ຂ່າວ

ສອງສະຖາບັນຂອງ ສປປ ລາວ ແລະ ສປ ຈີນ ເຊັນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ໃນວາລະກອງປະຊຸມຈີນ-ອາຊຽນ ຄັ້ງທີ 3 ວ່າດ້ວຍ ມາດຕະຖານ ທີ່ນະຄອນລີວໂຈ, ເຂດປົກຄອງຕົນເອງກວາງຊີ, ສປ ຈີນ

WhatsApp Image 2023-10-16 at 14.23.43 WhatsApp Image 2023-10-16 at 14.23.44

          ກອງປະຊຸມຈີນ-ອາຊຽນ ຄັ້ງທີ 3 ວ່າດ້ວຍມາດຕະຖານ ໄດ້ຖືກຈັດຂຶ້ນເປັນທາງການ ທີ່ນະຄອນລີວໂຈ, ເຂດປົກຄອງຕົນເອງເຜົາຈ້ວງກວາງຊີ, ສປ ຈີນ; ຄັ້ງວັນທີ 12 ຕຸລາ 2023. ກອງປະຊຸມຄັ້ງນີ້ ຖືກດໍາເນີນໄປພາຍໃຕ້ການເປັນເຈົ້າພາບຂອງອົງການບໍລິຫານດ້ານລະບຽບການມາດຕະຖານແຫ່ງລັດຂອງ ສປ ຈີນ ຫຼື ອົງການບໍລິຫານມາດຕະຖານແຫ່ງ ສປ ຈີນ ຮ່ວມກັບອົງການປົກຄອງທ້ອງຖີ່ນແຫ່ງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີ, ສປ ຈີນ. ກອງປະຊຸມຄັ້ງນີ້ ໄດ້ໄຂຂຶ້ນຢ່າງເປັນທາງການໃນເວລາ 9.00 ໂມງເຊົ້າ (ເວລາທ້ອງຖີ່ນ) ໂດຍໃຫ້ກຽດເປັນປະທານຂອງທ່ານ ຊ່າງ ຈ້ວງ (Zhang Zhuang), ເຈົ້າຄອງນະຄອນລີວໂຈ. ກອງປະຊຸມຄັ້ງນີ້, ມີແຂກຖືກເຊີນເຂົ້າຮ່ວມທັງໝົດ 157 ຄົນ. ໃນນັ້ນ, ມາຈາກພາກສ່ວນກ່ຽວຂ້ອງຂອງ ສປ ຈີນ ມີທັງໝົດ 88 ຄົນ ແລະ ຈາກບັນດາປະເທດສະມາຊິກອາຊຽນ ມີທັງໝົດ 61 ຄົນ (ໄດ້ແກ່ ສປປ ລາວ-17 ຄົນ, ສສ ຫຽວດນາມ-8 ຄົນ, ຮາຊະນາຈັກໄທ-2ຄົນ, ກຳປູເຈຍ-6 ຄົນ, ມະເລເຊຍ-7 ຄົນ, ອິນໂດເນເຊຍ-3 ຄົນ, ບຼູໄນ-2 ຄົນ, ມ່ຽນມ້າ-9 ຄົນ, ຟີລິບປິນ-5 ຄົນ, ສິງກະໂປ-2 ຄົນ) ແລະ ກອງເລຂາອາຊຽນ ມີ 8 ຄົນ. ນອກຈາກນັ້ນ, ຍັງມີພະນັກງານ ແລະ ນັກສຶກສາທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສຸມໃສ່ການຜະລິດພາຫະນະນໍາໃຊ້ພະລັງງານໃໝ່, ການຜະລິດອຸປະກອນ, ອຸປະກອນພິເສດ ແລະ ລະບົບນິເວດປ່າໄມ້, ແນໃສ່ລົງເລິກການຮ່ວມມືດ້ານມາດຕະຖານ ແລະ ການແລກປ່ຽນ ເພື່ອປະກອບສ່ວນເຂົ້າໃນການພັດທະນາທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດ, ຈາກການພັດທະນາລະຫວ່າງຈີນ ແລະ ອາຊຽນ.

ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ຂອງກະຊວງກະສິກໍາ ແລະ ປ່າໄມ້ ແມ່ນນອນໜຶ່ງໃນຫຼາຍອົງການຈັດຕັ້ງລັດຖະບານຂອງ ສປປ ລາວ ທີ່ໄດ້ເດີນທາງເຂົ້າຮ່ວມກອງປະຊຸມຄັ້ງນີ້, ເຊິ່ງນໍາໂດຍ ທ່ານ ປອ. ໃຈ ບຸນພະນຸໄຊ ຫົວໜ້າ ສກປພ ພ້ອມດ້ວຍຜູ້ຕິດຕາມ ທ່ານ ປອ. ສີມອນ ວົງຄໍາຮໍ່ ຮອງຫົວໜ້າສູນຄົ້ນຄວ້າປ່າໄມ້. ການເຂົ້າຮ່ວມກອງປະຊຸມຄັ້ງນີ້ ແມ່ນມີສອງຈຸດປະສົງຕົ້ນຕໍ ຄື:

(1) ນໍາສະເໜີບົດ ກ່ຽວກັບການພັດທະນາປ່າໄມ້ແບບຍືນຍົງ ເພື່ອສະໜັບສະໜູນການເຕີບໂຕສີຂຽວແຫ່ງຊາດ (Green Forest Development: Supporting National Green Growth) ແລະ (2) ເພື່ອເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ລາວ-ຈີນ.

ການເຊັນບົດບັນທຶກຄວາມເຂົ້າໃຈ (MoU) ເພື່ອຮ່ວມມືການຄົ້ນຄວ້າດ້ານມາດຕະຖານກະສິກໍາ ແລະ ປ່າໄມ້ ແມ່ນໄດ້ດໍາເນີນການລະຫວ່າງ ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ແຫ່ງ ສປປ ລາວ ແລະ ສະຖາບັນເຕັກໂນໂລຊີ ແລະ ມາດຕະຖານ ກວາງຊີ ແຫ່ງ ສປ ຈີນ (Guangxi lnstitute of Standards and Technology “GXIST”). ບົດບັນທຶກຄວາມເຂົ້າໃຈ ມີເນື້ອໃນຕົ້ນຕໍ່ ເພື່ອຊຸກຍູ້ການຮ່ວມມື ແລະ ແລກປ່ຽນດ້ານມາດຕະຖານກະສິກຳ ແລະ ປ່າໄມ້ລະຫວ່າງ ສປປ ລາວ ແລະ ກວາງຊີ, ສປ ຈີນ, GXIST ແລະ ສກປພ (NAFRI) ໄດ້ບັນລຸຂໍ້ຕົກລົງດັ່ງຕໍ່ໄປນີ້ ໂດຍຜ່ານການປຶກສາຫາລືກັນ:

  1. ສົມທົບກັນສະເໜີຂໍໂຄງການສ້າງມາດຕະຖານກະສິກຳ ແລະ ປ່າໄມ້ໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງທັງສອງຝ່າຍ, ແລະ ດໍາເນີນການຄົ້ນຄວ້າວິທີການຊຸກຍູ້ການເຊື່ອມໂຍງມາດຕະຖານກະສິກຳ ແລະ ການອຳນວຍຄວາມສະດວກດ້ານການຄ້າລະຫວ່າງ ສປ ຈີນ – ສປປ ລາວ.
  2. ຮ່ວມກັນໃຫ້ຄຳປຶກສາດ້ານມາດຕະຖານກະສິກຳ ແລະ ປ່າໄມ້ ສປ ຈີນ ແລະ ສປປ ລາວໃຫ້ແກ່ອົງການຫຼື ບຸກຄົນຂອງ ສປ ຈີນ ແລະ ສປປ ລາວ. ທັງສອງຝ່າຍສະໜອງມາດຕະຖານທີ່ກ່ຽວຂ້ອງໂດຍບໍ່ມີຄ່າບໍລິການຕາມຄວາມຕ້ອງການຕ່າງໆ.
  3. ຮ່ວມກັນສົ່ງເສີມການກໍ່ສ້າງເຂດສາທິດກ່ຽວກັບມາດຕະຖານກະສິກຳ ແລະ ປ່າໄມ້ ໃນ ສປປ ລາວ, ພ້ອມທັງສາທິດ ແລະ ເຜີຍແຜ່ຜົນສຳເລັດການຄົ້ນຄວ້າຂອງເຂດສາທິດດັ່ງກ່າວ.
  4. ຮ່ວມກັນສ້າງຄວາມສາມາດດ້ານມາດຕະຖານກະສິກຳ ແລະ ປ່າໄມ້ ໂດຍຜ່ານການຈັດຝືກອົບຮົມ, ສຳມະນາ, ແລະ ແລກປ່ຽນການຢ້ຽມຢາມຂອງບຸກຄະລາກອນທີ່ກ່ຽວຂ້ອງ.

