສິກຳ. ສູນ ໂຄເປຍ ປະຈຳລາວ ສ້າງຂຶ້ນ ປີ 2016 ແລະ ມີຫ້ອງການຕັ້ງຢູ່ໃນ ສະຖາບັນຄົ້ນຄວ້າ ກະສິກໍາປ່າໄມ້, ແລະ ພັດທະນາຊົນນະບົດ.

ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນການຜະລິດກະສິກຳ ຈາກ ສ.ເກົາຫຼີ ໃຫ້ແກ່ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ

IMG_8657

ໃນຕອນເຊົ້າວັນທີ 29 ຕຸລາ 2021ທີ່ຜ່ານມາ ສູນຄົ້ນຄວ້າເຂົ້າ, ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ)ຈັດ ພິທີມອບ-ຮັບ ເຄື່ອງກົນຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ, ເຊິ່ງປະກອບມີລົດໄຖປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ ມູນຄ່າຫຼາຍກວ່າ 50,000 ໂດລ່າ. ເປັນກຽດມອບໂດຍ ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍປະຈຳ ສປປລາວ ແລະ ຮັບໂດຍ ທ່ານ ນາງ ປອ ໃຈ ບຸນພະນູໄຊ, ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ມີທ່ານ ຫົວໜ້າ ສູນຄົ້ນຄວ້າເຂົ້າ, ຫົວໜ້າ ພະແນກບໍລິຫານ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມທັງໝົດ 20 ທ່ານ.

ຜະລິດຕະພັນເຄື່ອງກົນຈັກດັ່ງກ່າວແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການຮ່ວມມືທີ່ກຳລັງຈັດຕັ້ງຢູ່ໃນ ສປປ ລາວ ເພື່ອເປັນການທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງເຄື່ອງດັ່ງກ່າວ ຮ່ວມກັບສູນທີກ່ຽວຂ້ອງ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (KOPIA) ແລະ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະພັດທະນາຊົນນະບົດ (NAFRI) .

ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ກ່າວສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງບັນດາ ຜົນໄດ້ຮັບຈາການ ຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນ ໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ເພື່ອຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ.

ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ກໍ່ໄດ້ກ່າວວ່າ: ເຖິ່ງແມ່ນວ່າຜະລິດຕະພັນບັນດາເຄື່ອງກົນຈັກເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ໃນ ສປປ ລາວ ແລະ ສາມາດຂະຫຍາຍໄປສູ່ອົງງກອນໃຫ້ແກ່ຊາວກະສິກອນນຳໃຊ້ໄດ້ຫຼາຍຂື້ນ.

IMG_8672 IMG_8669

ຂ່າວໂດຍ: ຈັນທະສອນ ມະນີວົງ ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍຕາກ ໃຫ້ແກ່ຊາວກະກອນ ເມືອງ ສານາຄາມ ແຂວງວຽງຈັນ

tw4w

ກ້ວຍເປັນພືດໜຶ່ງທີສາມາດສ້າງລາຍຮັບໃຫ້ແກ່ຊາວກະສິກອນ ແຕ່ຜົນຈາກການສຶກສາຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໃນປິ 2019 ຢູ່ເມືອງເລົ່າງາມ ແຂວງສາລະວັນ ແລະ ເມືອງສານະຄາມ ແຂວງວຽງຈັນ ພົບວ່າຊາວກະສິກອນສ່ວນໃຫຍ່ທີ່ທໍາການຜະລິດກ້ວຍແມ່ນໄດ້ຂາຍຜົນຜະລິດໃນຮູບແບບວັດຖຸດິບເຮັດໃຫ້ມີກໍາໄລຕໍ່າ ປະມານ 20 ເປີເຊັນຂອງມູນຄ່າເພິ່ມ (ເສັ້ນສະແດງ 2). ແລະ ຍັງເຫັນໄດ້ວ່າການແປຮູບກ້ວຍຕາກເປັນທາງເລືອກໜຶ່ງທີ່ຈະສາມາດເພິ່ມມູນຄ່າຂອງຜະລິດຕະພັນກ້ວຍໃຫ້ແກ່ຊາວກະສິກອນຂະໜາດນ້ອຍ ຈີ່ງໄດ້ຄົ້ນຄວ້າທົດລອງ ແລະ ນໍາເອົາເຕັກໂນໂລຊີການແປຮູບກ້ວຍຕາກ ແລະ ນໍາໄປຈັດຕັ້ງປະຕິບັດຮ່ວມກັບຊາວກະສິກອນ ຢູ່ບ້ານປາກມີ້, ບ້ານໂນນສະຫວັນ ແລະ ບ້ານນາປາຜາ ເມືອງສານະຄາມ ແຂວງວຽງຈັນ ຈໍານວນ 10 ຄອບຄົວ.

