NAFRI Events
|
| NAFRI Past Events |


ເພື່ອເຮັດໃຫ້ບັນຍາກາດຂອງການສະເຫລີມສະຫລອງປີຊີວະນາໆພັນແລະສິ່ງແວດລ້ອມສາກົນ ແລະພ້ອມກັນນີ້ກໍ່ເພື່ອເປັນການສ້າງຂະບວນການວັນປູກຕົ້ນໄມ້ແຫ່ຊາດໃຫ້ມີສີສັນ. ໃນວັນທີ 2 ມິຖນາ 2011, ທີຫໍວັດຖະນາທຳແຫ່ງຊາດ ໂດຍການເປັນເຈົ້າພາບລະຫວ່າງ ອົງການນໍ້າແລະສິ່ງແວດລ້ອມ ແລະກະຊວງກະສິກຳແລະປ່າໄມ້ ໃນການຈັດກອງປະຊຸມສຳມະນາໃນຫົວຂໍ້: ປ່າໄມ້ແລະສິ່ງແວດລ້ອມ ໂດຍເປັນປະທານຂອງ ທ່ານ ນາງ ເຂັມແພງ ພົນເສນາ ລັດຖະມົນຕີປະຈຳສະນັກງານນາຍຍົກ ປະທານ ອົງການນໍ້າແລະສິ່ງແວດລ້ອມ ແລະ ທ່ານ ດຣ. ຕີ ພົມມະສັກ ລັດຖະມົນຕີຊ່ວຍວ່າການ ກະຊວງກະສິແລະປ່າໄມ້. ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດອັນຟົດຟືນແລະໄດ້ມີການຮັບຝັງການນຳສະເໜີຈາກບັນດາກົມກອງອ້ອມຂ້າງຂອງແຕ່ລະພາກສ່ວນແລະໄດ້ເປີດມີການສົນທະນາໃນແຕ່ລະບັນຫາ ຂອງຜູ້ເຂົ້າຮ່ວມຈາກພາກສ່ວນຕ່າງໆທີໃຫ້ຄວາມສົນໃຈກວ່າ 200 ກວ່າຄົນ ແລະນອກນັ້ນຍັງໄດ້ມີກິດຈະກຳການອອກຮ້ານວາງສະແດງວຽກງານດ້ານຊີວະນາໆພັນຂອງພາກສ່ວນດັ່ງກ່າວ ແລະສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ເອງກໍ່ໄດ້ເຂົ້າຮ່ວມ
Last Updated (Friday, 03 June 2011 10:34)
|
| NAFRI Past Events |
![]() | |
ວຽກງານການເຜີຍແຜ່ຂໍ້ມູນຂ່າວສານ ແລະ ການຮ່ວມມືໂດຍການນຳໃຊ້ເຄື່ອງມືວິທະຍາສາດເຕັກໂນ ໂລ ຢີຂ່າວສານເປັນຕົວຊ່ວຍໃນວຽງານຕ່າງໆ. ສະນັ້ນການພັດທະນາລະບົບການເຜີຍແຜ່ ຂໍ້ມູນຂ່າວສານ ໃນສະຖາບັນ ຜ່ານລະບົບຂ່າວສານອິນເຕີເນັດທາງເວັບໄຊ ເຊິງເປັນເຄື່ອງມືອັນສຳຄັນໃນການເຜີຍແຜ່ ແລະປະຍັດເວລາ.ຊິ່ງໃນນັ້ນສະຖາບັນເອງກໍ່ໄດ້ພັດທະນາແຜ່ນງານ ດັ່ງກ່າວລົງສູ່ສູນອອ້ມຂ້າງ ໃຫ້ເຂົາ ເຈົ້າສາມາດນຳໃຊ້ ແລະ ໄດ້ມີການພັດທະນາລະບົບດັ່ງກ່າວດ້ວຍຕົນເອງ, ເຊິ່ງສູນຄົ້ນຄ້ວານະໂຍບາຍກະສິກຳ ແລະ ປ່າໄມ້ ທີ່ຂື້ນກັບ ສະຖາບັນຄົ້ນຄ້ວາ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ຈຶ່ງໄດ້ມີການພັດ ທະນາສ້າງເວັບໄຊຂອງສູນຂື້ນສຳເລັດຮຽບຮ້ອຍ ແລະ ເວັບໄຊດັ່ງກ່າວ ແມ່ນນອນຢູ່ພາຍໃຕ້ອັນດຽວກັບ ສະຖາບັນຄົ້ນຄ້ວາກະສິກຳ ແລະ ປ່າໄມ້ແຫ່ງຊາດໂດຍ ທ່ານ ສາມາດຄິກ http://afprc.nafri.org.la
Last Updated (Thursday, 02 June 2011 11:14)
ພິທີເຊັນສັນຍາລົງນາມເອກະສານ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຢູ່ສປປ ລາວ (Improving the Resilience of the Agricultural Sector in Lao PDR to Climate Change Impacts (NAPAFU) project)
| NAFRI Past Events |

ໃນຕອນບ່າຍຂອງວັນທີ 10 ພຶດສະພາ 2011 ທີ່ຜ່ານມານີ້ ຢູ່ທີ່ຫ້ອງການກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີເຊັນສັນຍາລົງນາມເອກະສານ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳ ຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຢູ່ສປປ ລາວ ໂດຍການໃຫ້ກຽດລົງນາມ ຂອງຝ່າຍລາວ, ທ່ານ ສຸລິວັນທອງ ກີ່ງແກ້ວ, ຮອງຫົວໜ້າ ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ຝ່າຍສະຫະປະຊາຊາດ, ທ່ານນາງ ກຽວໂກະ ໂຍໂກສຸມາ, ຮອງຜູ້ຕາງໜ້າສະຫະປະຊາຊາດ ປະຈຳ ສປປລາວ. ພ້ອມດ້ວຍຜູ້ຕາງໜ້າບັນດາກົມ, ກອງ, ແລະ ໂຄງການທີ່ກ່ຽວຂ້ອງ ອ້ອມຂ້າງກະຊວງກະສິກຳ ແລະ ປ່າໄມ້ ຈຳນວນໜື່ງເຂົ້າຮ່ວມ ເພື່ອເປັນສັກຂີພະຍານໃນຄັ້ງນີ້ອີກດ້ວຍ.
Last Updated (Monday, 30 May 2011 14:10)
ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນການ ແລະ ການເງີນ ສົກປີ 2009 – 2010 ແລະ ແຜນການຈັດຕັ້ງປະຕິບັດ ສົກປີ 2010 – 2011 ຂອງ ສຄກປ
| NAFRI Past Events |
ເພື່ອເຮັດໃຫ້ການປະຕິບັດວຽກງານ ແຜນການຂອງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ໄດ້ຮັບການຜັນຂະຫຍາຍເຂົ້າໃນວຽກງານຂອງບັນດາພະແນກການ ແລະ ສູນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ທີ່ຂຶ້ນກັບ ສຄກປ ໄດ້ນຳ ໄປປະຕິບັດ ຕາມແຕ່ລະໄລຍະ ແລະ ຖືກຕ້ອງສອດຄ່ອງກັບ ແຜນພັດທະນາ ກະສິກຳ ແລະ ປ່າໄມ້, ຍຸດທະສາດ ການຄົ້ນຄວ້າ ແລະ ແຜນການຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ໃນໄລຍະ 5 ປີຕໍ່ໜ້າ 2011 – 2015, ດັ່ງນັ້ນ ໃນວັນທີ່ 5 – 6 ພຶດສະພາ 2011 ຈຶ່ງໄດ້ຈັດ ກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດແຜນການ ແລະ ການເງີນ ສົກປີ 2009 – 2010 ແລະ ແຜນການປະຕິບັດ ສົກປີ 2010 – 2011 ຂອງສະຖາບັນ ຄົ້ນຄວ້າ ກະສິ ກຳ ແລະ ປ່າໄມ້ແຫ່ງຊາດ ຂຶ້ນຢ່າງເປັນທາງການ ຢູ່ທີຫ້ອງປະຊຸມ ຂອງສູນຄົ້ນຄວ້າທີ່ດິນກະສິກຳ ແລະ ປ່າໄມ້ (ສຄກປ), ໄດ້ຮັບກຽດເປັນປະທານກອງປະຊຸມໂດຍແມ່ນ ທ່ານ ດຣ. ບຸນຖອງ ບົຫອມ ຫົວໜ້າສະຖາບັນ ຄົ້ນຄວ້າ ກະ ສິກຳ ແລະ ປ່າໄມ້ແຫ່ງຊາດ, ຜູ້ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ປະກອບມີ 3 ພະແນກການ, ຫ້ອງການສະພາວິທະຍາ ສາດ ແລະ 11 ສູນອອ້ມຂ້າງສະຖາບັນເຂົ້າຮ່ວມທັງໜົດ 63 ທ່ານ, ຍິງ 23 ທ່ານ.
