ສະຖາບັນໃນຂ່າວ
|
| ສະຖາບັນໃນຂ່າວ |
Lao PDR is rich in biodiversity which play important role for the livelihood of local people. At present, the biodiversity is under pressure which will increase biodiversity loss and endangered. Lao PDR ratified the Convention on Biological Diversity in 1996, and ITPGRFA - International Treaty on Plant Genetic Resources for Food and Agriculture in 2006 For implementation of the CBD and ITPGRFA, As a new member of the CGRFA, Lao PDR is committed to contribute to the work of the Commission for the conservation and sustainable use of GRFA. National Biodiverstiy Strategies and Action Plan, and a National Agricultural Biodiversity Programme has developed. But the implementation of these plan and programme, including Global Plan of Action is not easy to inappropriate capacity and limited financial resources in developing countries Access and fair benefi-sharing of GRFA is crucial for all parties. Nagoya Protocol provides options for future, but need more details mechanisms for practical implementation It is recognized that we are living in interdependence on agricultural biodiversity for food security in adaptation to climate change. Most of developing countries home genetic resources, but lack of capacity and finance, when developed countries have technology, finance and capacity. Capacity building, partnership, fair benefit-sharing, with the support of donors and international organizations, are keys to effective cooperation and sustainable use of GRFA and adaptation to climate change.Last Updated (Friday, 22 July 2011 22:03)
|
| ສະຖາບັນໃນຂ່າວ |
ໃນວັນທີ່ 13 ຕຸລາ 2010, ບໍລີສັດ ຄົ້ນຄວ້າພັນທຸກໍາ ຮົວະຕ້າ-ລາວ ຈໍາກັດ (BGI-Lao Co., LTD) ໄດ້ເຊີນໃຫ້ຄະນະຜູ້ແທນຈາກ ສະຖາບັນ ຄົ້ນຄວ້າກະສິກໍາ ແລະ ປ່າໄມ້ (ສຄກປ) ໄປຢ້ຽມຊົມສວນສາທິດການຄົ້ນຄວ້າທົດລອງແນວພັນພືດທີ່ນໍາເຂົ້າແນວພັນມາຈາກ ສປປ ຈີນ ທີ່ເມືອງສັງທອງ, ນະຄອນຫລວງວຽງຈັນ. ເພື່ອນໍາສະເໜີບັນດາການຄົ້ນຄວ້າທົດລອງ ກ່ຽວກັບການທົດສອບຄວາມເໝາະສົມ ໃນການຈະເລີນເຕີບໂຕຂອງແນວພັນພືດກະສິກໍາ ແລະ ປ່າໄມ້ ຂອງບໍລີສັດ ໄດ້ແກ່ ແນວພັນເຂົ້າຈ້າວລູກປະສົມ 20 ຊະນິດ, ແນວ ພັນໄມ້ເບົາ ຫຼື ໄມ້ສະໂນ, ແນວພັນມັນຕົ້ນ ແລະ ອ້ອຍ. ບັນດາຜູ້ແທນທີ່ເຂົ້າຮ່ວມລວມມີທັງໝົດ 20 ຄົນ ເຊີ່ງມາຈາກ ສຄກປ 5 ທ່ານ, ຫອ້ງການສົ່ງເສີມກະສິກໍາ-ປ່າໄມ້ ເມືອງສັງທອງ 2 ທ່ານ, ແລະ ຜູ້ຈັດການພ້ອມດ້ວຍຕາງໜ້າບໍລິສັດ BGI-LAO ປະຈໍາລາວ ແລະ ບັນດາວິຊາການຈາກ ສປປ ຈີນ ຈໍານວນໜື່ງ. Last Updated (Saturday, 23 October 2010 15:51)
