ການໄປທັດສະນະສຶກສາ ກ່ຽວກັບການຜະລິດເມັດພັນ ແລະ ການປຸງແຕ່ງຜະລິດຕະພັນຈາກເຂົ້າ ຂອງໂຄງການ RPIP ທີ່ແຂວງສາກົນນະຄອນ, ປະເທດໄທ
| Latest |
ການເຄື່ອນໄຫວໃນຊ່ວງທັດສະນະສຶກສາໄດ້:
- ເຂົ້າຮ່ວມຮັບຟັງປະຫວັດຂອງມະຫາວິທະຍາໄລກະເສດສາດ ສາຂາສາກົນນະຄອນ (ປະ ຫວັດຄວາມເປັນມາຂອງວິທະຍາເຂດ ສາກົນ).
- ຟັງການບັນລະຍາຍດ້ານວິຊາການ ການຜະລິດເມັດພັນເຂົ້າໃນລະດັບກຸ່ມຊາວນາຟັງການບັນ ລະ ຍາຍໃນຫົວຂໍ້ ຄຸນປະໂຫຍດ ແລະ ວິທີການຜະລິດ ເຂົ້າຮາງງອກ
- ລົງຢ້ຽມຢາກຸ່ມຜະລິດເຂົ້າຮາງງອກ (ເບີ່ງຂັ້ນ ຕອນ ການສາທິດວິທີຜະລິດເຂົ້າຮາງງອກ) ລົງຢ້ຽມສູນຜະລິດເມັດພັນເຂົ້າ ຈັງຫວັດກົນນະອນ
- ລົງຢ້ຽມກຸ່ມຊາວນາທີ່ຜະລິດເມັດພັນເຂົ້າ ທີ່ ບ້ານ ດົງສະຫວັນ, ເມືອງ , ແຂວງສາກົນ ນະຄອນຢ້ຽມຢາມພື້ນທີ່ການຜະລິດລູກປາ ແລະ ແປງນາທີ່ປູກເຂົ້າເປັນເມັດພັນເຂົ້າ
- ຢ້ຽມຢາມສູນຮຽນຮູ້ ການກະສິກໍາພູພານແບບ ວິທີການປູກພືດ, ລ້ຽງສັດ, ປາ ແລະການປູກເຂົ້າ
- ການອົບຮົມ ແລະ ການສືກສາງານໃນດ້ານການຜະລິດເມັດພັນເຂົ້າ ໃນໄລຍະສັ້ນໄດ້ ສ້າງຄວາມເຂົ້າໃຈ ຂັ້ນຕອນການຜະລິດເມັດພັນເຂົ້າໃຫ້ວິຊາການ ແລະຊາວນາຫຼາຍຂື້ນ, ນັບແຕ່ການຕົກກ້າ, ການປັດດໍາ, ການລົວລະບັດຮັກສາ, ການຕັດເຂົ້າປົນ, ການເກັບກ່ຽວ ແລະ ການປຸງແຕ່ງເປັນເມັດພັນເພື່ອຈໍາໜ່າຍ, ຊື່ງຄວາມສໍາຄັນທຸກຂັ້ນຕອນ.
ບົດຮຽນທີ່ຖອດຖອນໄດ້ຈາກການຮ່ວມທັດສະນະສຶກສາ:
- ຜູ້ເຂົ້າຮ່ວມທັດສະນະສຶກສາໄດ້ຮຽນຮູ້ຂັ້ນຕອນການຜະລິດເມັດພັນເຂົ້າ ທີ່ຖືກຕ້ອງຕາມຫຼັກການ
- ໄດ້ຮຽນຮູ້ລະບົບການປູກພືດຜັກ, ການລ້ຽງສັດ, ການຈັດປ່າການໄມ້ (ປູກພືດແບບປະສົມປະສານ)
- ໄດ້ຮຽນຮູ້ການສ້າງຕັ້ງເຄືອຂ່າຍຂອງກຸ່ມຜະລິດເມັດພັນ (ອົງປະກອບການຈັດຕັ້ງຂອງກຸ່ມ ແລະ ການບໍລິຫານ).
- ໄດ້ຮຽນຮູ້ວິທີການຈັດການລະບົບການປູກພືດແບບປອດສານພິດ ໂດຍການໃຊ້ຝຸ່ນບົ່ມ-ຝຸ່ນໝັກເປັນ ຫຼັກ ໃຊ້ວິທີການປາບສັດຕູພືດໂດຍການໃຊ້ກາວຕິດຕ່າງໆ
- ຮຽນຮູ້ເຕັກນິກການຜະລິດເຂົ້າຮາງ (ການແປຮູບເຂົ້າທີ່ເພີ້ມມູນຄ່າ)
- ຮຽນຮູ້ເຕັກນິກາການລ້ຽງໝູຂຸມ, ແມງຈີ່ລໍ່, ການປູກເຫັດ ແລະ ລ້ຽງຫານກັບການປູກໄມ້ກິນໜາກ
| < ຖອຍຫຼັງ | ຕໍ່ໄປ > |
|---|
ແກ້ໄຂລ່າສຸດ (ມື້ພະຫັດທີ່ 10 ພຶດສະພາ 2012 ເວລາ 11: 35)




