ກອງປະຊຸມທົບທວນປະຈຳປີ ຂອງໂຄງການ URDP
| Latest |

ໃນວັນທີ 28 ຕຸລາ2011 ທີ່ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ ໄດ້ມີການຈັດກອງປະຊຸມ ປຶກສາຫາຫລື ແລະເຈລະຈາສອງຝາຍຂຶ້ນ ໃນການຈັດຕັ້ງປະຕິບັດ ໂຄງການຄົ້ນຄວ້າກະສິກຳປ່າໄມ້ເຂດພູດອຍ ແລະພັດທະນາຄວາມອາດສາມາດ (URDP) ລະຫວາງ ສະຖາບັນຄົ້ນຄວ້າກະສິກຳແລະປ່າໄມ້ແຫ່ງຊາດ ໂດຍ ທ່ານ ດຣ. ບຸນຖອງ ບົວຫອມ ຕ່າງໜ້າຝ່າຍລາວ ແລະຜູ້ໃຫ້ທຶນ ອົງການພັດທະນາສາກົນ ແຫ່ງປະເທດສະວີເດນ (ຊີດາ) ໂດຍ ທ່ານ ນາງ ລິສເບດ ບອສເທຣນ (Lisbet Bostrand) ຫົວໜ້າຊ່ຽວຊານ ອາວຸໂສ ຫ້ອງການໃຫຍ່. ກອງປະຊຸມໃນຄັ້ງນີ້ກໍ່ເພື່ອ (1) ທົບທວນແລະປຶກສາຫາຫລື ກ່ຽວກັບການຈັດຕັ້ງປະຕິບັດກິດຈະກຳຕ່າງໆ ຂອງໂຄງການ ໃນສົກປີ 2010-2011, (2) ທົບທວນແລະເຈລະຈາກ່ຽວກັບແຜນການໃນໄລຍະທ້າຍ ຂອງໂຄງການ ທີຈດຳເນີນ ນັບຕັ້ງແຕ່ ເດືອນ ຕຸລາ 2011 ຫາເດືອນ ເມສາ 2012. (3) ປຶກສາຫາຫລື ແລະຕົກລົງໃນຂົງເຂດວຽກງານ ແລະບັນຫາໃນການຈັດຕັ້ງປະຕິບັດກ່ຽວກັບ ໂຄງການ, ການສົນທະນາປຶກສາຫາຫລືຍັງໄດ້ເນັ້ນໃສ່ການຮ່ວມມືທາງດ້ານສະຖາບັນ, ການພັດທະນາກອງທືນຄົ້ນູວ້າກະສິກຳແລະປ່າໄມ້ ແລະຍັງມີບັນຫາຕ່າງໆຂອງຂອດການບໍລິຫານ. ການປະສານງານ ຄຸ້ມຄອງໂຄງການ. ກອງປະຊຸມຄັ້ງນີ້ລວມມີ ບັນດາຫົວໜ້າໂຄງການຍ່ອຍຕ່າງໆແລະຊ່ຽວຊານປະຈຳໂຄງການ ລວມມີ ກວ່າ 10 ທ່ານເຂົ້າຮ່ວມຢ່າງພ້ອມພຽງ.
| < Prev | Next > |
|---|
Last Updated (Wednesday, 02 November 2011 10:26)