ຜ່ານການເຂົ້າຮ່ວມກອງປະຊຸມຈີນ-ອາຊຽນຄັ້ງນີ້ ແມ່ນມີຄວາມໝາຍຄວາມສຳຄັນ ເຊິ່ງສາມາດຖອດຖອນໄດ້ບັນດາບົດຮຽນທີ່ດີເດັ່ນຂອງສປ ຈີນ ແລະ ບັນດາປະເທດສະມາຊິກອາຊຽນ ກ່ຽວກັບສ້າງ ແລະ ພັດທະນາມາດຕະຖານຜະລິດຕະພັນຕ່າງໆ ເພື່ອເອື້ອຍອໍານວຍແກ່ການອຸດສະຫະກໍາ, ການຄ້າ ແລະ ການນໍາໃຊ້ຜະລິດຕະພັນ. ສະນັ້ນ, ສປປ ລາວ ພວກເຮົາ ຕ້ອງໄດ້ຮີບຮ້ອນສ້າງ ແລະ ພັດທະນາມາດຕະຖານແຫ່ງຊາດຂອງຕົນເອງ ໂດຍເພາະແມ່ນມາດຕະຖານກະສິກໍາ ແລະ ປ່າໄມ້ແຫ່ງຊາດ ຂອງ ສປປ ລາວ ອັນທີ່ຈະສາມາດສ້າງຜົນປະໂຫຍດອັນມະຫາສານທາງດ້ານການຄ້າ ແລະ ການສົ່ງອອກຜະລິດຕະພັນກະສິກໍາ ແລະ ປ່າໄມ້ຂອງ ສປປ ລາວ ໃນອະນາຄົດອັນໃກ້ ແລະ ຍາວນານ. ສຳລັບ, ສະບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ (ສກປພ) ກໍ່ຈະໄດ້ຮ່ວມມືກັບຝ່າຍຈີນໃນການຜັນຂະຫຍາຍ ບົດບັນທຶກຄວາມເຂົ້າໃຈ (MoU) ໃຫ້ກາຍເປັນໂຄງການຄົ້ນຄວ້າລະອຽດ ເພື່ອນໍາໄປສູ່ການຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ແລະ ສ້າງຜົນໂຫຍດໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ ຢ່າງເປັນຮູບປະທຳ ແລະ ຍືນຍົງ.

ຂຽນໂດຍ: ປອ. ສີມອນ ວົງຄໍາຮໍ່, ສູນຄົ້ນຄວ້າປ່າໄມ້

ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023

_MG_0378 _MG_0385

          ໃນວັນທີ 31 ສິງຫາ 2023 ສູນຄົ້ນຄວ້າປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ໄດ້ຈັດກອງປະຊຸມ ລາຍງານຜົນສຳເລັດຂອງການຈັດຕັ້ງປະຕິບັດກິດຈະກໍາໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ 6  ແລະ ປິດໂຄງການ ຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການປົກຄອງເມືອງ ລະມາມ, ແຂວງ ເຊກອງ, ໃຫ້ກຽດເປັນປະທານຮ່ວມຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ທ່ານ ຄຳພັນ ພະສະແຫວງ ຮອງຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ແຂວງ ເຊກອງ ແລະ ທ່ານ ລໍຣິສ ປາເລນຕີນີ ຫົວໜ້າອົງການກອງທຶນອະນຸລັກທຳມະຊາດໂລກປະຈໍາລາວ(WWF – Laos) ມີຜູ້ເຂົ້າຮ່ວມທັງໝົດ ຈຳນວນ 47 ໃນນັ້ນ ມີຍິງ 4 ທ່ານ, ຊຶ່ງມາຈາກກະຊວງ ການຕ່າງປະເທດ, ກົມປ່າໄມ້,  ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ສູນຄົ້ນຄວ້າປ່າໄມ້,ອົງການກອງທຶນອະນຸລັກທຳມະຊາດໂລກ (WWF) ,  ຄະນະຊີ້ນຳໂຄງການຂັ້ນແຂວງ, ຂັ້ນເມືອງຈາກ 7 ເມືອງ ຢູ່ໃນ 3 ແຂວງ (ແຂວງ ບໍລິຄຳໄຊ, ເຊກອງ ແລະ ສາລະວັນ), ຜູ້ປະສານງານໂຄງການຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ, ແລະ ອົງການຈັດຕັ້ງທາງສັງຄົມ (ສະມາຄົມອະນຸລັກສິ່ງແວດລ້ອມ ແລະ ສ້າງຄວາມເຂັັ້ມແຂງໃຫ້ຊຸມຊົນ (ສອສຊ).

ຈຸດປະສົງເພື່ອສະຫຼຸບລາຍງານຜົນສຳເລັດ ແລະ ປິດໂຄງການຜະລິດ ແລະ ເກັບກູ້ຫວາຍ -ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023).

ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລະຍະ VI ແມ່ນໄດ້ຈັດຕັ້ງປະຕິບັດຢູ່ 30 ບ້ານ, ໃນ 7 ເມືອງ 3 ແຂວງຄື: ແຂວງ ບໍລິຄໍາໄຊ, ເຊກອງ ແລະ ສາລະວັນ, ໄດ້ຮັບທຶນສະໜັບສະໜູນຈາກອົງການກອງທຶນອະນຸຮັກທຳມະຊາດໂລກປະຈຳ ສປປ ລາວ (WWF-Laos), ບໍລິສັດ IKEA ແລະ ອົງການ SIDA ເພື່ອສືຕໍ່ຈັດຕັ້ງປະຕິບັດໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງແບບຍືນຍົງໄລຍະ VI (ປີ 2022 ຫາ ປີ 2023) ຊຶ່ງມີມູນຄ່າໂຄງການທັງໝົດຈຳນວນ 321,800ໂດລາ ສະຫະລັດ, ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄດ້ເລີ້ມຈັດຕັ້ງປະຕິບັດແຕ່ປີ 2006 ເປັນຕົ້ນມາຈົນຮອດປະຈຸບັນ (ເປັນໄລຍະເວລາທັງໝົດ 18 ປີ ລວມທັງໝົດ ມີ  6ໄລຍະ). ໂຄງການຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍືນຍົງໄລຍະ VI ນີ້ ແມ່ນໄດ້ເລີ້ມແຕ່ ເດືອນ ເມສາ ປີ 2022 ຫາ ເດືອນ ສິງຫາ 2023 (1 ປີ 5 ເດືອນ) ຊຶ່ງເຫັນວ່າມີຫລາຍກິດຈະກໍາ ທີ່ ໄດ້ປະສົບຜົນສຳເລັດ ເປັນຢ່າງດີເຊັ່ນ:

  • ວຽກງານທີ 1: ການຄຸ້ມຄອງຈັດສັນປ່າຫວາຍແບບຍືນຍົງ: ສຳເລັດການຈັດສັນຄຸ້ມຄອງຫວາຍ-ໄມ້ປ່ອງໃນເນື້ອທີ່ ໃນໄດ້ເພີ້ມ 1,000 ເຮັກຕາ ລວມທັງໝົດ 30.500 ກວ່າ ເຮັກຕາ ໃນ 30 ບ້ານເປົ້າໝາຍ.
  • ໃນວຽກງານ ທີ 2: ການສົ່ງເສີມຄວາມຍືນຍົງ ແລະ ຄວາມຖືກຕ້ອງຕາມລະບຽບກົດໝາຍ ຂອງລະບົບຕ່ອງໂສ້ ການ ສະໜອງຫວາຍ ແລະ ໄມ້ປ່ອງ ແລະ ເຊື່ອມໂຍງກັບຕະຫຼາດ

