Downloads | Render the +1 button
Banner
Lao (ພາສາລາວ)English (United Kingdom)
Polls
What do you think of the new NAFRI website
 
ເທັກນິກກະສິກຳ

ບັນດາເທັກນິກກະສິກຳແລະປ່າໄມ້ ທີ່ຄວນຮູ້ເພື່ອເປັນການປັບປຸງ ຜົນຜະລິດກະສິົກຳ ປ່າໄມ້ແລະການລ້ຽງສັດໃຫ້ຖືກຕ້ອງ ຕາມເຕັກນິກແລະຮູບແບບ. ເປັນເທັກນິກທີບໍ່ຍຸ້ງຍາກແລະສັບສົນ ເຮັດໄດ້ງ່າຍ ໂດຍບໍ່ຕ້ອງຜ່ານການຝືກອົບຮົມ ປະຊາຊົນ ຊາວກະສິກອນສາມາດນຳໄປໃຊ້ໄດ້ ໃນຮົ່ວສວນ ແປງການຜະລິດເພື່ອເພີ່ມຜົນຜະລິດ ແລະລົດຄ່າໃຊ້ຈ່າຍຕ່າງ ຂໍ້ມູນເພີ່ມເຕີມຕິດຕໍ່ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້

technic

Home NAFRI ICT

ຂໍ້ມູນກ່ຽວກັບຜົນສະຫຼຸບຂອງການຄົ້ນຄວ້າ ຂອງ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດຜົນສະຫຼຸບຂອງການຄົ້ນຄວ້າ ຂອງ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດຈັດພິມຂຶ້ນເພື່ອຈຸດປະສົງເຜີຍແຜ່ ແລະ ແຈກຢາຍໂດຍກົງໃຫ້ແກ່ພະນັກງານການນໍາຕ່າງໆ (ກະຊວງ, ແຂວງ ແລະ ເມືອງ), ລວມໄປເຖີງອົງການຈັດຕັ້ງສາກົນ ແລະຜູ້ ໃຫ້ທຶນ. ຊຶ່ງຜົນສະຫຼຸບຈາກການຄົ້ນຄວ້າດັ່ງກ່າວ ສ້າງຂຶ້ນໂດຍການສັງລວມ ບົດຮຽນ, ປະສົບການ ແລະການຄົ້ນຄວ້າຂອງສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ໃນໄລຍະຜ່ານມາຜ່ານມາ. ເປັນບົດສະຫຼຸບທີ່ວິໄຈຂໍ້ມູນຂ່າວສານໂດຍສັງເຂບກ່ຽວກັບດ້ານກະສິກໍາແລະດ້ານການຄຸ້ມຄອງຊັບພະຍາກອນທໍາມະຊາດທີ່ກໍາລັງພົ້ນເດັ່ນ ຢູ່ ສປປ ລາວ ໃນປະຈຸບັນ. ພ້ອມດຽວກັນນັ້ນຍັງໄດ້ສະໜອງກອບແນວຄິດແກ່ຜູ້ອ່ານໂດຍສະເພາະ ວິທີທາງເລືອກ ຫຼື ວິທີແກ້ໄຂບັນຫາທີ່ເປັນຮູບປະທໍາກ່ຽວກັບປະເດັນທີ່ໄດ້ຍົກຂຶ້ນມາຂຽນນັ້ນຕື່ມອີກ. ກອບແນວຄວາມຄິດທີ່ຢາກລິເລີ້ມຜະລິດ ຜົນສະຫຼຸບຈາກການຄົ້ນຄວ້ານີ້ຂຶ້ນມານັ້ນ, ອັນນຶ່ງກໍ່ແມ່ນຍ້ອນຄໍາຄິດເຫັນຂອງການນໍາໃນຂັ້ນຕ່າງໆທີ່ມີຄວາມຕ້ອງການທາງດ້ານຂໍ້ມູນຂ່າວສານ, ອັນທີສອງ ແມ່ນອີງໃສ່ຜົນສໍາເລັດຂອງ ການຄົ້ນຄວ້າ ຂອງ ສະຖາບັນ ຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ.

