ການລົງຕິດຕາມ ແລະຊຸກຍູ້ ການປະຕິບັດ ການສ້າງກຸ່ມຊາວນາ ໃນການຜະລິດເມັດພັນເຂົ້າ
| Latest |


ຫົວໜ້າສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ໄດ້ລົງເຄື່ອນໄຫວຕິດຕາມ ແລະຊຸກຍູ້ ການປະຕິບັດ ການສ້າງກຸ່ມຊາວນາ ໃນການຜະລິດເມັດພັນເຂົ້າ ໃນວັນທີ 4ຫາ10ຕຸລາ2010 ຢູ່ແຂວງພາກກາງ ແລະພາກໃຕ້. ການຜະລິດເຂົ້າຂອງຊາວກະສິກອນໃນປະເທດລາວໃນໄລຍະຜ່ານມາ ຊາວກະສິກອນມັກພົບບັນຫາຫຼາຍຢ່າງ ໜື່ງໃນນັ້ນແມ່ນການຂາດແນວພັນເຂົ້າປູກ ແລະມີແນວພັນທີ່ໃຫ້ຜົນຜະລິດບໍ່ສູງ ຈາກສະພາບຄືດັ່ງກ່າວມານັ້ນ ສະຖາບັນຄົ້ນຄວ້າກະສິກຳ ແລະປ່າໄມ້ແຫ່ງຊາດ ຈື່ງໄດ້ຄົ້ນຄວ້າຊອກຫາວິທີທາງເພື່ອແກ້ໄຂ ໂດຍໄດ້ສ້າງເປັນ ໂຄງການປັບປຸງປະສິດທິພາບການຜະລິດເຂົ້າ, ໂດຍໄດ້ຮັບການສະນັບສະໜູນການເງີນຈາກ ທະນາຄານໂລກ ຊື່ງໄດ້ເລີ້ມປະຕິບັດມາແຕ່ຕົ້ນປີ 2009. ການຂາດແນວພັນເຂົ້າທີ່ມີຄຸນນະພາບ, ມີຄວາມເໝາະສົມກັບທ້ອງຖີນ ທີ່ຊາວກະສິກອນມີຄວາມນິຍົມຊົມຊອບ ທັງຜົນຜະລິດສູງ ແລະຄຸນນະພາບການກິນ ຜ່ານຈາກການປະຕິບັດໃນສອງລະດູການຜ່ານມານັ້ນ ໄດ້ເຮັດໃຫ້ຊາວກະສິກອນມີຄວາມເຂົ້າໃຈ ໃນການເລືອກແນວພັນເຂົ້າທີ່ມີຄວາມເໝາະສົມກັບຄວາມຕ້ອງການຂອງເຂົາເຈົ້າ ແລະສາມາດຜະລິດເປັນສິນຄ້າທີ່ສັງຄົມມີຄວາມນິຍົມ
| < Prev | Next > |
|---|
Last Updated (Tuesday, 12 October 2010 13:43)