Last Updated (Monday, 30 May 2011 15:09)
ການນຳກະຊວງກະສິກຳ ແລະປ່າໄມ້ ຕິດຕາມການສາທິດປູກສາລີ ແນວພັນສາລີລູກປະສົມ ວຽງຈັນ 450 ຢູ່ບ້ານ ຈຸ້ມ ເມືອງ ທຸລະຄົມ ແຂວງວຽງຈັນ ໃນວັນທີ 10/03/2011.
| NAFRI Past Events |
| | |
ສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ໂດຍແມ່ນ ສູນຄົ້ນຄວ້າເຂົ້າ ແລະພືດເສດຖະກິດ ເປັນຜູ້ດຳເນີນການຄົ້ນຄວ້າແນວພັນສາລີ. ກ່ອນປີ 2000 ຢູ່ສູນຄົ້ນຄວ້າພຶດພັກ ແລະໄມ້ໃຫ້ໝາກ (ສະຖານີຫາດດອກແກ້ວ ໃນເມື່ອກ່ອນ) ໄດ້ຄົ້ນຄວ້າທົດລອງຕົ້ນຕໍແມ່ນເລັ່ງໃສ່ ສ້າງແນວພັນສາລີປະສົມ ເອກະລາດ ເພື່ອການລ້ຽງສັດ HDK4 ແລະແນວພັນເພື່ອບໍລິໂພກ HDK3 ຊື່ງໄດ້ນຳໃຊ້ມາຮອດປະຈຸບັນນີ້. ນັບແຕ່ປີ 2002ເປັນຕົ້ນມາ ໄດ້ມີຄວາມພະຍາຍາມຫຼາຍເພື່ອຄົ້ນຄວ້າແນວພັນສາລີ ເພື່ອການລ້ຽງສັດ ແລະມາຮອດ ຕົ້ນລະດູຝົນປີ 2010 ນັກວິຊາການ ຂອງສູນຄົ້ນຄວ້າເຂົ້າ ແລະພຶດເສດຖະກິດ (ນາພອກ) ສາມາດຄັດເລືອກ ໄດ້ ຈຳນວນ 8ຄູ່ ທີ່ມີລັກຊະນະດີເດັ່ນຫຼາຍດ້ານ ຈື່ງໄດ້ນຳໄປທົດລອງປຽບທຽບພັນ ໃນລະດັບທ້ອງຖີ່ນ ຢູ່ແຂວງວຽງຈັນ, ອຸດົມໄຊ ແລະບໍ່ແກ້ວ. ຕໍ່ມາໃນທ້າຍລະດູຝົນປີ 2010 ໄດ້ນໍາລົງໄປສາທິດ ຢູ່ 6ແຂວງ 9ຈຸດ ຄື:ແຂວງວຽງຈັນ, ແຂວງອຸດົມໄຊ, ແຂວງຊຽງຂວາງ, ແຂວງຫຼວງນ້ຳທາ, ແຂວງບໍ່ແກ້ວ ແລະແຂວງໄຊຍະບູລີ. ນັກວິຊາການທີ່ໄດ້ຄົ້ນຄວ້າ ໄດ້ສະລຸບວ່າ: ແນວພັນສາລີລູກປະສົມວຽງຈັນ 450ແມ່ນປັບຕົວເຂົ້າກັບສະພາບແວດລ້ອມໄດ້ດີ ໂດຍສະເພາະ ເຂດພາກກາງ ຫາພາກເໜືອ ຂອງ ສປປ ລາວ, ໃຫ້ຜົນຜະລິດສູງ ແຕ່ 7-9ໂຕນ/ຮຕ, ມີຄວາມທົນທານຕໍ່ຄວາມແຫ້ງແລ້ງ ແລະຕ້ານທານຕໍ່ພະຍາດ ແລະແມງໄມ້.
ແນວພັນສາລີລູກປະສົມ ວຽງຈັນ 450 ເປັນແນວພັນສາລີ ເທື່ອທໍາອິດທີ່ ນັກຄົ້ນຄວ້າສາມາດຜະລິດໄດ້ ໃນຕະລອດໄລຍະເກືອບ 10ປີ ເພື່ອສະໜອງແນວພັນໃຫ້ຊາວສວນນຳໄປຜະລິດໃນອະນາຄົດ.
Last Updated (Friday, 11 March 2011 14:02)
- ກອງປະຊຸມສະຫລຸບວຽກງານກະສິກຳແລະປ່າໄມ້ທົ່ວປະເທດ
- ສຳເລັດກອງປະຊຸມລະດັບພູມິພາກ ກ່ຽວກັບການສະເໜີ ແລະ ປະກອບຄຳເຫັນຕໍ່ ຍຸດທະສາດພັດທະນາກະສິກຳ ຮອດປີ 2020, ແຜນແມ່ບົດ ແລະ ແຜນການລົງທຶນ 5 ປີ (2011-2015) ຂອງກະຊວງກະສິກຳ ແລະ ປ່າໄມ້, ທີ່ແຂວງບໍລິຄຳໄຊ, ແຂວງຫຼວງພະບາງ ແລະ ແຂວງຈຳປາສັກ
- ຄະນະຜູ້ແທນກະຊວງກະສິກໍາ ແລະ ປ່າໄມ້ ເຂົ້າຮ່ວມກອງປະຊຸມເຂົ້ານາໆຊາດຄັ້ງທີ 3 ທີ່ ສສ ວຽດນາມ.
- ການຝຶກອົບຮົມດ້ານການຜະລິດພັນເຂົ້າປະສົມ


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.