awes

ເສັ້ນສະແດງ 1: ຕ່ອງໂສ້ມູນຄ່າເພິ່ມຂອງຜະລິດຕະພັນກ້ວຍຕາກ

ໃນວັນທີ 23 ກໍລະກົດ 2021 ທິມງານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຶ່ງໄດ້ຈັດຝຶກອົບຮົບທາງດ້ານເຕັກນິກການແປຮູບກ້ວຍໃຫ້ແກ່ພະນັກງານວິຊາການ ແລະ ຊາວກະສິກອນກຸ່ມແປຮູບຜະລິດຕະພັນກ້ວຍຢູ່ ບ້ານປາກມີ ເມືອງສານາຄາມ ແຂວງວຽງຈັນ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 15 ຄົນ ເຊິ່ງມີຫຼາຍພາກສ່ວນເຂົ້າຮ່ວມ ເຊັ່ນ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງສານາຄາມ, ຊາວກະສິກອນກຸ່ມແປຮູບກ້ວຍບ້ານປາກມີ, ບ້ານຕາກແດດ, ບ້ານສານາຄາມ ບ້ານໂນນສະຫວັນ ແລະ ຄູຝຶກຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຈຸດປະສົງຂອງການຝຶກໃນຄັ້ງນີ້ແມ່ນ 1). ເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການແປຮູບກ້ວຍ ເພຶ່ອຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜະລິດຕະພັນກ້ວຍ, 2). ເພື່ອເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ. ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງໂປສເຕີ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບຜົນສໍາເລັດຂອງການຄົ້ນຄວ້າ ແລະ ການພັດທະນາເຕັກນິກການແປຮູບກ້ວຍເພື່ອສ້າງມູນຄ່າເພິ່ມ ຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບັນຫາ ແລະ ຜົນກະທົບຂອງການຜະລິດກ້ວຍ, ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງກ້ວຍພັນພືນເມືອງລາວ, ການອະນຸລັກກ້ວຍພັນພື້ນເມືອງລາວ, ເຕັກນິກການກໍ່ສ້າງເຮືອນຕາກ, ເຕັກນິກການແປຮູບກ້ວຍຕາກແດດໃຫ້ມີຄຸນນະພາບສູງ, ເຕັກນິກການເກັບຮັກສາຜະລິດຕະພັນກວຍຕາກ ແລະ ເຕັກນິກການຫຸ້ມຮໍ່ເພື່ອເພິ່ມຄວາມໜ້າສົນໃຈຂອງຜະລິດຕະພັນກ້ວຍ. ພາກປະຕິບັດໂຕຈິງຜູ້ເຂົ້າຮ່ວມໄດ້ຈັດຕັ້ງປະຕິ ບັດຂັ້ນຕອນຕ່າງໆ ໃນການແປຮູບກ້ວຍຕາກ ເຊັ່ນ: ການຄັດເລືອກກ້ວຍ, ການປອກ, ການທໍາຄວາມສະອາດ, ການຕາກ,ການໜີບ ແລະ ການຫຸ້ມຮໍ່, ການກໍ່ສ້າງເຮືອນຕາກ ແລະ ນອກຈາກນັ້ນ, ໄດ້ເປີດໂອກາດໃຫ້ຜູ້ເຂົ້າຮ່ວມໄດ້ມີການສົນທະນາແລກປ່ຽນປະສົບການທາງດ້ານຕ່າງ ທີ່ຜ່ານມາເຊິ່ງກັນແລະກັນ ຜົນຂອງການສົນທະນາພົບວ່າບັນຫາຂອງການແປຮູບກ້ວຍຕາກ ແດດແມ່ນສະພາບອາກາດເນຶ່ອງຈາກຕ້ອງອາໄສແສງແດດເປັນປັດໃຈສໍາຄັນ ໂດຍສະເພາຊ່ວງລະດູຝົນ, ການເກັບຮັກສາບໍໄດ້ດົນ, ການຫຸ້ມຮໍ່ຍັງເປັນແບບປະຖົມປະຖານບໍນ້າສົນໃຈ, ນໍາໃຊ້ເຕັກນິກຕາມຄວາມຊິນເຄີຍເຮັດໃຫ້ຄຸນນະພາບຂອງຜະລິດຕະພັນບໍໄດ້ດີເທົາທີ່ຄວນ, ຄວາມຕ້ອງການຍັງບໍ່ຫຼາຍ ແລະ ບັນຫາສະເພາະໜ້າຄືການລະບາດຂອງພະຍາດໂຄວິດ 19 ເຮັດໃຫ້ປະລິມານການຈໍາໜ່າຍຜະລິດຕະພັນລຸດລົງເທົາໂຕ. ດັ້ງນັ້ນ, ການຝຶກອົບຮົ່ມໃນຄັ້ງນີ້ເປັນບາດກ້າວໜຶ່ງທີ່ສໍາຄັນ ເຊິ່ງສາມາດເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຮຽນຮູ້ ແລະ ເຂົ້າໃຈຫຼາຍຢ່າງທີມີຄວາມສໍາຄັນ ແລະ ຈໍາເປັນໃນການນໍາໄປໃຊ້ເຂົ້າການຈັດຕັ້ງປະຕິບັດໂຕຈິງ ເພື່ອລຸດຄວາມສຽງ ແລະ ເພິ່ມລາຍຮັບຈາກການແປຮູບໃຫ້ສູງຂຶ້ນ.