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Moreover, the Policy Brief Series provides readers with concrete options and solutions for dealing with identified issues. Policy briefs will be initially identified based on NAFRI research results and overtime be based on feedback from policy makers on their own information needs and preferences

DocumentsDate added

Order by : Name | Date | Hits [ Ascendant ]
ເຂດລຸ່ມເມືອງຄຳ ເປັນເຂດທີ່ມີພູມສັນຖານອາກາດຮ້ອນຊຸ່ມ, ດິນມີຄວາມອຸດົມສົມບູນ, ຊຶ່ງເປັນເງື່ອນໄຂເໝາະສຳລັບການຜະລິດກະສິກຳ. ເຂດດັ່ງກ່າວເປັນເຂດທີ່ຍອມຮັບວ່າມີຄວາມຫຼາກຫຼາຍທາງດ້ານກິດຈະກຳການປູກພືດເປັນສິນຄ້າຫຼາຍຊະນິດ ເຊັ່ນ: ໄມ້ໃຫ້ໝາກ, ພືດຜັກ, ໝາກເຜັດ ແລະ ສາລີ. ສ່ວນເມືອງໜອງແຮດເປັນເມືອງທີ່ຕັ້ງຢູ່ທາງທິດຕາເວັນອອກຂອງເມືອງຄຳ, ເປັນເຂດທີ່ສະພາບດິນພູຫີນປູນຄ້ອຍຊັນ. ນອກຈາກການລ້ຽງສັດແລ້ວ, ການຜະລິດກະສິກຳ ຢູ່ໃນເຂດພູດອຍ ມີຄຸນລັກສະນະຄືການມຸ້ງເນັ້ນເອົາການປູກເຂົ້າໄຮ່ເພື່ອລ້ຽງຊີບ ແລະ ເນັ້ນເອົາການປູກສາລີ ເພື່ອເປັນສິນຄ້າ.
ກຸ່ມຊາວກະສິກອນບໍ່ຄວນຖືກຈໍາກັດຢູ່ແຕ່ການສົ່ງເສີມເພື່ອການຜະລິດເທົ່ານັ້ນ ແຕ່ພວກເຂົາຄວນໄດ້ຮັບການສົ່ງເສີມ ເອື້ອອໍານວຍໃຫ້ຊາວກະສິກອນ ໃນການຕັດສິນໃຈກ່ຽວກັບການຜະລິດ, ການຕະຫຼາດ,ການປຸງແຕ່ງແລະການຈັດແຈງດ້ານປັດໄຈນໍາເຂົ້າ. ກຸ່ມທີ່ມີຄວາມຮູ້ຄວາມສາມາດໃນການຮຽນຮູ້ ແລະ ປັບຕົວໄດ້, ຈະສ້າງໃຫ້ຊາວກະສິກອນ ມີຄວາມເຂັ້ມແຂງຂຶ້ນຢູ່ໃນຕໍາແໜ່ງເສດຖະກິດຕະຫຼາດ, ການຫຼຸດຜ່ອນຄວາມສ່ຽງ ແລະ ການເພີ່ມຄວາມຍືນຍົງ.
ກໍລະນີສຶກສານີ້ ໄດ້ສະແດງໃຫ້ເຫັນວ່າ ຕະຫຼາດ ແມ່ນເປັນທ່າແຮງທີ່ຈະຜັກດັນຄວາມພະຍາຍາມໃນການພັດທະນາ ຫຼື ສະໜັບສະໜູນ ໃນການຢຸດຕິການຖາງປ່າເຮັດໄຮ່ ແລະ ການຫຼຸດຜ່ອນຄວາມທຸກຍາກ. ນອກຈາກນີ້ ຕະຫຼາດຍັງໄດ້ໃຫ້ໂອກາດ ແກ່ຊາວກະສິກອນ ມີອຳນາດຕໍ່ລອງ ແລະເພີ້ມຄວາມຮັບຜິດຊອບ ຕໍ່ກັບການປ່ຽນແປງຂອງຕະຫຼາດ ຢ່າງມີປະສິດທິຜົນອີກດ້ວຍ.
ລັກສະນະພິເສດທາງດ້ານນິເວດກະສິກຳພາຍໃນເມືອງແປກ, ແຂວງຊຽງຂວາງແມ່ນມີສະພາບດິນທີ່ບໍ່ອຸດົມສົມບູນປານໃດ, ມີຄວາມເປັນກົດ (ດິນສົ້ມ), ເປັນເຂດທົ່ງພຽງທີ່ກວ້າງໃຫຍ່ໄພສານ ເຊິ່ງເປັນທີ່ຮູ້ຈັກກັນດີໃນນາມຂອງທົ່ງໄຫຫີນຊຽງຂວາງ. ລະບົບການຜະລິດໃນຂົງເຂດນີ້ ແມ່ນໄດ້ລິເລີ້ມຈາກການລ້ຽງສັດ. ດັ່ງນັ້ນ, ພື້ນຖານຂອງລະບົບການຜະລິດກະສິກຳໃນຂົງເຂດດັ່ງກ່າວແມ່ນມີຄວາມຈຳເປັນໃນການຂະຫຍາຍການລ້ຽງສັດ ແລະ ສະເໜີໃຫ້ມີການນຳໃຊ້ຝຸ່ນຄອກເຂົ້າໃນການປູກເຂົ້ານາໃນແຕ່ລະປີ. ເນື່ອງ ຈາກມີຄວາມຈຳກັດໃນການຂະຫຍາຍເນື້ອທີ່ທຳການຜະລິດກະສິກຳໃນເຂດທົ່ງພຽງ (ຕົວຢ່າງ: ການປ່ຽນແປງການນຳໃຊ້ທີ່ດິນໃນ ເຂດທົ່ງພຽງ ໄດ້ຫັນມາເຮັດນາໄປໝົດ ໂດຍບໍ່ມີພື້ນທີ່ຫຼົງເຫຼືອເພື່ອການປູກພືດຊະນິດອື່ນ), ຈາກການເພີ້ມຂື້ນຂອງການຜະລິດເຂົ້ານາ ໄດ້ສະແດງໃຫ້ເຫັນເຖິງສີ່ງທ້າທາຍ ແລະ ຄວາມໝັ້ນຄົງຂອງປະຊາຊົນໃນເຂດທົ່ງພຽງ, ເພາະໃນພື້ນທີ່ດັ່ງກ່າວແມ່ນຍັງບໍ່ທັນໄດ້ຖືກນຳໃຊ້ປຸ໋ຍເຄມີຫຼາຍເທື່ອ ຊາວກະສິກອນສ່ວນໃຫຍ່ນິຍົມໃຊ້ຝຸ່ນຄອກ.
ຂໍ້ຄົງຄ້າງທາງລັກນະສະພູມສັນຖານ, ຕົວຢ່າງ ການຂາດແຄນເນື້ອທີ່ຮາບພຽງທີ່ເໝາະສົມໃຫ້ແກ່ການເຮັດນາ, ຕົວເມືອງແມ່ນຕັ້ງຢູ່