|
| ສະຖາບັນໃນຂ່າວ |
![]() | ![]() |
ການຝຶກອົບຮົມ ການປ້ອນຂໍ້ມູນ ໃນຖານຂໍ້ມູນ ພັນທຸກຳພືດ Gobal Plan of Action (GPA) on Plant Genetic Resources for Food and Agriculture (PGRFA) ໃນປະເທດລາວ ເຊີງໄດ້ຈັດຂຶ້ນໃນວັນທີ່ 10-13 ສິງຫາ 2010 ຢູ່ເມືອງທຸລາຄົມ ແຂວງວຽງຈັນ, ໂດຍການເປັນປະທ່ານເປີດພິທີຂອງ ທ່ານ ໄວຍະພັດ ທັດຕະມະນີວົງ ພ້ອມດ້ວຍນັກວິຊາການ 13 ຄົນ ເຂົ້າຮ່ວມຈາກ 5 ສູນ: ສູນຂໍ້ມູນຂ່າວສານ, ສູນຄົ້ນຄ້ວາເຂົ້າ ແລະ ພືດເສດຖະກິດ, ສູນຄົ້ນຄ້ວາການປະມົງ, ສູນຄົ້ນຄ້ວາພືດຜັກ ແລະ ໄມ້ໃຫ້ໝາກພ້ອມດ້ວຍ ສູນຄົ້ນຄ້ວາປ່າໄມ້, ພາຍໃນສະຖາບັນຄົ້ນຄ້ວາກະສິກໍາແລະປ່າໄມ້ ການຝຶກອົບຮົມດັ່ງກ່າວເຫັນວ່າໄດ້ຮັບຜົນສຳລັດດີ ເຮັດໃຫ້ນັກວິຊາການສາມາດປ້ອນຂໍ້ມູນ ທາງດ້ານພັນທຸກຳພືດທີ່ໃຊ້ເປັນອາຫານ ແລະ ທາງດ້ານກະສິກຳຂອງລາວ ຊື່ງ ເປັນແຫຼ່ງເກັບກຳຂໍ້ມູນພັນທຸກຳພືດຂອງລາວໃນອາຄົດ.
Last Updated (Monday, 27 September 2010 10:51)
ກອງປະຊຸມກ່ຽວກັບການສະຫຼຸບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນ ການທົດລອງ ສົກປີ 2010-2011 ຂອງໂຄງການເພີ້ມສະມັດຕະພາບຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041).
| ສະຖາບັນໃນຂ່າວ |
| ![]() |
ໃນວັນທີ 23 ກໍລະກົດ 2010 ທີ່ຜ່ານມານີ້, ທີ່ຫ້ອງປະຊຸມ ສູນຄົ້ນຄວ້າ ແລະ ຂະຫຍາຍເມັດພັນເຂົ້າ ໂພນງາມ, ແຂວງຈຳປາສັກ ໄດ້ຈັດກອງປະຊຸມສະຫຸຼບຜົນງານການຄົ້ນຄວ້າທົດລອງ ສົກປີ 2009-2010 ແລະ ການວາງແຜນການທົດລອງສົກປີ 2010-11 ຂອງໂຄງການເພີ້ມສະມັດຕະພາບ ຜົນຜະລິດເຂົ້າ ແລະ ພືດເສດຖະກິດ (ລາວ-ເອຊີອາ CSE2006-041) ທີ່ໄດ້ເລັ່ງໃສ່ 4 ໜ້າວຽກຫຼັກໃນການສຶກສາຄົ້ນຄວ້າຄື: 1). ສຶກສາການຄັດເລືອກແນວພັນທີ່ແທດເໝາະກັບພື້ນທີ່ແຫ້ງແລ້ງ. 2). ສົ່ງເສີມຊາວກະສິກອນ ປູກເຂົ້າແບບນາວ່ານ ໃນພື້ນທີ່ນາແຊງ ລະດູແລ້ງທີ່ມີນ້ໍາຊົນລະປະທານ. 3). ສົ່ງເສີມຊາວກະສິກອນ ປູກພືດລະດູແລ້ງ ເຊັ່ນ: ສາລີ, ຖົ່ວດິນ, ຖົ່ວເຫຼືອງ ແລະ ຖົ່ວຂຽວ ເພື່ອປັບປຸງດິນ ແລະ ສ້າງລາຍຮັບເພີ້ມໃຫ້ແກ່ຊາວກະສິກອນ ພາຍຫຼັງການປູກເຂົ້ານາປີ 4). ສຶກສາ ແລະ ຄາດຄະເນ ສະພາບການປ່ຽນແປງຂອງນໍ້າເພື່ອກໍານົດຊ່ວງໄລຍະເວລາທີ່ເໝາະສົມ ສໍາລັບລະດູການ ປູກເຂົ້ານານ້ໍາຝົນ, ພ້ອມທັງຊີ້ໃຫ້ເຫັນພື້ນທີ່ ທີ່ຄາດວ່າຈະເກີດໄພແຫ້ງແລ້ງ.