wtre wee i75 awfwe 4e

ຮູບ: ການເຄືອນໄຫວການຈັດຕັ້ງປະຕິບັດ

ພັດທະນາ ແສງອຸ່ນແກ້ວ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ

ກ່້ະດິ່ະິ

ການປ່ຽນແປງດິນຟ້າອາກາດ ເປັນສາເຫດເຮັດໃຫ້ເກີດຄວາມບໍ່ປົກກະຕິ ຂອງລະດູການ, ເກີດຄວາມແຫ້ງແລ້ງ ແລະ ນໍ້າຖ້ວມທີ່ມີຄວາມຮຸນແຮງ, ມີຄວາມຖີ່ຫຼາຍກວ່າເກົ່າ. ນອກນັ້ນ, ຍັງເຮັດໃຫ້ເກີດການລະບາດຂອງພະຍາດ ແລະ ແມງໄມ້ສັດຕູພືດ ເຊິ່ງສະພາບດັ່ງກ່າວເປັນເຫດເຮັດໃຫ້ການຜະລິດພືດຜັກ ມີຜົນກະທົບໂດຍທາງກົງ ແລະ ທາງອ້ອມ ໃນດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດ, ປະເທດລາວເປັນປະເທດໜຶ່ງທີ່ນອນຢູ່ໃນບັນດາປະເທດທີ່ມີຄວາມສຽງຕໍ່ການປ່ຽນແປງດິນຟ້າອາກາດ, ລະບົບການຜະລິດກະສິກຳຍັງເປັນແບບທຳມະຊາດ ແລະ ເຄິ່ງທຳມະຊາດ ທີ່ປະລິມານ ແລະ ຄຸນນະພາບ ຂອງຜົນຜະລິດແມ່ນຂຶ້ນກັບສະພາບອາກາດທີ່ເໝາະສົມໃນແຕ່ລະດູການ. ເພື່ອເປັນການແກ້ໄຂບັນຫາການສ້າງຄວາມເຂັ້ມແຂງທາງດ້ານເຕັກນິກວິຊາການເປັນອີກທາງເລືອກໜຶ່ງໃນການແກ້ໄຂ ແລະ ປັບໂຕຕໍ່ສະພາບການປ່ຽນແປງດິນຟ້າອາກາດ ເພື່ອຮັບປະກັນທາງດ້ານສະບຽງອາຫານ ແລະ ການຜະລິດໃຫ້ເປັນສິນຄ້າ. ສະນັ້ນ, ໃນລະຫວ່າງວັນທີ 13-17 ກັນຍາ 2021 ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກຮ່ວມກັບໂຄງການ ADRA ໄດ້ເປີດການຝຶກອົບຮົມ ໃນຫົວຂໍ້ ການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ ຂຶ້ນຢູທີ່ສະໂມສອນ ຫ້ອງວ່າການເມືອງພູກູດ ແຂວງຊຽງຂວາງ ເຊິ່ງມີຜູ້ເຂົ້າຮ່ວມການຝຶກອົບຮົມ ທັງໝົດ ຈໍານວນ 26 ທ່ານ, ຍິງ 11 ທ່ານ. ເຊິ່ງມາຈາກຫຼາຍພາກສວນ ເຊັນ: ຊາວກະສິກອນກຸມຜະລິດພືດຜັກ ຈາກບ້ານຊາຍ, ບ້ານດຸກ, ບ້ານນໍ້າສາມ, ບ້ານເມືອງເສັງ, ບ້ານລອງຮາງ, ບ້ານລັງຈອງ, ສະມາຄົມຄົນພິການແຂວງຊຽງຂວາງ, ສະມາຄົມ SEADA, ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງພູກູດ ແລະ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຊຽງຂວາງ. ໂດຍການເປັນຄູຝຶກຂອງຊຽວຊານຜູ້ຊໍານານການທາງດ້ານພືດຜັກ ຈາກສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ຈຸດປະສົງຂອງການຝຶກອົບຮົມແມ່ນເພື່ອສ້າງຄວາມເຂັ້ມແຂງທາງດ້ານເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງຂອງດິນຟ້າອາກາດ ແລະ ການເຜີຍແຜຜົນສໍາເລັດຂອງການຄົ້ນຄວ້າໃຫ້ອອກສູ່ສັງຄົມໃຫ້ຫຼາຍຂຶ້ນ.