ໃນວຽກງານນີ້ ແມ່ນແນ່ໃສ່ການສົ່ງເສີມ ການເກັບກູ້ຫວາຍຈາກແຫລ່ງທີ່ມີການຄຸ້ມຄອງຈັດສັນ, ມີແຜນການເກັບກູ້ ໃນແຕ່ລະປີ ໃຫ້ມີຄວາມຍຶນຍົງ ແລະ ບໍ່ໃຫ້ບົກແຫ້ງ ແລະ ການ ສະໜອງຫວາຍ-ໄມ້ປ່ອງຢ່າງຖືກຕ້ອງ ຕາມລະບຽບການ. ນອກນີ້ ຍັງມີການພັດທະນາ ຕ່ອງໂສ້ມູນຄ່າ ພ້ອມທັງການເຊື່ອມໂຍງທຸລະກິດ ລະຫວ່າງກຸ່ມຫັດຖະກຳຫວາຍ ແລະ ໄມ້ປ່ອງ ເພື່ອເຮັດໃຫ້ທຸລະກິດຫວາຍ ແລະ ໄມ້ປ່ອງມີຄວາມຍືນຍົງ ແລະ ມີການຂະຫຍາຍຕົວ ຊຶ່ງເຫັນໄດ້ວ່າ ມີຫລາຍກວ່າ 8 ຜະລິດຕະພັນ ໄດ້ມີການເຊື່ອມໂຍງທຸລະກິດລະຫວ່າງກຸ່ມຫັດຖະກຳຫວາຍ ໄມ້ປ່ອງ ແລະ ຜູ້ປະກອບການ.

  • ວຽກງານທີ 3: ການສະໜັບສະໜູນການດຳລົງຊີວິດແບບຍືນຍົງ ແລະ ທົນຕໍ່ກັບສະພາບອາກາດໂດຍຜ່ານການປັບປຸງ ການຄຸ້ມຄອງຈັດສັນປ່າໄມ້ ແລະ ການເພີ້ມພູນ ທັກສະໃນການຜະລິດເຮັດຜະລິດຕະພັນຫວາຍ ແລະ ໄມ້ປ່ອງ, ເພື່ອເຮັດໃຫ້ຊາວບ້ານຢາກມີຄວາມຮັກສາປ່າຫວາຍ-ໄມ້ປ່ອງຂອງຂະເຈົ້າເອງ:

ຄຽງຄູ່ກັບ ການຄຸ້ມຄອງ ປົກປັກຮັກສາ ປ່າຫວາຍ ແລະ ໄມ້ປ່າໃນທຳມະຊາດແລ້ວ ທາງໂຄງການຍັງໄດ້ສະໜັບສະໜູນ ການປັບປຸງຊີວິດການຢູ່ຂອງຊາວບ້ານ ໂດຍແນ່ເສີມສ້າງຄວາມສາມາດໃຫ້ແກ່ຊາວບ້ານໃນ ການເກັບກູ້ຫວາຍ ແລະ ເຄື່ອງປ່າຂອງດົງແບບຍືນຍົງ, ການແປຮູບ ແລະ ການຈັກສານຫວາຍ, ໄມ້ປ່ອງ ແລະ ເຄື່ອງປ່າຂອງດົງ ທີ່ເປັນທ່າແຮງໃນການສ້າງລາຍຮັບໃຫ້ແກ່ຊາວບ້ານ. ຫລາຍກວ່າ 1.500 ຄອບຄົວ ຢູ່ບ້ານເປົ້າໝາຍຂອງໂຄງການສາມາດ ສ້າງລາຍຮັບ ຈາກບັນດາກິດຈະກຳຕ່າງໆ ຂອງໂຄງການ ຢູ່ 30 ບ້ານເປົ້າໝາຍ ໃນ 3 ແຂວງ ໃນປີ 2023, ໃນນັ້ນ ມີ 340 ຄອບຄົວ ສ້າງລາຍຮັບຈາກ ການຈັກສານ ທັງຜະລິດຕະພັນ ສຳເລັດຮູບ ແລະ ເຄີ່ງສຳເລັດຮູບ ສະໜອງ ໃຫ້ແກ່ຜູ້ປະກອບການ ແລະ ບັນດາຫ້າງຮ້ານຂາຍເຄື່ອງຫັດຖະກຳຕ່າງໆຢູ່ນະຄອນຫລວງວຽງຈັນ ແລະ ແຂວງອຶ່ນໆ. ນອກນັ້ນຍັງໄດ້ລາຍຮັບໃຫ້ຊາວບ້ານ ຈາກການປູກຫວາຍເອົາຍອດ ແລະ ການເກັບກູ້ ເຄື່ອງປ່າຂອງດົງ.

  • ວຽກງານທີ 4: ການສຶກສາ ວິເຄາະ ບັນຫາ ຂໍ້ຫຍຸ້ງຍາກ ແລະ ກາລະໂອກາດ ໃນການພັດທະນາ ຕ່ອງໂສ້ມູນຄ່າເພີ່ມຫວາຍໃນລາວຢ່າງຮອບດ້ານ ເພື່ອເປັນການສະໜັບໜູນ ໃນການສ້າງແຜນງານ ແລະ ໂຄງການ ເພື່ອພັດທະນາ ປັບປຸງ ແກ້ໄຂ ຂໍ້ຫຍຸ້ງຍາກ ໃນຕໍ່ໜ້າ ແລະ ເພື່ອການເຕີບໃຫ່ຽຂະຫຍາຍ ຂອງຂະແໜງການຫວາຍ ແລະ ໄມ້ປ່ອງ ໃນ ສປປ ລາວ. ພ້ອມທັງປະກອບຄຳເຫັນຕໍ່ບົດສະຫຼຸບຜົນສຳເລັດຂອງໂຄງການ. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟື້ນ ແລະ ໄດ້ປິດລົງໃນເວລາ 12:00 ໂມງ ໃນວັນດຽວກັນ.

_MG_0368 _MG_0371 _MG_0388 _MG_0391 _MG_0399 _MG_0415 _MG_0417

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ,

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມປະເມີນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນຂອງໜ່ວຍ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

WhatsApp Image 2023-08-21 at 20.08.20

          ໃນຕອນເຊົ້າຂອງວັນທີ 18/08/2023 ເວລາ 8:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນການກໍ່ສ້າງນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງ   ໜ່ວຍສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີສະມາຊິກພັກເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ, ສໍາຮອງ 2 ສະຫາຍ ຍິງ 1 ສະຫາຍ ຈຸດປະສົ່ງ ເພື່ອປະເມີນການກໍ່ສ້າງ ໜ່ວຍພັກ, ປອດໃສ, ເຂັ້ມແຂງໜັກແໜ້ນໃນໄລຍະ 1 ປີ ຜ່ານມາຂອງສະມາຊິກພັກ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກການລາຍງານຜົນສໍາເລັດຂອງກາານຈັດຕັ້ງປະຕິບັດການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຈາກນັ້ນກໍ່ໄດ້ເປີດກວ້າງໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນໃສ່ບົດລາຍງານຢ່າງກົງໄປກົງມາ ແລະ ກອງປະຊຸມກໍ່ເຫັນດີເປັນເອກະພາບສູງຕໍ່ກັບບົດລາຍງານ. ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການປະເມີນ ແລະ ໃຫ້ຄະແນນເຊິ່ງກັນ ແລະ ກັນ ໂດຍສະຫາຍຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອສືບ ຕໍ່ການຈັດຕັ້ງປະຕິບັດບັນດາວຽກງານທີ່ໄດ້ຮັບຜົນສໍາເລັດ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ. ຈາກນັ້ນ,  ສະຫາຍ ໄພທູນ ມູນເສນາ ເລຂາໜ່ວຍພັກ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ອະທິບາຍລາຍລະອຽດຂອງເນື້ອໃນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ບົນຫຼັກການ 5 ດ້ານ ຄື: 1) ດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ  2) ດ້ານແນວຄິດ, 3) ດ້ານສະຕິຕໍ່ການຈັດຕັ້ງ ແລະ ການປະຕິ ບັດກົດລະບຽບຂອງພັກ , 4) ດ້ານແບແຜນນຳພາ ແລະ ວິທີເຮັດວຽກ 5) ດ້ານຄວາມຮັບຜິດຊອບໜ້າທີ່ການເມືອງ ເພື່ອເປັນບ່ອນອ້າງອີງໃນການປະເມີນໂດຍຕິດພັນກັບການຮ່ວມຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພັກພາຍໃນໜ່ວຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະ ກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນເຫັນວ່າມີປະເພດແຂງ 11 ສະຫາຍ, ຍິງ 4 ສະຫາຍ,  ປະເພດກາງ 2 ສະຫາຍ, ຍິງ 1 ສະຫາຍ ແລະ ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ໄພທູນ ມູນເສນາ ຍັງໄດ້ເນັ້ນໜັກໃຫ້ສະ ມາຊິກພັກສຳຮອງທັງ 2 ສະຫາຍ ໄດ້ເອົາໃຈໃສ່ໃນການປະຕິບັດວຽກງານທີ່ໄດ້ຮັບມອບໝາຍໃຫ້ປະສົບຜົນສໍາເລັດ ແລະ  ກອງປະຊຸມໄດ້ປິດລົງໃນ ເວລາ 12 :00 ໂມງ ດ້ວຍສໍາເລັດອັນຈົບງົບງາມ.

