NAFRI Events
|
| NAFRI Past Events |
ລັດຖະບານ ສ ປ ປ ລາວ ກໍ່ໄດ້ມອບໜາຍໃຫ້ທາງ ກະຊວງກະສິກຳ ແລະ ປ່າໄມ້, ສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ ແຫ່ງຊາດ ດຳເນີນການຮ່ວມມືກັບອົງການ ສະຫະປະຊາຊາດເພື່ອການພັດທະນາ UNDP . ດັ່ງນັ້ນ, ໃນວັນທີ່ 8 ກໍລະກົດ 2011 ຈຶ່ໄດ້ຈັດກອງປະຊຸມ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດຢູ່ ສ ປ ປ ລາວ ( IRAS/NAPAFU project, ) ຂື້ນ ຢູ່ທີ່ໂຮງແຮມ ເສດຖາປາຣັດສ. ພາຍໃຕ້ການເປັນປະທານຮ່ວມໂດຍ ທ່ານ ສີສະຫວ່າງ ວົງຫາຈັກ ຮອງຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ແລະ ທ່ານ Ms Kyoko Yokosuka ຮອງຜູ້ຕາງໜ້າ ອົງການສະຫະປະຊາຊາດ ປະຈຳ ສ ປ ປ ລາວ. ມີບັນດາຫົວໜ້າຫ້ອງການ, ກົມ, ກອງ, ສູນ ແລະ ອົງການຕ່າງ ທີ່ກ່ຽວຂ້ອງເຂົ້າຮ່ວມຈຳນວນກວ່າ 80 ທ່ານ.
Last Updated (Wednesday, 10 August 2011 16:29)
|
| NAFRI Past Events |
| ![]() |
ໃນຕອນເຊົ້າຂອງວັນທີ່ 11 ກໍລະກົດ 2011ຢູ່ທີ່ຫ້ອງປະຊຸມ ສູນຄົ້ນຄວ້າການນຳໃຊ້ທີ່ດິນ ສະຖາບັນຄົ້ນຄວ້າຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ຈັດກອງປະຊຸມ ພັດທະນາວຽກງານຂໍ້ມູນຂ່າວສານຂອງ ສຄກປ ເຊິ່ງຈັດຂຶ້ນໂດຍ ສູນຂໍ້ມູນຂ່າວສານ ແລະ ໃຫ້ກຽດເປັນປະທານກອງປະຊຸມໂດຍທ່ານ ສີສະຫວ່າງ ວົງຫາຈັກ ຮອງຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ແຫ່ງຊາດ, ມີບັນດາຫົວໜ້າສູນ, ຄະນະສູນ ພ້ອມດ້ວຍວິຊາການຈາກສູນຕ່າງໆອອ້ມສະຖາບັນເຂົ້າຮ່ວມຈຳນວນກວ່າ 60 ທ່ານ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອປັບປຸງ, ແກ້ໄຂ ແລະ ພັດທະນາວຽກງານທາງດ້ານຂໍ້ມູນຂ່າວສານຂອງສະຖາບັນຄົ້ນຄວ້າກະສິກຳ ແລະ ປ່າໄມ້ໃຫ້ມີປະສິດທິຜົນຫຼາຍຂຶ້ນກວ່າເກົ່າພ້ອມກັນນັ້ນເພື່ອເຮັດໃຫ້ວຽກງານຂໍ້ມູນຂ່າວສານຂອງສະຖາບັນໃຫ້ໄດ້ມີການໄຫຼວຽນທົ່ວເຖິງ ແລະ ເຂົ້າເຖິງເປົ້າໜາຍຂອງບັນດາສູນຕ່າງໆອອ້ມຂ້າງ. ຢູ່ໃນກອງປະຊຸມບັນດານັກວິຊາການຍັງໄດ້ແບ່ງກຸ່ມກັນເພື່ອແກ້ໄຂບັນຫາຕ່າງໆຂອງການປະຕິບັດວຽກງານຂໍ້ມູນຂ່າວສານໃນນັ້ນໄດ້ແບ່ງອອກເປັນ 3 ກຸ່ມຄື: ກຸ່ມທີ່ 1 ແມ່ນວຽກງານ ຄຸ້ມຄອງຂໍ້ມູນຂ່າວສານ, ກຸ່ມທີ່ 2 ແມ່ນວຽກງານ ຜະລິດສື່ສິ່ງພິມຕ່າງໆຂອງ ສຄກປ ແລະ ກຸ່ມທີ່ 3 ແມ່ນວຽກງານຂໍ້ມູນຂ່າວສານ ແລະ ເທັກໂນໂລຍີ( ICT ). ຈາກນັ້ນທາງບັນດາຄະນະຜູ້ແທນກອງປະຊຸມຍັງໄດ້ຕົກລົງ ປຶກສາຫາລື ແລະ ພ້ອມກັນປະກອງຄຳຄິດຄຳເຫັນຕ່າງເພື່ອຈະແກ້ໄຂບັນຫາ ແລະ ຂໍ້ຄົງຄ້າງຕ່າງເຊັ່ນ: ບັນຫາການຜະລິດ ແລະ ເຜີຍແຜ່ສື່ສິ່ງພິມຕ່າງໆເປັນຕົ້ນແມ່ນ ການຜະລິດ ບົດຄົ້ນຄວ້າ, ບົດລາຍງານວິຊາການ, ວີດີໂອ, ແຜ່ນພັບ ແລະ ຮູບພາບອຶ່ນໆ, ບັນຫາທາງດ້ານການສົ່ງຂໍ້ມູນຂ່າວສານທາງດ້ານ ICT, ການນຳໃຊ້ອິນເຕີເນັດຂອງບັນດາສູນອອ້ມຂ້າງ ແລະ ບັນຫາການຈັດເກັບຮັກສາຂໍ້ມູນຕ່າງໆເພື່ອບໍ່ໃຫ້ສູນຫາຍ. ຈາກການດຳເນີນກອງປະຊຸມເປັນເວລາ 1 ວັນເຕັມໄດ້ເຫັນວ່າຫຼາຍພາກສ່ວນກໍ່ແມ່ນໄດ້ໃຫ້ຄວາມສົນໃຈ, ຈະພ້ອມກັນແກ້ໄຂ ແລະ ຈະໃຫ້ປະຕິບັດໃຊ້ໄດໃນຕໍ່ໜ້າຢ່າງສົມບູນ ເພາະວ່າວຽກງານເຜີຍແຜ່ຂໍ້ມູນຂ່າວສານເທັກໂນໂລຍີແມ່ນການເຜີຍແຜ່ ແລະ ສະແດງຜົນງານ, ຜົນສຳເລັດຂອງການຄົ້ນຄວ້າຕ່າງອອກສູ່ວົງກວ້າງ ແລະ ອອກສູ່ບັນດາປະຊາຊົນຜູ້ນຳໃຊ້ຢ່າງທົ່ວເຖິງ.
Last Updated (Tuesday, 12 July 2011 14:02)
ພິທີ ເຊັນສັນຍາຮັບເໜົາກໍ່ສ້າງສະໂມສອນຂອງ ສຄກປ ໄລຍະທີ່ສອງ
| NAFRI Past Events |


ໃນຕອນບ່າຍຂອງວັນທີ່ 27 ມິຖຸນາ 2011 ຢູ່ທີ່ ສະໂມສອນໃຫຍ່ຂອງ ສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ ແຫ່ງຊາດ ໄດ້ມີພິທີ ເຊັນສັນຍາຮັບເໜົາກໍ່ສ້າງສະໂມສອນຂອງ ສຄກປ ໄລຍະທີ່ສອງຂຶ້ນ. ໃນນີ້ໄດ້ແບ່ງໄລຍະການກໍ່ສ້າງອອກເປັນ 3 ຂັນຕອນຄື: ຂັ້ນຕອນທີ່ນຶ່ງ ແມ່ນວຽກ ກໍ່ສ້າງປະຕູ ແລະ ທາງເບຕົ່ງເສີມເຫຼັກເຂົ້າຫາໂຕອາຄານສະໂມສອນ. ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 347,444,588 ກີບ, ຂັ້ນຕອນທີ່ສອງ ແມ່ນວຽກ ກໍ່ສ້າງຮ່ອງລະບາຍນ້ຳ ແລະ ທໍ່ລະບາຍນ້ຳແອ ອອກຈາກໂຕອາຄານ ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 379,531,868 ກີບ, ຂັ້ນຕອນທີ່ສາມ ແມ່ນວຽກ ຕົບແຕ່ງ ແລະ ຕິດຕັ້ງພາຍໃນອາຄານສະໂມສອນ ເຊິ່ງມີມູນຄ່າໃນການກໍ່ສ້າງແມ່ນ 472,117,800 ກີບ ແລະ ໄດ້ມີ 3 ບໍລິສັດທີ່ຊະນະການປະມູນຄັ້ງນີ້ຄື: 1. ບໍລິສັດ ໄກສອນ ອອກແບບເຄຫາສະຖານ ຈຳກັດຜູ້ດຽວ, 2. ບໍລິສັດ ວິລະກໍ່ສ້າງ ເຄຫາ - ຂົວທາງ - ຊົນລະປະທານ ຈຳກັດຜູ້ດຽວ, 3. ບໍລິສັດ ບີລາວ ຈຳກັດ. ໃຫ້ກຽດເປັນປະທານ ໃນພິທີເຊັນສັນຍາຄັ້ງນີ້ຝ່າຍເຈົ້າຂອງໂຄງການ ກໍ່ຄືສະຖາບັນຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ໂດຍແມ່ນທ່ານ ໄຊສົງຄາມ ພິມມະສອນ ຮອງຫົວໜ້າສະຖາບັນ ຄົ້ນຄວ້າ ກະສິກຳ ແລະ ປ່າໄມ້ແຫ່ງຊາດ ແລະ ຝ່າຍຜູ້ຮັບເໜົາ ໂດຍແມ່ນທາງປະທານຂອງບໍລິສັດຮັບຜູ້ເໜົາ 3 ທ່ານ ພ້ອມດວ້ຍຜູ້ຕາງໜ້າຈາກຫ້ອງການກະຊວງ, ກົມ, ກອງ ແລະ ພັກນັກງານອອ້ມຂ້າງສະຖາບັນເຂົ້າຮ່ວມ ຈຳນວນ 27 ກວ່າທ່ານ. ສ່ວນໃນການກໍ່ສ້າງ, ສ້ອມແປງຄັ້ງນີ້ກຳນົດການກໍ່ສ້າງແມ່ນຈະໃຫ້ສຳເລັດພາຍໃນ 60 ( 2 ເດືອນ ) ເຊິ່ງເລີ່ມຕົ້ນນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ ແລະ ຜູ້ຮັບເໜົາຕົກລົງຈະເລີ່ມການກໍ່ສ້າງສ້ອມແປງພາຍໃນ 7 ວັນ ພາຍຫຼັງການເຊັນສັນຍາ. ຢູ່ໃນສັນຍາ ເຈົ້າຂອງໂຄງການກໍ່ຄື ສຄກປ ກໍ່ຍັງມີສິດຕິດຕາມກວດກາ ການປະຕິບັດສັນຍາຂອງຜູ້ຮັບໜົາ ແລະ ເອື້ອອຳນວຍຄວາມສະດວກຕ່າງໆ. ຕິດຕັ້ງຄະນະກວດກາເພື່ອກວດກາ ປະລິມານ ແລະ ຄຸນນະພາບຂອງການປະຕິບັດສັນຍາ.
ກອງປະຊຸມສະຫຼຸບຜົນງານປະຈໍາ 2 ປີ ( 2009 - 2010) ຂອງກໍາມະບານ ຮາກຖານ ສຄກປ
| NAFRI Past Events |


ໃນຕອນເຊົ້າວັນທີ 17 ມີຖຸນາ 2011 ຜ່ານມານີ້, ໜ່ວຍກໍາມະບານສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ແຫ່ງຊາດ ໄດ້ເປີດກອງປະຊຸມກໍາມະບານຂື້ນທີ່ສະໂມສອນ ສຄກປ ໂດຍການເປັນປະທານຂອງ ທ່ານ ດຣ. ບຸນຖອງ ບົວຫອມ ເລຂາຄະນະພັກ ຮາກຖານ ສຄກປ ແລະ ທ່ານ ໄຊສົງຄາມ ພິມມະສອນ ປະທານກໍາມະບານຮາກຖານ ສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ, ເຂົ້າຮ່ວມກອງປະຊຸມຄັ້ງນີ້ມີ ບັນດາຫົວໜ້າສູນ, ຮອງສູນ, ພ້ອມດ້ວຍສະມະຊິກກໍາມະບານອ້ອມຂ້າງ ສຄກປ ເຂົ້າຮ່ວມຈໍານວນ 155 ສະຫາຍ. ຊຶ່ງໃນນັ້ນກໍ່ເພື່ອ: ເຜີຍແຜ່ປະຫວັດຄວາມເປັນອມາຂອງວັນສ້າງຕັ້ງກໍາມະບານ, ເຜີຍແຜ່ຜົນສໍາເລັດຂອງກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານລາວ ຄັ້ງທີ VI, ສະຫຼຸບຕີລາຄາການເຄື່ອນໄຫວວຽກງານໄລຍະ 2 ປີ ແລະ ທິດທາງແຜນການໃນຕໍ່ໜ້າ ພ້ອມກັນນີ້ອ່ານຂໍ້ຕົກລົງແຕ່ງຕັ້ງບົ່ງຕົວຄະນະໜ່ວຍກໍາມະບານຊຸດໃໝ່ ແລະ ຂໍ້ຕົກລົງປ່ຽນຊື່ໜ່ວຍກໍາມະບານຮາກຖານ ສຄກປ ມາເປັນກໍາມະບານຮາກຖານ