ການດໍາເນີນການຈັດຕັ້ງປະຕິບັດໃນການຝຶກອົບຮົມ ໄດ້ແບ່ງອອກເປັນ 2 ພາກ ຄື: (1). ພາກທິດສະດີໄດ້ນໍາສະເໜີຜ່ານຜ່ານທາງພາວເວີພອຍ ແລະ ໂປສເຕີ ເຊິ່ງນັກສໍາມະນາກອນໄດ້ແລກປ່ຽນ ແລະ ຮຽນຮູ້ກ່ຽວກັບບົດບາດ ແລະ ໜ້າທີຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ບັນຫາ ແລະ ຜົນກະທົບຂອງການປ່ຽນແປງດິນຟ້າອາກາດຕໍ່ກັບການຜະລິດພືດຜັກ, ເຕັກນິກການປັບໂຕຕໍ່ກັບສະພາບການປ່ຽນແປງດິນຟ້າອາກາດເພື່ອຫຼຸດຜ່ອນຜົນກະທົບທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ, ຄວາມຮູ້ທົ່ວໄປກ່ຽວກັບເຕັກນິກການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂການປ່ຽນແປງດິນຟ້າອາກາດ, ປັດໃຈທີກ່ຽວຂ້ອງຕໍ່ການຜະລິດຜັກໃຫ້ເປັນສິນ ເຊັ່ນ ປັດໃຈທາງດ້ານແນວພັນ, ສະຖານທີ, ແຫຼ່ງນໍ້າ, ເຕັກນິກການປູກ, ຝຸ່ນ, ການປ້ອງກັນພະຍາດ ແລະ ແມງໄມ້ສັດຕູພືດ, ຄວາມສໍາຄັນ ແລະ ຄວາມຈໍາເປັນຂອງແຫຼ່ງເຊື້ອພັນພືດຜັກ, ການອະນຸລັກແຫຼ່ງເຊື້ອພັນຜັກ, ການຄັດເລືອກພັນ ແລະ ເຕັກນິກການຜະລິດເມັດພັນພືດຜັກໃຫ້ມີຄຸນນະພາບ, ເຕັກນິກການເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເຊັ່ນ ເຕັກນິກການປູກຜັກໃນເຮືອນຮົ່ມ, ເຕັກນິກການຈັດການລະບົບການໃຫ້ແກ່ພືດຜັກ, ເຕັກນິກການຜະລິດຝຸ່ນຊີວະພາບ, ການຜະລິດເຊືອໄມໂຄລິສາເຂົ້າໃນການປັບປຸງດິນ, ເຕັກນິກການປ້ອງກັນ ແລະ ກໍາຈັດພະຍາດ ແມງໄມ້ສັດຕູພືດຜັກ ແລະ ເຕັກນິກການສ້າງມູນຄ້າເພິ່ມໃຫ້ແກ່ຜະລິດຕະພັນຜັກ. (2). ພາກປະຕິບັດໂຕຈິງນັກສໍາມະນາກອນໄດ້ປະຕິບັດກ່ຽວກັບ ການຄິດໄລ່ຕົ້ນທຶນການຜະລິດພືດຜັກ, ການຄັດເລືອກຊະນິດພືດຜັກທີເປັນທ່າແຮງໃນການຜະລິດຂອງກຸ່ມ, ການຈໍາແນກຊະນິດພືດຜັກ, ການທົດສອບຄວາມງອກ, ການກຽມດິນກ້າເບ້ຍ ແລະ ການກ້າເບ້ຍ, ການຂະຫຍາຍແນວພັນຜັກບົ່ວແບ່ງ, ການໃຫ້ນໍ້າແບບນໍ້າພຸງ ແລະ ນໍ້າຍົດ, ການຜະລິດຝຸ່ນນໍ້າຊີວະພາບ, ການຜະລິດນໍ້າສະໝຸນໄພປ້ອງກັນແມງໄມ້, ການຜະລິດຈຸລິນຊີສັງເຄາະແສງ ແລະ ການຜະລິດເຊື້ອລາໄມໂຄລິຊາ.