WhatsApp Image 2023-08-21 at 20.08.21 (1) WhatsApp Image 2023-08-21 at 20.08.21

ຮຽບຮຽງໂດຍ: ນາລີ ແສງອຸ່ນແກ້ວ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ຝຶກອົບຮົມການເພີ່ມຜົນຜະລິດຂອງພືດຜັກໃນລະດູຝົນ ໂດຍການນໍາໃຊ້ເຕັກນິກ ແລະ ແນວພັນທີ່ເໝາະສົມ ເຂົ້າໃນການຜະລິດພືດຜັກ ໃຫ້ແກ່ຊາວກະສິກອນ, ບ້ານ ປົ່ງ, ເມືອງຊນະຄາມ, ແຂວງວຽງຈັນ

WhatsApp Image 2023-08-18 at 11.28.39 WhatsApp Image 2023-08-18 at 11.28.40

         ພືດຜັກມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູ, ງມີວິຕະມິນ ແລະແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງການຜະລິດພືດຜັກເປັນສິນຄ້າແມ່ນໜຶ່ງໃນກິດຈະກໍາທີ່ນອນໃນນະໂຍບາຍຂອງລັດຖະບານ ແລະ ຕອບສະໜອງກັບວາລະແຫ່ງຊາດ ໃນການສົ່ງເສີມຊາວກະສິກອນຂະໜາດນ້ອຍຜະລິດພືດຜັກ ເພື່ອຄໍ່າປະກັນສະບຽງອາຫານ ແລະ ເປັນສິນຄ່າສົ່ງອອກ ເພື່ອຫຼຸດຜ່ອນການນໍາເຂົ້າ ແລະ ຫຼຸດຜ່ອນອັດຕາເງີນເຟີ້,ບ້ານ ປົ່ງ,  ເມືອງຊະນະຄາມ, ແຂວງວຽງຈັນ ເປັນເມືອງໜຶ່ງທີ່ ມີມູນເຊື້ອດຸໝັ່ນ ແລະ ຕິດພັນກັບການກະສິກໍາ ໂດຍສະເພາະແມ່ນການປູກຜັກເປັນສິນຄ້າກວມເອົາ 87% ຂອງປະຊາການໃນບ້ານ, ໂດຍສາມາດຕອບສະໜອງຜະລິດຕະພັນພຶດຜັກທັງພາຍໃນເມືອງ ແລະ ສົງອອກຂາຍໃນຕະຫຼາດຂະໜາດໃຫ່ຍຫຼາຍແຫ່ງໃນນະຄອນຫຼວງວຽງຈັນ.     ໃນວັນທີ່ 17 ສິງຫາ 2023 ທີ່ຜ່ານມານີ້  ທາງທີມງານສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ (AFACI_Breeding) ໄດ້ຈັດຝຶກອົບຮົມໃນຫົວຂໍ້ ການເພິ່ມລາຍຮັບໃຫ້ແກຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກນິກທີເໝາະສົມເຂົ້າການຜະລິດຜັກໃຫ້ເປັນສິນຄ້າໃຫ້ແກ່ຊາວກະສິກອນ ບ້ານຕົວແບບການຜະລິດພືດຜັກໃນເຮືອນຮົ່ມເປັນສິນຄ້າ, ບ້ານ ປົ່ງ, ເມືອງຊະນະຄາມ, ແຂວງວຽງຈັນ ໂດຍການເປັນປະທານຮ່ວມຂອງ ທ່ານ ວັນນະລີ ໄຊສົງຄາມ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງຊະນະຄາມ ແລະ  ປອ ທອງຄູນ ສີສະໄພທອງ ຜູ້ປະຈໍາການ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມຈາກຫຼາຍພາກສ່ວນເຊັ່ນ: ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງ, ນາຍບ້ານ ພ້ອມດ້ວຍຊາວກະສິກອນ ບ້ານປົ່ງ ແລະ ທີມງານຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້    ໝາກ ລວມທັງໝົດຈໍານວນ  30 ທ່ານ, ຍິງ 17 ທ່ານ, ເຊິ່ງການຝຶກອົບຮົມໄດ້ເນັ້ນໃສ່ການນໍາໃຊ້ແນວພັນ ແລະ ເຕັກນິກ ໃໝ່ເຂົ້າໃນການຜະລິດເພື່ອເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ ໂດຍສະເພາະການຜະລິດໃນຊວ່ງລະດູຝົນ. ເພື່ອເປັນການສົງເສີມຊາວກະສິກອນໃນການນໍາໃຊ້ແນວພັນພືດຜັກທີ່ເປັນຜະລິດຕະພັນຂອງລາວ, ທາງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ມອບປັດໃຈການຜະລິດເຊັ້ນ: ອຸປະກອນເຮືອນຮົ່ມແບບຕ່າງລະດັບ ຈໍານວນ 3 ຫຼັງ ແລະ ແນວພັນຜັກຈໍານວນໜຶ່ງໃຫ້ກັບຊາວກະສິກອນ ລວມທັງໝົດ ຈໍານວນ 20 ກິໂລກຼາມ, ລວມມູນຄ້າທັງໝົດແມ່ນ 17,960,000 ກີບ, ໂດຍການກ່າວມອບຂອງ ທ່ານ ປອ ທອງຄູນ ສີສະໄພທອງ ຜູ້ປະຈໍາການ ຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ  ກ່າວຮັບໂດຍທ່ານ ສົມພົງ ຕ່າງໜ້າກຸ່ມຜະລິດພືດຜັກບ້ານ ປົ່ງ ເປັນຜູ້ກ່າວຮັບ ເພື່ອນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການຜະລິດຜັກໃຫ້ເປັນສິນຄ້າ, ຄໍາປະກັນສະບຽງອາຫານ ແລະ ເປັນການຫຼຸດຜ່ອນການນໍາເຂົ້້າພືດຜັກຈາກຕ່າງປະເທດໃນອະນາຄົດ.

WhatsApp Image 2023-08-18 at 11.28.41 WhatsApp Image 2023-08-18 at 11.28.41 (2) WhatsApp Image 2023-08-18 at 11.28.41 (1)

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ກຸ່ມວຽກຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