ໄກຈຸດສູນກາງທາງດ້ານເສດຖະກິດຂອງແຂວງ ແລະ ການຜະລິດກະສິກຳໃນເຂດພາກເໜືອຂອງເມືອງຄຳ ແມ່ນຍັງທຳການຜະລິດແບບດັ່ງເດີມ ໂດຍການເຮັດໄຮ່ເຂົ້າໝູນວຽນ (ການຖາງ ແລະ ຈູດ). ທົ່ວໄປແລ້ວ, ເນື້ອທີ່ປູກເຂົ້າໄຮ່ສ່ວນຫຼາຍມັກປູກເຂົ້າໜຽວທີ່ໃຊ້ເວລາໃນໄລຍະນຶ່ງລະດູການ,ບາງເທື່ອກໍ່ມີການປູກສາລີພື້ນເມືອງສະລັບກັບເຂົ້າໄຮ່ໃນໄລຍະປີຕໍ່ມາຫຼັງຈາກນັ້ນ ກໍ່ປະໄວ້ໃຫ້ເປັນປ່າເລົ່າ ອາຍຸປະມານ 3 ຫາ 15 ປີ(ຂື້ນກັບໄລຍະທາງທີ່ໄປໄຮ່/ບ້ານແລ້ວແຕ່ຄວາມຈຳເປັນໃນການນຳໃຊ້ທີ່ດິນ). ໃນສີ່ງແວດລ້ອມຂອງປ່າໄມ້, ເຄື່ອງປ່າຂອງດົງ ແມ່ນເປັນແຫຼ່ງສະໜອງອາຫານທີ່ສຳຄັນຫຼາຍໃຫ້ແກ່ປະຊາຊົນ ພາຍໃນທ້ອງຖີ່ນ ນອກຈາກນັ້ນແລ້ວ ມັນຍັງເປັນການເພີ່ມຄວາມຕ້ອງການທາງດ້ານຕະຫຼາດໃຫ້ມີການຂະຫຍາຍຕົວທີ່ເປັນການສະໜັບສະໜູນ ໃຫ້ມີການເກັບເຄື່ອງປ່າຂອງດົງໃນຄົວເຮືອນ ເພື່ອເປັນການເພີ່ມລາຍຮັບຂອງຄອບຄົວ.
ການພັດທະນາການລ້ຽງສັດ ເປັນທາງເລືອກນຶ່ງ ສໍາລັບຊາວກະສິກອນເຂດພູດອຍຊົນນະບົດ ເພື່ອຫຼຸດພົ້ນອອກຈາກຄວາມທຸກຍາກ. ການປະສົມປະສານລະຫວ່າງການໃຫ້ອາຫານທີ່ດີ ແລະ ການຈັດການສັດລ້ຽງ, ພ້ອມດ້ວຍການສັກຢາປ້ອງກັນແມ່ນວິທີແກ້ໄຂທີ່ມີປະສິດທິພາບ ນໍາໄປສູ່ການບັນລຸເປົ້າໝາຍ ແລະ ຍືນຍົງ. ໂຄງການ URDP ກໍາລັງທົດສອບວິທີການອັນໃໝ່ກ່ຽວກັບການຈັດການສັດລ້ຽງ. ຈຸດປະສົງຂອງກິດຈະກໍາແມ່ນເພື່ອເພີ້ມຈໍານວນສັດ ໂດຍການປັບປຸງຄວາມຮູ້ຄວາມສາມາດ ແລະ ເຕັກນິກ ໃນການຄຸ້ມຄອງການລ້ຽງສັດ ຂອງ ປະຊາຊົນທ້ອງຖິ່ນ.
There has been increasing emphasis on producing for export markets. As this case study shows, local markets have greater potential to drive development efforts in a holistic fashion and assist in shifting cultivation stabilization and poverty reduction efforts. Moreover, local markets provide an opportunity for farmers to increase their bargaining power and respond more effectively to market signals.
Livestock development offers a viable pathway out of poverty for rural upland farmers. A combination of better feeding and animal management, combined with the strategic use of veterinary medicines, can provide effective, achievable and sustainable solutions. The Upland Research and Capacity Development Programme (URDP) is testing out new approaches to livestock management. The objective of the activities is to increase livestock holdings by improving the management capacity and techniques of the local people.
The agro-ecology of Pek district is characterised by a vast altitude plain (The Plain of Jars) with particularly acid and infertile soils. The farming systems of this region are essentially based on extensive livestock production and lowland rice cultivation with yearly manure application. With limited opportunities for agricultural expansion in the lowlands (i.e. most of the lowland areas have already been converted into paddy fields), increasing rice production represents a key challenge for the subsistence farmers of the plain of Jars. Yet, in the quasi absence of chemical fertilization, the productivity of lowland agriculture is strongly linked to upland cattle breeding and the availability of manure.