ເຳຖພເ ຜຫເພຫ

ຮູບ 1: ການປະຕິບັດພາກທິດສະດີ

ດຳຫເ ດຫຳ

ຮູບ 2: ການປະຕິບັດໂຕຈິງ

ນອກຈາກນັ້ນ, ໄດ້ເປີດໃຫ້ນັກສໍາມະນາກອນໄດ້ແລກປ່ຽນເຊິ່ງກັນ ແລະ ກັນທາງດ້ານປະສົບການໃນການຈັດຕັ້ງປະຕິບັດການຜະລິດຜັກໂຕຈິງຢູ່ໃນພື້ນທີ່ຂອງຕົ້ນ ເຊິງນັກສໍາມະນາກອນແຕ່ລະພາກສ່ວນໄດ້ຊີ້ໃຫ້ເຫັນເຖິງສະພາບການຜະລິດ ແລະ ຂໍ້ຈໍາກັດ ຂອງການຜະລິດພືດຜັກ ເຊັນ: ຕົ້ນທຶນການຜະລິດສູງ, ຕະຫຼາດບໍ່ມີຄວາມແນນອນ, ບໍ່ມີການວາງແຜນການຜະລະລິດທີ່ດີ, ການຜະລິດກະແຈກກະຈາຍ, ສະພາບການປ່ຽນແປງດິນຟ້າອາກາດ ແລະ ບັນຫາການລະບາດຂອງພະຍາດ ແລະ ແມງໄມ້, ຂໍ້ຈໍາກັດທາງດ້ານແນວພັນ ເພາະແນວພັນທີ່ນໍາໃຊ້ເຂົ້າໃນການຜະລິດປະມານ 90 ເປີເຊັນ ແມ່ນນໍາໃຊ້ແນວພັນຈາກຕ່າງປະເທດ ເຊິ່ງບໍ່ສາມາດເກັບແນວພັນໄດ້ ແລະ ຊາວກະສິກອນສວນໃຫຍ່ແມ່ນຍັງຂາດປະສົບການໃນການຜະລິດແນວພັນ ແລະ ຂໍ້ຈໍາກັດທາງດ້ານຄວາມຮູ້ດ້ານເຕັກ ນິກການປູກທີ່ຍົກສູງທາງດ້ານປະລິມານ ແລະ ຄຸນນະພາບຂອງຜົນຜະລິດພືດຜັກ ໂດຍສະເພາະການປູກໃນຊ່ວງລະດູຝົນ, ນອກຈາກນັ້ນ, ການເຜິຍແພຂໍ້ມູນຂ່າວສານທາງດ້ານວິຊາການໃຫ້ລົງຊູ່ກຸ່ມຜູ້ຜະລິດໂຕຈິງໃນທອງຖິ່ນຍັງມີນ້ອຍ.
ຫກເຫຳຳະຖໄເ

 