WhatsApp Image 2023-08-15 at 16.06.04 WhatsApp Image 2023-08-15 at 16.06.07

          ໃນຕອນເຊົ້າຂອງວັນທີ 15/08/2023 ເວລາ 8:00 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ຂອງໜ່ວຍ ກໍາມະບານ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ຜູ້ຊີ້ນໍາວຽກ 3 ອົງການຈັດຕັ້ງມະຫາຊົນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ທ່ານ ດັດສະກອນ ຫົງສີວິໄລ ປະທານກໍາມະບານ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ເຊິ່ງກອງປະຊຸມມີສະມາຊິກກໍາມະບານເຂົ້າຮ່ວມທັງໝົດ 23 ສະຫາຍ, ຍິງ 10 ສະຫາຍ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີ ຜ່ານມາ ຂອງສະມາຊິກກໍາມະບານ     ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະຜ່ານມາ ແລະ ໄດ້ເປີດໂອກາດໃຫ້ແຕ່ລະທ່ານປະກອບຄໍາຄິດຄໍາເຫັນໃສ່ເນື້ອຂອງບົດລາຍງານ ແລະ ກອງປະຊຸມເຫັນດີເປັນເອກະພາບສູງຕໍ່ຜົນສໍາເລັດຂອງການຈັດຕັ້ງປະຕິບັດຂໍ້ແຂງຂັນ 5 ເປັນເຈົ້າ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານກໍາມະບານຂອງສູນໄດ້ນໍາສະ  ເໜີວິທີການຕີລາຄາໃຫ້ຄະແນນແຕ່ລະສະຫາຍ, ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 5 ເປັນເຈົ້າ ຄື: 1) ເປັນເຈົ້າການຝຶກຝົນຫຼໍ່ຫຼອມ ທາງດ້ານການເມືອງ-ແນວຄິດ, 2) ເປັນເຈົ້າປະຕິບັດກົດໝາຍ ແລະ ລະບຽບການຂອງລັດ, 3) ເປັນເຈົ້າການພັດທະນາຕົນເອງ ແລະ ການຈັດຕັ້ງ, 4) ເປັນເຈົ້າການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາ, 5) ເປັນເຈົ້າການປະຕິບັດໜ້າທີ່ວິຊາສະເພາະຢ່າງປະດິດສ້າງ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີຫຼາຍ ນອກຈາກນັ້ນກອງປະຊຸມຍັງໄດ້ມອບ ໃບຢັ້ງຢືນ ຂອງສະຫະພັນກໍາມະບານ ກະຊວງກະສິກໍາ ແລະ ປ່າໄມ້ ໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນກໍາມະບານ 5 ເປັນເຈົ້າ ປະຈໍາປີ 2021 ໃຫ້ກັບສະມາຊິກກໍາມະບານແຕ່ລະທ່ານ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :00 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.

WhatsApp Image 2023-08-15 at 16.06.06 WhatsApp Image 2023-08-15 at 16.06.05

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ-ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

 WhatsApp Image 2023-08-23 at 10.25.06

         ໃນຕອນເຊົ້າຂອງວັນທີ 4/08/2023 ເວລາ 8:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດ ວຽກງານພະນັກງານ – ລັດຖະກອນ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຂອງ ທ່ານ ປອ ທອງຄູນ ສີສະໄພທອງ   ຜູ້ປະຈໍາການຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໂດຍມີສະຫາຍ ໄພທູນ ມູນເສນາ ຄະນະຮັບຜິດຊອບບັ້ນສໍາຫຼວດກວດກາພັກເຂົ້າຮ່ວມ ເຊິ່ງກອງປະຊຸມມີພະນັກງານ – ລັດຖະກອນເຂົ້າຮ່ວມທັງໝົດ 17 ທ່ານ, ຍິງ 6 ທ່ານ. ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງຂອງພະນັກງານ-ລັດຖະກອນ  ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ.

ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີຜົນສໍາເລັດຂອງການຈັດຕັ້ງປະຕິບັດຂອງສູນ ໃນໄລຍະ 1 ປີຜ່ານມາ, ພ້ອມນັ້ນ ປະທານ ຂອງກອງປະຊຸ່ມໄດ້ນໍາສະ ເໜີວິທີການຕີລາຄາໃຫ້ຄະແນນພະນັກງານແຕ່ລທ່ານ, ຈາກນັ້ນ, ທ່ານ ປອ ທອງຄູນ ສີສະໄພທອງ   ຜູ້ປະຈໍາການຫົວໜ້າ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະທ່ານປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ແລະ ຍັງໄດ້ເນັ້ນຢໍ້າລາຍລະອຽດເນື້ອໃນຂອງປະເມີນຜົນໂດຍຜ່ານ ມາດຖານ: ຄຸນທາດການເມືອງ, ຄຸນສົມບັດສີນທຳປະຕິວັດ; ຄວາມຮູ້ຄວາມ, ຄວາມສາມາດ ແລະ ປະສົມການ; ຜົນສໍາເລັດໃໃນການປະຕິບັດວຽກງານ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງພະນັກງານ-ລັດກອນພາຍໃນສູນ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະທ່ານໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກທ່ານໄດ້ຮັບຄະແນນ ປະເພດ ດີຫຼາຍ 15 ທ່ານ , ປະເພດດີ 1 ທ່ານ ແລະ ບໍ່ໄດ້ຈັດປະເພດ 1 ທ່ານ (ປີ່ນປົວສຸຂະພາບ) ນອກຈາກນັ້ນກອງປະຊຸມຍັງໄດ້ມອບ ໃບຍ້ອງຍໍ ຂອງລັດຖະມົນຕິ ກະຊວງກະສິກໍາ ແລະ ປ່າໄມ້ ໃນການປະຕິບັດຂໍ້ແຂ່ງຂັນ “3 ເນື້ອໃນ 4 ເປົ້າໝາຍ”ພາຍໃຕ້ຄຳຂວັນ”ຮັບປະກັນໃຫ້ໄວ;ຮັບປະກັນເຮັດໃຫ້ດີ;ຮັບປະກັນເຮັດໃຫ້ຫຼາຍ;ຮັບປະກັນໃຫ້ຖືກກົດໝາຍ”ໄດ້ຮັບຜົນສໍາເລັດເປັນຢ່າງດີປະຈໍາປີ 2020 ຂອງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ໃຫ້ກັບພະນັກງານ-ລັດຖະກອນ ແຕ່ລະທ່ານ ແລະ ກອງປະຊຸມກໍ່ໄດ້ປິດລົງໃນເວລາ 12 :30 ໂມງ ດ້ວຍໝາກຜົນສໍາເລັດອັນຈົບງາມ.

WhatsApp Image 2023-08-23 at 10.25.06 (2) WhatsApp Image 2023-08-23 at 10.25.06 (1)

ຮຽບຮຽງໂດຍ: ແສງດາລາ ມຸນນະລາດ

             ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ພິທີເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ

 _MG_9898 _MG_9910

          ໃນປະຈຸບັນເນື້ອທີການຜະລິດສາລີແຂງທົ່ວປະເທດປະມານ 110.910 ຮຕ (2021) ມີຄວາມຕ້ອງການເມັດພັນປະມານ 2.200 ໂຕນ, ແຕ່ສະຖາບັນ ມີຄວາມສາມາດໃນການຜະລິດພຽງແຕ່ ປີລະ 5 ຫາ 10 ໂຕນ (ບໍ່ຮອດ 1% ຂອງຄວາມຕ້ອງການ) ເນື່ອງຈາກມີຂໍ້ຈໍາກັດດ້ານພື້ນທີການຜະລິດເມັດພັນ (ພື້ນທີເຮັດການຄົ້ນຄວ້າ ແລະ ພື້ນທີຜະລິດເມັດພັນແມ່ນອັນດ່ຽວກັນ).

ອີງຕາມພາລະບົດບາດຂອງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ ໃນການຮັບຜິດວຽກງານຄົ້ນຄວ້າແນວພັນພືດ ແນວພັນສັດ ແລ້ວຕອບສະຫນອງແນວພັນຕ່າງໆ ໃຫ້ກັບສັງຄົມ, ພິເສດສະຖາບັນ ເປັນເສນາທິການໃນການຮັບຜິດຊອບ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ (2021-2023) ໂດຍສະເພາະ ການຈັດຕັ້ງປະຕິບັດວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້.