ພ້ອມດຽວກັນນີ້ກໍ່ໄດ້ປັບປຸງໂຄງຮ່າງການຈັດຕັ້ງຂອງ ກໍາມະບານຮາກຖານໃຫມ່ອອກເປັນ 6 ໜ່ວຍຄື:
1 ໜ່ວຍກໍາມະບານ ສໍານັກ ສຄກປ ແຫ່ງຊາດ
2 ໜ່ວຍກໍາມະບານສູນຄົ້ນຄວ້າທີ່ດິນ ແລະ ສູນນິເວດ
3 ໜ່ວຍກໍາມະບານສູນຂໍ້ມູນຂ່າວສານບວກ ສູນຄົ້ນຄວ້າ ນະໂຍບາຍ
4 ໜ່ວຍກໍາມະບານສູນຄົ້ນຄວ້າເຂົ້າ ແລະ ພຶດເສດຖະກິດ ແລະ ສູນຄົ້ນຄວ້າພຶດຜັກ ໄມ້ໃຫ້ໝາກ
5 ໜ່ວຍກໍາມະບານສູນຄົ້ນຄວ້າການລ້ຽງສັດ ແລະ ສູນຄົ້ນຄວ້າປ່າໄມ້
6 ໜ່ວຍສູນຄົ້ນຄວ້າການປະມົງ.
ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ດຣ. ບຸນຖອງ ບົວຫອມ ເລຂາຄະນະພັກຮາກຖານ ພ້ອມທັ້ງເປັນຫົວໝ້າສະຖາບັນຄົ້ນຄວ້າ ກະສິກໍາ ແລະ ປ່າໄມ້ ແຫ່ງຊາດ ໄດ້ກ່າວຄໍາໂອວາດຕໍ່ກອງປະຊຸມ ເຊິ່ງບາງຕອນເພີ່ມໄດ້ກ່າວວ່າວຽກງານກໍາມະບານແມ່ນຍັງເປັນວຽກງານທີ່ຍັງໜັກໜ່ວງ ຕ້ອງໄດ້ເອົາໃຈໃສ່ປະຕິບັດຕາມຄໍາຂັວນ 2 ດີ, 3 ເກັ່ງ, 4 ບຸກທະລຸ, 5 ເປັນເຈົ້າ ເຊິ່ງມີເນື້ອໃນດັ່ງນີ້:
Last Updated (Monday, 27 June 2011 14:50)
ກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ ເກົາຫຼີ ຄັ້ງທີ່ 5
| NAFRI Past Events |
![]() | ![]() |
ເພື່ອເປັນການຕອບສະໜອງ ແລະ ຜັນຂະຫຍາຍຜົນສຳເລັດຂອງ ກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ.ເກົາຫຼີ ຄັ້ງທີ່ 4 ທີ່ຈັດຂື້ນຜ່ານມາ, ໃນຕອນເຊົ້າ ຂອງວັນທີ່ 31 ພຶດສະພາ ແລະ ວັນທີ່ 1 ມີຖຸນາ ປີ 2011, ກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ຂອງ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບຈັດກອງປະຊຸມ ວ່າດ້ວຍການຮ່ວມມືດ້ານປ່າໄມ້ ອາຊຽນ-ສ ເກົາຫຼີ ຄັ້ງທີ່ 5 ຂື້ນທີ່ ໂຮງແຮມພູສີ, ເມືອງ ແລະ ແຂວງ ຫຼວງພະບາງ. ເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້ ມີຄະນະຜູ້ແທນ ຈາກປະເທດ ສະມາຊິກ ອາຊຽນ, ສ ເກົາຫຼີ ແລະ ຜູ້ຕ່າງໜ້າຈາກກອງເລຂາອາຊຽນລວມທັງໝົດ 55 ທ່ານ. ໃນກອງປະຊຸມ ທ່ານ ສາຍສະໝອນ ຄົມທະວົງ ຮອງເຈົ້າແຂວງໆ ຫຼວງພະບາງ ໄດ້ຮັບກຽດກ່າວເປີດ. ຈຸດປະສົງຂອງກອງປະຊຸມຄັ້ງນີ້ ແມ່ນສືບຕໍ່ປຶກສາຫາລືກ່ຽວກັບ ການຮ່າງສັນຍາວ່າດ້ວຍການຮ່ວມມືດ້ານປ່າໄມ້ ລະຫວ່າງ ອາຊຽນ ແລະ ສ.