ຮູບ 3: ການນໍາສະເໜີ ແລະ ແລກປ່ຽນປະສົບການຂອງນັກສໍາມະນາກອນ

     ນອກຈາກນັ້ນ, ໄດ້ມີການປະເມີນຄວາມຮັບຮູ້ ແລະ ຄວາມເຂົ້າໃຈຂອງນັກສໍາມະນາກອນທີ່ເຂົ້າຮ່ວມການຝຶກອົບຮົມໃນຄັ້ງນີ ຄື:(ໃຫ້ຄະແນນ 1-4 = ເຂົ້າໃຈນ້ອຍ, 5-7= ເຂົ້າໃຈປານກາງ ແລະ 8-10=ເຂົ້າໃຈຫຼາຍ) ເຊິ່ງຜົນການປະເມີນໄດ້ຊີ້ໃຫ້ເຫັນວ່າກ່ອນ ແລະ ຫຼັງການຝຶກ ນັກສໍາມະນາກອນແມ່ນມີຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບເຕັກນິກການຜະລິດເປັນສິນຄ້າໃນເງຶ່ອນໄຂການປ່ຽນແປງດິນຟ້າອາກາດ ແລະ ເຕັກນິກການຜະລິດຜັກໃນເຮືອນຮົ່ມແມ່ນມີຄວາມແຕກຕ່າງກັນ ຊຶ່ງຫຼັງຈາກຜ່ານການຝຶກນັກສໍາມະນາກອນແມ່ນມີຄວາມເຂົ້າໃຈເພິ່ມຂຶ້ນເຫັນໄດ້ຢ່າງຊັດເຈນ (ເສັ້ນສະແດງ 1 ແລະ 2).

ຖະຖ

ເສັ້ນສະແດງ 1: ຄວາມເຂົ້າໃຈກ່ຽວກັບເຕັກນິກການປູກຜັກໃນເງືອນໄຂການປ່ຽນແປງດິນຟ້າອາກາດ

ພໂຖດ

ເສັ້ນສະແດງ 2: ຄວາມເຂົ້າໃຈຫຼາຍປານໃດກ່ຽວກັບເຕັກນິກການປູກຜັກໃນເຮືອນຮົ່ມ

 

ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ.

   ່ິະ່

ໃນລະຫວ່າງວັນທີ 03-12/08/2021, ທີມງານວິຊາການຈາກສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ລົງສົມທົບກັບ ທີມງານກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ໄດ້ຈັດຕັ້ງປະຕິບັດກິດຈະກຳຂອງໂຄງການກະສິກຳເພື່ອໂພຊະນາການ ໂດຍສະເພາະແມ່ນການສ້າງຄອບຄົວຕົວແບບດ້ານການຜະລິດລູກປາ ໃຫ້ເປັນທຸລະກິດຂະໜາດນ້ອຍຂອງຄອບຄົວ.