ເມື່ອເຫັນໄດ້ເຖີງບັນຫາແນວພັນ ທາງສະຖາບັນຈື່ງ ໄດ້ຫາຜູ້ປະກອບການທີ່ມີຄວາມສົນໃຈຮ່ວມມື ແລະ ໄດ້  ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ມີຈຸດປະສົງ ຕ້ອງການຮ່ວມມືໃນການຜະລິດເມັດພັນ ສາລີແຂງລູກປະສົມ ກັບ ສະຖາບັນ ເພື່ອຕອບສະຫນອງເມັດພັນທີ່ມີຄຸນນະພາບໃຫ້ກັບສັງຄົມ ແລະ ຕອບສະຫນອງວາລະແຫ່ງຊາດ ດ້ານການຄົ້ນຄວ້າ ແລະ ຜະລິດ ແນວພັນພືດ, ແນວພັນສັດ ແລະ ແນວພັນໄມ້,

ໃນຕອນເຊົ້າວັນທີ 4 ສິງຫາ 2023 ທີ່ຫ້ອງປະຊຸມສຳນັກສຳຖາບັນ ໄດ້ມີພິທີ ເຊັນສັນຍາຮ່ວມມືລະຫວ່າງ ສະຖາບັນຄົ້ນຄວ້າກະສິກໍາ ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ ກັບ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ ເພື່ອຮ່ວມກັນທົດລອງຜະລິດເມັດພັນ ສາລີແຂງລູກປະສົມ LVN10. ໂດຍຮັບກຽດເປັນປະທານ ແລະ ລົງນາມເຊັນສັນຍາຂອງທ່ານ ປອ ນາງ ໃຈ ບຸນພະນຸໄຊ ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ ແລະ ທ່ານ ຕ່ຽວກ່ວງອ່ານ ອໍານວຍການ ບໍລິສັດຈະເລີນຊັບການຄ້າຂາອອກ-ຂາເຂົ້າ ຈໍາກັດຜູ້ດຽວ, ມີທ່ານ ປອ ນາງ ຈັນທະຄອນ ບົວລະພັນ ຮອງຫົວໜ້າສະຖາບັນ, ທ່ານ ວົງວິໄລ ວົງຄຳຊາວ ຫົວໜ້າພະແນກບໍລິຫານ ແລະ ແຜນການ ພ້ອມດ້ວຍນັກຄົ້ນຄວ້າພະນັກງານວິຊາການທີ່ກ່ຽວຂ້ອງເຮົ້າຮ່ວມເປັນສັກຂີພະຍານໃນຄັ້ງນີ້ຢ່າງພ້ອມພຽງ.

_MG_9901 _MG_9900 _MG_9894 _MG_9892

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກຂອງ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023

WhatsApp Image 2023-08-03 at 07.37.56

ໃນຕອນບ່າຍຂອງວັນທີ 2/08/2023 ເວລາ 13:30 ໂມງ ທີ່ຜ່ານມານີ້ ທີ່ຫ້ອງປະຊຸມຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ເປີດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກ ຂອງໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023, ໂດຍການເປັນປະທານຮ່ວມຂອງ ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໝຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ກອງປະຊຸມມີສະມາຊິກຊາວໜຸ່ມເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.

ຈຸດປະສົ່ງ ເພື່ອປະເມີນ ແລະ ຕີລາຄາຜົນງານການຈັດຕັ້ງປະຕິບັດຂໍ້ແຂງຂັນ 4 ບຸກໃນໄລຍະ 1 ປີ ຜ່ານມາຂອງສະມາຊິກຊາວໜຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ. ກອງປະຊຸມໄດ້ດໍາເນີນໄປຕາມວາລະ ໂດຍເລິ່ມຈາກນໍາສະເໜີວິທີການໃນການຈັດຕັ້ງປະຕິບັດການຕີລາຄາ ແລະ ໃຫ້ຄະແນນແຕ່ລະສະຫາຍ ຂອງສະຫາຍເລຂາໜ່ວຍຊາວໜຸ່ມ ຂອງສູນ ຈາກນັ້ນ, ສະຫາຍ ໄພທູນ ມູນເສນາ ຮອງເລຂາໜ່ວຍພັກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ໄດ້ໃຫ້ທິດຊີ້ນໍາໃນການດໍາເນີນການຈັດຕັ້ງປະຕິບັດການຕີລາຄາ ແລະ ການໃຫ້ຄະແນນ ໂດຍທ່ານຍັງໄດ້ເນັ້ນຢໍ້າໃຫ້ແຕ່ລະສະຫາຍປະກອບຄໍາຄິດເຫັນຊ່ອງແສງເຊິ່ງກັນ ແລະ ກັນຢ່າງກົງໄປກົງມາ ເພື່ອສືບຕໍ່ການຈັດຕັ້ງປະຕິບັດບັນດາວຽກງານທີ່ໄດ້ຮັບຜົນສໍາເລັດ ແລະ ປັບປຸງແກ້ໄຂບັນດາຈຸດອ່ອນຂໍ້ຄົງຄ້າງ ຈາກນັ້ນ, ສະຫາຍ ພັດທະນາ ແສງອຸ່ນແກ້ວ ເລຂາຊາວໝຸ່ມ ໜ່ວຍສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ຍັງໄດ້ເນັ້ນຢໍ້າ ແລະ ໃຫ້ລາຍລະອຽດເນື້ອໃນຂອງຂໍ້ແຂ່ງຂັນ 4 ບຸກ ຄື: 1) ບຸກດ້ານການເມືອງແນວຄິດ, 2) ບຸກດ້ານຝຶກຝົນຮໍ່າຮຽນ, 3) ບຸກດ້ານການຈັດຕັ້ງ, 4) ບຸກດ້ານວິຊາຊີບ ວຽກເຮັດງານທໍາ ເພື່ອເປັນບ່ອນອ້າງອີງໃນການປະເມີນໃຫ້ຄະແນນ ໂດຍຕິດພັນກັບການຮ່ວມໃຊ້ຊີວິດພາຍໃນອົງກອນ ແລະ ການຈັດຕັ້ງປະຕິບັດໜ້າທີ່ຮັບຜິດຂອງບັນດາສະມາຊິກພາຍໃນໜ່ວຍ. ກອງປະຊຸມໄດ້ດໍາເນີນໄປດ້ວຍບັນຍາກາດອັນດີ, ມີການປະກອບຄໍາຄິດຄໍາເຫັນ ຕໍານິສົ່ງຂ່າວເຊິ່ງກັນ ແລະ ກັນຢ່າງເປັນຂະບວນຟົດຟື້ນໄດ້ທັງບັນຍາກາດ ແລະ ເນື້ອໃນ ເພື່ອໃຫ້ແຕ່ລະສະຫາຍໄດ້ນໍາເອົາຄໍາຄິດເຫັນ ແລະ ຂໍ້ສະເໜີແນະນໍາໄປປັບປຸງບັນດາຈຸດອ່ອນຂອງຕົນ ແລະ ພັດທະນາຕົວເອງໃນຕໍ່ໜ້າ. ຜົນຂອງການປະເມີນຕີລາຄາ ແລະ ໃຫ້ຄະແນນເຫັນວ່າທຸກສະຫາຍໄດ້ຮັບຄະແນນ ປະເພດ ແຂງ ແລະ ກອງປະຊຸມໄດ້ປິດລົງໃນເວລາ 17 :00 ໂມງ ດ້ວຍສໍາເລັດອັນຈົບງົບງາມ.

WhatsApp Image 2023-08-03 at 07.37.55 WhatsApp Image 2023-08-03 at 07.37.55 (1) WhatsApp Image 2023-08-03 at 07.37.57

ຮຽບຮຽງໂດຍ: ຄໍາຈັນ ເດັດສະໄໝ

ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ການຝຶກອົບຮົມ ແລະ ມອບອຸປະກອນເຮືອນຮົ່ມ, ແນວພັນພືດຜັກໃຫ້ແກ່ຊາວກະສິກອນ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ

WhatsApp Image 2023-07-21 at 14.07.25 (4) WhatsApp Image 2023-07-21 at 14.07.25 (1)

          ພືດຜັກ ເປັນພືດທີ່ມີຄວາມສຳຄັນທາງດ້ານເສດຖະກິດ, ມີຄຸນຄ່າທາງດ້ານໂພສະນາການສູງ ເປັນຕົ້ນວິຕະມິນ ແລະແຮ່ທາດຕ່າງໆທີ່ເປັນປະໂຫຍດຕໍ່ຮ່າງກາຍ. ນອກຈາກນັ້ນການປູກພືດຜັກ ເປັນການໃຊ້ປະໂຫຍດພື້ນທີ່ດິນ, ທີ່ໃຫ້ຜົນຕອບແທນສູງ. ປັດຈຸບັນຕົ້ນທຶນການຜະລິດພືດຜັກຂ້ອນຂ້າງສູງ. ເນື່ອງຈາກຫຼາຍປັດໃຈ ຕ້ອງໄດ້ ນໍາເຂົ້າ ໂດຍສະເພາະຝຸ່ນ, ແລະ ລາຄາກໍ່ມີການປັບຕົວເພິ່ມຂື້ນ 3-4 ເທົ່າ ແລະ ການຜະລິດພືດຜັກຂອງຊາວກະສິກອນໃນລະດູຝົນແມ່ນພົບບັນຫຼາຍຢ່າງ, ສະມັດຕະພາບຂອງຜົນຜະລິດຕໍ່າ, ມີການລະບາດຂອງພະຍາດ-ແມງໄມ້ ສົ່ງຜົນໃຫ້ຕົ້ນທືນການຜະລິດສູງ ແລະ ມີຄວາມສຽງທີ່ຈະຂາດທືນສູງ.