Constrained by a hilly topography and long distances to the main economic centers of the province, agriculture in the northern part of Kham district has long been dominated by traditional slash-and-burn shifting cultivation. In general, the plots are cropped with glutinous rice during one year, sometimes planted with traditional maize varieties the following year, and left fallowed for 3 to 15 years depending on the distance of the plot to the village and the associated land pressure. In these forested environments, NTFPs are traditionally an important source of food.
Farmer groups should not be limited to encouraging production, but should be supported to facilitate farmer decision
making about production, marketing, processing and arranging inputs. Groups with capacity to learn and adapt will
strengthen the position of farmers in the market economy, reducing risk and enhancing sustainability
Since the mid-2000s, land-use in Kham basin and Nonghet hillsides has come to be dominated by hybrid maize monocropping. The rapid expansion of this commercial crop has a tremendous impact on both the local economy and the environment. Maize has not only replaced existing gardens, chilli and fruit tree plantations but it has also expanded at the expense of forests and former fallow land. With the transition towards intensive commercial agriculture, agricultural productivity has increased considerably while rural poverty has receded. Yet, a growing number of farmers are now confronted with land degradation issues (e.g. soil erosion, lowland siltation, weed pressure and chemical pollution), excessive production costs and indebtedness. In this context, the activities promoted by PRONAE have focused on accompanying the ‘maize boom’ and, in particular, mitigating its potentially negative impacts by developing DMC-based maize cropping systems.

The Policy Brief Series is directed toward policy makers at all levels (national, provincial, district level) as well as international organizations and donor partners. These briefs are based on the experiences of NAFRI. It provides short, informative analysis on some of the most pressing issues related to agriculture and natural resource management facing Lao PDR. Click Here>>

LARF - 8

The Lao Agricultural Research Fund (LARF) aims to provide Lao scientists with an opportunity to compete for agricultural research funds.The LARF is open to government agencies, universities, agricultural colleges and NGO organisations based in the Lao PDR, which have a mandate to undertake agricultural research. Proposals must contain a defined research project, and can be of one or two years in duration. The annual funding limit for individual projects is US$6,000 and a maximum of US$10,000 for two year projects. The grant moneys are for expenditure only within the Lao PDR. More Info>>