ູ່ຄ ້ະ້ະ

ເຊິ່ງເປັນກິດຈະກຳໜຶ່ງຂອງໂຄງການ ເປັນຕົ້ນແມ່ນການສ້າງຄວາມເຂັ້ມແຂງດ້ານວິຊາການ (ການປູກ-ການລ້ຽງ) ໃຫ້ແກ່ຊາວກະສິກອນ ຢູ່ບ້ານເປົ້າໝາຍໂຄງການ. ຄອບຄົວ ທ. ຊຽງ ອິນພອນ ຢູ່ບ້ານບວກ ແມ່ນຄອບຄົວໜື່ງທີ່ມີຄວາມສົນໃຈໃນການການຜະລິດລູກປາ ລາວໄດ້ສ້າງອ່າງປະສົມພັນປາ ແລະ ທາງໂຄງການໄດ້ຕອບສະໜອງອຸປະກອນຈຳນວນໜື່ງ. ທີມງານສະຖາບັນໄດ້ມີການຝຶກອົບຮົມ (ປະຕິບັດຕົວຈິງ) ການປະສົມພັນປາດຸກ ແລະ ການຜະລິດລູກປານິນ ໂດຍມີຜູ້ສົນໃຈເຂົ້າຮ່ວມ 25 ຄົນ ຈາກ 5 ບ້ານ (ບ້ານບວກ, ບ້ານວັດ, ບ້ານໜົມ, ບ້ານນາທົ່ງປໍ ແລະ ບ້ານໂງ່ນ). ຈາກການປະຕິບັດຕົວຈິງ ຊາວກະສິກອນສາມາດຮູ້ໄດ້ຂັ້ນຕອນການຜະລິດລູກປາເຊັ່ນ: (1) ວິທີການລ້ຽງທອມປາພໍ່ແມ່ພັນ (ປາດຸກ ແລະ ປານິນ), (2) ວິທີການຄິດໄລ່ປະລິມານຮໍໂມນ ແລະ ການສັກຮໍໂມນປາດຸກພໍ່ແມ່ພັນ, (3) ວິທີການປ່ອຍພໍ່ແມ່ພັນປາດຸກປະສົມພັນກັນເອງຫຼັງຈາກສັກຮໍໂມນແລ້ວ, (4) ວິທີການຮີດໄຮ່ປາດຸກປະສົມກັບນ້ຳເຊື້ອແລ້ວນຳໄປຟັກໃນອ່າງ, (5) ວິທີການກະກຽມໜອງອະນຸບານລູກປາ, (6) ວິທີການເກັບໄຂ່ປານິນຈາກປາປາແມ່ພັນແລ້ວນຳໄປຟັກໃນຖາດ(ຟັກໄຂ່) ໃນລະບົບນ້ຳໝູນວຽນ ແລະ ຄຳແນະນຳອື່ນໆ ທີ່ຊາວກະສິກອນມີຄວາມສົນໃຈ. ວັນທີ 05/08/2021 ທ່ານ ພູວົງ ສີສົມຮັກ ຫົວຫນ້າພະແນກກະສິກຳ ແລະ ປາໄມ້ ແຂວງຫົວພັນ ແລະ ວັນທີ 10/08/2021 ທ່ານ ສີວິໄລ ພິມມະວົງ ເຈົ້າເມືອງຊ່ອນ ໄດ້ລົງຢ້ຽມຢາມ ຄອບຄົວຕົວແບບການຜະລິດລູກປາ ພວກທ່ານໄດ້ໃຫ້ຄຳແນະນຳທີມງານ ແລະ ຄອບຄົວ ໃຫ້ສາມາດພະລິດແນວພັນປາເພື່ອຕອບສະໜອງ ໃຫ້ແກ່ຊາວກະສິກອນ ຫຼື ຜູ້ລ້ຽງປາໃນເຂດເມືອງຊ່ອນ (ແຂວງຫົວພັນ), ເພາະວ່າການລ້ຽງປາໃນເຂດນີ້ຍັງມີຄວາມຕ້ອງການລູກປາຈຳນວນຫຼາຍ, ເຊິ່ງປະຈຸບັນລູກປາທີ່ນຳມາລ້ຽງແມ່ນໄດ້ນຳເຂົ້າຈາກຕ່າງປະເທດ ຫຼື ຈາກແຂວງອື່ນ ໂດຍສະເພາະແມ່ນລູກປານິນ ແລະ ລູກປາດຸກ.  ການຈັດຕັ້ງປະຕິບັດກິດຈະກຳຄັ້ງນີ້ ສາມາດຜະລິດລູກປາດຸກອາຍຸ 3 ວັນ ໄດ້ປະມານ 90,000 ໂຕ ແລະ ຄັດພໍ່ແມ່ພັນປານິນພັນໃສ່ກະຊັງໄດ້ 2 ກະຊັງ (ປາແມ່ 60ໂຕ ແລະ ປາຜູ້ 30 ໂຕ), ແລະ ເຮັດໃຫ້ຄອບຄົວຕົວແບບ ສາມາດເລີ້ມຕົ້ນການຜະລິດລູກປາ ແລະ ສ້າງລາຍຮັບເຂົ້າຄອບຄົວເພືອຫຼຸດຜົນຄວາມທຸກຍາກເທື່ອລະກ້າວ.

າຮາ

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI FAO KOPIA laCSA MEKARN Mekong Agriculture Research Network nafri SAMIS TABI tabi project TAP-AIS ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການກະສິກຳ ແລະ ປ່າໄມ້ ການຊັບພະຍາກອນທຳມະຊາດ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ພິທີປ່ອຍປາ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ພູມອາກາດ ວັນປ່ອຍປາ ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ອຸຕຸນິຍົມ ເມືອງຫາດຊາຍຟອງ ແຂວງບໍລິຄຳໄຊ ແຂວງວຽງຈັນ ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Dec 5, 2022 - Mon
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com