          ເພື່ອເປັນການແກ້ໄຂບັນຫາດັ່ງກ່າວ ແລະ ເປັນການຜັນຂະຫຍາຍວ່າລະແຫ່ງຊາດໃຫ້ປະກົດຜົນເປັນຈິງ,  ໃນວັນທີ່ 21 ກໍລະກົດ 2023 ທີ່ຜ່ານມາທີ່ບ້ານຊຽງມວກ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ (AFACI_Breeding) ໄດ້ຈັດຝຶກອົບຮົມໃນຫົວຂໍ້ ການເພິ່ມລາຍຮັບໃຫ້ແກຊາວກະສິກອນຂະໜາດນ້ອຍໂດຍການນໍາໃຊ້ແນວພັນ ແລະ ເຕັກນິກທີເໝາະສົມເຂົ້າການຜະລິດຜັກໃຫ້ເປັນສິນຄ້າໃຫ້ແກ່ຊາວກະສິກອນກຸ່ມຕົວແບບການຜະລິດພືດຜັກ ຂອງບ້ານ ຊຽງມວກ ແລະ ບ້ານ ນາໄຊ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ໂດຍການເປັນປະທານຮ່ວມຂອງ ທ່ານ ດອນຫງຽມ ຄໍາມີຜົນ ຫົວໜ້າຫ້ອງການກະສິກໍາ ແລະ ປ່າໄມ້ ນະຄອນຫຼວງພະບາງ ແລະ  ປອ ທອງຄູນ ສີສະໄພທອງ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ ຈໍານວນ  40 ທ່ານ, ຍິງ 11 ທ່ານ ຈາກຫຼາຍພາກສ່ວນ ເຊັ່ນ ຂະແໜງປູກຝັງ ພະແນກກະສິກໍາ ແລະ ປ່າໄມ້ ແຂວງຫຼວງພະບາງ, ຫ້ອງການກະສິກໍາ ແລະ ປ່າໄມ້ ນະຄອນຫຼວງພະບາງ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ ຊາວກະສິກອນກຸ່ມຜະລິດພືດຜັກບ້ານ ນາໄຊ ແລະ ບ້ານ ຊຽງມວກ, ເຊິ່ງການຝຶກອົບຮົມໄດ້ເນັ້ນໃສ່ການນໍາໃຊ້ແນວພັນ ແລະ ເຕັກນິກໃໝ່ເຂົ້າໃນການຜະລິດເພື່ອເພິ່ມຜົນຜະລິດ ແລະ ຫຼຸດຕົ້ນທຶນການຜະລິດ ເພື່ອເຮັດໃຫ້ຊາວກະສິກອນມີລາຍຮັບເພິ່ມຂຶ້ນ ໂດຍສະເພາະການຜະລິດໃນຊວ່ງລະດູຝົນ. ນອກຈາກນັ້ນ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ, ທີ່ຂື້ນກັບສະຖາບັນຄົ້ນຄວ້າກະສິກໍາ, ປ່າໄມ້ ແລະ ພັດທະນາຊົນນະບົດ ຮ່ວມກັບໂຄງການພັດທະນາເຕັກນິກການປັບປຸງພັນພືດຜັກຢູ່ ສປປ ລາວ (AFACI_Breeding) ຍັງໄດ້ມອບອຸປະກອນເຮືອນຮົ່ມແບບຕ່າງລະດັບ ຈໍານວນ 3 ຫຼັງ ແລະ ແນວພັນຜັກຈໍານວນໜຶ່ງ ເຊັ່ນ: ໝາກເລັ່ນນ້ອຍຫາດດອກແກ້ວ 2022, ຜັກບົ່ວແບ່ງຫາດດອກແກ້ວ 01, ຖົ່ວຝັກຍາວຫາດດອກແກ້ວ 003, , ຜັກຊີ ແລະ ຜັກຫອມປ້ອມ ລວມທັງໝົດ ຈໍານວນ 50 ກິໂລກຼາມ, ລວມມູນ ທັງໝົດ 19,895,000 ກີບ, ໂດຍການກ່າວມອບຂອງ ທ່ານ ປອ ທອງຄູນ ສີສະໄພທອງ ຮອງຫົວໜ້າສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ແລະ  ກ່າວຮັບໂດຍທ່ານ ນາງ ຄໍາສະຫັນ ສາຍສໍາລານ ແລະ ທ່ານ ຊຽງວັນ ຕ່າງໜ້າກຸ່ມຜະລິດພືດຜັກບ້ານ ຊຽງມວກ ແລະ ບ້ານ ນາໄຊ ເປັນຜູ້ກ່າວຮັບ ເພື່ອນໍາໄປຜັນຂະຫຍາຍ ແລະ ນໍາໃຊ້ເຂົ້າໃນການຜະລິດຜັກໃຫ້ເປັນສິນຄ້າ.

WhatsApp Image 2023-07-21 at 14.07.25 WhatsApp Image 2023-07-21 at 14.07.25 (6) WhatsApp Image 2023-07-21 at 14.07.25 (5) WhatsApp Image 2023-07-21 at 14.07.25 (3) WhatsApp Image 2023-07-21 at 14.07.25 (2)

ຂຽນ ແລະ ຮຽບຮຽງໂດຍ:   ຕີ ວິໄລພັນ

ເບີໂທລະສັບ: 020 58837887, ອີເມວ: teevlp@yahoo.com, teevlphhrc@gmail.com

ກຸ່ມວຽກຄົ້ນຄວ້າພືດຜັກ, ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ

ກອງປະຊຸມຂອງເຄືອຂ່າຍການທົດສອບອາຫານປັບປຸງພັນທຸກໍາອາຊຽນຄັ້ງທີ 20 (20th ASEAN GMF NET)

_MG_9677 _MG_9710

          ກອງປະຊຸມເຄືອຂ່າຍອາຫານດັດແປງພັນທຸກຳອາຊຽນຄັ້ງທີ 20 (20th ASEAN GMF NET) ຈັດຂຶ້ນໃນລະຫວ່າງວັນທີ 11-12 ກຳລະກົດ 2023 ທີ່ ໂຮງແຮມແລນມາກ ໂດຍການເປັນເຈົ້າພາບຂອງ ສປປລ ລາວ, ຕົວແທນຈັດກອງປະຊຸມແມ່ນ ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ, ກະຊວງກະສິກຳ ແລະ ປ່າໄມ້ (ແບບອອນລາຍ ແລະ ແບບເຊິ່ງໜ້າ) ໃຫ້ກຽດເປັນປະທານຂອງທ່ານ ນາງ ວຽງໄຊ ວັນສີລາລົມ, ຮອງຫົວໜ້າກົມອາຫານ ແລະ ຢາ, ກະຊວງສາທາລະສະສຸກ, ມີບັນດາຜູ້ແທນຈາກປະເທດສະມາຊິກ ອາຊຽນ, ຕາງໜ້າຈາກ ມະຫາວິທະຍາໄລແຫ່ງຊາດ, ມີຫົວໜ້າ, ຮອງຫົວໜ້າສູນອ້ອມຂ້າງສະຖາບັນ ພ້ອມດ້ວຍພະນັກງານນັກຄົ້ນຄວ້າທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ຈຸດປະສົງຂອງກອງປະຊຸມ ແມ່ນປຶກສາຫາລື ແຜນການຈັດຕັ້ງປະຕິບັດ ແລະ ວາງແຜນວາລະອັນສໍາຄັນທີ່ຈະປະກອບສ່ວນໃນການພັດທະນາເຄືອຂ່າຍການກວດສອບອາຫານດັດແປງພັນທຸກໍາອາຊຽນ.