ກອງ ປະຊຸມ ໄດ້ຮັບກຽດ ເປັນປະທານໂດຍ ທ່ານ ດຣ. ມົນທາທິບ ຈັນເພັງໄຊ, ຫົວໜ້າກົມປູກຝັງ, ກະຊວງກະສິກໍາ ແລະ ປ່າໄມ້ ແລະ ໄດ້ຮັບກຽດເຂົ້າຮ່ວມໂດຍ ອ້າຍ ເອື້ອຍ ນ້ອງ ວິຊາການ ຈາກສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ແຫ່ງຊາດ, ພະແນກກະສິກໍາ ແລະ ປ່າໄມ້ແຂວງຈໍາປາສັກ, ວິຊາການເມືອງຕ່າງໆ ພາຍໃນແຂວງ ແລະ ຊາວກະສິກອນ ຜູ້ຮ່ວມໂຄງການ,ເຊິ່ງມີຜູ້ແທນເຂົ້າຮ່ວມທັງໝົດ 30 ທ່ານ.
Last Updated (Tuesday, 17 August 2010 12:53)
ການຝຶກອົບຮົມຂອງພະນັກງານສູນຂໍ້ມູນຂ່າວສານໃນການນຳໃຊ້ໂປຼແກມເຂົ້າໃນການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ
| ສະຖາບັນໃນຂ່າວ |
![]() |
ເພື່ອຍົກລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານ ໃນການນໍາໃຊ້ໂປຼແກຼມຕ່າງໆ ເຂົ້າໃນການຜະລິດ ສິ່ງພິມ ເພື່ອເຮັດໃຫ້ການຜະລິດ ແລະ ເຜີຍແຜ່ຂໍ້ມູນຂ່າວສານ ສຄກປ ໃຫ້ມີປະສິດທິຜົນດີຂຶ້ນ ກວ່າເກົ່າ. ການຝຶກອົບຮົມແມ່ນຈະໄດ້ຈັດຮ່ວມກັນກັບກອງສົ່ງເສີມ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ. ຄ່າໃຊ້ຈ່າຍຕ່າງໆ ທີ່ຈະນໍາໃຊ້ເຂົ້າໃນການຝຶກອົບຮົມ ແມ່ນຈະໄດ້ຈ່າຍພາກສ່ວນລະເຄິ່ງ. ກອງສົ່ງເສີມກໍ່ໄດ້ສົ່ງພະນັກງານເຂົ້າຮ່ວມ 4 ຄົນ ແລະ ສູນຂໍ້ມູນຂ່າວສານກໍ່ຈະໄດ້ສົ່ງພະງານວິຊາການເຂົ້າຮ່ວມທັງໝົດ 4 ຄົນ. ຄູຝຶກ ຈາກ ຫ້ອງພາບ ຂາວ - ດໍາ Black & White Studio. ການຝຶກອົບຮົມເລີ້ມແຕ່ວັນທີ 03-14 ເດືອນ ກໍລະກົດ 2010.
- ກອງປະຊຸມປຶກສາຫາລືເພື່ອຈັດຕັ້ງປະຕິບັດໂຄງການ “ພັດທະນາມາດຕະການໆ ປັບຕົວເຂົ້າກັບການປ່ຽນແປງຂອງສະພາບພູມອາກາດໃນລະດັບຕ່າງໆ ສຳຫລັບຊຸມຊົນຊາວກະສິກອນ ໃນ ສປປ ລາວ”
- ຊ.ປ.ປ.ລາວ ສຄກປ ສ້າງຂະບວນການສາທິດເຕັກນິກນິເວດກະສິກຳ
- ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ ເປີດໂຕເວັບໄຊ໌ໂຄງການ TABI .
- ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ ແຫ່ງຊາດ ເຂົ້າຮ່ວມວາງສະແດງຜົນງານເຄື່ອນໄຫວວຽກງານກ່ຽວກັບການຄຸ້ມຄອງ ແລະ ການອານຸລັກຊີວະນາໆ ພັນ


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.