ເກົາຫຼີ ໃນອານາຄົດ ເພື່ອຄຸ້ມຄອງປ່າໄມ້ ໃຫ້ມີຄວາມອຸດົມສົມບູນ ຫຼຸດຜ່ອນການທຳລາຍປ່າ, ຮັກສາສະພາບແວດລ້ອມໃຫ້ມີຄວາມໝັ້ນຄົງ ໂດຍສະເພາະແມ່ນການຟື້ນຟູປ່າ, ການອະນຸລັກຮັກສາຊິວະນາໆພັນ. ກອງປະຊຸມໄດ້ດຳເນີນເປັນເວລາ 2 ວັນ. ນອກຈາກມີການປະຊຸມກັນແລ້ວ ໃນວັນທີ່ 1 ມີຖຸນາ ຄະນະຜູ້ແທນດັ່ງກ່າວ ໄດ້ເຂົ້າຮ່ວມປູກໄມ້ ເພື່ອເປັນທີ່ລະນຶກ ໃນວັນປູກໄມ້ແຫ່ງຊາດຂອງ ສປປ ລາວ ນຳ ພາຄະນະເຂົ້າຮ່ວມໃນການປູກໄມ້ຄັ້ງນີ້ ໂດຍທ່ານ ດຣ ສີລິວັນ ສະຫວັດວົງ, ຫົວໜ້າກົມປ່າໄມ້, ກະຊວງກະສິກຳ ແລະ ປ່າໄມ້ ພ້ອມດ້ວຍຄະນະຜູ້ແທນທັງໝົດເຂົ້າຮ່ວມ. ສະຖານທີ່ປູກໄມ້ ແມ່ນໃນຂອບເຂດມະຫາວິທະຍາໄລສຸພານຸວົງ ພາຍຫຼັງທີ່ສຳເລັດປູກໄມ້ແລ້ວ ໄດ້ນຳພາຄະນະຜູ້ແທນ ໄປ ຢ້ຽມຢາມ ກຸ່ມຄຸ້ມຄອງໄມ້ສັກ ທີ່ໄດ້ຮັບກນຢັ້ງຢືນ ຈາກສະພາປ່າໄມ້ ສາກົນ ທີ່ບ້ານກົກງີ້ວ, ເມືອງຫຼວງພະບາງ ແລະ ສະຖານທີາສຳຄັນຫຼາຍແຫ່ງຂອງແຂວງຫຼວງ ພະບາງ
Last Updated (Monday, 06 June 2011 11:17)
- ກອງປະຊຸມສຳມະນາປ່າໄມ້ແລະສິ່ງແວດລ້ອມ
- ການພັດທະນາລະບົບເວັບໄຊລົງສູ່ສູນອ້ອມຂ້າງ
- ພິທີເຊັນສັນຍາລົງນາມເອກະສານ ໂຄງການປັບປຸງຄວາມອາດສາມາດໃນການປັບຕົວເຂົ້າສູ່ສະພາບເດີມດ້ານກະສິກຳຈາກຜົນກະທົບຂອງການປ່ຽນແປງດິນຟ້າອາກາດ ຢູ່ສປປ ລາວ (Improving the Resilience of the Agricultural Sector in Lao PDR to Climate Change Impacts (NAPAFU) project)
- ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ແຜນການ ແລະ ການເງີນ ສົກປີ 2009 – 2010 ແລະ ແຜນການຈັດຕັ້ງປະຕິບັດ ສົກປີ 2010 – 2011 ຂອງ ສຄກປ


The Lao Agriculture Database focuses on Lao agriculture and natural resource information. It includes research reports, policy documents, extension and reference material. It currently has more than 2,000 records and 850 downloads.