ການຜະລິດອາຫານແມ່ນມີຄວາມຫຍຸ້ງຍາກສະຫລັບສັບຊ້ອນຂຶ້ນກວ່າເກົ່າທຽບກັບທີ່ຜ່ານມາ. ນັ້ນ  ໝາຍຄວາມວ່າພືດຕັດແຕ່ງພັນທຸກໍາຕ່າງໆ ມີຫຼາກຫຼາຍ ແລະ ປ່ຽນແປງຢ່າງຕໍ່ເນື່ອງ ແລະ ເຮັດໃຫ້ການກວດສອບຫຍຸ້ງຍາກຂຶ້ນກວ່າເກົ່າທີ່ເປັນມາ. ພືດດັດແປງພັນທຸກໍາເປັນທີ່ກ່າວຂານກັນໃນບົດບາດການຄໍ້າປະກັນທາງດ້ານສະບຽງອາຫານໃນຂົງເຂດ ໂດຍການໄດ້ຮັບແນວພັນໃໝ່ທີ່ທົນທານພະຍາດ ແມງໄມ້ສັດຕູພືດ, ປັບຕົວຕໍ່ການປ່ຽນແປງສະພາບແວດລ້ອມ ເຊັ່ນ: ແຫ້ງແລ້ງ, ນໍ້າຖ້ວມ ແລະ ອື່ນໆ, ແຕ່ວ່າບັນດາປະເທດສະມາຊິກອາຊຽນແມ່ນມີຄວາມກັງວົນກ່ຽວກັບພືດດັດແປງພັນທຸກໍາ ຊຶ່ງອາດສົ່ງຜົນກະທົບຕໍ່ມະນຸດ ແລະ ສະພາບແວດລ້ອມ. ດ້ວຍເຫດນັ້ນ ການທົດສອບສິ່ງດັດແປງພັນທຸກໍາຈຶ່ງກາຍມາເປັນຂະບວນການທີ່ສໍາຄັນເພື່ຶອຢັ້ງຢືນຮັບປະກັນວ່າອາຫານດັດແປງພັນທຸກໍາມີຄວາມປອດໄພຕໍ່ການບໍລິໂພກ ແລະ ປະເມີນຜົນທີ່ບໍ່ຕ້ອງການຂອງອົງປະກອບຕ່າງໆ ທີມາຈາກສິ່ງດັດແປງພັນທຸກໍາ.

ກອງປະຊຸມຄັ້ງນີ້ ອາດສາມາດມີສົ່ງຜົນຢ່າງຫຼວງຫຼາຍໃນການພັດທະນາ ແລະ ຫາວີທີການແກ້ໄຂບັນຫາເພື່ອບັນດາປະເທດສະມາຊິກອາຊ່ຽນໂດຍການສ້າງຄວາມເຂັ້ມແຂງດ້ານເຕັກນິກວິຊາການໃນການທົດສອບອົງປະກອບອາຫານທີ່ມາຈາກສິ່ງດັດແປງພັນທຸກໍາ.

IMG_7272 IMG_7250 _MG_9732 _MG_9728 _MG_9720 _MG_9703 _MG_9698 _MG_9674_MG_9642 _MG_9683 _MG_9789 _MG_9669

ພາບ-ຂ່າວໂດຍ: ຈັນທະສອນ ມະນີວົງ, ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ກວດແກ້ໂດຍ: ທ່ານ ສຸລິວົງ ກອງມະນີວົງ, ຫົວໜ້າກຸ່ມງານ ຄຸ້ມຄອງຖານຂໍ້ມູນ ແລະ ຮູບແບບການຮຽນຮູ້

ສູນຂໍ້ມູນຂ່າວສານກະສິກຳ ແລະ ປ່າໄມ້

ໂລໂກ 20 ສກປພ ປີ
nafri20y
ລະບົບຖານຂໍ້ມູນຕ່າງໆ
ການປ່ຽນແປງດິນຟ້າອາກາດ
climate-change
Recent Posts
Tags
10 ປີ ຕາບີ ACIAR AFACI KOPIA nafri TABI tabi project TAP-AIS ກອງປະຊຸມການທົບທວນຄືນ ການຈັດຕັ້ງປະຕິບັດວຽກງານໂຄງການຫວາຍ ແລະ ໄມ້ປ່ອງໄລຍະ 6 ໃນປີ 2022 ແລະ ວາງແຜນປີ 2023 ກອງປະຊຸມຂະແໜງການຍ່ອຍວຽກງານຊີວະນາໆພັນກະສິກຳ ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດຄໍາຂວັນ 4 ບຸກ ໜ່ວຍ ຊປປລ ສູນຄົ້ນຄວ້ນພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2023 ກອງປະຊຸມ ຜົນສຳເລັດການຈັດຕັ້ງປະຕິບັດໂຄງການຕາບີ 20 ປີ ເລີ່ມແຕ່ປີ 2009-2020 ກອງປະຊຸມລິເລີ່ມ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ ກອງປະຊຸມວິຊາການຂອງສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ປະຈໍາປີ 2016-2020 ການຝຶກອົບຮົມ ຂະບວນການ ຂະບວນປູກຕົ້ນໄມ້ສູນໄມ້ໃຫ້ໝາກ ຂ່າວ ງານປະກວດເຂົ້າແຊບ ງານວາງສະແດງ ແລະ ປະກວດເຂົ້າແຊບ ຂອງຊາວກະສິກອນລາວ ປະຈໍາປີ 2020 ທີ່ ສະຖາບັນຄົ້ນຄວ້າກະສິກໍາ ຊາວໜຸ່ມ ຊາວໜຸ່ມ ສກປພແລະ ຊາວໜຸ່ມສູນພັດທະນາແລະບໍລິການດ້ານການກະເສດ ຕາບີ ນະຄອນຫຼວງວຽງຈັນ ນະວັດຕະກຳ ເປີດໂອກາດດ້ານການພັດທະນາກະສິ ກຳ ໃນສປປ ລາວ ປ່າໄມ້ ແລະ ພັດທະນາຊົນນະບົດ (NAFRI) ຮ່ວມກັບອົງການກອງທຶນອະນຸລັກທຳມະຊາດໂລກ ປະຈຳ ສປປ ລາວ (WWF-Laos) ເພື່ອສືບຕໍ່ຈັດຕັ້ງປະຕິບັດໂຄງການ ຜະລິດ ແລະ ເກັບກູ້ຫວາຍ-ໄມ້ປ່ອງ ແບບຍຶນຍົງ ໄລຍະທີ VI ແຕ່ປີ 2022-2023. ຝຶກອົບຮົມການຜະລິດຜັກໃຫ້ເປັນສິນຄ້າໃນເງືອນໄຂຂອງການປ່ຽນແປງດິນຟ້າອາກາດ ພິທີປ່ອຍປາ ພິທີເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ ສະຖາບັນຄົ້ນຄວ້າ ກະສິກຳ ພິທີເປີດການກໍ່ສ້າງໂຄງການພັດທະນາ ແລະ ປັບປຸງເຕັກໂນໂລຊີການຜະລິດພືດຜັກ ຢູ່ເຂດເມືອງຫາດຊາຍຟອງ ວັນປ່ອຍປາ ວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລຶບລ້າງຄວາມທຸກຍາກ ປະຈໍາປີ 2020 ວັນອາຫານໂລກ ສວນສາທິດ ສູນຄົ້ນຄວ້າການປະມົງ ສູນຄົ້ນຄວ້າປະມົງຈັດພິທີປ່ອຍປາ ສູນຄົ້ນຄວ້າພືດຜັກ ແລະ ໄມ້ໃຫ້ໝາກ ສູນພືດຜັກ ແລະ ໄມ້ໃຫ້ໝາກ ສ້າງຄວາມເຂັ້ມແຂງດ້ານການຜະລິດລູກປາໃຫ້ຊາວກະສິກອນຢູ່ບ້ານບວກ ເມືອງຊ່ອນ ແຂວງຫົວພັນ. ເມືອງຫາດຊາຍຟອງ ແຂວງວຽງຈັນ ໂຄງການ ACIAR ມອບເຄື່ອງຊ່ວຍປ້ອງກັນພະຍາດ ໂຄວິດ-19 ໃຫ້ NARFRI ໂຄງການຄົ້ນຄວ້າການຈັດການດິນ ແລະ ນ້ຳ ໂຄງການຕາບີ ໂຄງການສ້າງແມ່ບົດລາຍຊື່ໄມ້ໃນ ສປປ ລາວ
Dec 8, 2023 - Fri
Please add free or paid OpenWeatherMap API key in the plugin settings!

National Agriculture and Forestry Research Institute

Nongviengkham Village

Xaythany District

Vientiane Capitol

Phone:+856 21 770094,770074

Email: manoluck2005@gmail.com; luckie_2005@hotmail.com